ໃນກະແສນັ້ນ, ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ນຳມາໃຫ້ກອງປະຊຸມໃຫຍ່ IPU-152 ບໍ່ພຽງແຕ່ແມ່ນທັດສະນະຂອງປະເທດພວມພັດທະນາຢ່າງຂະຫຍັນຂັນເຄື່ອນເທົ່ານັ້ນ ຫາກຍັງແມ່ນວິໄສທັດໄລຍະຍາວຂອງໂລກແຫ່ງສັນຕິພາບ, ຍຸດຕິທຳ ແລະຍືນຍົງ.

ຈຸດນັດພົບແຫ່ງສັນຕິພາບ ແລະຄວາມຫວັງ

ນະຄອນ Istanbul ມີຄວາມຟົດຟື້ນ, ຄຶກຄື້ນເປັນພິເສດໃນຊຸມມື້ດໍາເນີນກອງປະຊຸມໃຫຍ່ IPU-152 ເນື່ອງຈາກວ່າມີສະມາຊິກລັດຖະສະພາຫຼາຍພັນຄົນເຂົ້າຮ່ວມ, ໃນນັ້ນມີ ປະທານສະພາແຫ່ງຊາດ 60 ກວ່າທ່ານ, ຮອງປະທານສະພາແຫ່ງຊາດ 40 ທ່ານ ແລະ ຜູ້ຕາງໜ້າຂອງລັດຖະສະພາສະມາຊິກ IPU ກວ່າ 110 ທ່ານ. ບໍ່ແມ່ນເລື່ອງບັງເອີນທີ່ Istanbul ຖືກເລືອກໃຫ້ເປັນສະຖານທີ່ຈັດຕັ້ງກອງປະຊຸມໃຫຍ່ IPU-152, ເຊິ່ງສ່ອງແສງໃຫ້ເຫັນຄວາມໝາຍຍຸດທະສາດ, ການທູດ ແລະສັນຍາລັກທີ່ເປັນຫຼາຍຊັ້ນຫຼາຍຫຼືບ.

ດ້ວຍຫົວຂໍ້ “ຫຼໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະປົກປ້ອງຄວາມຍຸຕິທໍາໃຫ້ແກ່ຄົນຮຸ່ນຫຼັງ” ຂອງກອງປະຊຸມໃຫຍ່ IPU-152 ບໍ່ແມ່ນຄໍາຂວັນທີ່ເປັນທາງການແຕ່ໄດ້ສ່ອງແສງຖືກກັບແຮງກົດດັນຕົວຈິງຂອງໂລກໃນປະຈຸບັນ, ຄ້າຍຄືກັບເນື້ອໃນທີ່ໄດ້ປຶກສາຫາລືຢູ່ສະຫະປະຊາຊາດ. “ຫຼໍ່ລ້ຽງຄວາມຫວັງ” ແມ່ນຄວາມຮຽກຮ້ອງຕ້ອງການເພື່ອຟື້ນຟູຄວາມເຊື່ອໝັ້ນໃນສະພາບການຂາດສະຖຽນລະພາບເພີ່ມຂຶ້ນ ແລະລະບອບລະບຽບການຫຼາຍຝ່າຍປະສົບກັບສິ່ງທ້າທາຍຫຼາຍຢ່າງ. “ຮັບປະກັນສັນຕິພາບ” ໄດ້ເນັ້ນໜັກເຖິງການຫັນປ່ຽນຈາກການຖະແຫຼງການໄປເປັນການກະທຳ, ຖືກົດໝາຍສາກົນເປັນພື້ນຖານເພື່ອຮັກສາສະຖຽນລະພາບ. “ປົກປ້ອງຄວາມຍຸຕິທໍາໃຫ້ແກ່ຄົນຮຸ່ນຫຼັງ” ແມ່ນເປີດກວ້າງຄວາມຮັບຜິດຊອບໃນປະຈຸບັນໄປສູ່ອະນາຄົດ, ຈາກການພັດທະນາແບບຍືນຍົງໄປສູ່ການຮັດແຄບການຂາດຄວາມສະເໝີພາບ ແລະການຄວບຄຸມຄວາມສ່ຽງທົ່ວໂລກ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມໃຫຍ່ IPU-152 ຢູ່ Istanbul. ພາບ: qdnd.vn

ໃນກອງປະຊຸມໃຫຍ່ IPU-152 ຢູ່ Istanbul, ໄດ້ເຫັນການປຶກສາຫາລືທີ່ເຂັ້ມຂຸ້ນຫຼາຍຮອບນັບແຕ່ວາລະປຶກສາຫາລືລວມຈົນເຖິງຄະນະກຳມາທິການຫົວເລື່ອງສະເພາະ, ການພົບປະສອງຝ່າຍໂດຍມີການນຳຂັ້ນສູງ ແລະຜູ້ຕາງໜ້າຂອງລັດຖະສະພາສະມາຊິກ 110 ກວ່າປະເທດ, ສາມາດເຫັນໄດ້ວ່າ, ຄວາມເປັນຈິງທີ່ພົ້ນເດັ່ນໄດ້ວາງອອກແມ່ນ: ບ່ອນທີ່ບັນດາປະເທດ, ເຖິງວ່າຈະມີຄວາມແຕກຕ່າງກັນກ່ຽວກັບລະບອບການເມືອງ ຫຼື ລະດັບການພັດທະນາ, ກໍ່ລ້ວນແຕ່ພວມຮັບມືກັບສິ່ງທ້າທາຍມີລັກສະນະທົ່ວໂລກ, ຄື: ການປະທະກັນ ແລະຈຸດເຄັ່ງຮ້ອນດ້ານຄວາມໝັ້ນຄົງທີ່ແກ່ຍາວ, ຄວາມເຊື່ອໝັ້ນຕໍ່ລັດທິຫຼາຍຝ່າຍຫຼຸດໜ້ອຍຖອຍລົງ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງທາງໄຊເບີ ແລະການເພີ່ມຂຶ້ນຂອງການຂາດຄວາມສະເໝີພາບໃນການພັດທະນາ... ສິ່ງທ້າທາຍເຫຼົ່ານີ້ຮຽກຮ້ອງຕ້ອງໃຊ້ວິທີການກ້າວຂ້າມຊາຍແດນແຫ່ງຊາດ ແລະຊຸກຍູ້ການກະທໍາລວມຢູ່ລະດັບຫຼາຍຝ່າຍ; ສ່ອງແສງໃຫ້ເຫັນເຖິງຄວາມຈຳເປັນຕ້ອງຫັນການເຈລະຈາເປັນມາດຕະການ ແລະຄໍາໝັ້ນສັນຍາການກະທຳລະອຽດຕໍ່ບັນຫາລວມຂອງມວນມະນຸດ.

ວິໄສທັດສະເໝີຕົ້ນສະເໝີປາຍເພື່ອໂລກທີ່ຍຸຕິທໍາ ແລະຍືນຍົງ

ໃນກະແສນັ້ນ, ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ IPU-152 ດ້ວຍຄວາມເຊື່ອໝັ້ນຕົນເອງ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບ. ຄວາມຄ້າຍຄືກັນລະຫວ່າງຫົວຂໍ້ຂອງກອງປະຊຸມໃຫຍ່ IPU-152 ກັບບຸລິມະສິດຂອງຫວຽດນາມ ບໍ່ແມ່ນເລື່ອງບັງເອີນ, ແຕ່ໄດ້ສ່ອງແສງໃຫ້ເຫັນຈຸດຄົບກັນແບບທໍາມະຊາດກ່ຽວກັບຜົນປະໂຫຍດ ແລະວິໄສທັດພັດທະນາ.

ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ IPU-152, ທ່ານ ເຈິ່ນແທັງເໝິນ ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ແຖວໜ້າຂອງປະຊາຄົມສາກົນໃນປະຈຸບັນກ່ຽວກັບການປັບປຸງສັນຕິພາບ, ຄວາມໝັ້ນຄົງ, ລະບົບກົດໝາຍສາກົນ, ການສ້າງສາຄືນໃໝ່ພາຍຫຼັງການປະທະກັນ, ຕ້ານລັດທິປົກປ້ອງ, ຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງທາງໄຊເບີ. ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມຂອງ ກອງປະຊຸມໃຫຍ່ IPU-152, ທ່ານ ເຈິ່ນແທັງເໝິນ ຮຽກຮ້ອງໃຫ້ບັນດາສະມາຊິກເພີ່ມທະວີການເຈລະຈາ, ສ້າງຄວາມເຊື່ອໄວ້ເນື້ອເຊື່ອໃຈ, ເຊີດຊູລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ; ພ້ອມທັງຊຸກຍູ້ການຮ່ວມມືທີ່ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອແກ້ໄຂສິ່ງທ້າທາຍໃນທົ່ວໂລກ. ທ່ານປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ບັນດາລັດຖະສະພາໃນໂລກເສີມຂະຫຍາຍບົດບາດໃນການສ້າງກອບນິຕິກໍາໃຫ້ສົມບູນແບບ, ຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາສາກົນ, ເປັນຕົ້ນແມ່ນຄໍາໝັ້ນສັນຍາກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການບໍ່ແຜ່ຂະຫຍາຍອາວຸດທຳລາຍລ້າງຜານ.

ສານເຫຼົ່ານີ້ຂອງທ່ານປະທານສະພາແຫ່ງຊາດ ໄດ້ຮັບສຽງຕົບມືຢ່າງແຮງຈາກບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ IPU-152. ບໍ່ພຽງແຕ່ຕອບສະໜອງຄວາມເປັນຫ່ວງເປັນໄຍ ແລະຮີບດ່ວນຂອງປະຊາຄົມສາກົນໃນປະຈຸບັນເທົ່ານັ້ນ, ແຕ່ຍັງເປັນການສົມທົບກັນຢ່າງກົມກຽວລະຫວ່າງວິໄສທັດຍຸດທະສາດ ແລະບົດຮຽນພຶດຕິກຳຕົວຈິງຂອງຫວຽດນາມ ໃນຂະບວນການພັດທະນາ.

ຈາກປະເທດທີ່ຖືກທຳລາຍຈາກສົງຄາມ, ຫວຽດນາມ ເຂົ້າໃຈກວ່າໃຜໝົດກ່ຽວກັບຄຸນຄ່າຂອງສັນຕິພາບ; ໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ມີພື້ນຖານຢ່າງພຽງພໍເພື່ອແບ່ງປັນບົດຮຽນໃນການພັດທະນາແບບກວມລວມ, ຖືມະນຸດເປັນໃຈກາງ. ສັນຕິພາບສໍາລັບຫວຽດນາມແລ້ວ ບໍ່ພຽງແຕ່ແມ່ນການຢຸດຕິຂອງສຽງປືນແຕກເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດຮຳບາດ, ການກໍ່ສ້າງ ແລະມຸ່ງໄປເຖິງອະນາຄົດ. ບົນພື້ນຖານນັ້ນ, ຫວຽດນາມ ກາຍເປັນໜຶ່ງໃນຈຳນວນບໍ່ເທົ່າໃດປະເທດໃນໂລກທີ່ສ້າງຕັ້ງການພົວພັນທາງການທູດກັບ 195/195 ປະເທດສະມາຊິກສະຫະປະຊາຊາດ; ສ້າງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ ຫຼືຫຼາຍກວ່າເກົ່າກັບ 40 ປະເທດ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 5 ປະເທດທີ່ເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ເມື່ອຫວນຄືນໄລຍະທາງນັບແຕ່ເຂົ້າຮ່ວມ IPU ປີ 1979 ຈົນຮອດຂີດໝາຍກອງປະຊຸມໃຫຍ່ IPU-132 ຢູ່ຮ່າໂນ້ຍ ໃນປີ 2015, ແລະມື້ນີ້ກອງປະຊຸມໃຫຍ່ IPU-152, ສາມາດເຫັນໄດ້ຢ່າງຈະແຈ້ງກ່ຽວກັບທິດທາງທີ່ລຸລ່ວງ, ຄື: ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ, ແຕ່ນັບມື້ນັບເປັນເຈົ້າການປະກອບສ່ວນ, ນໍາພາ ແລະສ້າງສັນ. ໃນທ່າມກາງບັນຍາກາດອັນຟົດຟື້ນຂອງລັດຖະສະພາສາກົນທີ່ນະຄອນ Istanbul, ສານຫວຽດນາມ ໄດ້ສະແດງອອກຢ່າງຈະແຈ້ງວ່າ: ຢຶດໝັ້ນກັບສັນຕິພາບ, ສະເໝີຕົ້ນສະເໝີປາຍກັບກົດໝາຍສາກົນ ແລະພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈເພື່ອອະນາຄົດແບບຍືນຍົງຂອງຄົນຮຸ່ນຫຼັງ.

ໂດຍ: ເຈິ່ນຮວ່ຽນ