ກໍາລັງແຮງອັນໃຫຍ່ຫຼວງທີ່ນໍາປະເທດຫວຽດນາມ ບັນລຸເປົ້າໝາຍການເຕີບໂຕໄວ, ຍືນຍົງ, ຫັນຄວາມຄາດຫວັງຢາກຮັ່ງມີເຂັ້ມແຂງໃນປີ 2045 ໃຫ້ປະກົດຜົນເປັນຈິງແມ່ນຄວາມເຫັນດີເຫັນພ້ອມຂອງສັງຄົມ, ແມ່ນຄວາມສະໜິດຕິດພັນລະຫວ່າງພັກກັບປະຊາຊົນ.
ຄວາມຕ້ອງການທີ່ມີລັກສະນະຍຸກສະໄໝ
ລະດູບານໃໝ່ວຽນມາຮອດໃນແຕ່ລະເທື່ອ, ເມື່ອຫວນຄືນໄລຍະທາງອັນສະຫງ່າງາມຂອງປະເທດ, ປະຊາຊົນຫວຽດນາມມີສິດພາກພູມໃຈຕໍ່ຜົນງານທີ່ບັນລຸໄດ້. ຄວາມໂລ່ງລ່ຽນຂອງໄລຍະທາງນັ້ນ, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ແມ່ນກໍາລັງແຮງພາຍໃນຕັດສິນທຸກໄຊຊະນະ. ຄຸນຄ່າທີ່ຍືນຍົງນີ້ສືບຕໍ່ໄດ້ຮັບການສືບທອດ ແລະເຮັດໃຫ້ເລິກເຊິ່ງກວ່າເມື່ອປະເທດກ້າວເຂົ້າສູ່ສັງກາດໃໝ່, ດ້ວຍວິໄສທັດ ແລະຄວາມຄາດຫວັງທີ່ໄດ້ສ້າງຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.
ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນພື້ນຖານຂອງການເຕົ້າໂຮມ ແລະເສີມຂະຫຍາຍກໍາລັງແຮງສູງສຸດຂອງປະຊາຊົນ, ສ້າງກໍາລັງແຮງທີ່ບໍ່ມີໃຜສາມາດເອົາຊະນະໄດ້ ເພື່ອໃຫ້ປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະກ້າວໄປເຖິງການພັດທະນາທີ່ຈະເລີນຮຸ່ງເຮືອງ, ຮັ່ງມີເຂັ້ມແຂງ. ຈິດໃຈນີ້ໄດ້ຫັນເປັນລະອຽດໃນທິດນໍາແຫ່ງການກະທຳຂອງພັກ: "ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ບຸກທະລຸ - ພັດທະນາ". ການຈັດລຽງເອົາ "ສາມັກຄີ" ຢູ່ຕຳແໜ່ງທຳອິດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງທັດສະນະທີ່ສະເໝີຕົ້ນສະເໝີປາຍ, ມີລັກສະນະຫຼັກການຂອງພັກ: ຄວາມສາມັກຄີແມ່ນພື້ນຖານຂອງທຸກແຜນນະໂຍບາຍ, ລັດຖະນະໂຍບາຍໃຫຍ່ຂອງພັກ ແລະລັດ. ຄວາມສາມັກຄີສ້າງປະຖົມປັດໄຈ ເພື່ອໃຫ້ປະຊາທິປະໄຕໄດ້ຮັບການເສີມຂະຫຍາຍຢ່າງແທ້ຈິງ, ລະບຽບວິໄນໄດ້ຮັບການຮັກສາ, ຄວາມຄາດຫວັງໄດ້ປະຕິບັດໃຫ້ປະກົດຜົນເປັນຈິງ.
    |
 |
|
ພາບປະກອບຈາກ baophapluat.vn |
ໃນຊຸມປີທີ່ຜ່ານມາ, ໃນຂະນະທີ່ສະພາບການໃນໂລກຂາດຄວາມສະຫງົບນັ້ນ, ຫວຽດນາມ ປຽບເໝືອນດັ່ງຈຸດພົ້ນເດັ່ນທີ່ມີສະພາບແວດລ້ອມທາງດ້ານການເມືອງ - ສັງຄົມທີ່ໝັ້ນຄົງ, ປະຊາຊົນສາມັກຄີກັນເປັນຈິດໜຶ່ງໃຈດຽວກັນ, ເຫັນດີເຫັນພ້ອມມຸ່ງໄປເຖິງເປົ້າໝາຍຮ່ວມກັນສ້າງສາ ແລະພັດທະນາປະເທດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ໄດ້ຈັດຂຶ້ນໃນເງື່ອນໄຂທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ: ໄພພິບັດທາງທຳມະຊາດ, ພາຍຸ, ນ້ຳຖ້ວມ, ພະຍາດ, ຄວາມສ່ຽງດ້ານຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ການແກ່ງແຍ້ງຍຸດທະສາດທີ່ຮຸນແຮງ... ໃນສະພາບການນັ້ນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຢ່າງມີໄຊ ດ້ວຍຜົນງານທີ່ສຳຄັນ, ຮອບດ້ານ, ບຸກທະລຸ, ມີຫຼາຍຈຸດພົ້ນເດັ່ນ, ບັນລຸເປົ້າໝາຍຕົ້ນຕໍທີ່ໄດ້ວາງໄວ້ໂດຍພື້ນຖານ.
ຜົນງານທີ່ພົ້ນເດັ່ນໃນໄລຍະມໍ່ໆມານີ້ກ່ຽວກັບຈິດໃຈຄວາມສາມັກຄີ, ປະຊາທິປະໄຕໃນສັງຄົມຂອງຫວຽດນາມ ແມ່ນບັ້ນດຳເນີນຊີວິດການເມືອງ ປະກອບຄຳເຫັນໃສ່ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ເປັນຄັ້ງທຳອິດ, ການຂໍຄຳເຫັນປະກອບນຳປະຊາຊົນໃສ່ເອກະສານກອງປະຊຸມໃຫຍ່ຂອງພັກ ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ, ມີຄຳເຫັນປະກອບຫຼາຍທີ່ສຸດໃນກອງປະຊຸມໃຫຍ່ຂອງພັກຄັ້ງຕ່າງໆ ນັບແຕ່ກ່ອນມາຮອດປະຈຸບັນ, ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈປະຊາທິປະໄຕ, ຄວາມເຫັນດີເປັນເອກະພາບ ແລະສະຕິຄວາມຮັບຜິດຊອບທາງການເມືອງຂອງປະຊາຊົນຕໍ່ນະໂຍບາຍຊີ້ຂາດທີ່ສຳຄັນຍິ່ງຂອງປະເທດ.
ມີຄວາມຄາດຫວັງອັນດຽວກັນ ເພື່ອອະນາຄົດທີ່ສົດໃສ
ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່, ປະເທດຢືນຢູ່ຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍທີ່ສະລັບກັນ. ຄວາມຮຽກຮ້ອງຕ້ອງການໃນການສ້າງຮູບແບບການເຕີບໂຕໃໝ່, ການພັດທະນາວິທະຍາສາດ ແລະເຕັກໂນໂລຊີ, ການຫັນປ່ຽນດີຈີຕອນ, ການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ການຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ ມຸ່ງໄປເຖິງເປົ້າໝາຍການເຕີບໂຕສອງຕົວເລກ... ໄດ້ວາງອອກນັບມື້ນັບຮີບດ່ວນ. ເພື່ອຫັນຄວາມຄາດຫວັງໃນການພັດທະນາໄວ ແລະຍືນຍົງໃຫ້ປະກົດຜົນເປັນຈິງ, ຍິ່ງກວ່າເວລາໃດໝົດ, ພົນລະເມືອງຫວຽດນາມ ແຕ່ລະຄົນ, ເຖິງວ່າມີຄວາມແຕກຕ່າງກັນກ່ຽວກັບເຂດພາກ, ຊົນເຜົ່າ, ສາສະໜາ ຫຼື ວິຊາອາຊີບ ກໍ່ລ້ວນແຕ່ພ້ອມກັນມີຄວາມຕັດສິນໃຈ, ຄື: ສາມັກຄີກັນເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງຂອງປະເທດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຄີຍແບ່ງປັນວ່າ ກໍາລັງແຮງຂອງມະຫາສາມັກຄີມີຈຸດເລີ່ມຕົ້ນມາຈາກສິ່ງທີ່ຢູ່ໃກ້ຕົວເຮົາ ແລະສັດຊື່ທີ່ສຸດ: ຄວາມໄວ້ເນື້ອເຊື່ອໃຈ ແລະນ້ຳໃຈຄົນ. ເມື່ອພວກເຮົາເຊື່ອໃຈກັນ, ຮັກແພງກັນ, ເຄົາລົບກັນ, ພວກເຮົາຈະຮູ້ວິທີເຮັດວຽກໃຫຍ່ຮ່ວມກັນ. ເມື່ອພວກເຮົາຖືຜົນປະໂຫຍດຂອງຊາດ-ຂອງປະເທດຢູ່ເໜືອກວ່າສິ່ງໃດໝົດ, ກ່ອນໝູ່ໝົດ, ທຸກຄວາມແຕກຕ່າງຈະສາມາດຫາຈຸດຮ່ວມກັນ; ທຸກຄວາມຫຍຸ້ງຍາກຈະມີທາງອອກ ແລະໄດ້ຮັບການແກ້ໄຂ. ຊາດຫວຽດນາມ ໄດ້ຜ່ານສົງຄາມນັບບໍ່ຖ້ວນ. ແຕ່ວ່າເວລາ, ຄວາມເມດຕາສົງສານ, ຄຸນນະທຳແຫ່ງການເສຍສະຫຼະໄດ້ຊ່ວຍໃຫ້ປະເທດຊາດສາມາດເອົາຊະນະຄວາມເຈັບປວດ, ປິ່ນປົວບາດແຜ, ປະຖິ້ມອະດີດໄວ້ເບື້ອງຫຼັງ, ເຄົາລົບຄວາມແຕກຕ່າງ ແລະມຸ່ງໄປເຖິງອະນາຄົດເທື່ອລະກ້າວ.
ໃນຕະຫຼອດໄລຍະທາງແຫ່ງການພັດທະນານີ້, ນະໂຍບາຍປອງດອງຊາດຍາມໃດພັກ ແລະລັດ ກໍ່ໄດ້ກໍານົດໃຫ້ເປັນການເລືອກເຟັ້ນຍຸດທະສາດໃນໄລຍະຍາວ, ເປັນເສົາຄ້ຳໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຍ້ອນວ່າ ປະຊາຊົນຫວຽດນາມ ທຸກຄົນ, ເຖິງວ່າ ຈະຢູ່ພາຍໃນ ຫຼື ຕ່າງປະເທດ, ກໍ່ລ້ວນແຕ່ມີຕົ້ນກຳເນີດມາຈາກບ່ອນດຽວກັນ, ມີພາສາດຽວກັນ ແລະມີຄວາມຮັກທີ່ສະຫງວນໃຫ້ບ້ານເກີດເມືອງນອນ, ປະເທດຊາດ.
ຫວຽດນາມ ພວມຫັນຄວາມມຸ່ງຫວັງອັນສັກສິດຂອງປະທານໂຮ່ຈີມິນ ທີ່ແສນຮັກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ຄວາມຕັດສິນໃຈທາງດ້ານການເມືອງ, ແນວທາງການນໍາພາຂອງພັກແມ່ນເງື່ອນໄຂຕັດສິນຊີ້ຂາດ, ແຕ່ເພື່ອຫັນປ່ຽນນະໂຍບາຍຍຸດທະສາດຂອງພັກໃຫ້ປະກົດຜົນເປັນຈິງໂດຍໄວນັ້ນ, ແມ່ນຕ້ອງການຄວາມເຫັນດີເຫັນພ້ອມ, ເປັນຈິດໜຶ່ງໃຈດຽວກັນ, ຄວາມສາມັກຄີທົ່ວປວງຊົນທັງຊາດຢ່າງແທ້ຈິງ.
ໂດຍ: ຈາງຫງວຽນ