ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມທາງລັດຖະກິດຢູ່ ລາວ ຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ດໍາເນີນພາຍຫຼັງທີ່ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ປະສົບຜົນສໍາເລັດ, ມີຄວາມໝາຍຄືແນວໃດຕໍ່ສາຍພົວພັນແບບພິເສດ ຫວຽດນາມ-ລາວ?
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ: ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ໃນປີ 2026 ແລະກໍ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ສະໄໝທີ XIV ພ້ອມທັງເປັນແຂກຕ່າງປະເທດຄົນທຳອິດທີ່ພັກ, ລັດ ແລະປະຊາຊົນລາວ ຕ້ອນຮັບພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII.
ເລື່ອງການນຳສອງຝ່າຍມາຢ້ຽມຢາມກັນເປັນປະຈຳ, ໄດ້ສະແດງໃຫ້ເຫັນວ່າ, ຍາມໃດສອງຝ່າຍກໍ່ຮ່ວມເດີນທາງ, ສະໜັບສະໜູນ ແລະພ້ອມແລ້ວທີ່ຈະແບ່ງປັນບົນເສັ້ນທາງແຫ່ງການພັດທະນາປະເທດຊາດ, ຕັດສິນໃຈພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່.
    |
 |
|
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: vov.vn |
ພ້ອມກັນນັ້ນ, ການຢ້ຽມຢາມກໍ່ໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມເອົາໃຈໃສ່, ຄວາມສະໜິດຕິດພັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຄືການນຳຫວຽດນາມ ທີ່ມີຕໍ່ທ່ານເລຂາທິການໃຫຍ່ , ປະທານປະເທດລາວ ທອງລຸນ ສີສຸລິດ ແລະບັນດາການນຳລາວ ເຊິ່ງແມ່ນສະຫາຍ, ອ້າຍນ້ອງ, ເພື່ອນມິດສະໜິດສະໜົມ, ສັດຊື່ບໍລິສຸດຜ່ານຫຼາຍໄລຍະປະຫວັດສາດ ແລະພວມຮ່ວມເດີນທາງພ້ອມກັບຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່.
ໃນສະພາບການຂອງໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນໄດ້ສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະຄວາມໝັ້ນຄົງທົ່ວໂລກ, ແຕ່ພາຍໃຕ້ການນຳພາຂອງສອງພັກ, ສອງລັດ, ສາຍພົວພັນແບບພິເສດ ຫວຽດນາມ-ລາວ ພວມພັດທະນາດີງາມທີ່ສຸດ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.
ນັກຂ່າວ: ການນໍາສອງພັກ, ສອງລັດ ຫວຽດນາມ-ລາວ ໄດ້ມີການພົບປະກັນຫຼາຍຄັ້ງໃນໄລຍະເວລາອັນສັ້ນ ແລະພິເສດເລື່ອງການນຳພັກສອງປະເທດຈະມາຢ້ຽມຢາມເຊິ່ງກັນ ແລະກັນເປັນຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຂອງພັກ, ສະແດງໃຫ້ເຫັນຄວາມພິເສດຫຍັງຂອງການພົວພັນ ຫວຽດນາມ-ລາວ ?
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ: ເລື່ອງການນຳສອງພັກ, ສອງລັດ ຫວຽດນາມ-ລາວ ໄດ້ມີການພົບປະກັນຫຼາຍຄັ້ງໃນໄລຍະເວລາອັນສັ້ນ ແລະເປັນຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່, ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເດັດຂາດ ແລະຫຸ້ນສ່ວນຍຸດທະສາດຢ່າງແໜ້ນແຟ້ນຂອງສາຍພົວພັນເປັນສະຫາຍ, ອ້າຍນ້ອງທີ່ໄດ້ສ້າງຕັ້ງຂຶ້ນຈາກຮ່ວມສໍາພັນສູ້ຮົບ, ໄດ້ຮັບການຫຼໍ່ຫຼອມຜ່ານປະຫວັດສາດ ແລະການນຳສອງປະເທດໄດ້ສືບຕໍ່ສືບທອດ, ເພີ່ມພູນຄູນສ້າງ, ຮ່ວມເດີນທາງໃນວິວັດການພັດທະນາຂອງແຕ່ລະປະເທດ. ການຮັກສາການພົບປະກັນເປັນປະຈຳລະຫວ່າງການນຳຂັ້ນສູງສອງປະເທດ ຫວຽດນາມ-ລາວ ຈະສືບຕໍ່ຮັບປະກັນໃຫ້ສາຍພົວພັນແບບພິເສດ ຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບການປົກປັກຮັກສາ ແລະພັດທະນາບໍ່ວ່າໃນສະພາບການໃດ.
ຕາມທໍານຽມແລ້ວ, ການນຳສອງພັກ, ສອງລັດ ຈະມີການຢ້ຽມຢາມເຊິ່ງກັນ ແລະກັນຄັ້ງທຳອິດພາຍຫຼັງສຳເລັດເຫດການສຳຄັນພິເສດເປັນຕົ້ນແມ່ນກອງປະຊຸມໃຫຍ່ຂອງພັກ. ນີ້ແມ່ນການສະແດງໃຫ້ເຫັນການຖືເປັນສໍາຄັນຂອງການນຳຂັ້ນສູງຫວຽດນາມ ແລະລາວ ໃນການພົວພັນລະຫວ່າງສອງປະເທດ. ນີ້ຍັງສະແດງໃຫ້ເຫັນຄວາມຕັດສິນໃຈລວມຂອງການນຳສອງຝ່າຍໃນການຮັກສາ, ປັບປຸງ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ.
ສາມາດຢືນຢັນໄດ້ວ່າແມ່ນຄວາມເອົາໃຈໃສ່ເປັນພິເສດ, ເປັນບຸລິມະສິດສູງສຸດ ແລະຄວາມສະໜິດຕິດພັນລະຫວ່າງການນຳຂັ້ນສູງສອງປະເທດໄດ້ສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ການພົວພັນ ຫວຽດນາມ-ລາວ ສືບຕໍ່ພັດທະນານັບມື້ນັບຢ່າງແທດຈິງ ແລະມີປະສິດທິຜົນ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ແລະການພັດທະນາແບບຍືນຍົງຂອງສອງປະເທດ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນໄລຍະຈະມາເຖິງ, ສອງປະເທດ ຫວຽດນາມ-ລາວ ຈະສຸມໃສ່ເປົ້າໝາຍຍຸດທະສາດໃດເພື່ອນໍາການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ, ພ້ອມທັງຕ້ອງຊຸກຍູ້ການຮ່ວມມືຄືແນວໃດເພື່ອຫັນເນື້ອໃນຫຸ້ນສ່ວນຍຸດທະສາດເຊິ່ງການນໍາຂັ້ນສູງສອງປະເທດໄດ້ເຫັນດີນຳກັນໃຫ້ປະກົດຜົນເປັນຈິງ?
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ: ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ລາວ ໃນເດືອນ ທັນວາ 2025 ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ສອງປະເທດໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່, ຈາກທິດນໍາ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ” ເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”.
ເປົ້າໝາຍຍຸດທະສາດຂອງສອງຝ່າຍແມ່ນສືບຕໍ່ນໍາສາຍພົວພັນ ຫວຽດນາມ-ລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະຍືນຍົງ, ບໍ່ພຽງແຕ່ທາງດ້ານການເມືອງເທົ່ານັ້ນຫາກຍັງຫຸ້ນສ່ວນເສດຖະກິດຢ່າງແໜ້ນແຟ້ນ ໂດຍຜ່ານການເຊື່ອມຕໍ່ພື້ນຖານໂຄງລ່າງ, ການວາງແຜນພັດທະນາເສດຖະກິດ ແລະຄວາມສະໜິດຕິດພັນແບບພິເສດລະຫວ່າງປະຊາຊົນສອງປະເທດ, ເສີມຂະຫຍາຍມູນເຊື້ອ, ກົນໄກ, ວິທີການທີ່ມີຢູ່ແລ້ວອີກດ້ວຍ.
ຂ້າພະເຈົ້າຄິດວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສຸມໃສ່ຊຸກຍູ້ການຮ່ວມມືຮອບດ້ານ, ຄົບຊຸດໃນທຸກຂົງເຂດຈຸດສຸມ; ພ້ອມທັງສົມທົບກັນວາງແຜນຍຸດທະສາດພັດທະນາທີ່ເໝາະສົມ ແລະເຫັນດີເປັນເອກະພາບກ່ຽວກັບມາດຕະການຢ່າງລະອຽດເພື່ອຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃນຂົງເຂດການຮ່ວມມືໃຫ້ປະກົດຜົນເປັນຈິງ.
ຂ້າພະເຈົ້າເຊື່ອໝັ້ນວ່າເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ຈະໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນທຸກຂົງເຂດ, ກາຍເປັນແຮງຂັບເຄື່ອນສືບຕໍ່ຊຸກຍູ້ສາຍພົວພັນ ຫວຽດນາມ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ, ເປັນຕົ້ນແມ່ນໃນການຫຸ້ນສ່ວນວິໄສທັດ, ເປົ້າໝາຍ, ນະໂຍບາຍ ແລະຍຸດທະສາດພັດທະນາ, ພື້ນຖານໂຄງລ່າງ ແລະພັດທະນາ, ການສຶກສາ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ, ຜ່ານນັ້ນປັບປຸງການຮັກສາຄວາມສະຫງົບ ແລະການພັດທະນາແບບຍືນຍົງຂອງສອງປະເທດ, ປະກອບສ່ວນນໍາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ