ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເລືອກລາຊະອານາຈັກກໍາປູເຈຍ ແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໃນການຢ້ຽມຢາມທາງລັດຖະກິດ. ນີ້ບໍ່ພຽງແຕ່ແມ່ນເຫດການທາງການຕ່າງປະເທດທີ່ສຳຄັນເທົ່ານັ້ນ, ຫາກຍັງນຳມາເຊິ່ງສານຢ່າງແຂງແຮງກ່ຽວກັບສາຍພົວພັນສະໜິດຕິດພັນລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດ. ການຢ້ຽມຢາມຄັ້ງນີ້ໄດ້ຕັ້ງຄວາມຫວັງໄວ້ວ່າຈະເປີດໜ້າປະຫວັດສາດໃໝ່ແຫ່ງການພົວພັນລະຫວ່າງຫວຽດນາມ-ກໍາປູເຈຍ, ມຸ່ງໄປເຖິງເປົ້າໝາຍຫັນວັດທະນາຖາວອນລວມໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.
    |
 |
|
ທ່ານ Sous Yara, ກຳມະການສູນກາງພັກ, ໂຄສົກ, ຮອງຫົວໜ້າຜູ້ທີໜຶ່ງຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກໍາປູເຈຍ. ພາບ: vov.vn |
ເພື່ອໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບຄວາມໝາຍປະຫວັດສາດ ກໍ່ຄືເປົ້າໝາຍຫຼັກຂອງການຢ້ຽມຢາມພິເສດຄັ້ງນີ້, ນັກຂ່າວ VOV ປະຈໍາ ກໍາປູເຈຍ ໄດ້ມີການແລກປ່ຽນກັບທ່ານ Sous Yara, ກຳມະການສູນກາງພັກ, ໂຄສົກ, ຮອງຫົວໜ້າຜູ້ທີໜຶ່ງຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກໍາປູເຈຍ.
ນັກຂ່າວ: ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເລືອກເອົາກໍາປູເຈຍ ແມ່ນໜຶ່ງໃນບັນດາປະເທດທຳອິດເພື່ອປະຕິບັດການຢ້ຽມຢາມຂັ້ນສູງພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ສິ່ງເຫຼົ່ານີ້ມີສານຫຍັງແດ່ ແລະຄວາມໝາຍຂອງການຢ້ຽມຢາມສໍາລັບສອງພັກເວົ້າສະເພາະ ແລະສອງປະເທດເວົ້າລວມ, ຂໍຮຽນທ່ານ?
ທ່ານ Sous Yara: ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນເພື່ອນມິດທີ່ສະໜິດສະໜົມຂອງກໍາປູເຈຍ ມາແຕ່ດົນນານ, ເປັນເພື່ອນສະໜິດຕິດພັນຂອງທ່ານປະທານ Samdech Techo Hun Sen ແລະເປັນທີ່ເຄົາລົບນັບຖືຂອງທ່ານ Samdech Thipadei Hun Manet ນາຍົກລັດຖະມົນຕີ.
ພັກປະຊາຊົນກໍາປູເຈຍ (CPP) ແລະປະຊາຊົນກໍາປູເຈຍ ໄດ້ຊົມເຊີຍສະຫາຍ ໂຕເລິມ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່.
ພິເສດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເລືອກເອົາກໍາປູເຈຍ ແມ່ນໜຶ່ງໃນບັນດາປະເທດຢ້ຽມຢາມທຳອິດຂອງທ່ານໃນທັນທີພາຍຫຼັງດຳລົງຕຳແໜ່ງ - ລວມມີການຢ້ຽມຢາມທາງລັດຖະກິດ ແລະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນກໍາປູເຈຍ. ທ່ານເລຂາທິການໃຫຍ່ ກໍ່ພ້ອມກັບການນໍາຂັ້ນສູງກໍາປູເຈຍ ແລະລາວ ເປັນປະທານຮ່ວມການພົບປະກັບການນຳ 3 ຝ່າຍຂອງ 3 ພັກກອມມູນິດຫວຽດນາມ-ພັກປະຊາຊົນກໍາປູເຈຍ-ພັກປະຊາຊົນປະຕິວັດລາວ.
ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດຕໍ່ສາຍພົວພັນ “ຄອບຄົວ” ລະຫວ່າງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງຊາດ.
ນັກຂ່າວ: ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ລາຊະອານາຈັກກໍາປູເຈຍ ຄັ້ງນີ້, ຫາງສຽງມີຄວາມສົນໃຈຫຼາຍເຖິງບັນດາບາດກ້າວຢ່າງລະອຽດເພື່ອເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງກວ່າອີກ. ຂໍຮຽນທ່ານໃຫ້ຮູ້ວ່າ ອັນໃດແມ່ນເປົ້າໝາຍຫຼັກເຊິ່ງສອງພັກ, ສອງລັດມຸ່ງໄປເຖິງເພື່ອພ້ອມກັນຮ່ວມມືພັດທະນາ, ສະຖຽນລະພາບຂອງແຕ່ລະປະເທດ ກໍຄືທົ່ວພາກພື້ນ?
ທ່ານ Sous Yara: ເປົ້າໝາຍຫຼັກໃນໄລຍະນີ້ແມ່ນຫັນວັດທະນາຖາວອນລວມໃຫ້ປະກົດຜົນເປັນຈິງ. ພະຍານຫຼັກຖານຢ່າງຈະແຈ້ງແມ່ນວົງເງິນການຄ້າສອງຝ່າຍລະຫວ່າງກໍາປູເຈຍ-ຫວຽດນາມ ບັນລຸໄດ້ຕົວເລກທີ່ໜ້າປະທັບໃຈ, ບັນລຸເຖິງ 11,3 ຕື້ໂດລາສະຫະລັດ. ນີ້ແມ່ນໝາກຜົນຈາກວິໄສທັດລວມຂອງການນຳສອງພັກ, ສອງລັດ ແລະພວກເຮົາພວມຕັ້ງຄວາມຫວັງໄວ້ຢ່າງແຂງແຮງວ່າຈະນຳເງິນຈຳນວນນີ້ຂຶ້ນສູ່ລະດັບ 20 ຕື້ໂດລາສະຫະລັດ ໂດຍໄວ.
ນີ້ບໍ່ແມ່ນຄຳໝັ້ນສັນຍາທີ່ຫວ່າງເປົ່າແຕ່ແມ່ນເປົ້າໝາຍຍຸດທະສາດທີ່ມີແຜນການເຄື່ອນໄຫວການກະທໍາຢ່າງລະອຽດ, ໄດ້ຜ່ານການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ, ຄະນະ, ຂະແໜງການພາຍໃຕ້ການນຳພາຂອງພັກປະຊາຊົນກໍາປູເຈຍ ແລະພັກກອມມູນິດຫວຽດນາມ. ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຮ່ວມມືໃນທຸກຂົງເຂດ, ຊຸກຍູ້ການເຄື່ອນໄຫວຂອງສິນຄ້າ ແລະການຄ້າຊາຍແດນຢ່າງຄົບຊຸດ ແລະມີປະສິດທິຜົນ.
ນອກຈາກການຮ່ວມມືດ້ານເສດຖະກິດແລ້ວ, ສອງປະເທດຍັງສືບຕໍ່ຢືນຢັນມູນເຊື້ອເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ. ຫຼັກການທີ່ບໍ່ສາມາດປ່ຽນແປງໄດ້ນັ້ນແມ່ນບໍ່ອະນຸຍາດໃຫ້ອິດທິກໍາລັງປໍລະປັກໄປນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອທຳລາຍປະເທດອື່ນ.
ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະປັບປຸງກົນໄກເຈລະຈາພິເສດລະຫວ່າງສອງພັກ ແລະໃນຂອບເຂດ 3 ພັກຂອງຫວຽດນາມ-ກໍາປູເຈຍ-ລາວ.
ນີ້ກໍ່ແມ່ນໂອກາດອັນລ້ຳຄ່າເພື່ອໃຫ້ສອງຝ່າຍແບ່ງປັນບົດຮຽນການພັດທະນາ, ແລກປ່ຽນກ່ຽວກັບວິໄສທັດການຄຸ້ມຄອງທັນສະໄໝໃນສັງກາດດີຈີຕອນ. ຕໍ່ໜ້າການຜັນແປທີ່ສັບສົນຂອງສະພາບການພາກພື້ນ ແລະສາກົນ, ກໍາປູເຈຍ ແລະຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະພ້ອມກັນຊອກຫາມາດຕະການລວມເພື່ອຮັບມືກັບ “ພາຍຸ” ທັງໝົດ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະນຸພາກພື້ນແມ່ນ້ຳຂອງ, ຮັກສາຈິດໃຈສາມັກຄີອາຊຽນ.
ເປົ້າໝາຍສຸດທ້າຍແມ່ນກໍ່ສ້າງພາກພື້ນສັນຕິພາບ, ສະຖຽນລະພາບ ແລະເປັນກາງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະວັດທະນາຖາວອນຂອງພາກພື້ນ ແລະໃນທົ່ວໂລກ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ