ດ້ວຍເອກະສານ ແລະຮູບພາບກວ່າ 800 ຢ່າງ, ໄດ້ຄັດເລືອກ ແລະຈັດຕາມ 4 ຫົວຂໍ້, ງານວາງສະແດງໄດ້ສ່ອງແສງໃຫ້ເຫັນໄລຍະທາງແຫ່ງການສ້າງຕັ້ງ ແລະພັດທະນາຂອງສະພາແຫ່ງຊາດຫວຽດນາມ ນັບແຕ່ໄລຍະທຳອິດຈົນເຖິງໄລຍະປ່ຽນແປງໃໝ່ ແລະເຊື່ອມໂຍງ. ບໍ່ພຽງແຕ່ວາດພາບດ້ານປະຫວັດສາດເທົ່ານັ້ນ, ງານວາງສະແດງຍັງໄດ້ປະກອບສ່ວນຢືນຢັນບົດບາດ, ທີ່ຕັ້ງຂອງສະພາແຫ່ງຊາດໃນຊີວິດການເມືອງ-ສັງຄົມ, ເປັນເສົາຄ້ຳທີ່ໜັກແໜ້ນຮ່ວມເດີນທາງໄປພ້ອມກັບປະເທດຊາດຜ່ານຜ່າທຸກໄລຍະ.
ບ່ອນຢຸດແວ່ເບິ່ງທຳອິດຂອງແຂກທ່ອງທ່ຽວແມ່ນເຂດວາງສະແດງ “ການເລືອກຕັ້ງທົ່ວປະເທດປີ 1946 - ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດພິເສດຂອງຊາດຫວຽດນາມ”. ຢູ່ທີ່ນີ້ບັນດາເອກະສານກ່ຽວກັບສະພາບການພາຍຫຼັງການປະຕິວັດເດືອນສິງຫາ ປີ 1945 ຖືກຈັດວາງຢ່າງເປັນລະບົບ, ສະແດງໃຫ້ເຫັນປະເທດທີ່ຫາກໍ່ຍາດໄດ້ເອກະລາດ, ແຕ່ກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການ. ສະຫຼັບກັນໃນບັນດາຮູບພາບຕ່າງໆແມ່ນເອກະສານສະແດງໃຫ້ເຫັນແຜນນະໂຍບາຍຂອງພັກ ແລະປະທານໂຮ່ຈີມິນ ກ່ຽວກັບການຈັດຕັ້ງການເລືອກຕັ້ງທົ່ວປະເທດ. ຢູ່ທີ່ນີ້ນັກທ່ອງທ່ຽວມີຄວາມເຂົ້າໃຈເລິກກວ່າກ່ຽວກັບການຕົກລົງທີ່ມີລັກສະນະຍຸດທະສາດ ແລະຄຸນຄ່າປະຫວັດສາດອັນຍາວນານຂອງພັກ ແລະປະທານໂຮ່ຈີມິນ, ເປັນຂີດໝາຍແຫ່ງການກໍາເນີດເກີດຂຶ້ນຂອງສະພາແຫ່ງຊາດຫວຽດນາມ. ຜ່ານນັ້ນ, ເປີດບາດລ້ຽວອັນສໍາຄັນໃນວິວັດການສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມ ແມ່ນລັດຂອງປະຊາຊົນ, ປະຊາຊົນເປັນເຈົ້າກໍາສູງສຸດຂອງອຳນາດລັດ.
    |
 |
|
ບັນດາເອກະສານນໍາສະເໜີທີ່ງານວາງສະແດງ. ພາບ: qdnd.vn |
ປະຫວັດສາດຜ່ານແຕ່ລະໄລຍະສືບຕໍ່ໄດ້ນໍາສະເໜີຢູ່ເຂດວາງສະແດງ “ສະພາແຫ່ງຊາດຫວຽດນາມ ໃນວິວັດການຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ”. ຢູ່ທີ່ນີ້ ໄດ້ວາງສະແດງບັນດາເອກະສານທີ່ສ່ອງແສງໃຫ້ເຫັນບົດບາດສຳຄັນພິເສດຂອງສະພາແຫ່ງຊາດ ໃນການບູລະນະກົງຈັກການຈັດຕັ້ງລັດ ໃຫ້ສົມບູນແບບ, ການປະກາດໃຊ້ບັນດາລັດຖະນະໂຍບາຍສຳຄັນ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທ່ົວປວງຊົນທັງຊາດ.
ສືບຕໍ່ລາຍການໃນງານວາງສະແດງແມ່ນເຂດວາງສະແດງ “ສະພາແຫ່ງຊາດຫວຽດນາມ ໃນກິດຈະການປ່ຽນແປງໃໝ່ປະເທດ” ໄດ້ເປີດຂົງເຂດວາງສະແດງທີ່ທັນສະໄໝກວ່າ. ບັນດາເອກະສານໄດ້ສ່ອງແສງໃຫ້ເຫັນຂະບວນການປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ປີ 1986 ມາຮອດປະຈຸບັນ; ບົດບາດຂອງສະພາແຫ່ງຊາດໃນການຫັນແນວທາງປ່ຽນແປງໃໝ່ຂອງພັກເປັນລະບອບລະບຽບການ, ກໍ່ສ້າງ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ຕັດສິນບັນດາບັນຫາສຳຄັນຂອງຊາດ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.
    |
 |
|
ປະຊາຊົນຢ້ຽມຊົມງານວາງສະແດງ. ພາບ: qdnd.vn |
ລາຍການຢ້ຽມຊົມໄດ້ສິ້ນສຸດຢູ່ເຂດວາງສະແດງ “ສະພາແຫ່ງຊາດຫວຽດນາມ - ໄລຍະທາງ 80 ປີແຫ່ງການຮ່ວມເດີນທາງພ້ອມກັບປະເທດ”, ໄດ້ຍົກໃຫ້ເຫັນຜົນງານໂດດເດັ່ນຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະ 80 ປີແຫ່ງການກໍ່ສ້າງ ແລະພັດທະນາ; ບັນດາລັດຖະນະໂຍບາຍອັນສຳຄັນໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕແຫ່ງຊາດ, ທະເລ, ໝູ່ເກາະໄວ້ໃຫ້ໝັ້ນຄົງ; ພ້ອມທັງແນະນຳກ່ຽວກັບກອງປະຊຸມສະພາແຫ່ງຊາດ ສະໄໝຕ່າງໆ ແລະສະມາຊິກສະພາແຫ່ງຊາດດີເດັ່ນຜ່ານສະໄໝຕ່າງໆ. ໃນຕະຫຼອດ 80 ປີແຫ່ງການກໍ່ສ້າງ ແລະພັດທະນາ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຮັກສາທີ່ຕັ້ງເປັນອົງການທີ່ເປັນຕົວແທນສູງສຸດຂອງປະຊາຊົນ ແລະ ອົງການອຳນາດແຫ່ງລັດສູງສຸດ, ສືບຕໍ່ໄດ້ຮັບການປັບປຸງ, ປ່ຽນແປງໃໝ່ ແລະປັບບຸງໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ຮ່ວມເດີນທາງພ້ອມກັບຊົນຊາດຜ່ານໄລຍະປະຫວັດສາດອັນສະຫງ່າລາສີ.
ທ່ານນາງ ຫງວຽນທິລານ (ເກີດປີ 1960, ພະນັກງານບໍານານ ຢູ່ຕາແສງຮວ່ານກ໋ຽມ, ນະຄອນຮ່າໂນ້ຍ) ແບ່ງປັນວ່າ: “ເມື່ອເບິ່ງຄືນບັນດາຮູບພາບຂອງການເລືອກຕັ້ງທົ່ວປະເທດປີ 1946, ຂ້າພະເຈົ້າ ຮັບຮູ້ໄດ້ເຖິງຄຸນຄ່າຂອງບັດເລືອກຕັ້ງຢ່າງຈະແຈ້ງທີ່ສຸດ ແລະສິດເປັນເຈົ້າຂອງປະຊາຊົນ, ໃນຄາວນັ້ນ, ປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ມີຄວາມເຊື່ອໝັ້ນຕໍ່ອະນາຄົດຫຼາຍທີ່ສຸດ. ພ້ອມດ້ວຍເອກະສານອື່ນອີກ, ຂ້າພະເຈົ້າ ມີຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນສໍາຄັນຂອງສະພາແຫ່ງຊາດ ໃນຊີວິດການເມືອງຂອງປະເທດ".
ໂດຍ: ທູຈາງ