ຫຼັງຈາກຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສໍາເລັດ, ການຢ້ຽມຢາມທາງລັດຖະກິດລາວ ຂອງທ່ານ ໂຕເລິມ ໃນວັນທີ 5 ກຸມພາ ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມວິສາຫະກິດຫວຽດນາມ ຢູ່ລາວ ຈະສ້າງກໍາລັງໜູນໃໝ່, ເຂັ້ມແຂງ ແລະແທດຈິງກວ່າໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.
ທ່ານນາງ ຟ້າມທິມິງເຮື່ອງ, ນັກທຸລະກິດຫວຽດນາມ ຢູ່ລາວ, ກຳມະການຄະນະປະຈຳສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ຮອງປະທານສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ຈະສືບຕໍ່ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ - ຍຸດທະສາດລະຫວ່າງສອງປະເທດຢ່າງໜັກແໜ້ນ, ຜ່ານນັ້ນສ້າງກໍາລັງໜູນໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະການຄ້າສອງຝ່າຍ; ຊຸກຍູ້ກົນໄກການຮ່ວມມືກ່ຽວກັບນະໂຍບາຍ, ນິຕິກໍາ ແລະສະພາບແວດລ້ອມແຫ່ງການລົງທຶນໃຫ້ນັບມື້ນັບແທດຈິງ; ປະກອບສ່ວນເຂົ້າໃນການຂຸດຄົ້ນແຫຼ່ງກຳລັງ, ການແກ້ໄຂຂໍ້ຕິດຄັດ, ຈຸດອຸດຕັນ ແລະການສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດ ຫວຽດນາມ - ລາວ ມີຄວາມອຸ່ນອ່ຽນໃຈລົງທຶນໃນໄລຍະຍາວ, ໝັ້ນຄົງ ແລະຍືນຍົງ.
    |
 |
|
ທ່ານນາງ ຟ້າມທິມິງເຮື່ອງ, ນັກທຸລະກິດຫວຽດນາມ ຢູ່ລາວ, ກຳມະການຄະນະປະຈຳສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ, ຮອງປະທານສະມາຄົມນັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາງ ຟ້າມທິມິງເຮື່ອງ ຢືນຢັນວ່າ ສຳລັບປະຊາຄົມວິສາຫະກິດຫວຽດນາມ ຢູ່ລາວ, ການຢ້ຽມຢາມ ລາວ ຂອງທ່ານ ໂຕເລິມ ບໍ່ພຽງແຕ່ເປັນເຫດການພົວພັນຕ່າງປະເທດລະດັບສູງເທົ່ານັ້ນ, ແຕ່ຍັງເປັນສານທີ່ຈະແຈ້ງກ່ຽວກັບຄວາມເອົາໃຈໃສ່, ການຮ່ວມເດີນທາງຂອງພັກ ແລະລັດຫວຽດນາມ ທີ່ມີຕໍ່ວິສາຫະກິດ, ຜ່ານນັ້ນປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງກໍາລັງໜູນຕື່ມອີກ ເພື່ອໃຫ້ປະຊາຄົມວິສາຫະກິດຫວຽດນາມ ຢູ່ລາວ ເປີດກວ້າງການລົງທຶນ, ຍົກສູງຄຸນນະພາບການຮ່ວມມື ແລະປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງກວ່າອີກ.
ພາຍໃຕ້ແງ່ມູມຂອງວິສາຫະກິດທີ່ພວມເຄື່ອນໄຫວໂດຍກົງຢູ່ໃນບໍລິເວນ, ທ່ານ ຮວ່າງວັນກວນ, ຮອງປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ, ຄາດວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ຈະສ້າງກໍາລັງໜູນໃໝ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດສອງຝ່າຍໃຫ້ເຂົ້າສູ່ເນື້ອແທ້.
ທ່ານຫວັງວ່າ ບັນດາການກໍານົດທິດຍຸດທະສາດຈາກການຢ້ຽມຢາມຈະຊ່ວຍແກ້ໄຂສິ່ງກີດຂວາງການບໍລິຫານຢ່າງເຖິງຖອງ, ສ້າງກອບນິຕິກໍາທີ່ໂປ່ງໃສ, ແລະຮັດແໜ້ນການເຊື່ອມຕໍ່ ໂດຍຜ່ານໂຄງການພື້ນຖານໂຄງລ່າງ, ການຫັນປ່ຽນດີຈີຕອນ. ພິເສດ, ປະຊາຄົມວິສາຫະກິດໄດ້ເນັ້ນໜັກວ່າ ການໜູນຊ່ວຍລາວ ປັບປຸງເສດຖະກິດແມ່ນປັດໄຈຫຼັກແຫຼ່ງເພື່ອໃຫ້ວິສາຫະກິດຫວຽດນາມ ພັດທະນາແບບຍືນຍົງ, ພ້ອມທັງເຊື່ອໝັ້ນວ່າ ໝາກຜົນຂອງການຢ້ຽມຢາມນີ້ຈະເປັນໄມ້ງັດເພື່ອຫັນແຜນການຮ່ວມມືຂະໜາດໃຫຍ່ໃຫ້ປະກົດຜົນເປັນຈິງ, ເໝາະສົມກັບສາຍພົວພັນທາງການເມືອງແບບພິເສດລະຫວ່າງສອງປະເທດ.
ສ່ວນທ່ານນາງ ຫງວຽນທິທູຮ່ວຽນ, ຫົວໜ້າຫ້ອງການສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ຈະສ້າງກໍາລັງໜູນໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດສອງຝ່າຍ.
ຕາມທ່ານນາງແລ້ວ, ປະຊາຄົມວິສາຫະກິດຫວຽດນາມ ຢູ່ລາວ ຫວັງວ່າ ທັງສອງປະເທດຈະເພີ່ມທະວີການແລກປ່ຽນຍຸດທະສາດ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດກ່ຽວກັບກົນໄກ, ນະໂຍບາຍ, ຈາກນັ້ນສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ ແລະໝັ້ນຄົງຫຼາຍຂຶ້ນ.
ພິເສດ, ວິສາຫະກິດແຫ່ງຕ່າງໆຫວັງວ່າ ການຢ້ຽມຢາມຈະເປີດໂອກາດການຮ່ວມມືທີ່ລະອຽດຫຼາຍຢ່າງໃນຂົງເຂດທີ່ເພີ່ມເຕີມເຊິ່ງກັນແລະກັນ, ຄື: ກະສິກຳສະອາດ, ພະລັງງານ, ພື້ນຖານໂຄງລ່າງ ແລະການຫັນປ່ຽນດີຈີຕອນ. ວິສາຫະກິດຫວຽດນາມ ສາມາດອຸ່ນອ່ຽນໃຈລົງທຶນແບບຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາຂອງລາວ ຢ່າງແທດຈິງ ແລະປະກອບສ່ວນເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນກວ່າອີກ.
ໂດຍ: ຈາງຫງວຽນ