ໂດຍໄດ້ຮັບຄໍາເຊີນຂອງພະບາດສົມເດັດ ກຳປູເຈຍ Preah Bat Samdech Preah Boromneath Norodom Sihamoni, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ແລະຕອບສະໜອງຕາມຄຳເຊີນຂອງທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນ ກຳປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງກົມການເມືອງສູນກາງພັກກອມມູນິດຫວຽດນາມ ແລະຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ, ເປັນປະທານຮ່ວມການພົບປະຜູ້ນຳ 3 ພັກຫວຽດນາມ-ກຳປູເຈຍ-ລາວ ຢູ່ ກຳປູເຈຍ ໃນວັນທີ 6 ກຸມພາ 2026.

ຕາມການເວລາຂອງປະຫວັດສາດ ໄດ້ພິສູດໃຫ້ເຫັນມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນ, ການຮ່ວມທຸກຮ່ວມສຸກ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ສອງປະເທດຫວຽດນາມ-ກຳປູເຈຍ ແມ່ນຊັບສົມບັດອັນລ້ຳຄ່າ, ແຫຼ່ງກຳລັງແຮງອັນໃຫຍ່ຫຼວງ ແລະສຳຄັນຕໍ່ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືກິດຈະການປົກປັກຮັກສາ, ສ້າງສາ, ພັດທະນາຢູ່ແຕ່ລະປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລີມ ຈະຢ້ຽມຢາມທາງລັດຖະກິດ ກໍາປູເຈຍ. ພາບ: vov.vn

ໃນຊຸມປີມໍ່ໆມານີ້, ການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານຫວຽດນາມ-ກຳປູເຈຍ ໄດ້ຮັກສາການພັດທະນາຢ່າງໝັ້ນຄົງ, ມີຈຸດພົ້ນເດັ່ນ, ຫຼາຍຮູບຫຼາຍແບບ, ມີປະສິດທິຜົນໃນຫຼາຍຂົງເຂດ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ. ການພົວພັນດ້ານການເມືອງ ສືບຕໍ່ສວມບົດບາດຫຼັກແຫຼ່ງ, ການຮ່ວມມືຜ່ານຊ່ອງທາງພັກ ສືບຕໍ່ກຳນົດທິດລວມໃນການພົວພັນສອງຝ່າຍ, ໂດຍສະເພາະແມ່ນນັບແຕ່ເວລາທີ່ທ່ານ ໂຕເລິມ ແລະປະທານ Hun Sen ເປັນປະທານຮ່ວມການພົບປະສອງພັກ ຢູ່ນະຄອນ ໂຮ່ຈີມິນ ໃນເດືອນ ກຸມພາ 2025. ສອງຝ່າຍໄດ້ຮັກສາຫຼາຍການເຄື່ອນໄຫວພົບປະຂັ້ນສູງ ແລະທຸກຂັ້ນໃນຂອບເຂດສອງຝ່າຍ ກໍ່ຄືຢູ່ເວທີປາໄສຫຼາຍຝ່າຍ. ບັນດາກົນໄກຮ່ວມມືທີ່ສຳຄັນໄດ້ຈັດຕັ້ງເປັນປະຈຳ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ.

ມາຮອດປະຈຸບັນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳ, ນັບມື້ນັບຮັດກຸມ ແລະແທດຈິງໃນການພົວພັນຫວຽດນາມ-ກໍາປູເຈຍ, ພິເສດ ແມ່ນວຽກງານສົມທົບກັນຮັກສາຄວາມສະຫງົບຢູ່ທົ່ວເສັ້ນຊາຍແດນ, ການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ລະຫວ່າງກຳລັງກ່ຽວຂ້ອງຂອງສອງຝ່າຍ. ຄວາມພະຍາ ຍາມຍູ້ແຮງການຮ່ວມມືລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການສົ່ງເສີມຈາກການພັດທະນາຂອງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ໃນນັ້ນວົງເງິນການຄ້າສອງສົ້ນ ປີ 2025 ບັນລຸ 11,33 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ປີ 2024 ແລະສອງຝ່າຍພວມຕັ້ງໜ້າສົມທົບກັນປະຕິບັດເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໂດຍໄວ. ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງກຳປູເຈຍ (ຖັດຈາກ ຈີນ ແລະອາເມລິກາ)  ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ຄຽງຂ້າງກັນນັ້ນ, ຂົງເຂດຮ່ວມມືກ່ຽວກັບການສຶກສາ-ກໍ່ສ້າງ, ຄົມມະນາຄົມ-ຂົນສົ່ງ, ວັດທະນະທຳ, ສາທາລະນະສຸກ, ໂທລະຄົມມະນາຄົມ... ກໍ່ໄດ້ເອົາໃຈໃສ່ຍູ້ແຮງ. ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງມະຫາຊົນໄດ້ຮັບການຮັກສາ ແລະມີການປ່ຽນແປງໃໝ່ກ່ຽວກັບຮູບການ. ສອງປະເທດ ກໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ, ພາກພື້ນ, ອະນຸພາກພື້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະກົນໄກຕ່າງໆທີ່ອາຊຽນ ເປັນຜູ້ນຳພາ, ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ... ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະຖານະບົດບາດຂອງແຕ່ລະປະເທດຢູ່ພາກພື້ນ ແລະໃນໂລກ.

ລາວ ແລະກຳປູເຈຍ ແມ່ນສອງປະເທດທຳອິດທີ່ທ່ານ ໂຕເລິມ ທຳການຢ້ຽມຢາມໃນປີ 2026 ແລະພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ອີກເທື່ອໜຶ່ງໄດ້ສະແດງອອກໃຫ້ເຫັນເຖິງການຖືເປັນສຳຄັນ, ໃຫ້ບຸລິມະສິດສູງສຸດຂອງພັກ, ລັດຫວຽດນາມ ຕໍ່ກັບສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ການນຳຂັ້ນສູງສຸດຂອງສອງພັກ, ສອງລັດຫວຽດນາມ-ກຳປູເຈຍ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ແລກປ່ຽນມາດມາດຕະການ ເພື່ອແນໃສ່ນຳການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດຍາດໄດ້ຜົນງານໃໝ່ຕື່ມອີກ.

ຈຸດພົ້ນເດັ່ນໃນການປະຕິບັດງານຄັ້ງນີ້ແມ່ນທ່ານເລຂາທິການໃຫຍ່  ຈະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ແລະຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ, ແລະເປັນປະທານຮ່ວມການພົບປະລະຫວ່າງການນຳ 3 ທ່ານຂອງ 3 ພັກຫວຽດນາມ-ກໍາປູເຈຍ-ລາວ. ຜ່ານນັ້ນເປັນການຢືນຢັນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ກຳນົດລາວ ແລະກໍາປູເຈຍ ມີທີ່ຕັ້ງ ແລະຄວາມສຳຄັນຍຸດທະສາດພິເສດຕໍ່ກັບຄວາມໝັ້ນຄົງ ແລະການພັດທະນາຂອງ ຫວຽດນາມ, ພ້ອມທັງສະແດງອອກໃຫ້ເຫັນວິໄສທັດລວມຂອງການນຳຂັ້ນສູງຂອງ 3 ພັກ, 3 ປະເທດ ຕໍ່ກັບການຮັກສາ, ເສີມຂະຫຍາຍ ແລະປັບປຸງ, ພັດທະນາການພົວພັນສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງ 3 ປະເທດ ອິນດູຈີນ ອ້າຍນ້ອງໃນໄລຍະໃໝ່ຢ່າງບໍ່ຢຸດຢັ້ງ.

ພວກເຮົາ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ການໄປປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່  ຈະປະກອບສ່ວນປັບປຸງພື້ນຖານການເມືອງຢ່າງໝັ້ນແກ່ນສຳລັບການພົວພັນຫວຽດນາມ-ກຳປູເຈຍ; ສືບຕໍ່ສ້າງໜ້າປະຫວັດສາດໃໝ່ກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງ 2 ພັກ, 2 ລັດ ກໍ່ຄື 3 ພັກ, 3 ລັດ ຫວຽດນາມ-ລາວ-ກໍາປູເຈຍ, ພ້ອມທັງເປີດໄລຍະການຮ່ວມມືໃໝ່ເພື່ອມຸ່ງໄປເຖິງເປົ້າໝາຍພ້ອມກັນພັດທະນາໃຫ້ຮຸ່ງເຮືອງສີວິໄລ, ວັດທະນາຖາວອນ.

ໂດຍ: ແສງເດືອນ