ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍ ແລະການເຄື່ອນໄຫວຕົ້ນຕໍຂອງການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່?
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໂດຍໄດ້ຮັບຄຳເຊີນຂອງພະມະຫາກະສັດກຳປູເຈຍ Norodom Sihamoni, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມ ໄປຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ໃນວັນທີ 6 ກຸມພາ.
ພ້ອມກັບການຢ້ຽມຢາມທາງລັດຖະກິດຢູ່ລາວ, ການຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ ພາຍຫຼັງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ການຢ້ຽມຢາມຄັ້ງນີ້ມີຂະໜາດ ແລະຄວາມໝາຍທາງການເມືອງເປັນພິເສດ, ເຊິ່ງສະແດງໃຫ້ເຫັນສານທີ່ເຂັ້ມແຂງຂອງພັກ ແລະລັດຫວຽດນາມ, ກໍ່ຄືໃນນາມສ່ວນຕົວຂອງທ່ານ ໂຕເລິມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດແຖວໜ້າແກ່ການພັດທະນາ ແລະເພີ່ມພູນຄູນສ້າງການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານລະຫວ່າງສອງປະເທດ ຫວຽດນາມ ແລະກຳປູເຈຍ.
    |
 |
|
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາການນຳສູງສຸດຂອງສອງປະເທດ ເພີ່ມທະວີການແລກປ່ຽນ, ປັບປຸງພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ; ຜ່ານນັ້ນບໍ່ພຽງແຕ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດເລິກເຊິ່ງກວ່າອີກເທົ່ານັ້ນ ແຕ່ຍັງສ້າງແຮງຂັບເຄື່ອນນໍາການພົວພັນ ຫວຽດນາມ-ກຳປູເຈຍ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຊົນທັງສອງປະເທດ, ກໍ່ຄືປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນອີກດ້ວຍ.
ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນ ຫວຽດນາມ-ກຳປູເຈຍ ໃນໄລຍະຜ່ານມາ ຄືແນວໃດ?
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ອາດເວົ້າໄດ້ວ່າການພົວພັນຫວຽດນາມ-ກຳປູເຈຍ ໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ ແລະແທດຈິງ.
ສິ່ງທີ່ພົ້ນເດັ່ນກວ່າໝູ່ແມ່ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ ໄດ້ຮັບການເພີ່ມທະວີ, ສ້າງພື້ນຖານທີ່ໜັກແໜ້ນໃຫ້ການກໍານົດທິດສັງລວມໃຫ້ການຮ່ວມມືໃນຂົງເຂດຕ່າງໆ. ການນຳຂອງສອງປະເທດ ໄດ້ຢ້ຽມຢາມກັນ ແລະມີບັນດາການພົບປະ, ແລກປ່ຽນຢ່າງເປັນປະຈຳ. ສອງຝ່າຍກໍ່ໄດ້ຈັດຕັ້ງກົນໄກການຮ່ວມມືສອງຝ່າຍທີ່ສຳຄັນເຊັ່ນ: ກອງປະຊຸມຄັ້ງທີ 21 ຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະເຕັກນິກ, ກອງປະຊຸມການຮ່ວມມື ແລະການພັດທະນາບັນດາແຂວງຊາຍແດນ ຄັ້ງທີ 13. ການຢ້ຽມຢາມ ແລະການພົບປະຂັ້ນສູງໄດ້ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະຍົກອອກທິດທາງເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມື, ຍົກສູງປະສິດທິຜົນການສົມທົບກັນລະຫວ່າງສອງປະເທດ.
ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນແມ່ນເສົາຄໍ້າທີ່ໜັກແໜ້ນໃນການພົວພັນສອງຝ່າຍ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍໂຄງການ, ແຜນການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ແຕ່ລະປະເທດ; ການສ້າງເສັ້ນຊາຍແດນທີ່ສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ, ຍຶດໝັ້ນຫຼັກການທີ່ບໍ່ອະນຸຍາດໃຫ້ກຳລັງໃດໃຊ້ດິນແດນຂອງປະເທດນີ້ເພື່ອຕ້ານ ແລະທຳລາຍອີກປະເທດໜຶ່ງ.
ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນມີບາດກ້າວພັດທະນາຢ່າງແທດຈິງ. ຍອດວົງເງິນການຄ້າສອງສົ້ນໃນປີ 2025 ບັນລຸ 11,33 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024. ຫວຽດນາມ ມີໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ກໍາປູເຈຍ 229 ໂຄງການ ດ້ວຍທຶນຈົດທະບຽນທັງໝົດແມ່ນ 2,94 ຕື້ໂດລາສະຫະລັດ, ຢູ່ອັນດັບທີສອງໃນຈຳນວນ 85 ປະເທດທີ່ຫວຽດນາມ ລົງທຶນຢູ່ຕ່າງປະເທດ.
ການຮ່ວມມືດ້ານການສຶກສາ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ. ຂະບວນການພົບປະແລກປ່ຽນ, ການແຮກສ່ຽວລະຫວ່າງບັນດາທ້ອງຖິ່ນສອງປະເທດ ໄດ້ຮັບການຍູ້ແຮງ, ບໍ່ພຽງແຕ່ຈຳກັດຢູ່ໃນແຂວງທີ່ມີຊາຍແດນຮ່ວມກັນເທົ່ານັ້ນ ແຕ່ຍັງແຜ່ຂະຫຍາຍຮູບແບບໄປສູ່ແຂວງຕ່າງໆ. ຜ່ານບັນດາການເຄື່ອນໄຫວການສຶກສາ, ການພົບປະແລກປ່ຽນວັດທະນະທຳ, ການແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆ, ຄວາມເຂົ້າໃຈ, ຄວາມຮັກແພງລະຫວ່າງປະຊາຊົນສອງປະເທດ.
ຄຽງຂ້າງນັ້ນ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະເສີມຂະຫຍາຍຈິດໃຈສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ ແລະການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງອາຊຽນ ໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະສາກົນ.
ນັກຂ່າວ: ທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມຫວັງຂອງຫວຽດນາມ ຜ່ານການຢ້ຽມຢາມທີ່ມີຄວາມໝາຍສໍາຄັນພິເສດຂອງທ່ານເລຂາທິການໃຫຍ່?
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ຄືດັ່ງທີ່ໄດ້ແບ່ງປັນ, ການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານ ໂຕເລິມ ໄດ້ດໍາເນີນໄປໃນຈຸດເວລາທີ່ສຳຄັນເມື່ອທັງສອງປະເທດກຳລັງກ້າວເຂົ້າສູ່ໄລຍະການພັດທະນາໃໝ່ດ້ວຍຄວາມສະດວກ ແລະສິ່ງທ້າທາຍສະຫຼັບກັນ. ກ່ຽວກັບການພົວພັນສອງຝ່າຍ, ການພົວພັນລະຫວ່າງຫວຽດນາມ ແລະກຳປູເຈຍ ບັນລຸໄດ້ບາດກ້າວທີ່ເປັນໜ້າສົ່ງເສີມໃນປີ 2025. ເຖິງຢ່າງໃດກໍ່ຕາມ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຕ້ອງສືບຕໍ່ຊຸກຍູ້ກວ່າອີກເພື່ອນໍາການພັດທະນາສອງປະເທດຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມມຸ່ງຫວັງຂອງການນຳ ແລະປະຊາຊົນທັງສອງປະເທດ.
ດ້ວຍບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ, ການຢ້ຽມຢາມຄັ້ງນີ້ຄາດວ່າຈະເປີດກາລະໂອກາດສະໜິດຕິດພັນຢ່າງແໜ້ນແຟ້ນ ແລະເລິກເຊິ່ງລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ສ້າງຜົນປະໂຫຍດທາງຍຸດທະສາດໃນບັນດາຂົງເຂດທີ່ສຳຄັນ, ຄື: ການຄ້າ, ການລົງທຶນ, ລະບົບຕ່ອງໂສ້ການສະໜອງ, ກະສິກຳ, ອຸດສາຫະກຳປຸງແຕ່ງ, ພື້ນຖານໂຄງລ່າງ, ພະລັງງານ ແລະການຄົມມະນາຄົມ...
ນອກຈາກນັ້ນ, ການຢ້ຽມຢາມຈະຊ່ວຍເປັນເອກະພາບຄວາມຮັບຮູ້ຢູ່ໃນລະດັບສູງສຸດລະຫວ່າງສອງພັກ, ສອງລັດ, ຍົກອອກທິດທາງໃຫຍ່, ສ້າງພື້ນຖານການເມືອງທີ່ສຳຄັນເພື່ອສ້າງການຮ່ວມມືໃນຫຼາຍຂົງເຂດບົນເນື້ອໃນຈິດໃຈທີ່ເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ນຳການພົວພັນ ຫວຽດນາມ-ກຳປູເຈຍ ພັດທະນາຢ່າງໝັ້ນຄົງ, ຍືນຍົງ, ຍາວນານໃນໄລຍະຈະມາເຖິງ.
ຄຽງຂ້າງນັ້ນ, ການພົບປະລະຫວ່າງການນໍາ 3 ທ່ານຂອງ 3 ພັກ ເນື່ອງໃນໂອກາດນີ້ແມ່ນການຢັ້ງຢືນຄຸນຄ່າປະຫວັດສາດ ແລະຄວາມໝາຍຍຸດທະສາດຂອງການພົວພັນມູນເຊື້ອສາມັກຄີພິເສດ, ຄວາມສະໜິດຕິດພັນສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ, ກໍ່ຄືລະຫວ່າງ 3 ພັກ, 3 ປະເທດ ຫວຽດນາມ-ກໍາປູເຈຍ-ລາວ.
ການຢ້ຽມຢາມຂອງທ່ານ ໂຕເລິມ ບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການປັບປຸງພື້ນຖານທາງການເມືອງທີ່ໜັກແໜ້ນໃຫ້ການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ ເທົ່ານັ້ນ, ແຕ່ຍັງຈະສ້າງແຮງຂັບເຄື່ອນໃໝ່ເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍ່ຄື 3 ພັກ, 3 ປະເທດ ຫວຽດນາມ-ກໍາປູເຈຍ-ລາວ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງພາກພື້ນ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!
ໂດຍ: ຈາງຫງວຽນ