ນັບແຕ່ພາກເໜືອຈົນຮອດພາກໃຕ້, ນັບແຕ່ນະຄອນຈົນໄປຮອດເຂດຊົນນະບົດ, ນັບແຕ່ທົ່ງພຽງຈົນໄປຮອດເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະໝູ່ເກາະທະເລ, ໃນຈຳນວນ 34 ແຂວງ ແລະນະຄອນລ້ວນແຕ່ມີບັນຍາກາດຄຶກຄື້ນ ແລະເຕັມໄປດ້ວຍຄວາມເບີກບານມ່ວນຊື່ນພ້ອມທັງສະແດງອອກໃຫ້ເຫັນຄວາມຮັບຜິດຊອບສູງຂອງຜູ້ມີສິດເລືອກຕັ້ງໃນການປະຕິບັດສິດ ແລະພັນທະຂອງພົນລະເມືອງ. ຮູບພາບຜູ້ມີສິດເລືອກຕັ້ງຢືນລຽນແຖວ ເພື່ອລໍຖ້າປ່ອນບັດເລືອກຕັ້ງຢູ່ກວ່າ 72.000 ເຂດປ່ອນບັດເລືອກຕັ້ງ ໄດ້ສະແດງໃຫ້ເຫັນຄວາມໝາຍຂອງ “ວັນບຸນໃຫຍ່ຂອງຊາດ”, ສະແດງອອກໃຫ້ເຫັນສັນຍາລັກອັນມີຊີວິດຊີວາຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ພ້ອມກັບບັນຍາກາດຄຶກຄື້ນໃນວັນບຸນໃຫຍ່ຂອງປະເທດຊາດ, ໃນຕອນເຊົ້າວັນທີ 15 ມີນາ, ຜູ້ມີສິດເລືອກຕັ້ງນັບຫຼາຍລ້ານຄົນຢູ່ນະຄອນຫຼວງຮ່າໂນ້ຍ ໃນມືໄດ້ຖືບັດເລືອກຕັ້ງ ແລະໄປຍັງຈຸດປ່ອນບັດເລືອກຕັ້ງເພື່ອປະຕິບັດສິດ ແລະພັນທະຂອງຕົນ, ເລືອກເອົາສະມາຊິກຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະມີຈັນຍາບັນ ເພື່ອເປັນຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະສິດເປັນເຈົ້າຂອງຂອງປະຊາຊົນ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນ ຫຼຸງກູ ແນະນຳຜູ້ມີສິດເລືອກຕັ້ງຢູ່ຕາແສງຊາຍແດນ ຫຼຸງກູ, ແຂວງຕວຽນກວາງ ເຂົ້າຮ່ວມການປ່ອນບັດເລືອກຕັ້ງ. ພາບ: ຊວນຮຸ່ງ

ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ການປ່ອນບັດເລືອກຕັ້ງນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນໄປຢ່າງມີປະຊາທິປະໄຕ, ເຄັ່ງຄັດ ແລະຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ເຂດປ່ອນບັດໄດ້ຕົບແຕ່ງຢ່າງຈົບງາມ ແລະສົມກຽດດ້ວຍທຸງ, ດອກໄມ້, ປ້າຍຄຳຂວັນຕ່າງໆ. ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ອອກສະໝັກຮັບເລືອກຕັ້ງ ແລະລະບຽບການຂອງຫ້ອງປ່ອນບັດໄດ້ຕິດປະກາດຢ່າງຄົບຖ້ວນ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສາມາດຊອກຮູ້ຂໍ້ມູນກ່ອນການປະຕິບັດສິດເລືອກຕັ້ງ. ຄຽງຂ້າງນັ້ນ, ວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບ, ອະນາໄມສິ່ງແວດລ້ອມ ແລະການແນະນຳຜູ້ມີສິດເລືອກຕັ້ງ, ກຳລັງທີ່ກ່ຽວຂ້ອງ ແລະໜ່ວຍເລືອກຕັ້ງ ໄດ້ສົມທົບກັນ ຜັນຂະຫຍາຍຢ່າງເຄັ່ງຄັດ), ປະກອບສ່ວນຊ່ວຍໃຫ້ວັນເລືອກຕັ້ງກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ.

ຢູ່ເຂດປ່ອນບັດເລືອກຕັ້ງທີ 7, ຕາແສງຊວນດິ່ງ, ສະຫາຍນາງ ບຸ່ຍທິມິງຮວ່າຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ສະຫາຍນາງ ຟ້າມທິແທັງຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມປ່ອນບັດ ເພື່ອປະຕິບັດສິດພົນລະເມືອງ. ພ້ອມກັນນັ້ນຍັງມີສະຫາຍນາງ ຮ່າທິງາ, ກຳມະການສູນກາງພັກ, ຮອງປະທານ–ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ຢູ່ເຂດປ່ອນບັດເລືອກຕັ້ງທີ 16, ຕາແສງດ້າຍໂມ, ສະຫາຍ ຈິ້ງວັນກວຽດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ–ຂົນຂວາຍປະຊາຊົນຊົນສູນກາງ ໄດ້ເຂົ້າຮ່ວມປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາ ປະຊາຊົນທຸກຂັ້ນ ອາຍຸການ 2026-2031.

ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມປ່ອນບັດຢູ່ເຂດເລືອກຕັ້ງທີ 11, ຕາແສງຢ່າງຫວໍ. ພ້ອມກັນນັ້ນຍັງມີສະຫາຍ ເລແທັງລອງ  ຮອງນາຍົກລັດຖະມົນຕີ ກໍໄດ້ເຂົ້າຮ່ວມປ່ອນບັດເພື່ອປະຕິບັດສິດພົນລະເມືອງຢູ່ເຂດນີ້.

ຢູ່ເຂດປ່ອນບັດເລືອກຕັ້ງ ທີ 4, ຕາແສງແທັງຊວນ, ສະຫາຍ ດວ່ານມິງຮວັນ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ພ້ອມກັບຜູ້ມີສິດເລືອກຕັ້ງເຂົ້າຮ່ວມປ່ອນບັດເລືອກຕັ້ງ.

ສະຫາຍ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະຮອງປະທານສະພາເລືອກຕັ້ງແຫ່ງຊາດ ແລະສະຫາຍ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມປ່ອນບັດເລືອກຕັ້ງຢູ່ເຂດປ່ອນບັດເລືອກຕັ້ງ ທີ 7, ຕາແສງຟຸກເລີຍ.

ຢູ່ເຂດປ່ອນບັດເລືອກຕັ້ງທີ 21, ຕາແສງຫງອກຮ່າ, ສະຫາຍ ເຈິ່ນກວັກເວື້ອງ, ອະດີດກຳມະການກົມການເມືອງ, ອະດີດຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ; ແລະສະຫາຍ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດ ແລະປ່ອນບັດເລືອກຕັ້ງ.

ວັນບຸນແຫ່ງຄວາມເຊື່ອໝັ້ນພາຍໃຕ້ເສົາທຸງ ຫຼຸງກູ

ເຊົ້າວັນທີ 15 ມີນາ ຢູ່ຕີນເສົາທຸງຫຼຸງກູ, ຕາແສງຫຼຸງກູ, ແຂວງຕວຽນກວາງ, ເຂດດິນແດນອັນສັກກະລະບູຊາຂອງປະເທດຊາດ, ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ໄປຍັງເຂດປ່ອນບັດເລືອກຕັ້ງ ເພື່ອເຂົ້າຮ່ວມວັນບຸນໃຫຍ່ຂອງປະເທດຊາດດ້ວຍຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະຄວາມຫວັງກ່ຽວກັບອະນາຄົດທີ່ດີງາມກວ່າ. ຕາມເສັ້ນທາງຕ່າງໆທີ່ໄປຍັງເຂດປ່ອນບັດ, ຜູ້ຄົນໄດ້ນຸ່ງຊຸດປະຈຳເຜົ່າທີ່ມີສີສັນສົດໃສໄດ້ພາກັນຍ່າງມຸ່ງໜ້າໄປຍັງເຂດປ່ອນບັດເລືອກຕັ້ງ. ທຸງຊາດສີແດງດາວເຫຼືອງ, ປ້າຍຄຳຂວັນ ໄດ້ແຂວນຕາມເສັ້ນທາງນັບແຕ່ໃຈກາງຕາແສງຈົນໄປຮອດບ້ານຕ່າງໆເຮັດໃຫ້ບັນຍາກາດຂອງວັນບຸນຍິ່ງມີຄວາມຄຶກຄື້ນຂຶ້ນຕື່ມ.

ຢູ່ເຂດປ່ອນບັດທີ່ຕັ້ງຢູ່ຕີນເສົາທຸງຫຼຸງກູ, ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ໄປຮອດຕັ້ງແຕ່ເຊົ້າໆ. ສຽງຫົວ, ສຽງເວົ້າຢ່າງຄຶກຄື້ນສະຫຼັບກັບສຽງແຄນ ແລະສຽງກອງ. ທ່ານ ວ່າງມີສິ່ງ, ອາຍຸ 78 ປີ, ຊົນເຜົ່າມົ້ງ, ຢູ່ບ້ານແລງຊ່າງ, ໄດ້ຖືໄມ້ເທົ້າຍ່າງໄປເກືອບ 1 ກິໂລແມັດ ເພື່ອໄປຮ່ວມປ່ອນບັດເລືອກຕັ້ງແຕ່ເຊົ້າ. ທ່ານເວົ້າພ້ອມດ້ວຍຮອຍຍິ້ມທີ່ອ່ອນໂຍນວ່າ: “ວັນເລືອກຕັ້ງແມ່ນວັນສຳຄັນຫຼາຍ. ປະຊາຊົນພວກເຮົາໄດ້ເລືອກມາເອົາຜູ້ຕາງໜ້າຂອງຕົນເອງດັ່ງນັ້ນເຖິງວ່າຈະຢູ່ໄກປານໃດກໍຕ້ອງມາ”.

leftcenterrightdel
ຜູ້ມີສິດເລືອກຕັ້ງ ຊົນເຜົ່າເຊີດັງ ຢູ່ຕາແສງ ຕູເມີຣົງ, ແຂວງກວາງຫງາຍ ເຂົ້າຮ່ວມການປ່ອນບັດເລືອກຕັ້ງ. ພາບ: ແອັນເຊີນ

ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ອ່ານຂໍ້ມູນຂອງຜູ້ອອກສະໝັກຮັບເລືອກຕັ້ງຢ່າງລະອຽດກ່ອນຮັບບັດເລືອກຕັ້ງ. ກຸ່ມຊາວໜຸ່ມຊົນເຜົ່າມົ້ງກຸ່ມໜຶ່ງໄດ້ເບິ່ງບັນຊີລາຍຊື່ ແລະແລກປ່ຽນນຳກັນ. ຍ້ອນມີການໂຄສະນາມາກ່ອນ ພວກເຂົາຈຶ່ງເຂົ້າໃຈກ່ຽວກັບສິດ ແລະຄວາມຮັບຜິດຊອບຂອງຕົນ. ນາງ ວ່າງທິມີ ແບ່ງປັນວ່າ ໃນຫຼາຍມື້ຜ່ານມາ ພະນັກງານທະຫານຊາຍແດນ ແລະອຳນາດການປົກຄອງທ້ອງຖິ່ນໄດ້ແນະນຳລະອຽດກ່ຽວກັບຂັ້ນຕອນການເລືອກຕັ້ງ, ສ່ວນທະຫານໄດ້ແນະນຳໃຫ້ໃຊ້ໂທລະສັບສະແກນ QR code ເພື່ອຄົ້ນຫາຂໍ້ມູນຜູ້ອອກສະໝັກຮັບເລືອກຕັ້ງ. ໄດ້ມາປ່ອນບັດເລືອກຕັ້ງເຮັດໃຫ້ນາງມີ ຮູ້ສຶກດີໃຈ ແລະພາກພູມໃຈຫຼາຍ.

ເພື່ອໃຫ້ວັນເລືອກຕັ້ງດຳເນີນໄປຢ່າງສະດວກ, ໃນໄລຍະຜ່ານມາວຽກງານໂຄສະນາໄດ້ດຳເນີນຢ່າງເລິກເຊິ່ງກວ້າງຂວາງ. ຕາແສງຫຼຸງກູ ມີ 37 ບ້ານ, ໃນນັ້ນມີບ້ານຊາຍແດນ 16 ບ້ານ, ພູມສັນຖານຖືກແບ່ງແຍກດ້ວຍພູຫີນ ແລະຊີວິດການເປັນຢູ່ຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກຫຼາຍ. ດັ່ງນັ້ນບັນດາກຳລັງທີ່ກ່ຽວຂ້ອງຈຶ່ງໄດ້ຈັດການໂຄສະນາດ້ວຍຫຼາຍຮູບແບບ ເພື່ອໃຫ້ສອດຄ່ອງກັບຈຸດພິເສດຂອງບໍລິເວນ. ຕາມທ່ານພັນໂທ ກິມຊວນຢາງ, ຫົວໜ້າຄ້າຍທະຫານຊາຍແດນ ຫຼຸງກູ 9 (ທະຫານຊາຍແດນ ແຂວງຕວຽນກວາງ) ແລ້ວ, ທາງກົມກອງໄດ້ສົມທົບກັບຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນດຳເນີນການໂຄສະນາທັງພາສາສາມັນ ແລະພາສາຊົນເຜົ່າ ເພື່ອໃຫ້ປະຊາຊົນເຂົ້າໃຈກ່ຽວກັບຄວາມໝາຍ ແລະຄວາມຮັບຜິດຊອບເມື່ອເຂົ້າຮ່ວມການປ່ອນບັດເລືອກຕັ້ງ.

ຕາມການສະຖິຕິຂອງຄະນະກຳມະການເລືອກຕັ້ງແຂວງລາວກາຍ, ທົ່ວແຂວງໄດ້ອະນຸມັດຈັດຕັ້ງເຂດປ່ອນບັດຫຼາຍກວ່າ 2.000 ເຂດ ເພື່ອຮັບໃຊ້ຜູ້ມີສິດເລືອກຕັ້ງເກືອບ 1,2 ລ້ານຄົນ ທີ່ດຳລົງຊີວິດຢູ່ໃນເກືອບ 3.000 ບ້ານ ແລະເຂດຊຸມຊົນ. ຫຼາຍຕາແສງໃນແຂວງລາວກາຍໄດ້ສຳເລັດ 100% ຈຳນວນ ຜູ້ມາປ່ອນບັດສະແດງໃຫ້ເຫັນຈິດໃຈຮັບຜິດຊອບ ແລະຄວາມເຫັນດີເຫັນພ້ອມສູງຂອງປະຊາຊົນຕໍ່ເຫດການການເມືອງທີ່ສຳຄັນນີ້.

ວັນບຸນໃຫຍ່ ຢູ່ນະຄອນທີ່ໃສ່ຊື່ລຸງໂຮ່

ພ້ອມກັບທົ່ວປະເທດ, ວັນທີ 15 ມີນາ ຜູ້ມີສິດເລືອກຕັ້ງຂອງນະຄອນໂຮ່ຈີມິນ ເກືອບ 9,7 ລ້ານຄົນ  ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026–2031. ນະຄອນມີເຂດປ່ອນບັດຫຼາຍກວ່າ 5.000 ເຂດ ແລະຈຳນວນຜູ້ມີສິດເລືອກຕັ້ງຫຼາຍທີ່ສຸດໃນທົ່ວປະເທດ. ວຽກງານໂຄສະນາໄດ້ດຳເນີນໄປຢ່າງຕໍ່ເນື່ອງດ້ວຍຫຼາຍຮູບແບບສ້າງບັນຍາກາດຄຶກຄື້ນ ແລະເບີກບານມ່ວນຊື່ນໃຫ້ແກ່ວັນບຸນຂອງທົ່ວປວງຊົນ.  ສະພາບການຮັກສາຄວາມສະຫງົບ–ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມເຂດປ່ອນບັດເລີກຕັ້ງມີສະຖຽນລະພາບດີ; ກຳລັງທີ່ກ່ຽວຂ້ອງໄດ້ປະຈຳການຢ່າງເຂັ້ມງວດກຽມພ້ອມແກ້ໄຂກໍລະນີທີ່ອາດຈະເກີດຂຶ້ນເຊັ່ນ: ໄຟໄໝ້, ໄພທຳມະຊາດ ຫຼືໂລກລະບາດ.

leftcenterrightdel
ຄົນເຈັບທີ່ກຳລັງປິ່ນປົວພະຍາດຢູ່ໂຮງໝໍ ຫິຶວງິ້ຫວຽດດຶກ ປ່ອນບັດເລືອກຕັ້ງ ຢູ່ກັບຕຽງຄົນເຈັບ. ພາບ: ຕວນຮຸຍ

ສະຫາຍ ເຈິ່ນລຶວກວາງ, ກຳມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ຢືນຢັນວ່າ ສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນຍາມໃດກໍ່ໄດ້ປ່ຽນແປງໃໝ່, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບກວ່າ. ພາຍຫຼັງໄດ້ເຂົ້າຮ່ວມກອງປະຊຸມພົບປະຜູ້ມີສິດເລືອກຕັ້ງ ສະຫາຍໄດ້ມີບົດຮຽນປະສົບການອັນມີຄ່າ ເພື່ອນຳໄປຮັບໃຊ້ໃນການປະຕິບັດໜ້າທີ່ວຽກງານ. ທ່ານເລຂາພັກນະຄອນໂຮ່ຈີມິນ ຫວັງວ່າ ຜູ້ມີສິດເລືອກຕັ້ງຈະເຂົ້າຮ່ວມປ່ອນບັດຢ່າງຄົບຖ້ວນ ເພື່ອເລືອກເອົາຜູ້ຕາງໜ້າຕົນເອງທີ່ມີຄວາມຮູ້, ຄວາມສາມາດ ແລະສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງພະຍາຍາມຮັບປະກັນຄວາມປອດໄພຢ່າງສົມບູນສ້າງເງື່ອນໄຂສະດວກທີ່ສຸດໃຫ້ປະຊາຊົນເຮັດລ້ອນຄວາມຮັບຜິດຊອບຂອງຕົນ.

ຕອນເຊົ້າວັນທີ 15-3 ທີ່ນະຄອນເກິນເທີ, ຜູ້ມີສິດເລືອກຕັ້ງໄດ້ໄປຍັງເຂດປ່ອນບັດເລືອກຕັ້ງແຫ່ງຕ່າງໆດ້ວຍຄວາມເບີກບານມ່ວນຊື່ນ ແລະເຂົ້າຮ່ວມການປ່ອນບັດເລືອກຕັ້ງດ້ວຍນ້ຳໃຈຮັບຜິດຊອບສູງ. ວຽກງານຂໍ້ມູນ–ໂຄສະນາກ່ຽວກັບການເລືອກຕັ້ງ ໄດ້ຮັບການຍູ້ແຮງ ແລະດຳເນີນໄປຢ່າງຄົບຊຸດໂດຍສະເພາະແມ່ນການໂຄສະນາແບບເຄື່ອນທີ່ໄດ້ຮັບການເພີ່ມທະວີໄປຮອດຕາມແຕ່ລະຮ່ອມ ແລະເຂດທີ່ຫ່າງໄກສອກຫຼີກ ເພື່ອໃຫ້ຂໍ້ມູນການເລືອກຕັ້ງເຂົ້າເຖິງປະຊາຊົນທຸກຊັ້ນວັນນະ. ສະພາບຄວາມໝັ້ນຄົງດ້ານການເມືອງ ແລະຄວາມສະຫງົບ, ຄວາມປອດໄພທາງສັງຄົມ ໃນບໍລິເວນໄດ້ຮັກສາຢ່າງໝັ້້ນຄົງ ແລະມີຄວາມສະຫງົບ.

ສ່ອງແສງການເລືອກຕັ້ງທົ່ວປະເທດຢ່າງທັນເວລາ ແລະມີຊີວິດຊີວາ

ເຊົ້າວັນທີ 15 ມີນາ, ສະຫາຍ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກຳມະການຖະແຫຼງຂ່າວໂຄສະນາ, ສະພາເລືອກຕັ້ງແຫ່ງຊາດ ໄດ້ໄປຢ້ຽມຢາມ ແລະໃຫ້ກຳລັງໃຈນັກຂ່າວ ຢູ່ສູນສື່ມວນຊົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026–2031.

ສະຫາຍຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາວ່າ ວຽກງານຖະແຫຼງຂ່າວໂຄສະນາກ່ຽວກັບການເລືອກຕັ້ງ ໄດ້ດຳເນີນໄປຢ່າງມີແບບມີແຜນ, ທັນເວລາ ແລະມີປະສິດທິຜົນ. ຂໍ້ມູນຂ່າວສານຂອງບັນດາອົງການສື່ມວນຊົນມີຫຼາກຫຼາຍຮູບແບບ, ຫຼາຍດ້ານ ແລະມີຂໍ້ມູນທີ່ເປັນປະໂຫຍດຫຼາຍສຳລັບບັນດາອົງການຂອງສະພາແຫ່ງຊາດ ໃນຂັ້ນຕອນການເຄື່ອນໄຫວໜ້າທີ່ວຽກງານ. ພ້ອມກັນນັ້ນສະຫາຍຍັງໄດ້ຝາກຄຳຢ້ຽມຢາມຖາມຂ່າວຢ່າງອົບອຸ່ນໄປຍັງນັກຂ່າວທີ່ກຳລັງປະຕິບັດໜ້າທີ່ວຽກງານໃນທົ່ວປະເທດ ເພື່ອຮັບໃຊ້ວັນບຸນໃຫຍ່ຂອງປະເທດຊາດ. ສະຫາຍຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ນັບແຕ່ເລີ່ມຕົ້ນ ອະນຸກຳມະການຖະແຫຼງຂ່າວໂຄສະນາ ໄດ້ກຳນົດວ່າ ການສະໜອງຂໍ້ມູນໃຫ້ແກ່ອົງການສື່ມວນຊົນເປັນວຽກງານທີ່ມີຄວາມສຳຄັນຍິ່ງ. ສູນຂໍມູນຂ່າວສານການເລືອກຕັ້ງ ແມ່ນສູນເພື່ອສົ່ງຂໍ້ມູນຈາກສະພາເລືອກຕັ້ງແຫ່ງຊາດ ໄປຍັງອົງການສື່ມວນຊົນ ແລະປະຊາຊົນທົ່ວປະເທດ ກ່ຽວກັບການເຄື່ອນໄຫວທີ່ກ່ຽວຂ້ອງກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026–2031. ທ່ານຮອງປະທານສະພາແຫ່ງຊາດ ຍັງຕີລາຄາສູງຕໍ່ການປະຕິບັດໜ້າທີ່ວຽກງານຂອງນັກຂ່າວສຳນັກຂ່າວສານ ແລະອົງການສື່ມວນຊົນທັງຢູ່ສູນກາງ ແລະທ້ອງຖິ່ນ. ສະຫາຍໄດ້ສະເໜີໃຫ້ນັກຂ່າວສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ ແລະສ່ອງແສງໃຫ້ເຫັນການເລືອກຕັ້ງພ້ອມທັງບັນຍາກາດຄຶກຄື້ນ ແລະເບີກບານມ່ວນຊື່ນຢູ່ໃນທົ່ວປະເທດ ໃນວັນມະໂຫລານຂອງຊາດ ຢ່າງທັນເວລາ ແລະມີຊີວິດຊີວາ  .

ໂດຍ: ແສງເດືອນ