ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດ ສປ ຈີນ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນລະຫວ່າງວັນທີ 14-17 ເມສາ ໄດ້ບໍ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນຖານະການນໍາສູງສຸດຂອງພັກ ແລະລັດຫວຽດນາມ, ເຊິ່ງດໍາເນີນພາຍຫຼັງ 1 ປີ ແຫ່ງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ (ໃນລະຫວ່າງວັນທີ 14-15 ເມສາ 2025), ພ້ອມທັງເປັນຄັ້ງທີສາມໃນໄລຍະເວລາສັ້ນບໍ່ຮອດສອງປີທີ່ການນໍາສູງສຸດສອງທ່ານຂອງສອງພັກ, ສອງລັດ ດຳເນີນການຢ້ຽມຢາມສອງຝ່າຍ.

ການຢ້ຽມຢາມຄັ້ງນີ້ມີຄວາມໝາຍພິເສດສາມຢ່າງ, ຄື:

ທີໜຶ່ງ, ການຢ້ຽມຢາມຄັ້ງນີ້ໄດ້ສ້າງຂີດໝາຍໃຫ້ແກ່ການເລີ່ມຕົ້ນໃໝ່ໃນການພົວພັນສອງຝ່າຍເມື່ອທັງສອງປະເທດລ້ວນແຕ່ກ້າວເຂົ້າສູ່ໄລຍະການພັດທະນາໃໝ່: ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃຫຍ່ພາຍຫຼັງຜົນສໍາເລັດອັນດີງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຈີນ ເລີ່ມຜັນຂະຫຍາຍການວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15. ເລື່ອງສອງຝ່າຍຈັດຕັ້ງການຢ້ຽມຢາມໂດຍໄວສະແດງໃຫ້ເຫັນເຖິງການຖືເປັນສໍາຄັນແຖວໜ້າ ແລະຄວາມຕັດສິນໃຈສູງຂອງສອງຝ່າຍໃນການພັດທະນາສາຍພົວພັນ "ທັງເປັນສະຫາຍ, ທັງເປັນອ້າຍນ້ອງ" ນັບມື້ນັບຍືນຍົງ, ມີສະຖຽນລະພາບ, ແທດຈິງກວ່າໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫງວຽນມິງຫວູ, ກຳມະການສູນກາງພັກ, ຮອງລັດຖະມົນຕີຜູ້ປະຈໍາກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ທີສອງ, ການຢ້ຽມຢາມຄັ້ງນີ້ແມ່ນໂອກາດທີ່ສຳຄັນ ເພື່ອຍົກລະດັບການຫຸ້ນສ່ວນຍຸດທະສາດ ແລະກຳນົດລະດັບສູງໃໝ່ໃຫ້ແກ່ສາຍພົວພັນລະຫວ່າງສອງພັກ, ສອງລັດ. ການນຳສູງສຸດຂອງສອງພັກ, ສອງລັດຈະຮ່ວມກັນກຳນົດທິດທາງໃໝ່, ການບຸກທະລຸໃໝ່ໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະການທ່ອງທ່ຽວ, ການຮ່ວມມືດ້ານລະບົບຕ່ອງໂສ້ສະໜອງ, ລະບົບຕ່ອງໂສ້ການຜະລິດ, ການສຶກສາ - ບໍາລຸງກໍ່ສ້າງ, ວິທະຍາສາດ - ເຕັກໂນໂລຊີ, ມານະພະຍາຍາມພ້ອມກັນຫັນເປົ້າໝາຍຄວາມຄາດຫວັງພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ.

ທີສາມ, ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ບັນດາມາດຕະການ ເພື່ອແກ້ໄຂບັນດາບັນຫາທີ່ມີຄວາມແຕກຕ່າງ, ຂໍ້ຕິດຂັດ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືຂັ້ນທ້ອງຖິ່ນ, ຈາກນັ້ນປະກອບສ່ວນເຂົ້າໃນການເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບມີສະຖຽນລະພາບ, ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ ແລະໃນໂລກ.

ອາດເຫັນວ່າ ສາຍພົວພັນທີ່ນັບມື້ນັບມີສະຖຽນລະພາບ, ມີປະສິດທິຜົນ ແລະແທດຈິງລະຫວ່າງສອງປະເທດຈະປະກອບສ່ວນເຂົ້າໃນການຫັນເປົ້າໝາຍການເຕີບໂຕ, ການພັດທະນາຂອງທັງຫວຽດນາມ ແລະຈີນ ໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະການພັດທະນາໃນສະພາບການໂລກ, ພາກພື້ນທີ່ຂາດສະຖຽນລະພາບ, ບໍ່ໝັ້ນຄົງໃນປະຈຸບັນ. ສະນັ້ນ, ການຢ້ຽມຢາມຄັ້ງນີ້ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະມີຄວາມໝາຍພິເສດ, ສ້າງຂີດໝາຍ, ສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາຄືແນວໃດ ກ່ຽວກັບຜົນງານທີ່ພົ້ນເດັ່ນໃນການພົວພັນຫວຽດນາມ-ຈີນ ໃນໄລຍະຜ່ານມາ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ໃນໄລຍະຜ່ານມາ, ການພົວພັນຫວຽດນາມ-ຈີນ ໄດ້ຮັກສາທ່າພັດທະນາຢ່າງຕັ້ງໜ້າ, ໂດຍມີຄວາມຄືບໜ້າທີ່ຊັດເຈນ, ຮອບດ້ານຫຼາຍຢ່າງຕາມການກໍານົດທິດ "ຫົກກວ່າ". ບາງຈຸດພົ້ນເດັ່ນ, ຄື:

ທີໜຶ່ງ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງຝ່າຍໄດ້ຮັບການປັບປຸງ ແລະເພີ່ມທະວີ, ສືບຕໍ່ເສີມຂະຫຍາຍບົດບາດກໍານົດທິດຍຸດທະສາດ, ນຳພາການພົວພັນສອງຝ່າຍໃຫ້ພັດທະນາໃນຫຼາຍຂົງເຂດ. ການນຳຂັ້ນສູງຂອງສອງພັກ, ສອງລັດ ໄດ້ຮັກສາການແລກປ່ຽນ, ການພົບປະເປັນປະຈຳດ້ວຍຫຼາຍຮູບແບບທີ່ມີໄຫວພິບ.

ທີ່ສອງ, ການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຂີດໝາຍ ແລະການຫັນປ່ຽນທີ່ແທດຈິງຫຼາຍຢ່າງ. ພົ້ນເດັ່ນແມ່ນຫວ່າງແລ້ວນີ້ ສອງຝ່າຍຫາກໍ່ຈັດກອງປະຊຸມຄັ້ງທຳອິດຂອງການເຈລະຈາຍຸດທະສາດ 3+3 ຂັ້ນລັດຖະມົນຕີຂອງກະຊວງການຕ່າງປະເທດ, ກະຊວງການປ້ອງກັນປະເທດ ແລະກະຊວງຕໍາຫຼວດ ໃນຂອບເຂດກອງປະຊຸມຄັ້ງທີ XVII ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ.

ທີສາມ, ການຮ່ວມມືທີ່ແທດຈິງໃນຂົງເຂດຕ່າງໆ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນໄດ້ຮັກສາທ່າພັດທະນາທີ່ເຂັ້ມແຂງ, ກາຍເປັນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ. ເປັນເວລາ 10 ປີຕິດຕໍ່ກັນທີ່ຫວຽດນາມ ຮັກສາຕໍາແໜ່ງເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ ແລະສອງປີຕິດຕໍ່ (2024, 2025) ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີສີ່ຂອງຈີນ ໃນທົ່ວໂລກ. ຈີນ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ເປັນເວລາຫຼາຍປີ. ໂຄງປະກອບການຄ້າສືບຕໍ່ໄດ້ຮັບການປັບປຸງດີຂຶ້ນ, ຜະລິດຕະພັນກະເສດ, ສິນໃນນ້ຳຫຼາຍປະເພດຂອງຫວຽດນາມ ນັບມື້ນັບເປີດກວ້າງຕະຫຼາດຢູ່ຈີນ.

ທີສີ່, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືໃນດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະການຮ່ວມມືໃນທ້ອງຖິ່ນໄດ້ດໍາເນີນຢ່າງມີຊີວິດຊີວາ. ໃນປີ 2025, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວຈີນ 5,28 ລ້ານເທື່ອຄົນ, ເພີ່ມຂຶ້ນ 41,3% ເມື່ອທຽບໃສ່ປີກ່ອນ ແລະໄດ້ອັນດັບທີໜຶ່ງກ່ຽວກັບນັກທ່ອງທ່ຽວສາກົນທັງໝົດທີ່ມາຢ້ຽມຢາມ, ທ່ອງທ່ຽວຢູ່ຫວຽດນາມ. ບັນດາອົງການຈັດຕັ້ງມິດຕະພາບປະຊາຊົນ, ອົງການຈັດຕັ້ງມະຫາຊົນຂອງທັງສອງຝ່າຍໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນ, ການພົບປະຢ່າງຕັ້ງໜ້າ.

ທີຫ້າ, ສອງຝ່າຍໄດ້ຮັກສາການສົມທົບກັນ, ການຮ່ວມມືທີ່ດີໃນກົນໄກຫຼາຍຝ່າຍ; ແບ່ງປັນທັດສະນະກ່ຽວກັບການສະໜັບສະໜູນລັດທິຫຼາຍຝ່າຍໂດຍຖືເອົາສະຫະປະຊາຊາດເປັນໃຈກາງ ແລະກົດໝາຍສາກົນເປັນພື້ນຖານ, ສະໜັບສະໜູນຂໍ້ລິເລີ່ມການພັດທະນາທີ່ສຳຄັນຂອງກັນແລະກັນ, ສະໜັບສະໜູນກັນເສີມຂະຫຍາຍບົດບາດຢ່າງຕັ້ງໜ້າຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ອາຊຽນ, ແມ່ນ້ຳຂອງ - ລ້ານຊ້າງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໃນໂລກ.

ທີຫົກ, ບັນຫາຊາຍແດນ, ຜືນແຜ່ນດິນ, ສະພາບການຢູ່ເຂດຊາຍແດນທາງບົກສ່ວນຫຼາຍແມ່ນໄດ້ຮັບການຮັກສາຢ່າງມີສະຖຽນລະພາບ, ບັນດາກົນໄກການແລກປ່ຽນ, ການເຈລະຈາ, ການຮ່ວມມືລະຫວ່າງສອງຝ່າຍກ່ຽວກັບບັນຫາຢູ່ທະເລໄດ້ຮັບການຮັກສາຢ່າງເປັນປະຈໍາ, ພ້ອມກັນເນັ້ນໜັກເຖິງຄວາມສຳຄັນຂອງການຄວບຄຸມ ແລະການແກ້ໄຂຄວາມບໍ່ເຫັນດີເຫັນພ້ອມຢ່າງເໝາະສົມ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມານີ້ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າເທົ່ານັ້ນ, ຫາກຍັງສວມບົດບາດສຳຄັນຕໍ່ສະຖຽນລະພາບ ແລະການພັດທະນາຂອງພາກພື້ນອີກດ້ວຍ. ນີ້ແມ່ນພື້ນຖານທີ່ໜັກແໜ້ນ ເພື່ອໃຫ້ສອງຝ່າຍສືບຕໍ່ນຳການພົວພັນສອງຝ່າຍໃຫ້ພັດທະນາຕາມທິດສະຖຽນລະພາບ, ປອດໃສ, ຍືນຍົງ ແລະຍາວນານໃນໄລຍະຈະມາເຖິງ; ພ້ອມທັງເປັນປະຖົມປັດໄຈເງື່ອນໝູນທີ່ສຳຄັນ ເພື່ອສ້າງບາດກ້າວບຸກທະລຸ, ນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃນລະດັບສູງໃໝ່, ດ້ວຍກໍາລັງໜູນ ແລະຂົງເຂດການຮ່ວມມືໃໝ່ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ