ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ລາວ ໃນວັນທີ 5 ກຸມພາ.

ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານ ທອງສະຫວັນ ພົມວິຫານ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່  ຈະມີຄວາມໝາຍປະຫວັດສາດ ແລະຂອບຂະໜາດຍຸດທະສາດ, ຊຸກຍູ້ການເຊື່ອມໂຍງຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ໃນທຸກຂົງເຂດ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ ຕອບສຳພາດຕໍ່ສື່ມວນຊົນ. ພາບ: ສຳນັກຂ່າວສານຫວຽດນາມ

ຕາມທ່ານລັດຖະມົນຕີການຕ່າງປະເທດລາວ ແລ້ວ, ການຢ້ຽມຢາມມີຄວາມສຳຄັນທີ່ສຸດຍ້ອນວ່ານີ້ແມ່ນການຢ້ຽມຢາມຕ່າງປະເທດທຳອິດຂອງທ່ານເລຂາທິການໃຫຍ່ ພາຍຫຼັງຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ.

ພາຍຫຼັງໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ຄືນໃໝ່, ສະຫາຍ ໂຕເລິມ ໄດ້ເລືອກເອົາລາວ ແມ່ນປະເທດທຳອິດເພື່ອມາຢ້ຽມຢາມ, ສິ່ງນີ້ມີຄວາມໝາຍສຳຄັນພິເສດ.

ກ່ອນໜ້ານີ້ບໍ່ດົນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ກໍ່ມີການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ພາຍຫຼັງ ລາວ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XII ຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສຳເລັດຢ່າງຈົບງາມ.

ການຢ້ຽມຢາມເຊິ່ງກັນ ແລະກັນຂອງເລຂາທິການໃຫຍ່ສອງປະເທດ ລາວ-ຫວຽດນາມ ໄດ້ດຳເນີນໄປພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”. ນີ້ແມ່ນຈຸດໃໝ່ ແລະເພາະສະນັ້ນຈຶ່ງມີຄວາມໝາຍສຳຄັນທີ່ສຸດ.

ກ່ອນໜ້ານີ້, ສອງປະເທດ ລາວ-ຫວຽດນາມ ໄດ້ມີກົນໄກນັ້ນແມ່ນພາຍຫຼັງກອງປະຊຸມໃຫຍ່ຂອງແຕ່ລະພັກ ຈະດຳເນີນການຢ້ຽມຢາມເພື່ອອວຍພອນເຊິ່ງກັນ ແລະກັນ ແລະແຈ້ງໝາກຜົນໃຫ້ກັນຮັບຊາບ. ນີ້ແມ່ນມູນເຊື້ອ ແລະປະຈຸບັນສອງປະເທດໄດ້ປະຕິບັດຕາມຮູບການຢ້ຽມຢາມທາງລັດຖະກິດໂດຍເລຂາທິການໃຫຍ່ ແຈ້ງຜົນກອງປະຊຸມໃຫຍ່ຂອງພັກຂອງແຕ່ລະຝ່າຍ. ສິ່ງນີ້ສະແດງອອກໃຫ້ເຫັນລັກສະນະພິເສດຂອງການພົວພັນ ລາວ-ຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ພາບ: ເຟືອງຮວາ.

ທ່ານລັດຖະມົນຕີການຕ່າງປະເທດລາວ ເນັ້ນໜັກວ່າ ເລື່ອງການນຳຂັ້ນສູງສຸດຂອງສອງປະເທດມີການພົບປະກັນເປັນປະຈຳບໍ່ພຽງແຕ່ສະແດງອອກໃຫ້ເຫັນລັກສະນະທີ່ມີຊີວິດຊີວາເທົ່ານັ້ນ ຫາກຍັງສ່ອງແສງໃຫ້ເຫັນເຖິງລັກສະນະພິເສດຂອງການພົວພັນລະຫວ່າງສອງປະເທດ, ການພັນພົວ “ໜຶ່ງບໍ່ມີສອງໃນໂລກ” ໃນໂລກ; ຊ່ວຍສ້າງຄວາມສະໜິດຕິດພັນ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່ແບບພິເສດ. ສິ່ງນີ້ກໍ່ຊ່ວຍໃຫ້ລຸ້ນໜຸ່ມສອງປະເທດເຂົ້າໃຈແຈ້ງກວ່າກ່ຽວກັບຄວາມສຳຄັນ ແລະລັກສະນະພິເສດຂອງສາຍພົວພັນລາວ-ຫວຽດນາມ.

ໃນສະພາບການຕົວຈິງ, ການພົວພັນແບບພິເສດ ລາວ-ຫວຽດນາມ ມີຕົ້ນກຳເນີດມາຈາກປະຫວັດສາດທີ່ສະໜິດຕິດພັນລະຫວ່າງສອງພັກ, ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ  ລ້ວນແຕ່ກຳເນີດມາຈາກພັກກອມມູນິດອິນດູຈີນ. ການນຳລຸ້ນຕ່າງໆຂອງສອງປະເທດ, ບັນດານັກຮົບປະຕິວັດ ແລະປະຊາຊົນສອງປະເທດ ຍາມໃດກໍ່ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອກັນ, ສ້າງສາຍພົວພັນແບບພິເສດລາວ-ຫວຽດນາມ, ເປັນມໍລະດົກເຊິ່ງຮຸ່ນສືບທອດຕ້ອງມີຄວາມຮັບຜິດຊອບຮັກສາ ແລະພັດທະນາ.

ຕາມທ່ານ ທອງສະຫວັນ ພົມວິຫານ ແລ້ວ, ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະແມ່ນ້ຳຕິດຈອດກັນ, ປະຊາຊົນສອງປະເທດມີຮີດຄອງປະເພນີຄ້າຍຄືກັນ. ໃນປະຫວັດສາດ, ສອງປະເທດ ລາວ-ຫວຽດນາມ ຍາມໃດກໍ່ຮ່ວມກັນຕໍ່ສູ້, ພ້ອມກັນຍາດເອົາເອກະລາດ ແລະປະຈຸບັນສືບຕໍ່ຄຽງບ່າຄຽງໄຫຼ່, ຮ່ວມເດີນທາງພ້ອມກັນພັດທະນາ.

ເລື່ອງ ລາວ-ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ຄັ້ງນີ້ໄດ້ສຸມໃສ່ການພັດທະນາ, ເພື່ອໃຫ້ເໝາະສົມກັບການພົວພັນແບບພິເສດດັ່ງກ່າວ.

ໃນໄລຍະຜ່ານມາ, ການພົວພັນລະຫວ່າງລາວ ແລະຫວຽດນາມ ສຳລັບດ້ານການເມືອງ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍາມໃດກໍ່ຮັກສາບົດບາດຫຼັກແຫຼ່ງ, ກຳນົດທິດສັງລວມໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ບົນພື້ນຖານຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເຊິ່ງສອງປະເທດທີ່ມີຢູ່ແລ້ວ, ລາວ-ຫວຽດນາມ ຄວນຊຸກຍູ້ການຮ່ວມມືກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ.

ເລື່ອງສອງປະເທດ ລາວ-ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ມີຄວາມໝາຍເລິກເຊິ່ງ, ຮອບດ້ານ ແລະກວ້າງຂວາງທີ່ສຸດ. ສິ່ງນີ້ຮຽກຮ້ອງມາຍັງສອງປະເທດຕ້ອງເພີ່ມທະວີຄວາມສະໜິດຕິດພັນ, ເຊື່ອມຕໍ່ ແລະເຊື່ອມໂຍງ.

ບັນດາຂົງເຂດ, ຄື: ຄົມມະນາຄົມ-ຂົນສົ່ງ, ພະລັງງານ, ເສດຖະກິດ-ການຄ້າ, ໂລຈິດສະຕິກ, ການທ່ອງທ່ຽວ... ລ້ວນແຕ່ໄດ້ເຊື່ອມຕໍ່ຄົບຊຸດ, ລວມທັງບັນດາໂຄງການລົງທຶນເພື່ອສ້າງແຮງຂັບເຄື່ອນໃຫ້ແກ່ການເຕີບໂຕຂອງສອງປະເທດ.

ທ່ານລັດຖະມົນຕີການຕ່າງປະເທດລາວ ສະແດງຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ການຢ້ຽມຢາມທາງລັດຖະກິດຢູ່ລາວ ຄັ້ງນີ້ຂອງທ່ານ ໂຕເລິມ ຈະປະສົບຜົນສຳເລັດຢ່າງຈົບງາມຕາມເປົ້າໝາຍວາງອອກ. ເພາະວ່າ ການນຳຂັ້ນສູງສຸດຂອງສອງພັກ, ສອງລັດ, ພ້ອມດ້ວຍທຸກກະຊວງ, ຂະແໜງການຂອງສອງປະເທດລ້ວນແຕ່ເຫັນດີເປັນເອກະພາບຢ່າງສູງ ແລະມີຄວາມຕັດສິນໃຈຊຸກຍູ້ການຮ່ວມມືພັດທະນາ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດລາວ ໃຫ້ຮູ້ວ່າ ປີ 2026 ແມ່ນປີບານພັບຂອງວິວັດທະນາການນຳປະເທດລາວ ໃຫ້ຫຼຸດພົ້ນອອກຈາກສະພາບການປະເທດດ້ອຍພັດທະນາຕາມຂໍ້ກຳນົດຂອງສະຫະປະຊາຊາດ. ນີ້ທັງແມ່ນສິ່ງທ້າທາຍ, ທັງແມ່ນກາລະໂອກາດ ແລະແມ່ນຈຸດເວລາຕັດສິນເພື່ອນຳປະເທດລາວ ໃຫ້ພັດທະນາຢ່າງແຂງແຮງ, ຫັນການ “ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ” ໃຫ້ປະກົດຜົນເປັນຈິງ. ໃນຄວາມມານະພະຍາຍາມນີ້, ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ລາວ ການສະໜັບສະໜູນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ແລະຝ່າຍລາວ ກໍ່ມີຄວາມເຊື່ອໝັ້ນວ່າ ຜົນສຳເລັດນີ້ຈະສ້າງກຳລັງຜັກດັນ ເພື່ອຊຸກຍູ້ການພັດທະນາຂອງລາວ.

ທ່ານລັດຖະມົນຕີການຕ່າງປະເທດລາວ ໄດ້ເນັ້ນໜັກເປັນພິເສດວ່າ ເຖິງວ່າສະພາບການພາກພື້ນ ແລະສາກົນ ຈະສືບຕໍ່ຜັນແປສັບສົນກໍ່ຕາມ, ແຕ່ ລາວ ຍັງຄົງຢຶດໝັ້ນພ້ອມກັບຫວຽດນາມ ຈັບມືກັນ, ພ້ອມກັນພັດທະນາ ແລະພ້ອມກັນຍາດໄດ້ຜົນສຳເລັດຄືຄວາມຄອງຄອຍ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ ແລະຮັບໃຊ້ກິດຈະການສ້າງສາ ແລະພັດທະນາປະເທດຂອງແຕ່ລະປະເທດ.

ຝ່າຍລາວ ສະແດງຄວາມຂອບອົກຂອບໃຈຝ່າຍຫວຽດນາມ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອ ແລະອຳນວຍຄວາມສະດວກເພື່ອໃຫ້ລາວ ມີປະຕູອອກສູ່ທະເລ, ແຕ່ວ່າປະຈຸບັນ ລາວ ໄດ້ມີທ່າກຳປັ່ນແລ້ວ, ນີ້ແມ່ນສິ່ງທີ່ໜ້າເອກອ້າງທະນົງໃຈທີ່ສຸດ ແລະແມ່ນພື້ນຖານໂຄງລ່າງຄົມມະນາຄົມທີ່ມີຄວາມສຳຄັນທີ່ສຸດ.

ປະຈຸບັນ, ລາວ ແລະຫວຽດນາມ ພວມສຸມໃສ່ຊຸກຍູ້ການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ແລະເສັ້ນທາງລົດໄຟເຊື່ອມຕໍ່ທ່າກຳປັ່ນ. ນີ້ແມ່ນບັນດາໂຄງການທີ່ມີຄວາມສຳຄັນທີ່ສຸດ ແລະຫວັງວ່າສອງປະເທດ ລາວ-ຫວຽດນາມ ຈະສົມທົບກັນຊອກຫາບັນດາຄູ່ຮ່ວມມືພາຍນອກມາເຂົ້າຮ່ວມວິວັດທະນາການພັດທະນາ, ຍ້ອນວ່ານີ້ແມ່ນບັນດາໂຄງການບໍ່ພຽງແຕ່ໃນຂອບເຂດພັດທະນາຂອງສອງປະເທດ ລາວ-ຫວຽດນາມ ເທົ່ານັ້ນ,  ຫາກຍັງປະກອບສ່ວນເຂົ້າໃນການພັດທະນາລວມຂອງພາກພື້ນ.

ຖ້າວ່າ ລາວ ມີພື້ນຖານໂຄງລ່າງຄົມມະນາຄົມໄປຊອດທະເລຕາເວັນອອກ, ສິ່ງນີ້ກໍ່ມີຄວາມໝາຍວ່າແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກໄດ້ເປີດຊ່ອງທາງເຊື່ອມຕໍ່ແລ້ວ. ນີ້ແມ່ນຜົນປະໂຫຍດລວມຂອງອະນຸພາກພື້ນ ກໍ່ຄືໃນອາຊຽນ.

ໂດຍ: ແສງເດືອນ