ນັ້ນແມ່ນຄຳກ່າວປາໄສຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ໃນຕອນບ່າຍວັນທີ 8 ກຸມພາ, ທີ່ການຕ້ອນຮັບຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນມາເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 ດ້ວຍຫົວຂໍ້ “ຄວາມຄາດຫວັງຫວຽດນາມ: ສັນຕິພາບ, ວັດທະນາຖາວອນ.

ພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ກຳລັງແຮງຂອງຈິດໃຈພັກ ແລະຈິດໃຈປະຊາຊົນ

ໃນທ່າມກາງບັນຍາກາດເບີກບານມ່ວນຊື່ນຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ເຈືອຈານກັບຄວາມເບີກບານມ່ວນຊື່ນຂອງທົ່ວປະເທດຂ່ຳນັບຮັບຕ້ອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່  ໄດ້ສະແດງຄວາມພາກພູມໃຈ ແລະຂ່ຳນັບຮັບຕ້ອນຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນຈາກຫຼາຍປະເທດ ແລະເຂດແຄວ້ນ ທີ່ມາເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026. ໂດຍຜ່ານພໍ່ແມ່ປະຊາຊົນ, ທ່ານເລຂາທິການໃຫຍ່ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທຸກຖ້ວນໜ້າ-ຜູ້ທີ່ຢູ່ຫ່າງໄກຈາກປະເທດຊາດ, ແຕ່ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດດ້ວຍອາລົມຈິດຢ່າງເລິກເຊິ່ງ, ຄວາມເອກອ້າງທະນົງໃຈຂອງຊາດ ແລະຄວາມຮັບຜິດຊອບ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: ສຳນັກຂ່າວສານຫວຽດນາມ

ແບ່ງປັນກັບຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ປີ 2025 ແມ່ນປີທີ່ມີໂອກາດຫຼາຍແຕ່ກໍ່ມີສິ່ງທ້າທາຍຫຼາຍຄືກັນ. ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ດ້ວຍການຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ໃນນັ້ນມີການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈຳນວນ 6,5 ລ້ານຄົນ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອບັນລຸໝາກຜົນສຳຄັນໃນທຸກຂົງເຂດ: ຄວາມໝັ້ນຄົງດ້ານການເມືອງ-ສັງຄົມ ສືບຕໍ່ໄດ້ຮັບການຮັກສາ; ເສດຖະກິດສາມາດຮັກສາທ່າການເຕີບໂຕຢ່າງຕັ້ງໜ້າ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ; ການພົວພັນຕ່າງປະເທດ ແລະເຊື່ອມໂຍງສາກົນບັນລຸໄດ້ຂີດໝາຍຫຼາຍຢ່າງ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງ ແລະຄວາມຮັບຜິດຊອບຂອງຫວຽດນາມ ຢູ່ເວທີສາກົນ. ປີ 2025 ກໍ່ເປັນຂີດໝາຍຫັນປ່ຽນຢ່າງແຂງແຮງໃນຈິນຕະນາການ ແລະການກະທຳພັດທະນາຂອງຫວຽດນາມ, ສະແດງອອກຢ່າງຈະແຈ້ງໃນວິວັດທະນາການປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງກົງຈັກການຈັດຕັ້ງກະທັດຮັດ, ຍົກສູງປະສິດທິພາບ, ປະສິດທິຜົນໃນການບໍລິຫານປະເທດ.

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນຂີດໝາຍສຳຄັນ, ໄດ້ເປີດໄລຍະພັດທະນາໃໝ່ຂອງປະເທດດ້ວຍເປົ້າໝາຍພັດທະນາໄວ, ຍືນຍົງ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຫັນປ່ຽນດີຈີຕອນ, ຊຸກຍູ້ການສ້າງວັດທະນະທຳ, ຊາວຫວຽດນາມ; ເພີ່ມທະວີການປັບປຸງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ...

ທ່ານເລຂາທິການໃຫຍ່ ປາດຖາໜາວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ປະຕິບັດຕາມກົດໝາຍປະເທດປະຈຳຖິ່ນໃຫ້ດີ, ສາມັກຄີກັນສ້າງປະຊາຄົມໃຫ້ເຂັ້ມແຂງ; ຍາມໃດກໍ່ຕັ້ງໜ້າຮັກສາ, ໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມ, ສ້າງຮູບພາບອັນດີງາມກ່ຽວກັບປະເທດ, ຊາວຫວຽດນາມ ໃນສາຍຕາເພື່ອນມິດສາກົນ; ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ເພື່ອເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະປະເທດຕ່າງໆ..

ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ນຳເອົາສະຕິປັນຍາ, ຄວາມສຸດໃຈ ເພື່ອສ້າງສາປະເທດຊາດ

ໃນຂອບເຂດລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026, ຕອນຄ່ຳວັນທີ 8 ກຸມພາ, ຢູ່ຫໍປະຊຸມແຫ່ງຊາດ ໄດ້ດຳເນີນລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ຄວາມຄາດຫວັງຫວຽດນາມ: ສັນຕິພາບ, ວັດທະນາຖາວອນ”.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ກ່າວຄຳເຫັນທີ່ເຫດການ. ພາບ: ຈ້ອງຫາຍ

ທ່ານ ເລືອງເກື່ອງ ປະທານປະເທດ ໃຫ້ຮູ້ວ່າ ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ ແລະສືບຕໍ່ແມ່ນຈຸດພົ້ນເດັ່ນ, ຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ ໄດ້ຍົກສູງຂຶ້ນ. ປະຈຸບັນ, ຫວຽດນາມ ມີການພົວພັນຕ່າງປະເທດ ກັບ 194 ປະເທດ, ລວມທັງທຸກປະເທດກຳມະການປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 5/5 ປະເທດກຳມະການປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ແມ່ນຂົວເຊື່ອມຕໍ່ມິດຕະພາບ, ການຮ່ວມມື ແລະພັດທະນາລະຫວ່າງຫວຽດນາມ, ປະຊາຊົນຫວຽດນາມ ກັບບັນດາປະເທດ ແລະປະຊາຊົນບັນດາປະເທດ; ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ; ຢັ້ງຢືນບົດບາດ, ອິດທິພົນຊື່ສຽງຢູ່ເທດປະຈຳຖິ່ນ ແລະສືບຕໍ່ປະກອບສ່ວນແຫຼ່ງກຳລັງອັນລ້ຳຄ່າໃຫ້ແກ່ປະເທດຊາດ.

ພິເສດ, ໃນໄລຍະທີ່ພົບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນເຮົາ ທີ່ອາໄສຢູ່ຫ້າທະວີບລ້ວນແຕ່ອວ່າຍໜ້າມາຫາບ້ານເກີດເມືອງນອນ, ເສີມຂະຫຍາຍຈິດໃຈຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ແບ່ງປັນ, ໜູນຊ່ວຍພໍ່ແມ່ປະຊາຊົນໃນປະເທດຢູ່ເຂດປະສົບຄວາມຫຍຸ້ງຍາກ, ໄດ້ຮັບຜົນເສຍຫາຍຈາກພາຍຸນ້ຳຖ້ວມຢ່າງທັນເວລາ. ຕາງໜ້າລັດຫວຽດນາມ ແລະປະຊາຊົນ ໃນທົ່ວປະເທດ, ທ່ານປະທານປະເທດ ຮັບຮູ້, ຕີລາຄາສູງນ້ຳໃຈຄວາມຮັກແພງ, ຄວາມຮັບຜິດຊອບຂອງພໍ່ແມ່ປະຊາຊົນຕໍ່ກັບບ້ານເກີດເມືອງນອນ, ປະເທດຊາດ.

ກ້າວເຂົ້າສູ່ປີ 2026, ປີທຳອິດແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໝັ້ນໃຈ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ພວມຕັດສິນໃຈຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະຍຸດທະສາດພັດທະນາປະເທດຈົນຮອດປີ 2030 ຢ່າງມີໄຊ. ທ່ານປະທານປະເທດ ຮຽກຮ້ອງມາຍັງຊາວຫວຽດນາມ ຢູ່ພາຍໃນ ແລະຕ່າງປະເທດໝົດທຸກຄົນ ຈົ່ງສືບຕໍ່ປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ,  ນຳເອົາສະຕິປັນຍາ, ແຫຼ່ງກຳລັງ ແລະຄວາມສຸດໃຈຂອງຕົນປະກອບສ່ວນເຂົ້າໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ເນັ້ນໜັກວ່າ “ການປະກອບສ່ວນແຕ່ລະຢ່າງ, ເຖິງວ່າຈະໃຫຍ່ ຫຼືນ້ອຍ, ກໍ່ລ້ວນແຕ່ແມ່ນກ້ອນດິນຈີ່ອັນລ້ຳຄ່າເພື່ອສ້າງສາປະເທດຫວຽດນາມ ແຫ່ງສັນຕິພາບ, ວັດທະນາຖາວອນ”.

ໂດຍ: ແສງເດືອນ