ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ສະເໜີທ່ານໃຫ້ຮູ້ກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ ມີຄວາມໝາຍຄືແນວໃດຕໍ່ເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ-ສ.ເກົາຫຼີ ໃນໄລຍະໃໝ່?

ທ່ານເອກອັກຄະລັດຖະທູດ ຫວູໂຮ່: ການຢ້ຽມຢາມໄດ້ດໍາເນີນໄປໃນສະພາບທີ່ການພົວພັນ ຫວຽດນາມ-ສ.ເກົາຫຼີ ພວມຢູ່ໃນໄລຍະເວລາພັດທະນາອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ພາຍຫຼັງໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022. ພິເສດ, ນີ້ກໍ່ແມ່ນຈຸດເວລາທີ່ຫວຽດນາມ ຫາກໍ່ບູລະນະ, ປັບປຸງຄະນະການນຳຂັ້ນສູງພາຍຫຼັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ເປີດໄລຍະພັດທະນາໃໝ່ດ້ວຍການກໍານົດທິດຍຸດທະສາດຍາວນານ.

ເລື່ອງທ່ານປະທານາທິບໍດີ ສ.ເກົາຫຼີ ເປັນແຂກຜູ້ທຳອິດທີ່ມາຢ້ຽມຢາມຫວຽດນາມ ໃນໄລຍະນີ້ແມ່ນມີຄວາມໝາຍດ້ານການເມືອງ ແລະເປັນສັນຍາລັກທີ່ມີຄວາມສຳຄັນທີ່ສຸດ, ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງ ສ.ເກົາຫຼີ ສໍາລັບຫວຽດນາມ, ພ້ອມທັງສ່ອງແສງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະການໃຫ້ບຸລິມະສິດຍຸດທະສາດໃນການພົວພັນສອງຝ່າຍ.

leftcenterrightdel
ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: Yonhap/ ສໍານັກຂ່າວສານຫວຽດນາມ

ໃນສະພາບການນັ້ນ, ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງ-ການທູດເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕໍ່ວິໄສທັດລະຫວ່າງສອງຝ່າຍໃນໄລຍະໃໝ່ອີກດ້ວຍ, ປະກອບສ່ວນສ້າງຂອບເຂດການຮ່ວມມືໄລຍະຍາວ. ນີ້ແມ່ນກາລະໂອກາດ ເພື່ອໃຫ້ສອງປະເທດຫັນຍຸດທະສາດພັດທະນາໃຫ້ຄົບຊຸດ, ນໍາການພົວພັນຫັນປ່ຽນຈາກລວງກວ້າງໄປສູ່ລວງເລິກ, ຈາກການຮ່ວມມືທີ່ເປັນມູນເຊື້ອໄປສູ່ການຮ່ວມມືຍຸດທະສາດໃນຂົງເຂດເຕັກໂນໂລຢີສູງ, ນະວັດຕະກໍາ ແລະຄວາມໝັ້ນຄົງດ້ານເສດຖະກິດ. ສາມາດສັງເຂບເນື້ອໃນຈິດໃຈຂອງໄລຍະໃໝ່ແມ່ນ: ຄວາມໄວ້ເນື້ອເຊື່ອໃຈສູງກວ່າ, ການຮ່ວມມືທີ່ເລິກເຊິ່ງກວ່າ ແລະຄວາມຜູກພັນທີ່ໝັ້ນຄົງກວ່າ.

ນັກຂ່າວ: ໃນສະພາບແວດລ້ອມດ້ານເສດຖະກິດ ແລະພູມສາດການເມືອງພາກພື້ນກໍາລັງມີການຜັນແປຢ່າງແຂງແຮງ, ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ໃນການຢ້ຽມຢາມຄັ້ງນີ້ ການນຳສອງປະເທດຈະສຸມໃສ່ບຸລິມະສິດຍຸດທະສາດໃດແດ່ ຫຼືຈະສ້າງກົນໄກລະອຽດໃດແດ່ ເພື່ອຍົກລະດັບການຮ່ວມມືດ້ານເສດຖະກິດສອງຝ່າຍ, ພິເສດໃນຂົງເຂດສຳຄັນ, ຄື: ການຫັນເປັນດີຈີຕອນ, ເຄິ່ງຊັກນຳໄຟຟ້າ, ພະລັງງານສະອາດ ແລະພື້ນຖານໂຄງລ່າງອັດສະລິຍະ?

ທ່ານເອກອັກຄະລັດຖະທູດ ຫວູໂຮ່: ໃນສະພາບແວດລ້ອມທີ່ພາກພື້ນ ແລະທົ່ວໂລກມີການຜັນແປຢ່າງແຂງແຮງ ແລະເລິກເຊິ່ງ, ຂ້າພະເຈົ້າຖືວ່າການນຳສອງປະເທດຈະສຸມໃສ່ 3 ທິດບຸລິມະສິດໃຫຍ່. ນັ້ນແມ່ນ: ທີໜຶ່ງ, ຍົກລະດັບການຮ່ວມມືດ້ານເສດຖະກິດຕາມທິດທີ່ມີຄຸນນະພາບ, ດຸ່ນດ່ຽງ ແລະຍືນຍົງກວ່າ, ດ້ວຍເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ໂດລາສະຫະລັດ ແລະມຸ່ງໄປເຖິງ 150 ຕື້ໂດລາສະຫະລັດ ໃນປີ 2030.

ທີສອງແມ່ນການຮ່ວມສໍາພັນຢ່າງເລິກເຊິ່ງກວ່າ ໃນລະບົບຕ່ອງໂສ້ສະໜອງຍຸດທະສາດ, ພິເສດແມ່ນໃນຂົງເຂດສໍາຄັນ, ຄື: ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີດີຈີຕອນ, ຂໍ້ມູນ, ຖ່ານ ແລະພະລັງງານສະອາດ.

ທີສາມແມ່ນການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງການລົງທຶນ-ນະວັດຕະກໍາ-ບໍາລຸງສ້າງຊັບພະຍາກອນມະນຸດ, ແນໃສ່ຍົກສູງຖານະບົດບາດຂອງຫວຽດນາມ ໃນລະບົບຕ່ອງໂສ້ຄຸນຄ່າ, ພ້ອມດຽວກັນນັ້ນກໍ່ສ້າງກາລະໂອກາດຮ່ວມມືໃໝ່ໃຫ້ວິສາຫະກິດ ສ.ເກົາຫຼີ...

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືດ້ານຊັບພະຍາກອນມະນຸດ ຈະສວມບົດບາດຄືແນວໃດໃນການຮັກສາກໍາລັງໜູນ ແລະການພັດທະນາແບບຍືນຍົງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນອະນາຄົດ?

ທ່ານເອກອັກຄະລັດຖະທູດ ຫວູໂຮ່: ການພົບປະແລກປ່ຽນປະຊາຊົນ ແມ່ນພື້ນຖານຍືນຍົງທີ່ສຸດຂອງການພົວພັນ ຫວຽດນາມ-ສ.ເກົາຫຼີ. ຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ປະມານ 350.000 ຄົນ ແລະຊາວ ສ.ເກົາຫຼີ ດຳລົງຊີວິດຢູ່ຫວຽດນາມ ກໍ່ມີຈຳນວນຫຼວງຫຼາຍ, ສອງປະເທດໄດ້ສ້າງຕັ້ງເຄືອຂ່າຍເຊື່ອມຕໍ່ສັງຄົມຢ່າງເລິກເຊິ່ງ ແລະແທດຈິງ.

ໃນໄລຍະໃໝ່, ເມື່ອການຮ່ວມມືຫັນໄປສູ່ຂົງເຂດເຕັກໂນໂລຢີສູງຢ່າງແຂງແຮງ, ປັດໄຈມະນຸດຈະກາຍເປັນສິ່ງຕັດສິນ. ສອງປະເທດຄວນຖືການຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ - ພິເສດໃນຂົງເຂດ, ຄື: AI, ເຄິ່ງຊັກນຳໄຟຟ້າ, ພະລັງງານ ແລະໂລຈິດສະຕິກ - ເປັນເສົາຄໍ້າຍຸດທະສາດ. ຄຽງຂ້າງນັ້ນ, ການຮ່ວມມືດ້ານວັດທະນະທໍາ ກໍ່ນັບມື້ນັບສວມບົດບາດສໍາຄັນເປັນ “ຂົວເຊື່ອມຕໍ່ທີ່ນີ້ມນວນ”, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຫັນອົກເຫັນໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ຜ່ານນັ້ນສ້າງພື້ນຖານສັງຄົມອັນໝັ້ນແກ່ນໃຫ້ແກ່ການພົວພັນພັດທະນາໃນໄລຍະຍາວ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ສະເໜີທ່ານໃຫ້ຮູ້ວ່າ ຫວຽດນາມ ແລະສ.ເກົາຫຼີ ສາມາດສົມທົບກັນຄືແນວໃດ ເພື່ອເສີມຂະຫຍາຍບົດບາດໃນໂຄງປະກອບພາກພື້ນ, ຄື: ອາຊຽນ ແລະຂໍ້ລິເລີ່ມມະຫາສະໝຸດອິນເດຍ-ປາຊີຟິກ?

ທ່ານເອກອັກຄະລັດຖະທູດ ຫວູໂຮ່: ຫວຽດນາມ ແລະສ.ເກົາຫຼີ ມີຫຼາຍຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດ ແລະວິໄສທັດເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາ.

ສອງປະເທດສາມາດເພີ່ມທະວີການສົມທົບກັນບົນພື້ນຖານເຄົາລົບບົດບາດໃຈກາງຂອງອາຊຽນ, ພ້ອມທັງຊຸກຍູ້ບັນດາຂໍ້ລິເລີ່ມທີ່ສອດຄ່ອງກັບວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ.

ລະອຽດ, ສອງຝ່າຍອາດຈະພ້ອມກັນຜັນຂະຫຍາຍໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ພະລັງງານສະອາດ ແລະລະບົບຕ່ອງໂສ້ສະໜອງແບບຍືນຍົງ; ພ້ອມທັງເພີ່ມທະວີການສົມທົບກັນຢູ່ກົນໄກ, ຄື: ອາຊຽນ+3, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະເວທີປາໄສພາກພື້ນອາຊຽນ (ARF). ສໍາຄັນກວ່າ, ຫວຽດນາມ ແລະສ.ເກົາຫຼີ ອາດຈະພ້ອມກັນປະກອບສ່ວນສ້າງໂຄງປະກອບພາກພື້ນແບບເປີດ, ກວມລວມ ແລະອີງໃສລະບຽບກົດໝາຍ, ຜ່ານນັ້ນບໍ່ພຽງແຕ່ຮັບໃຊ້ຜົນປະໂຫຍດຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສະຖຽນລະພາບ ແລະວັດທະນາຖາວອນລວມຂອງພາກພື້ນ.

ນັກຂ່າວ: ຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ