ທີ່ການເຮັດວຽກກັບທ່ານນາງ Allison Hooker ຮອງລັດຖະມົນຕີການຕ່າງປະເທດອາເມລິກາ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບອາ​ເມ​ລິ​ກາ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ສອງ​ປະ​ເທດ​ຮັກສາ​ການເຄື່ອນໄຫວພົບປະ​ຂັ້ນ​ສູງຢ່າງ​ເປັນ​ປະຈຳ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ ​- ​ເຕັກ​ໂນ​ໂລ​ຢີ, ນະວັດຕະກໍາ. ທ່ານ​ນາງ ຫງວຽນມິງຮັ່ງ ​ເນັ້ນ​ໜັກ​ວ່າ ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2027 ​ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍສໍາຄັນແຖວໜ້າ​ຂອງຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ; ຫວຽດນາມ ໄດ້ ແລະກໍາລັງຕັ້ງໜ້າຜັນຂະຫຍາຍວຽກງານກະກຽມໃນທຸກຂົງເຂດ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຮັດວຽກກັບທ່ານນາງ Allison Hooker, ຮອງລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: vov.vn

ສ່ວນທ່ານນາງ Allison Hooker ຮອງລັດຖະມົນຕີການຕ່າງປະເທດອາເມລິກາ  ປາດຖະໜາຢາກ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ, ​ໃນ​ນັ້ນ​ມີ​ການ​ບັນລຸ​ໄດ້​ສັນຍາ​ການ​ຄ້າຕອບໂຕ້ດຸ່ນດ່ຽງ ແລະຍຸຕິທໍາ​, ຜ່ານ​ນັ້ນ​ສ້າງ​ພື້ນຖານ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ. ທ່ານນາງ Allison Hooker ໄດ້ຕີລາຄາສູງບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນເລື່ອງເປັນຄັ້ງທີ 3 ທີ່ເປັນເຈົ້າພາບຈັດຕັ້ງປີ APEC, ຮັບຮູ້ຈິດໃຈເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນວຽກງານກະກຽມໃຫ້ປີ APEC 2027; ທ່ານນາງ Allison Hooker ຢືນຢັນວ່າ ອາເມລິກາ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຮັບປະກັນໃຫ້ປີ APEC 2027 ບັນລຸຜົນສຳເລັດ.

ໂດຍ: ທູຈາງ