ຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໄດ້ເນັ້ນໜັກວ່າ ຈິດໃຈຕ້ອງປ່ຽນແປງໃໝ່ວິທີການນຳພາຢ່າງແຂງແຮງ, ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີວຽກງານການເມືອງ, ແນວຄິດ, ກວດກາ, ຕິດຕາມກວດກາ ແລະຈັດຕັ້ງປະຕິບັດ ເພື່ອໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ເຂົ້າສູ່ການດຳລົງຊີວິດຕົວຈິງໂດຍໄວ.
ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ກໍານົດວິໄສທັດປະຫວັດສາດ. ຫາງສຽງ ແລະປະຊາຊົນ ພວມມີຄວາມສົນໃຈວ່າເຮັດແນວໃດ ເພື່ອໃຫ້ບັນດາລັດຖະນະໂຍບາຍໃຫຍ່ ໄດ້ເຂົ້າສູ່ການດຳລົງຊີວິດຕົວຈິງໂດຍໄວ. ສະຫາຍໄດ້ເນັ້ນໜັກຫຼາຍເທື່ອເຖິງຄວາມຮຽກຮ້ອງຕ້ອງສະກັດກັ້ນການຊັກຊ້າ ແລະຫັນປ່ຽນຢ່າງແຂງແຮງຈາກການ “ເວົ້າ” ໄປສູ່ການ “ເຮັດ” ແລະ “ເຮັດຢ່າງມີປະສິດທິຜົນ”. ຂໍສະຫາຍໃຫ້ຮູ້ຈະແຈ້ງກ່ຽວກັບຈິນຕະນາການຂອງການກະທຳໃນສະພາບການປະຈຸບັນ?
ສະຫາຍ ໂຕເລິມ: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ເຕົ້າໂຮມເອົາສະຕິປັນຍາ, ເຈດຈຳນົງ ແລະຄວາມຄາດຫວັງບືນຕົວຂຶ້ນຂອງທົ່ວປວງ ຊົນທັງຊາດ; ຄຸນຄ່າຂອງມະຕິ ໄດ້ຢືນຢັນຢ່າງຄົບຖ້ວນກໍ່ຕໍ່ເມື່ອໄດ້ຈັດຕັ້ງປະຕິບັດດ້ວຍພຶດຕິກຳຢ່າງຂ້ຽວຂາດ, ຄົບຊຸດ ແລະມີປະສິດທິຜົນ. ພຶດຕິກຳຕົວຈິງຂອງການ ປະຕິວັດຫວຽດນາມ ໄດ້ສະແດງອອກໃຫ້ເຫັນວ່າທຸກຜົນງານຂອງປະເທດ ລ້ວນແຕ່ຕິດພັນກັບບັນດາໄລຍະ ເຊິ່ງແຜນນະໂຍບາຍທີ່ຖືກຕ້ອງນັ້ນໄດ້ຫັນປ່ຽນເປັນໝາກຜົນລະອຽດ, ໃນນັ້ນຂັ້ນຕອນການຈັດຕັ້ງປະຕິບັດມີບົດບາດຫຼັກແຫຼ່ງແກ່ນສານ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ. ພາບ: qdnd.vn |
ພວກເຮົາຮັບຮູ້ຢ່າງກົງໄປກົງມາວ່າ ຂໍ້ຕິດຂັດໃຫຍ່ທີ່ສຸດໃນປະຈຸບັນແມ່ນບໍ່ຢູ່ນຳການຂາດແນວທາງ, ແຕ່ຢູ່ນຳກຳລັງຄວາມສາມາດຫັນແນວທາງໃຫ້ກາຍເປັນການພັດທະ ນາຢ່າງລະອຽດ. ປະສິດທິພາບ, ປະສິດທິຜົນຂອງການບໍລິຫານປະເທດ, ລະບຽບວິໄນ, ລະບອບລະບຽບການບໍລິຫານ ແລະຄຸນນະພາບການຈັດຕັ້ງປະຕິບັດນະໂຍບາຍໃນບາງຂົງເຂດແມ່ນບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພັດທະນາປະເທດ. ເພາະສະນັ້ນ, ເນື້ອໃນຈິດໃຈທີ່ໂລ່ງລຽນຂອງອາຍຸການນີ້ຕ້ອງຫັນລັດຖະນະໂຍບາຍໃຫ້ປະກົດຜົນເປັນຈິງ; ເວົ້າຕ້ອງເຮັດ, ເຮັດເລີຍ, ເຮັດໃຫ້ຖືກ, ເຮັດຢ່າງເດັດດ່ຽວຂ້ຽວຂາດ, ເຮັດໃຫ້ເຖິງ ແລະເຮັດໃຫ້ມີປະສິດທິຜົນ.
ໄລຍະ 5-10 ປີຈະມາເຖິງນີ້ມີຄວາມໝາຍຕັດສິນຕໍ່ກັບບັນດາເປົ້າໝາຍຍຸດທະສາດຂອງ ພັກ ແລະປະເທດ. ຖ້າວ່າພວກເຮົາ ເສຍເວລາໄປພຽງແຕ່ຊ່ວງໄລຍະເວລາສັ້ນໆ ຍ້ອນຄວາມລັ່ງເລ, ຫຼົບຫຼີກ, ເຮັດວຽກຕາມແບບເກົ່າ ຫຼືລໍຄອຍ, ບ່າຍບ່ຽງຄວາມຮັບຜິດຊອບນັ້ນ, ສິ່ງທີ່ເຮົາຕ້ອງຈ່າຍຢ່າງໜ້ອຍສຸດແມ່ນສູນເສຍກາລະໂອກາດພັດທະນາຂອງທົ່ວປວງຊົນທັງຊາດ.
ເພາະສະນັ້ນ, ຄໍາສັ່ງກະທໍາໃນໄລຍະນີ້ແມ່ນຕ້ອງຫັນປ່ຽນຢ່າງແຂງແຮງຈາກການ “ຮັບຮູ້ຢ່າງຖືກຕ້ອງ” ໄປສູ່ການ “ຜັນຂະຫຍາຍຢ່າງມີປະສິດທິຜົນ”, ຈາກການ “ວາງແຜນນະໂຍບາຍ” ໄປສູ່ “ການສ້າງຜະລິດຕະພັນ ແລະໝາກຜົນຕົວຈິງ. ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ, ພະນັກງານ, ສະມາຊິກພັກແຕ່ລະຄົນ, ໂດຍສະເພາະແມ່ນຜູ້ນຳ, ຕ້ອງເປັນແບບຢ່າງນຳໜ້າ, ເຮັດວຽກຈົນສຸດຄວາມສາມາດຂອງຕົນ, ເຮັດໃຫ້ເກີດດອກອອກຜົນແທດຈິງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນັບແຕ່ຊຸມວັນຕົ້ນອາຍຸການ.
ນັກຂ່າວ: ຂໍສະຫາຍເລຂາທິການໃຫຍ່, ປະທານປະເທດ, ໃນອາຍຸການນີ້, ການປະຕິຮູບວິທີການຈັດຕັ້ງປະຕິບັດໄດ້ວາງອອກຄືແນວໃດ ເພື່ອຫັນຈາກການຄຸ້ມຄອງດ້ວຍຄຳສັ່ງບໍລິຫານ ໄປສູ່ການບໍລິຫານຕາມໝາກຜົນ, ເພື່ອລົບລ້າງສິ່ງກີດຂວາງຢູ່ທຸກຂອດຂອງການຈັດຕັ້ງປະຕິບັດ?
ສະຫາຍ ໂຕເລີມ: ກອງປະຊຸມໃຫຍ່ ຄັ້ງທີ XIV ກໍານົດວ່າ ລະບອບລະບຽບການແມ່ນ “ການບຸກທະລຸຂອງການບຸກທະລຸ”, ຕ້ອງນຳໜ້າໄປເປີດທາງກ່ອນ. ລະບອບລະບຽບການບໍ່ພຽງແຕ່ແມ່ນເຄື່ອງມືບໍລິຫານລັດ ເທົ່ານັ້ນ ຫາກຍັງຕ້ອງກາຍເປັນກຳລັງແຮງໃນການພັດທະນາ, ປົດປ່ອຍກຳລັງແຮງການຜະລິດ, ຂຸດຄົ້ນແຫຼ່ງກຳລັງທາງສັງຄົມ ແລະສ້າງສະພາບແວດລ້ອມສະດວກໃຫ້ນະວັດຕະກຳ. ຢາກລົບລ້າງສິ່ງທີ່ກີດຂວາງ, ກ່ອນອື່ນໝົດຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະວິທີການຈັດຕັ້ງປະຕິບັດ.
ທີໜຶ່ງ, ຕ້ອງດໍາເນີນການກວດກາຄືນ, ປັບປຸງລະບົບກົດໝາຍ, ກົນໄກ, ຂັ້ນຕອນ, ລະບອບລະບຽບການເພື່ອແກ້ໄຂສິ່ງທີ່ກີດຂວາງ. ດ້ວຍຈິດໃຈທີ່ວ່າ ຕິດຂັດຢູ່ຂັ້ນໃດ, ຂັ້ນນັ້ນຕ້ອງເປັນເຈົ້າການປັບປຸງ, ແກ້ໄຂ, ບໍ່ລໍຄອຍ, ບໍ່ບ່າຍບ່ຽງຄວາມຮັບຜິດຊອບ. ຕ້ອງຫັນປ່ຽນຢ່າງແຂງແຮງຈາກຈິນຕະນາການຄຸ້ມຄອງໄປສູ່ການສ້າງສັນພັດທະນາ ແລະຮັບໃຊ້.
ທີສອງ, ຕ້ອງປ່ຽນຕົວຊີ້ວັດການປະເມີນຜົນ. ບໍ່ສາມາດເອົາຄວາມໜາຂອງບົດລາຍງານ ຫຼືຈຳນວນກອງປະຊຸມມາເປັນບ່ອນອີງຕົ້ນຕໍ ເພື່ອປະເມີນລະດັບຄວາມສຳເລັດຂອງການປະຕິບັດໜ້າທີ່. ການປະເມີນອົງການຈັດຕັ້ງໜຶ່ງ, ພະນັກງານຄົນໜຶ່ງ ຕ້ອງເບິ່ງຜະລິດຕະພັນພັດທະນາລະອຽດ, ເບິ່ງຄວາມຄືບໜ້າຂອງການປະຕິບັດໜ້າທີ່ວຽກງານ, ປະສິດທິຜົນທາງສັງຄົມ, ຄວາມເພິ່ງພໍໃຈຂອງປະຊາຊົນ ແລະວິສາຫະກິດ. ແຜນການປະຕິບັດທຸກຢ່າງຕ້ອງວັດແທກດ້ວຍປະລິມານ ແລະມີຂັ້ນຕອນຊັດເຈນ.
ທີສາມ, ຕ້ອງສືບຕໍ່ບູລະນະກົງຈັກການຈັດຕັ້ງຕາມທິດມີປະສິດທິຜົນ, ປະສິດທິພາບ, ຕິດພັນກັບການປ່ຽນແປງໃໝ່ວິທີການນຳພາຂອງພັກ. ເລື່ອງສູນກາງພັກ ຕັດສິນຍົກ ຍ້າຍສະຖານີໂທລະພາບຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ສຳນັກຂ່າວສານຫວຽດນາມ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ, ສະພາມະຫາ ບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຈາກອົງການຂຶ້ນກັບລັດຖະບານ ໄປເປັນອົງການໂດຍຄະນະບໍລິຫານງານສູນກາງພັກ ຄຸ້ມຄອງ; ພ້ອມທັງຮັບເອົາບັນດາອົງຄະນະພັກຂອງ 5 ອົງການຈັດຕັ້ງນີ້ຈາກຄະນະພັກລັດຖະບານ ໄປຂຶ້ນກັບຄະນະພັກບັນດາອົງການພັກສູນກາງ ຄຸ້ມຄອງ, ນັ້ນແມ່ນບາດກ້າວບູລະນະອົງການຈັດຕັ້ງທີ່ມີຄວາມສຳຄັນທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນການສັບຊ້ອນອົງການຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນການປັບປຸງວິທີການນຳພາ ເພື່ອເພີ່ມທະວີການຊີ້ນຳໂດຍກົງ, ເປັນປະຈຳຂອງສູນກາງ ຕໍ່ກັບບັນດາຂົງເຂດສຳຄັນພິເສດກ່ຽວກັບແນວຄິດ, ການສື່ສານ ແລະວິທະຍາສາດຍຸດທະສາດ.
ທີສີ່, ທຸກລາຍການ, ແຜນຮ່າງ, ໂຄງການໃຫຍ່ລ້ວນແຕ່ກຳນົດເປົ້າໝາຍ, ຄວາມຄືບໜ້າ, ຜູ້ຮັບຜິດຊອບ, ແຫຼ່ງກຳລັງຈັດຕັ້ງປະຕິບັດ ແລະກົນໄກກວດກາ, ຕິດຕາມກວດ ກາ. ຈັດຕັ້ງປະຕິບັດໄດ້ຄືແນວນັ້ນຈຶ່ງຢຸດຕິສະພາບການ “ເທິງຮ້ອນ, ລຸ່ມເຢັນ”, ຖືກໃຈ, ແຕ່ວ່າຂັດຂ້ອງຢູ່ຂອດຈັດຕັ້ງປະຕິບັດ”.
ນັກຂ່າວ: ຂໍສະຫາຍເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ສະຫາຍໄດ້ຍົກອອກໃຫ້ເຫັນການຈັດຕັ້ງປະຕິບັດມະຕິຕ້ອງຕິດພັນກັບການປ່ຽນແປງໃໝ່ວິທີການນຳ ພາຂອງພັກ, ໃນນັ້ນປັດໄຈບຸກຄະລາກອນ ແລະວຽກງານການເມືອງ, ແນວຄິດມີບົດບາດສຳຄັນເປັນພິເສດ. ດັ່ງນັ້ນ, ປະຈຸບັນຄວາມຮຽກຮ້ອງຕ້ອງການຫຼັກທີ່ວາງອອກໃນປັດຈຸບັນແມ່ນຫຍັງ, ຂໍຮຽນສະຫາຍ?
ສະຫາຍ ໂຕເລີມ: ໃນໄລຍະໃໝ່, ການປ່ຽນແປງໃໝ່ວິທີການນຳພາຕ້ອງມຸ່ງໄປເຖິງການສ້າງພື້ນຖານບໍລິຫານແຫ່ງຊາດທັນສະໄໝ, ມີລະບຽບວິໄນ, ຈະແຈ້ງ, ມີປະສິດທິຜົນ ແລະຮັບໃຊ້ປະຊາຊົນ. ຢາກໄດ້ຄືແນວນັ້ນ, ປັດໄຈຕັດສິນຍັງຄົງແມ່ນບຸກຄະລາກອນ - ກ່ອນອື່ນໝົດແມ່ນຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຜູ້ເປັນຫົວໜ້າ. ປະຈຸບັນຄວາມຮຽກຮ້ອງວາງອອກບໍ່ພຽງແຕ່ມີຄຸນທາດ ແລະກຳລັງຄວາມສາມາດລວມເທົ່ານັ້ນ ຫາກຍັງຕ້ອງມີຄຸນທາດໃນການຈັດຕັ້ງປະຕິບັດ, ມີຈິນຕະນາການກະທຳທີ່ແທດຈິງ, ມີຄວາມສາມາດຈັດຕັ້ງປະຕິບັດວຽກງານຈົນເຖິງທີ່ສຸດ ແລະກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ.
ໄປຄຽງຄູ່ກັນນັ້ນ, ຕ້ອງຖືວຽກງານການເມືອງ, ແນວຄິດພາຍໃນພັກເປັນສຳຄັນພິເສດ. ກອງປະຊຸມສູນກາງພັກ ຄັ້ງທີ 2 ຜ່ານມາໄດ້ຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານການເມືອງ, ແນວຄິດພາຍໃນພັກ. ນີ້ແມ່ນເນື້ອໃນໃໝ່ອ່ຽມ, ມີຄວາມຈຳເປັນໃນໄລຍະປະຈຸບັນ, ຍ້ອນວ່າພວກເຮົາກຳລັງຜັນຂະຫຍາຍຫຼາຍແຜນນະໂຍບາຍໃນເວລາດຽວກັນ, ດຳເນີນການປະຕິຮູບ ແລະປ່ຽນແປງໃໝ່ຢ່າງແຂງແຮງ; ຖ້າວ່າບໍ່ສາມາດຮັກສາພື້ນຖານການເມືອງໄດ້, ບໍ່ສ້າງຄວາມເປັນເອກະພາບຢ່າງສູງໃນພັກ ແລະຄວາມເຫັນດີເຫັນພ້ອມໃນສັງຄົມໄດ້ນັ້ນ, ແຜນຍະໂຍບາຍຖືກຕ້ອງ ກໍ່ຍາກທີ່ຈະບັນລຸໄດ້ໝາກຜົນຕາມຄວາມປາດຖະໜາ.
ວຽກງານການເມືອງ, ແນວຄິດຕ້ອງໄປກ່ອນ, ເປີດທາງຢ່າງແທ້ຈິງ; ບໍ່ສາມາດເຮັດແບບຮູບການ ຫຼືຢຸດຕິຢູ່ຂອດຊາບຊຶມ, ຮ່ຳຮຽນມະຕິໃຫ້ຄົບຕາມຂໍ້ກຳນົດເທົ່ານັ້ນ. ສິ່ງສຳຄັນແມ່ນຕ້ອງຫັນຄວາມຮຽກຮ້ອງກ່ຽວກັບດ້ານການເມືອງ, ແນວຄິດໃຫ້ກາຍເປັນຄວາມຮັບຜິດຊອບຂອງແຕ່ລະຄະນະພັກ, ອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກແຕ່ລະຄົນ; ຮັກສາລະບຽບວິໄນໃນການປາກເວົ້າຢ່າງເຂັ້ມງວດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄຸນທາດການເມືອງ, ຍົກສູງລັກສະນະສູ້ຮົບ ແລະສ້າງກຳລັງແຮງເພື່ອໃຫ້ພະນັກງານກ້າຄິດ, ກ້າເຮັດ, ກ້າບຸກທະລຸເພື່ອຜົນປະໂຫຍດລວມ.
ສຳລັບຖັນແຖວພະນັກງານ, ຕ້ອງເດັດດ່ຽວຂ້ຽວຂາດແກ້ໄຂສະພາບການເປັນເສນາທິການເກັ່ງແຕ່ວ່າຈັດຕັ້ງປະຕິບັດອ່ອນ. ໃນການຈັດຕັ້ງປະຕິບັດ, ຕ້ອງຮັບປະກັນ “6 ຊັດເຈນ”: ຄົນຊັດເຈນ, ວຽກຊັດເຈນ, ເວລາຊັດເຈນ, ຄວາມຮັບຜິດຊອບຊັດເຈນ, ສິດອຳນາດຊັດເຈນ ແລະໝາກຜົນຊັດເຈນ. ບໍ່ປະໃຫ້ເກີດສະພາບການເອົາອັນລວມມາ ປິດປັງຄວາມຮັບຜິດຊອບຂອງສ່ວນຕົວ; ພ້ອມທັງຕ້ອງມີກົນໄກປົກປ້ອງຜູ້ທີ່ກ້າປ່ຽນແປງໃໝ່, ກ້າຮັບຜິດຊອບ. ພັກກຳອຳນາດຕ້ອງຊາບຊຶມທັດສະນະ “ປະຊາຊົນເປັນກົກ ເຄົ້າ”, ຖືຄວາມຜາສຸກ ແລະຄວາມເພິ່ງພໍໃຈຂອງປະຊາຊົນເປັນຕົວຊີ້ວັດປະສິດທິຜົນຂອງວຽກງານຂອງບັນດາອົງການຈັດຕັ້ງພັກ ແລະທົ່ວລະບົບການເມືອງ.
ນັກຂ່າວ: ເພື່ອຮັບປະກັນໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ແລະບັນດາມະຕິສະບັບໃໝ່ຂອງສູນກາງ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ, ວຽກງານກວດກາ, ຕິດຕາມກວດກາ ແລະວິໄນພັກ ຕ້ອງປ່ຽນແປງໃໝ່ຄືແນວໃດ, ຂໍຮຽນສະຫາຍເລຂາທິການໃຫຍ່, ປະທານປະເທດ?
ສະຫາຍ ໂຕເລິມ: ການກວດກາ, ຕິດຕາມກວດກາບໍ່ແມ່ນວຽກທີ່ເຮັດສຸດທ້າຍ, ຍິ່ງບໍ່ແມ່ນການແກ້ໄຂການກະທຳຜິດເມື່ອເກີດເຫດຂຶ້ນແລ້ວ. ນີ້ແມ່ນວິທີການນຳພາ ທີ່ມີຄວາມສຳຄັນທີ່ສຸດຂອງພັກ, ແມ່ນເຄື່ອງມືເພື່ອຄວບຄຸມສິດອຳນາດ, ຮັກສາລະບຽບວິໄນ, ຮັບປະກັນທຸກແຜນນະໂຍບາຍ, ມະຕິໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກທິດ.
ກ່ອນອື່ນໝົດ, ຕ້ອງຊາບຊຶມ ແລະຈັດຕັ້ງປະຕິບັດມະຕິໃໝ່ຂອງສູນກາງພັກ ກ່ຽວກັບການປ່ຽນແປງໃໝ່, ຍົກສູງຜົນສັກສິດຂອງວຽກງານກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນພັກ ເປັນຢ່າງດີ. ເລື່ອງສູນກາງພັກ ໄດ້ວາງມະຕິໃໝ່ໃນຂົງເຂດນີ້ໄດ້ສະແດງອອກໃຫ້ເຫັນຄວາມຮຽກຮ້ອງຂອງໄລຍະພັດທະນາໃນປະຈຸບັນແມ່ນສູງທີ່ສຸດ: ການພັດທະນາຢ່າງວ່ອງໄວຕ້ອງໄປຄຽງຄູ່ກັບການຈັດຕັ້ງປະຕິບັດລະບຽບວິໄນຢ່າງເຂັ້ມງວດ; ກົນໄກເປີດກວ້າງກວ່ານັ້ນການຄວບຄຸມສິດອຳນາດຕ້ອງເຄັ່ງຄັດກວ່າ; ການແບ່ງຂັ້ນ, ແບ່ງສິດອຳນາດຢ່າງແຂງແຮງກວ່ານັ້ນ, ຄວາມຮັບຜິດຊອບດ້ານການເມືອງຕ້ອງຊັດເຈນກວ່າ.
ທີສອງ, ຕ້ອງຫັນວຽກງານກວດກາ, ຕິດຕາມກວດກາຈາກການສະກັດກັ້ນແຕ່ຫົວທີ, ແຕ່ໄກ; ພົບເຫັນຄວາມສ່ຽງໃນຂັ້ນຕອນການເຄື່ອນໄຫວ, ບໍ່ປະໃຫ້ມີຂໍ້ຈຳກັດ, ຈຸດອ່ອນ ເກີດເປັນຄວາມຜິດພາດອັນໃຫຍ່ຫຼວງ. ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ, ໜ່ວຍພັກ, ສະມາຊິກພັກແຕ່ລະຄົນຕ້ອງກຳນົດວ່າ ນີ້ແມ່ນຄວາມຮັບຜິດຊອບທາງດ້ານ ການເມືອງຂອງຕົນ; ບໍ່ມອບວຽກໃຫ້ອົງການກວດກາຮັບຜິດຊອບໝົດເລີຍ. ການກວດກາຕ້ອງຕິດພັນກັບແຕ່ລະແຜນການກະທຳ, ແຕ່ລະໜ້າທີ່ຈຸດສຸມ, ແຕ່ລະໂຄງການ, ແຕ່ລະຄຳໝັ້ນສັນຍາຂອງຜູ້ເປັນຫົວໜ້າ.
ທີສາມ, ກົມການເມືອງ, ຄະນະເລຂາທິການ ໄດ້ສ້າງຕັ້ງຄະນະກວດກາ, ຕິດຕາມກວດກາ ໂດຍບັນດາສະຫາຍກໍາມະການກົມການເມືອງ, ຄະນະເລຂາທິການ ເປັນຫົວ ໜ້າຄະນະ ເພື່ອດຳເນີນການກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV, ບັນດາມະຕິ, ຄໍາສັ່ງຂອງສູນກາງ ຢູ່ອົງການຈັດຕັ້ງພັກ ທີ່ຂຶ້ນກັບສູນກາງທັງໝົດ, ໃນນັ້ນມີບັນດາຄະນະພັກຢູ່ສູນກາງ, ບັນດາຄະນະພັກແຂວງ, ຄະນະພັກນະຄອນ. ດ້ວຍເນື້ອໃນຈິດໃຈແມ່ນທັງກວດກາ, ຕິດຕາມກວດກາ, ທັງກະຕຸກຊຸກຍູ້, ແກ້ ໄຂຄວາມຫຍຸ້ງຍາກ, ທັງພົບເຫັນວິທີການເຮັດໃໝ່ ເພື່ອທະວີຄູນ, ບໍ່ແມ່ນເຮັດຕາມແບບຮູບການ, ພໍແລ້ວມືເທົ່ານັ້ນ.
ສຳລັບຂ້າພະເຈົ້າ ກໍ່ໄດ້ເຮັດວຽກ, ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍກັບຄະນະພັກການທະຫານສູນກາງ, ກັບຄະນະພັກຕຳຫຼວດສູນກາງໂດຍກົງ; ພ້ອມທັງເປັນຫົວໜ້າຄະນະກວດກາ, ຕິດຕາມກວດກາຄະນະປະຈຳຄະນະພັກສະພາແຫ່ງຊາດ ແລະຄະນະປະຈຳຄະນະພັກນະຄອນຫຼວງຮ່າໂນ້ຍ. ສິ່ງເຫຼົ່ານັ້ນແມ່ນສະແດງອອກໃຫ້ເຫັນຄວາມຮຽກຮ້ອງເປັນແບບຢ່າງໃນການຊີ້ນຳນຳພາຢ່າງຈະແຈ້ງທີ່ສຸດ: ໄດ້ກຳນົດວ່າ ການກວດກາ, ຕິດຕາມກວດກາແມ່ນວິທີການນຳພາຂອງພັກ, ການນຳຂັ້ນສູງທຸກຂັ້ນຕ້ອງເຮັດໂດຍກົງ, ຮັບຟັງໂດຍກົງ, ກວດກາໂດຍກົງ, ຊີ້ນຳໂດຍກົງ ແລະຮັບຜິດຊອບໂດຍກົງກ່ຽວກັບໝາກຜົນ.
ເປົ້າໝາຍສຸດທ້າຍແມ່ນເຮັດໃຫ້ທົ່ວລະບົບໄດ້ເຄື່ອນໄຫວຢ່າງມີລະບຽບວິໄນກວ່າ, ຈະແຈ້ງກວ່າ, ຂ້ຽວຂາດກວ່າ ແລະມີປະສິດທິຜົນກວ່າ. ຈັດຕັ້ງປະຕິບັດລະບຽບວິໄນເພື່ອໃຫ້ມີການກະທຳທີ່ດີກວ່າ; ຕິດຕາມກວດກາເພື່ອໝາກຜົນທີ່ຊັດເຈນກວ່າ; ກວດກາຕ້ອງປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ແລະບັນດາມະຕິຂອງສູນກາງໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເປັນເອກະພາບ, ມີປ ສິດທິຜົນໃນທົ່ວພັກ.
ນັກຂ່າວ: ປີ 2026 ແມ່ນປີທຳອິດທີ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XII. ສະຫາຍເລຂາທິ ການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ມີຄຳແນະນຳຫຍັງແດ່ຕໍ່ພະນັກງານ, ນັກຮົບໃນກອງທັບປະຊາຊົນຫວຽດນາມ?
ສະຫາຍ ໂຕເລິມ: ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ແມ່ນກຳລັງນຳໜ້າ, ເປັນແບບຢ່າງ, ເວົ້າໄປຄຽງຄູ່ກັບການກະທຳ. ໃນໄລຍະພັດທະນາໃໝ່ຂອງປະເທດ, ກອງທັບ ຍິ່ງຕ້ອງເສີມຂະຫຍາຍມູນເຊື້ອນັ້ນໃຫ້ດີກວ່າ, ຕ້ອງເປັນແບບຢ່າງກ່ຽວກັບຄຸນທາດການເມືອງ, ຈິດໃຈກະທຳ, ມີລະບຽບວິໄນ, ປະຕິບັດວຽກງານຢ່າງມີປະສິດທິຜົນ ແລະມີຄຸນນະພາບໃນການຈັດຕັ້ງປະຕິບັດມະຕິ.
ກ່ອນອື່ນໝົດ, ທົ່ວກອງທັບຕ້ອງຊາບຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ມະຕິກອງປະຊຸມໃຫຍ່ ອົງຄະນະພັກກອງທັບ ຄັ້ງທີ XII ແລະບັນດາລາຍການກະທໍາ ຂອງຄະນະພັກການທະຫານສູນກາງ; ແຕ່ວ່າການຊາບຊຶມບໍ່ໄດ້ຢຸດຢູ່ທີ່ຄວາມຮັບຮູ້ເທົ່ານັ້ນ ຫາກຍັງຕ້ອງຫັນໄປເປັນວຽກເຮັດລະອຽດຢູແຕ່ລະຂັ້ນ, ແຕ່ລະຂະແໜງການ, ແຕ່ລະກົມກອງ, ແຕ່ລະຕຳແໜ່ງ. ແຕ່ລະຄະນະພັກ, ອົງການຈັດຕັ້ງພັກ, ຜູ້ບັນຊາ, ຫົວໜ້າການເມືອງຕ້ອງກຳນົດວຽກທີ່ຕ້ອງເຮັດໃນທັນທີ, ວຽກໃດແມ່ນຂອດບຸກທະລຸ, ໃຜຮັບຜິດຊອບ ແລະກວດກາດ້ວຍວິທີໃດ.
ທົ່ວກອງທັບຕ້ອງຖືເປັນສຳຄັນພິເສດສຳລັບວຽກງານການເມືອງ, ແນວຄິດ, ກໍ່ສ້າງອົງຄະນະພັກກອງທັບ ໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນຢ່າງແທ້ຈິງ; ຮັກສາ ແລະເພີ່ມທະວີການນຳພາຢ່າງຂ້ຽວຂາດ, ໂດຍກົງກ່ຽວກັບທຸກດ້ານຂອງພັກ ຕໍ່ກັບກອງທັບ; ຮັກສາຄຸນທາດທະຫານລຸງໂຮ່; ກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ ເພື່ອເປັນພື້ນຖານຍົກສູງຄຸນນະພາບສັງລວມ, ກຳລັງແຮງການສູ້ຮົບ, ຄວາມສາມາດກຽມພ້ອມສູ້ຮົບ, ຄຸ້ມຄອງລະບຽບວິໄນ, ສ້າງເປັນກຳລັງຫຼວງ, ຍູ້ແຮງການຫັນປ່ຽນດີຈີຕອນ ແລະກ້າວໄປເຖິງການຫັນເປັນທັນສະໄໝ.
ຂ້າພະເຈົ້າ ໃສ່ໃຈເປັນພິເສດຕໍ່ບົດບາດເປັນແບບຢ່າງຂອງຖັນແຖວພະນັກງານ. ພະນັກງານດຳລົງຕຳແໜ່ງຍິ່ງສູງ ຍິ່ງຕ້ອງເປັນແບບຢ່າງກ່ຽວກັບແບບແຜນການປະຕິບັດໜ້າທີ່ວຽກງານ, ສະຕິໃນການຈັດຕັ້ງປະຕິບັດລະບຽບວິໄນ, ຈິດໃຈກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເວົ້າໄປຄຽງຄູ່ກັບການກະທຳ. ພະນັກງານແຕ່ລະຄົນຕ້ອງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ ເພື່ອຜົນປະໂຫຍດລວມ; ຕ້ອງໄດ້ຮັບການບຳລຸງສ້າງຢ່າງຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບໃນສະພາບການໃໝ່. ພ້ອມທັງເພີ່ມທະວີການກວດກາ, ຕິດຕາມກວດກາ, ຮັກສາລະບຽບວິໄນຢ່າງເຂັ້ມງວດ; ຮັບປະກັນທຸກແຜນນະໂຍບາຍ, ມະຕິໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ.
ຜົນການຈັດຕັ້ງປະຕິບັດມະຕິໃນກອງທັບ ຕ້ອງໄດ້ວັດແທກດ້ວຍການຫັນປ່ຽນຢ່າງແທ້ຈິງໃນການຝຶກແອບ-ຫັດແອບ, ກຽມພ້ອມສູ້ຮົບ, ສ້າງກົມກອງ, ປະຕິບັດລະບຽບວິໄນ ແລະຄວາມໄວ້ວາງໃຈຂອງປະຊາຊົນຕໍ່ກັບກອງທັບ. ຕັດສິນໃຈຢ່າງສູງຕ້ອງຫັນເປັນໝາກຜົນຢ່າງຊັດເຈນ; ການກະທຳຕ້ອງໜັກແໜ້ນ, ຖືກຕ້ອງ ແລະມີປະສິດທິຜົນ. ກອງທັບຕ້ອງສືບຕໍ່ແມ່ນກຳລັງນໍາໜ້າໃນການກະທຳ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດລະບຽບວິໄນ, ເວົ້າໄປຄຽງຄູ່ກັບການກະທຳ, “ຕັດສິນໃຈສິບເທົ່າ, ກະທຳຮ້ອຍເທົ່າ”, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ຈັດຕັ້ງມະຕິກອງປະຊຸມ ຄັ້ງທີ XIV ຂອງພັກ ຢ່າງມີໄຊ, ສ້າງສາ ແລະປົກປັກຮັກສາປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນສັງກາດພັດທະນາໃໝ່ໄວ້ຢ່າງໝັ້ນຄົງເຂັ້ມແຂງ.
ນັກຂ່າວ: ຂໍຂອບໃຈສະຫາຍເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ!
ໂດຍ: ແສງເດືອນ