ສິ້ນສຸດການປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ສາມາດຍົກໃຫ້ເຫັນໝາກຜົນພົ້ນເດັ່ນຂອງກອງປະຊຸມໃຫຍ່ IPU-152, ຂີດໝາຍ ແລະການປະກອບສ່ວນຢ່າງແທດຈິງຂອງຄະນະຫວຽດນາມ ທີ່ເວທີປາໄສຄັ້ງນີ້?

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ: ກອງປະຊຸມໃຫຍ່ IPU-152 ບັນລຸໄດ້ໝາກຜົນສຳຄັນ, ດ້ວຍການເຂົ້າຮ່ວມຂອງການນໍາລັດຖະສະພາບັນດາປະເທດເປັນຈຳນວນຫຼວງຫຼາຍ ແລະຜູ້ຕາງໜ້າຂອງຫຼາຍອົງການສາກົນ, ໃນສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ. ດ້ວຍຫົວຂໍ້ “ຫຼໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະປົກປ້ອງຄວາມຍຸຕິທໍາໃຫ້ແກ່ຄົນຮຸ່ນຫຼັງ”, ກອງປະຊຸມໃຫຍ່ໄດ້ສືບຕໍ່ຢືນຢັນວ່າ IPU ແມ່ນຂອບເຂດສໍາຄັນ ເພື່ອໃຫ້ລັດຖະສະພາເພີ່ມທະວີການເຈລະຈາ, ຊຸກຍູ້ຄວາມເຫັນດີເຫັນພ້ອມ ແລະການຮ່ວມມື ເພື່ອແນໃສ່ປັບປຸງສັນຕິພາບ, ເຄົາລົບກົດໝາຍ ແລະລັດທິຫຼາຍຝ່າຍ. ຄະນະຫວຽດນາມ ແມ່ນທ່ານ ເຈິ່ນແທັງເໝິນ ໄດ້ນໍາໜ້າເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະປະກອບສ່ວນຢ່າງແທດຈິງເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມໃຫຍ່. ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານປະທານສະພາແຫ່ງຊາດ ໄດ້ຍົກອອກ 3 ຂໍ້ສະເໜີ ເພື່ອຍົກລະດັບຍຸດທະສາດໃນການຮ່ວມມືລະຫວ່າງລັດຖະສະພາ, ລວມມີ: ຊຸກຍູ້ການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ; ສ້າງກອບນິຕິກໍາ ແລະຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາສາກົນ; ຮັບປະກັນການປະຕິບັດກົດໝາຍຢ່າງຍຸຕິທຳ ແລະສະເໝີພາບ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ. ພາບ: qdnd.vn

ກໍ່ທີ່ກອງປະຊຸມໃຫຍ່ IPU-152 ຄັ້ງນີ້, ຕາມກົນໄກໝູນວຽນ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານກຸ່ມອາຊຽນ+3 ຢູ່ກອງປະຊຸມໃຫຍ່ IPU-153 ທີ່ຈະມາເຖິງ. ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມກ່ຽວກັບການຍົກສູງກໍາລັງຄວາມສາມາດຮັບມື ແລະເປັນເຈົ້າຕົນເອງ ດ້ານຍຸດທະສາດຂອງພື້ນຖານເສດຖະກິດ, ເນັ້ນໜັກເຖິງບົດບາດຂອງລັດຖະສະພາໃນການສ້າງກອບນິຕິກໍາໃຫ້ສົມບູນແບບ, ໜູນຊ່ວຍວິສາຫະກິດ ແລະຖືປະຊາຊົນເປັນໃຈກາງ.

ຄຽງຂ້າງນັ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ມີການພົບປະສອງຝ່າຍກັບການນຳລັດຖະສະພາບັນດາປະເທດ, ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ບັນດາຄູ່ຮ່ວມມືໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ຫວຽດນາມ ແລະປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍເວົ້າລວມ ແລະກັບສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ.

ນັກຂ່າວ: ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດຢູ່ ອີຕາລີ ແລະຕວັກກີ ບັນລຸໄດ້ຜົນງານພົ້ນເດັ່ນໃດແດ່, ຂໍຮຽນທ່ານຮອງລັດຖະມົນຕີ?

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ: ພ້ອມກັບການເຄື່ອນໄຫວຢູ່ IPU, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ສືບຕໍ່ຫັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການເພີ່ມທະວີ ແລະເຮັດໃຫ້ການພົວພັນກັບຄູ່ຮ່ວມມືສຳຄັນ, ໃນນັ້ນມີບັນດາປະເທດເອີລົບ ແລະພາກພື້ນຕາເວັນອອກກາງເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນສ້າງສະພາບແວດລ້ອມການພົວພັນຕ່າງປະເທດທີ່ສະດວກ ແລະຍາດແຍ່ງເອົາການສະໜັບສະໜູນຈາກເພື່ອນມິດສາກົນ ແລະແຫຼ່ງກຳລັງພາຍນອກ ເພື່ອຫັນເປົ້າໝາຍການພັດທະນາຂອງປະເທດໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ. ບາງໝາກຜົນພົ້ນເດັ່ນສາມາດສະຫຼຸບໄດ້ດັ່ງນີ້:

ທີໜຶ່ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເພີ່ມຂຶ້ນ. ການຢ້ຽມຢາມໄດ້ສ້າງບາດກ້າວໃໝ່ຢ່າງຈະແຈ້ງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດໃນໄລຍະຈະມາເຖິງ. ການນຳລັດ, ສະພາແຫ່ງຊາດ, ທ້ອງຖິ່ນສອງປະເທດລ້ວນແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດຕໍ່ການຢ້ຽມຢາມ. ສິ່ງທີ່ໜ້າເອົາໃຈໃສ່, ອີຕາລີ ໄດ້ຢືນຢັນຄືນໃໝ່ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຮ່ວມເດີນທາງ, ສະໜັບສະໜູນຫວຽດນາມ ໃນການເພີ່ມທະວີການພົວພັນກັບສະຫະພາບເອີລົບ; ໃນຂະນະທີ່ ຕວັກກີ ກໍ່ສະແດງຄວາມປາດຖະໜາຢາກຍົກລະດັບການພົວພັນສອງຝ່າຍ, ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີ-ປາຊີຟິກ.

ທີສອງ, ເສດຖະກິດ, ການຄ້າ, ການລົງທຶນຖືວ່າເປັນຈຸດສຸມຂອງການປະຕິບັດງານຄັ້ງນີ້, ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງກ່ຽວກັບ "ຄຸນນະພາບ". ອີຕາລີ ໄດ້ເຫັນດີເປັນເອກະພາບວ່າສອງຝ່າຍຄວນໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໃຫ້ດີກວ່າອີກ, ຜ່ານນັ້ນເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ-ອີຢູ. ອີຕາລີ ສືບຕໍ່ສະໜັບສະໜູນ, ຊຸກຍູ້ບັນດາປະເທດອີຢູ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ແລະຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງຫວຽດນາມ. ສໍາລັບ ຕວັກກີ, ສອງຝ່າຍໄດ້ເຫັນດີຊຸກຍູ້ການເປີດກວ້າງຂະໜາດການຄ້າຕາມທິດດຸ່ນດ່ຽງກວ່າ, ຄົ້ນຄວ້າຄວາມສາມາດເລີ່ມເຈລະຈາກ່ຽວກັບສັນຍາການຄ້າເສລີ, ຜ່ານນັ້ນຂຸດຄົ້ນການໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດ ແລະຕຳແໜ່ງປະຕູຂອງແຕ່ລະປະເທດຢູ່ພາກພື້ນຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການໄດ້ດໍາເນີນການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບຂົງເຂດການຮ່ວມມື.

ທີສາມ, ການໄປປະຕິບັດງານໄດ້ສ້າງພະລັງແຮງໃໝ່ເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ, ວັດທະນະທໍາ ແລະການພົບປະແລກປ່ຽນປະຊາຊົນ; ພ້ອມທັງເປີດກວ້າງໄປສູ່ຂົງເຂດໃໝ່, ຄື: ນະວັດຕະກໍາ, ປັນຍາປະດິດ, ການຫັນປ່ຽນສີຂຽວ ແລະການຫັນປ່ຽນພະລັງງານ.

ນັກຂ່າວ: ຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືຈະໃຫ້ບຸລິມະສິດຜັນຂະຫຍາຍມາດຕະການຈຸດສຸມໃດແດ່ໃນໄລຍະຈະມາເຖິງ ເພື່ອເພີ່ມທະວີການພົວພັນສອງຝ່າຍ?

ທ່ານ ດັ້ງຮວ່າງຢາງ: ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ ແລະອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບຄູ່ຮ່ວມມື ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເສີມຂະຫຍາຍປະສິດທິຜົນກົນໄກຮ່ວມມືທີ່ມີຢູ່ແລ້ວ; ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາ. ບັນດາຝ່າຍຍັງຈະສືບຕໍ່ເພີ່ມທະວີການສົມທົບກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ຜ່ານນັ້ນປະກອບສ່ວນນໍາການພົວພັນລະຫວ່າງຫວຽດນາມ ກັບຄູ່ຮ່ວມມືໃຫ້ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນ ແລະຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນບັນດາຝ່າຍ, ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມ.

ໂດຍ: ເຈິ່ນຮວ່ຽນ