ຕີລາຄາກ່ຽວກັບຄວາມໝາຍຂອງການໄປຢ້ຽມຢາມ, ທ່ານ ສຈ Qu Qiang ຖືວ່າ ປະຈຸບັນ ການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ໄດ້ກ້າວສູ່ໄລຍະພັດທະນາໃໝ່ດ້ວຍການພົບປະຂັ້ນສູງນັບມື້ນັບມີຫຼາຍ, ຄວາມເລິກຂອງການຮ່ວມມືນັບມື້ນັບເພີ່ມຂຶ້ນ ແລະຄຸນນະພາບການແລກປ່ຽນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຕາມທ່ານ, ນັບແຕ່ປີ 2022 ຈົນຮອດປະຈຸບັນ, ການນຳຂັ້ນສູງສອງຝ່າຍໄດ້ຈັດຕັ້ງການຢ້ຽມຢາມ ແລະພົບປະສອງຝ່າຍຢ່າງລຽນຕິດ. ສິ່ງນີ້ສ່ອງແສງໃຫ້ເຫັນສະພາບການພົວພັນ “ທັງແມ່ນສະຫາຍ, ທັງແມ່ນອ້າຍນ້ອງ” ລະຫວ່າງສອງພັກກອມມູນິດ ແລະສອງປະເທດໄດ້ຮັບການປັບປຸງດ້ານລະບອບລະບຽບການ, ພ້ອມທັງເປີດໄລຍະໃໝ່ໃຫ້ແກ່ການພົວພັນປະຫວັດສາດລະຫວ່າງສອງປະເທດ.
    |
 |
|
ທ່ານ ສຈ Qu Qiang ສັງກັດມະຫາວິທະຍາໄລຊົນເຜົ່າ ສູນກາງ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ |
ສຳລັບເນື້ອໃນຈຸດສຸມຂອງການຢ້ຽມຢາມຄັ້ງນີ້, ທ່ານ ສຈ Qu Qiang ເນັ້ນໜັກວ່າ ກ່ອນອື່ນໝົດແມ່ນການສືບຕໍ່ຜັນຂະຫຍາຍບັນດາຄວາມຮັບຮູ້ລວມ ແລະທິດທາງໃຫຍ່ ເຊິ່ງການນຳຂັ້ນສູງສອງປະເທດບັນລຸໄດ້, ພິເສດແມ່ນຄວາມຮຽກຮ້ອງ “6 ກວ່າ” ໃນການພົວພັນສອງຝ່າຍ, ຄື: ການຮ່ວມມືແທດຈິງກວ່າ, ມີຄວາມໝັ້ນຄົງຢ່າງໝັ້ນແກ່ນກວ່າ, ການສົບທົບກັນຢ່າງແໜ້ນແຟ້ນກວ່າ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ. ຕາມທ່ານ, ເລື່ອງຫັນບັນດາການກຳນົດທິດນີ້ໃຫ້ມີເນື້ອແທ້ບໍ່ພຽງແຕ່ດຳເນີນຢູ່ຂັ້ນການນຳຂັ້ນສູງເທົ່ານັ້ນ ຫາກຍັງຕ້ອງໄດ້ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງເຖິງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະບັນດາກົນໄກຮ່ວມມືປະຊາຊົນ.
ຄຽງຂ້າງກັນນັ້ນ, ການຮ່ວມມືເສດຖະກິດ ສືບຕໍ່ແມ່ນຈຸດສຸມແຖວໜ້າ. ທ່ານ ສຈ Qu Qiang ຖືວ່າ ເປົ້າໝາຍການເຕີບໂຕເສດຖະກິດສູງຂອງຫວຽດນາມ ໃນຊຸມປີຈະມາເຖິງ, ລວມທັງເປົ້າໝາຍເຕີບໂຕ GDP ແຕ່ 10% ຂຶ້ນໄປ ແລະບັນດາການກໍານົດທິດພັດທະນາ ເຖິງປີ 2030, ວາງອອກຄວາມຮຽກຮ້ອງໃຫຍ່ກ່ຽວກັບການເປີດກວ້າງການຮ່ວມມືເສດຖະກິດກັບ ຈີນ. ສອງຝ່າຍຄວນຊຸກຍູ້ການຄ້າສອງຝ່າຍ, ເພີ່ມທະວີການແລກປ່ຽນເຕັກໂນໂລຢີ, ພ້ອມທັງເລັ່ງບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຄື: ເສັ້ນທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ເຊື່ອມຕໍ່ກັບຕາໜ່າງເສັ້ນທາງລົດໄຟ ຈີນ, ກໍ່ຄືການຮ່ວມມືໃນຂົງເຂດໄຟຟ້າ ແລະພະລັງງານ.
ນອກຈາກນັ້ນ, ການຮ່ວມມືໃນຂອບເຂດ “ແລວທາງ, ເສັ້ນທາງ” ແລະພື້ນຖານການຮ່ວມມື ຈີນ - ອາຊຽນ ກໍ່ໄດ້ຮັບການຕີລາຄາແມ່ນແຮງຂັບເຄື່ອນສໍາຄັນ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ເສດຖະກິດພາກພື້ນ ແລະຕ່ອງໂສ້ການສະໜອງ. ໃນສະພາບການເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ, ຫວຽດນາມ ແລະ ຈີນ ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບມືກັບຜົນກະທົບຈາກພາຍນອກ, ພ້ອມທັງຊຸກຍູ້ການຫັນປ່ຽນຕ່ອງໂສ້ການສະໜອງ ແລະການຄ້າສາກົນຕາມທິດເປັນປົກກະຕິ ແລະຍືນຍົງກວ່າ.
ສຳລັບດ້ານການພົວພັນຕ່າງປະເທດ, ທ່ານ ສຈ Qu Qiang ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນປະເທດມີຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງເອກະລາດ, ເປັນເຈົ້າຕົນເອງ, ຖືຜົນປະໂຫຍດຂອງປະເທດແມ່ນຈຸດສຸມ. ໃນສະພາບການໂລກສັບສົນ, ການເພີ່ມທະວີການສົມທົບລະຫວ່າງສອງປະເທດໃນບັນຫາພາກພື້ນ ແລະທົ່ວໂລກ ຈະສືບຕໍ່ຊ່ວຍໃຫ້ແຕ່ລະຝ່າຍທັງຮັກສາຜົນປະໂຫຍດຂອງຕົນ, ທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມ.
ເຕື້ອງເຖິງຄວາມໝາຍຂອງການຮັກສາການຢ້ຽມຢາມຂັ້ນສູງເປັນປະຈຳລະຫວ່າງການນຳສອງພັກ, ສອງລັດ, ທ່ານ ສຈ Qu Qiang ຖືວ່າ ສິ່ງນີ້ບໍ່ພຽງແຕ່ຊ່ວຍກໍານົດທິດຍຸດທະສາດສຳລັບການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຄວບຄຸມຄວາມບໍ່ລົງລອຍກັນ ແລະຊຸກຍູ້ການຮ່ວມມືຢ່າງແທດຈິງ. ທ່ານ ເນັ້ນໜັກວ່າ ປະຈຸບັນ, ຫວຽດນາມ ແລະຈີນ ມີຄວາມຄ້າຍຄືກັນກ່ຽວກັບລະບອບການເມືອງ, ພ້ອມທັງແມ່ນປະຖົມປັດໄຈສຳຄັນໃນຕ່ອງໂສ້ການສະໜອງ ຈີນ-ອາຊຽນ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາຄວາມໝັ້ນຄົງໃນຕ່ອງໂສ້ການສະໜອງທົ່ວໂລກ.
ເຕື້ອງເຖິງຂໍ້ມູນດ້ານການຄ້າ, ທ່ານ ສຈ Qu Qiang ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ວົງເງິນການຄ້ານຳເຂົ້າ-ສົ່ງອອກຂອງ ຈີນ ມີການເຕີບໂຕລື່ນຄວາມຫວັງ, ໃນນັ້ນການນຳເຂົ້າເພີ່ມຂຶ້ນປະມານ 19% ແລະການສົ່ງອອກເພີ່ມຂຶ້ນປະມານ 20%. ຕາມທ່ານ, ໝາກຜົນນີ້ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມຂອງ ຈີນ ເທົ່ານັ້ນ ຫາກຍັງແມ່ນຜົນສຳເລັດຂອງການຮ່ວມມືກັບບັນດາຄູ່ຮ່ວມມືອາຊຽນ ຢ່າງແໜ້ນແຟ້ນ, ພິເສດແມ່ນຫວຽດນາມ. ພ້ອມກັນນັ້ນ, ເສດຖະກິດ ຫວຽດນາມ ກໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ.
ສຳລັບແງ່ມຸມພາກພື້ນ, ທ່ານ ສຈ Qu Qiang ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະຈີນ ໄດ້ສົມທົບກັນຢ່າງມີປະສິດທິຜົນໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວບຄຸມຄວາມບໍ່ລົງລອຍກັນ ແລະຮັກສາຄວາມໝັ້ນຄົງ. ສະນັ້ນ, ພາກພື້ນ ອາຊຽນ - ຈີນ ກາຍເປັນໜຶ່ງໃນຈໍານວນໜ້ອຍພາກພື້ນໃນໂລກ ທັງຮັກສາການເຕີບໂຕເສດຖະກິດສູງ, ທັງຮັກສາໄດ້ຄວາມໝັ້ນຄົງດ້ານການເມືອງ ແລະຄວາມສະຫງົບ.
ຕາມທ່ານ ສຈ Qu Qiang ແລ້ວ, ການຢ້ຽມຢາມ ຈີນ ຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃຫ້ເລິກເຊິ່ງກວ່າເກົ່າ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ທີ່ມີຄວາມໝາຍຍຸດທະສາດລະຫວ່າງສອງປະເທດ. ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງ, ການຮ່ວມມືແທດຈິງນັບມື້ນັບໄດ້ຮັບການເປີດກວ້າງ ແລະຄວາມສະໜິດຕິດພັນດ້ານຜົນປະໂຫຍດນັບມື້ນັບແໜ້ນແຟ້ນ, ການພົວພັນສອງຝ່າຍໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ພັດທະນາເປັນປົກກະຕິ, ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ກໍ່ຄືໃນໂລກ.
ໂດຍ: ແສງເດືອນ