ໂດຍຮັບຄຳເຊີນຂອງທ່ານ Tulia Ackson ປະທານ IPU, ທ່ານ Martin Chungong, ເລຂາທິການໃຫຍ່ IPU, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມ IPU-152 ຢູ່ Istanbul, ຕວກກີ. ດໍາເນີນບາງກິດຈະກໍາສອງຝ່າຍຢູ່ ຕວກກີ ແລະຢ້ຽມຢາມ ອີຕາລີ ຢ່າງເປັນທາງການແຕ່ວັນທີ 11-17 ເມສາ.
ເນື່ອງໃນໂອກາດນີ້, ທ່ານ Korhan Kemik ເອກອັກຄະລັດຖະທູດ ຕວກກີ ປະຈໍາ ຫວຽດນາມ ໄດ້ຕອບສຳພາດໜັງສືພິມໂລກ ແລະຫວຽດນາມ ກ່ຽວກັບຄວາມໝາຍຂອງການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ກໍ່ຄືຈຸດພົ້ນເດັ່ນໃນການພົວພັນສອງປະເທດໃນໄລຍະຜ່ານມາ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ການໄປປະຕິງານເຂົ້າຮ່ວມ IPU-152 ແລະດໍາເນີນບາງກິດຈະກຳເຄື່ອນໄຫວສອງຝ່າຍຢູ່ ຕວກກີ ຂອງທ່ານປະທານສະພາແຫ່ງຊາດ ໄດ້ດຳເນີນໃນສະພາບການການພົວພັນສອງປະເທດພວມພັດທະນາຢ່າງດີງາມ. ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງການໄປປະຕິບັດງານຕໍ່ກັບການປັບປຸງຄວາມໄວ້ເນື້ອເຊື່້ອໃຈດ້ານການເມືອງ ແລະເຮັດໃຫ້ການພົວພັນສອງຝ່າຍ ຫວຽດນາມ-ຕວກກີ ຢ່າງເລິກເຊິ່ງ, ພິເສດໃນການຮ່ວມມືລັດຖະສະພາ?
ທ່ານ Korhan Kemik ເອກອັກຄະລັດຖະທູດ ຕວກກີ ປະຈໍາ ຫວຽດນາມ: ການໄປປະຕິຕິບັດງານ ຄັ້ງນີ້ມີຄວາມໝາຍພິເສດເມື່ອດຳເນີນໃນໄລຍະເວລາການພົວພັນຫວຽດນາມ-ຕວກກີ ພວມພັດທະນາຢ່າງແຂງແຮງ ແລະນັບມື້ນັບຮອບດ້ານ.
    |
 |
|
ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມ IPU-152 ຢູ່ Istanbul (ຕວກກີ) ແລະດຳເນີນບາງກິດຈະກຳເຄື່ອນໄຫວສອງຝ່າຍຢູ່ ຕວກກີ. ພາບ: ສະພາແຫ່ງຊາດຫວຽດນາມ |
ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຕວກກີ ຢູ່ ອາຊີຕາເວັນ ອອກສ່ຽງໃຕ້, ການພົວພັນສອງປະເທດໃນໄລຍະຜ່ານມາໄດ້ຮັບການປັບປຸງບົນພື້ນຖານມິດຕະພາບ ແລະຄວາມສາມັກຄີ. ການຢ້ຽມຢາມ, ພົບປະຂັ້ນສູງຕ່າງໆກໍ່ສວມບົດບາດສຳຄັນໃນການຮັກສາ ແລະຊຸກຍູ້ທ່າພັດທະນາຢ່າງຕັ້ງໜ້ານັ້ນ.
ໃນສະພາບການດັ່ງກ່າວ, ການໄປປະຕິບັດງານຢູ່ ຕວກກີ ຂອງທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ IPU ຢູ່ Istanbul ດໍາເນີນກົງກັບໄລຍະເວລາການພົວພັນສອງຝ່າຍພວມເປີດກວ້າງໃນຫຼາຍຂົງເຂດ. ສິ່ງນີ້ສະແດງອອກໃຫ້ເຫັນທັງສອງຝ່າຍລ້ວນແຕ່ຖືເປັນສຳຄັນການສືບຕໍ່ເພີ່ມທະວີການຮ່ວມມື.
ໃນການພົວພັນສອງປະເທດ, ຮ່ວມມືລັດຖະສະພາ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນ. ການເພີ່ມທະວີການແລກປ່ຽນ ແລະຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າລະຫວ່າງອົງການສ້າງນິຕິກຳສອງປະເທດ ຈະປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງຂອບເຂດການພົວພັນລວມ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມ ຄັ້ງນີ້ ຈະເຮັດໃຫ້ການພົວພັນລັດຖະສະພາຢ່າງເລິກເຊິ່ງກວ່າ ແລະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງສະພາແຫ່ງຊາດສອງປະເທດ.
ນັກຂ່າວ: ຕວກກີ ມີທີ່ຕັ້ງພູມສາດດ້ານການເມືອງຍຸດທະສາດ, ແມ່ນຂົວຕໍ່ລະຫວ່າງອາຊີ ແລະເອີລົບ, ພ້ອມທັງແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ ຕາເວັນອອກກາງ. ຕາມທ່ານເອກອັກຄະລັດຖະທູດ, ໃນຂອບເຂດການໄປປະຕິບັດງານຄັ້ງນີ້, ບັນດາຂົງເຂດບຸລິມະສິດໃດທີ່ສອງຝ່າຍຄວນສຸມໃສ່ຊຸກຍູ້?
ທ່ານ Korhan Kemik ເອກອັກຄະລັດຖະທູດ ຕວກກີ ປະຈໍາ ຫວຽດນາມ: ທີ່ຕັ້ງຢູ່ສາມແຍກລະຫວ່າງອາຊີ ແລະເອີລົບ ຂອງຕວກກີ ບໍ່ພຽງແຕ່ມີຄວາມໝາຍດ້ານພູມສາດເທົ່ານັ້ນ ຫາກຍັງມີທ່າໄດ້ປຽບຍຸດທະສາດ, ສ້າງຫຼາຍກາລະໂອກາດຮ່ວມມືແທດຈິງໃຫ້ບັນດາຄູ່ຮ່ວມມືຄືຫວຽດນາມ.
ຕວກກີ ສາມາດສວມບົດບາດແມ່ນປະຕູຊ່ວຍໃຫ້ຫວຽດນາມ ເປີດກວ້າງເຂົ້າເຖິງບັນດາພາກພື້ນອ້ອມຂ້າງ, ກໍ່ຄືຫຼາຍຕະຫຼາດ ແລະຄູ່ຮ່ວມມືແຕກຕ່າງກັນ.
ແມ່ນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ຕວກກີ ແລະຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ. ສອງຝ່າຍສາມາດບຸລິມະສິດຊຸກຍູ້ບັນດາຂົງເຂດໃໝ່, ມີລັກສະນະບຸກທະລຸຄືເຕັກໂນໂລຢີກ້າວໜ້າ, ຫັນປ່ຽນດີຈີຕອນ, ປ່ຽນແປງໃໝ່ປະດິດສ້າງ ແລະຜະລິດເຕັກໂນໂລຢີສູງ.
ຄຽງຂ້າງກັນນັ້ນ, ການຮ່ວມມືກ່ຽວກັບພື້ນຖານໂຄງລ່າງ, ໂລຈິດສະຕິກ ແລະການເຊື່ອມຕໍ່ ກໍ່ມີຄວາມສາມາດບົ່ມຊ້ອນ, ປະກອບສ່ວນສ້າງຕ່ອງໂສ້ການສະໜອງຢ່າງມີໄຫວພິບ ແລະຍືນຍົງກວ່າ.
ໃນສະພາບການທັງສອງປະເທດລ້ວນແຕ່ຍູ້ແຮງວິທະຍາສາດ-ເຕັກໂນໂລຢີ, ການເພີ່ມທະວີການຮ່ວມມືໃນການຄົ້ນຄວ້າວິທະຍາສາດ, ລະບົບນິເວດປ່ຽນແປງໃໝ່ປະດິດສ້າງ ແລະບັນດາຂະແໜງເຕັກໂນໂລຢີອີງໃສ່ເຕັກໂນໂລຢີຄວນໄດ້ຮັບການບຸລິມະສິດ. ພ້ອມທັງ, ການພົບປະແລກປ່ຽນການສຶກສາ ແລະວັດທະນະທຳ ກໍ່ແມ່ນຊ່ອງສຳຄັນ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະຊຸກຍູ້ການຮ່ວມມືຍາວນານ.
ສຸດທ້າຍ, ເລື່ອງພ້ອມກັນເຊີດຊູລັດທິຫຼາຍຝ່າຍສ້າງພື້ນຖານໝັ້ນແກ່ນເພື່ອໃຫ້ສອງປະເທດເພີ່ມທະວີການສົມທົບໃນບັນຫາພາກພື້ນ ແລະທົ່ວໂລກ. ສອງຝ່າຍອາດສາມາດສືບຕໍ່ຊອກຫາກາລະໂອກາດເພື່ອປະສານງານຫຼັກໝັ້ນ ແລະຊຸກຍູ້ການຮ່ວມມືຢູ່ທີ່ບັນດາເວທີປາໄສສາກົນ.
    |
 |
|
ທ່ານ Korhan Kemik ເອກອັກຄະລັດຖະທູດ ຕວກກີ ປະຈໍາ ຫວຽດນາມ. ພາບ: ສະຖານທູດຕວກກີ ປະຈຳ ຫວຽດນາມ. |
ເພາະສະນັ້ນ, ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນກົງກັບໄລຍະເວລາ, ເປີດກາລະໂອກາດສະດວກເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.
IPU ປີນີ້ໄດ້ຈັດຕັ້ງຢູ່ ຕວກກີ ພາຍໃຕ້ຫົວຂໍ້ “ຫຼໍ່ລ້ຽງຄວາມຫວັງ, ຮັກສາສັນຕິພາບ ແລະປົກປ້ອງຍຸຕິທຳໃຫ້ຮຸ່ນອະນາຄົດ”. ທ່ານເອກອັກຄະລັດຖະທູດ ມີຄວາມຫວັງໃດແດ່ຕໍ່ກັບການສົມທົບລະຫວ່າງຫວຽດນາມ ແລະຕວກກີ ໃນການປະກອບສ່ວນໃຫ້ແກ່ສັນຕິພາບ ແລະການພັດທະນາພາກພື້ນ, ທົ່ວໂລກໃນສະພາບການປະຈຸບັນ.
ຫົວຂໍ້ຂອງກອງປະຊຸມປີນີ້ມີລັດສະນະສະຖານະການ. ໂລກພວມປະເຊີນໜ້າກັບການຜັນແປຫຼາຍຢ່າງ, ການປະທະກັນແກ່ຍາວ, ຂາດຄວາມໄວ້ເນື້ອເຊື່ອໃຈ ແລະບັນດາວິກິດການນັບມື້ນັບສັບສົນ. ໃນສະພາບການດັ່ງກ່າວ, ບົດບາດຂອງບັນດາລັດຖະສະພາ ໃນການຊຸກຍູ້ສັນຕິພາບນັບມື້ນັບມີຄວາມສຳຄັນ.
ທັງຕວກກີ ແລະຫວຽດນາມ ລ້ວນແຕ່ຢຶດໝັ້ນສະໜັບສະໜູນລັດທິຫຼາຍຝ່າຍ, ພ້ອມທັງແບ່ງປັນຄຳໝັ້ນສັນຍາຢ່າງແຂງແຮງຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ຕວກກີ ຍາມໃດກໍ່ເຊີດຊູການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະພວມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ໃນນັ້ນມີບົດບາດເປັນກາງໃນການໄກເກ່ຍ.
ສຳລັບຫວຽດນາມ ໄດ້ສະແດງອອກໃຫ້ເຫັນວິທີການເຂົ້າເຖິງຢ່າງສະເໝີຕົ້ນສະເໝີປາຍ ແລະມີລັກສະນະກໍ່ສ້າງໃນເວທີສາກົນຜ່ານການເປັນປະເທດເຈົ້າພາບຈັດຕັ້ງພິທີເຊັນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບອາຊະຍາກຳທາງອິນເຕີແນັດ ກໍ່ຄືເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າບັນດາຂໍ້ລິເລີ່ມສາກົນທີ່ກ່ຽວຂ້ອງເຖິງສັນຕິພາບ.
ບົນພື້ນຖານບັນດາຄຸນຄ່າລວມດັ່ງກ່າວ, ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການສົມທົບ, ບໍ່ພຽງແຕ່ໃນຂອບເຂດ IPU ເທົ່ານັ້ນ ຫາກຍັງຢູ່ທີ່ບັນດາເວທີປາໄສຫຼາຍຝ່າຍອື່ນໆ, ເພື່ອແນໃສ່ຊຸກຍູ້ສັນຕິພາບ, ໜູນຊ່ວຍພັດທະນາແບບຍືນຍົງ ແລະພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ.
ນັກຂ່າວ: ຫວຽດນາມ ແລະຕວກກີ ກຳລັງໜູນຊ່ວຍກັນໃນໄລຍະເວລາປະສົບກັບຄວາມຫຍຸ້ງຍາກ, ຄືພາຍຫຼັງເກີດເຫດແຜ່ນດິນໄຫວ ໃນປີ 2023 ຢູ່ຕວກກີ. ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ ແລະການໄປປະຕິບັດງານຄັ້ງນີ້ ຈະປະກອບສ່ວນປັບປຸງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຄືແນວໃດ?
ທ່ານ Korhan Kemik ເອກອັກຄະລັດຖະທູດ ຕວກກີ ປະຈໍາ ຫວຽດນາມ: ຈິດໃຈສາມັກຄີ ເຊິ່ງຫວຽດນາມ ສະຫງວນໃຫ້ ຕວກກີ ພາຍຫຼັງເກີດເຫດແຜ່ນດິນໄຫວ ໃນປີ 2023 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບປະຊາຊົນປະເທດ ອາຊີ ຕາເວັນຕົກ. ບັນດາພຶດຕິກຳນີ້ໄດ້ເລີ່ມຈາກອາລົມຈິດຈິງໃຈລືນຂອບເຂດຮ່ວມມືທາງການ, ສ່ອງແສງພື້ນຖານສະໜິດຕິດພັນລະຫວ່າງຄົນກັບຄົນ ໃນການພົວພັນສອງປະເທດ. ດ້ວຍຈິດໃຈດັ່ງກ່າວ, ຕວກກີ ກໍ່ໄດ້ມານະພະຍາຍາມໜູນຊ່ວຍຫວຽດນາມ ພາຍຫຼັງເກີດພາຍຸ Yagi, ສະແດງອອກໃຫ້ເຫັນລັກສະນະໜູນຊ່ວຍກັນຂອງການພົວພັນນີ້.
ການພົວພັນພົບປະແລກປ່ຽນປະຊາຊົນ ແມ່ນໜຶ່ງໃນບັນດາເສົາຄ້ຳຍືນຍົງທີ່ສຸດຂອງການພົວພັນສອງຝ່າຍ. ບັນດາການເຄື່ອນໄຫວແລກປ່ຽນການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະການດຳເນີນທຸລະກິດປະກອບສ່ວນສ້າງການເຊື່ອມຕໍ່ອັນຍາວນານລະຫວ່າງສອງຊາດ. ບັນດາການພົບປະແລກປ່ຽນນີ້ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນສອງປະເທດຫຍັບເຂົ້າໃກ້ກັນກວ່າເທົ່ານັ້ນ ຫາກຍັງປັບປຸງຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະເຈດຕະນາດີຢູ່ທຸກລະດັບອີກດ້ວຍ.
ບັນດາການຢ້ຽມຢາມຂັ້ນສູງຄືຄັ້ງນີ້ຍິ່ງສວມບົດບາດສຳຄັນໃນການສືບຕໍ່ຫຼໍ່ລ້ຽງຄວາມສະໜິດຕິດພັນດັ່ງກ່າວ; ຊ່ວຍຍົກສູງລະດັບການຮັບຮູ້, ຊຸກຍູ້ການພົບປະແລກປ່ຽນຢ່າງກວ້າງຂວາງກວ່າລະຫວ່າງສອງຝ່າຍ ແລະຢືນຢັນນ້ຳໃຈມິດຕະພາບອັນໝັ້ນແກ່ນລະຫວ່າງສອງຊາດ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມ ຕວກກີ ຂອງທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ຈະສ້າງຄວາມປະທັບໃຈອັນດີງາມ ແລະຫວັງວ່າ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຢູ່ ຕວກກີ.
ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ແສງເດືອນ