ທ່ານ ສຈ. Carl Thayer, ສັງກັດມະຫາວິທະຍາໄລ New South Wales (ອົດສະຕາລີ):
ພັກກອມມູນິດຫວຽດນາມ ສວມບົດບາດຕັດສິນ
ພຶດຕິກຳຕົວຈິງກວ່າ 90 ປີ ຜ່ານມາໄດ້ພິສູດໃຫ້ເຫັນບົດບາດການນຳພາທີ່ມີລັກສະນະຕັດສິນຂອງພັກກອມມູນິດຫວຽດນາມ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດ ຫວຽດນາມ. ຖ້າວ່າບໍ່ມີການພົວພັນທີ່ສະໜິດຕິດພັນລະຫວ່າງພັກ ແລະປະຊາຊົນ, ຫວຽດນາມ ບໍ່ສາມາດຍາດໄດ້ຜົນສຳເລັດຜ່ານໄລຍະທາງປະຫວັດສາດແຕ່ປີ 1930 ຈົນມາຮອດປະຈຸບັນ. ພະຍານຫຼັກຖານລະອຽດສຳລັບສາຍພົວພັນທີ່ສະໜິດຕິດພັນນັ້ນແມ່ນເມື່ອພະຍາດໂຄວິດ-19 ແຜ່ລະບາດ, ຫວຽດນາມ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດການສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ແລະບັນດາມາດຕະການຈຳກັດ ເພື່ອຮັບມືກັບໂລກລະບາດ, ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ.
    |
 |
|
ທ່ານ ສຈ Carl Thayer. ພາບ: ສໍານັກຂ່າວສານຫວຽດນາມ. |
ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕໄວທີ່ສຸດໃນໂລກ. ຖ້າວ່າຮັກສາລະດັບການເຕີບໂຕເສດຖະກິດໄດ້ 8,02% ຄືໃນປີ 2025 ຫຼື ຊ້ຳບໍ່ໜຳແມ່ນສູງກວ່າ, ຫວຽດນາມ ຈະບັນລຸເປົ້າໝາຍເຖິງປີ 2030 ກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ.
ການລົງທຶນຕ່າງປະເທດເຂົ້າຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຍ້ອນມີຄວາມໝັ້ນຄົງດ້ານການເມືອງ, ຮັກສາການເຕີບໂຕເສດ ຖະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີສີມືແຮງງານ, ເຄືອຂ່າຍສັນຍາການຄ້າເສລີ, ມີກາລະໂອກາດຈາກເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ.
ທ່ານນາງ Pauline Tamesis, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ຫວຽດນາມ
ຫວຽດນາມ ບັນລຸໄດ້ບາດກ້າວເດີນພິເສດ
ໃນສອງສາມທົດສະວັດຜ່ານມາ, ຫວຽດນາມ ບັນລຸໄດ້ບາດກ້າວເດີນພິເສດ. ຈາກເລື່ອງນຳປະຊາຊົນຫຼາຍລ້ານຄົນ ຫຼຸດພົ້ນຈາກຄວາມທຸກຍາກ, ຊຸກຍູ້ການພັດທະນາອຸດສາຫະກຳ ເຖິງການເປີດກວ້າງການຮັບປະກັນຊີວິດສັງຄົມ. ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນກວ່າ 5.000 ໂດລາສະຫະລັດ/ປີ, ອັດຕາຄົນທຸກຍາກອຶດຫິວ ລົງຫຼຸດບັນລຸລະດັບສະຖິຕິ, ນອນໃນກຸ່ມບັນດາປະເທດທີ່ມີດັດສະນີພັດທະນາມະນຸດສູງແມ່ນບັນດາຜົນງານທີ່ໜ້າເອກອ້າງທະນົງໃຈຂອງຫວຽດນາມ.
    |
 |
|
ທ່ານນາງ Pauline Tamesis, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ຫວຽດນາມ. ພາບ: ແທັ່ງລອງ. |
ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ເຮັດໃຫ້ເລື່ອງລາວ ຂອງຫວຽດນາມ ເປັນແຫຼ່ງບັນດານໃຈຢ່າງແທ້ຈິງນັ້ນບໍ່ພຽງແຕ່ແມ່ນບັນດາຕົວເລກເທົ່ານັ້ນ. ນັ້ນແມ່ນການຕັດສິນໃຈຮັບປະກັນການເຕີບໂຕ ເພື່ອນຳເອົາຊີວິດການເປັນຢູ່ທີ່ດີງາມກວ່າມາໃຫ້ປະຊາຊົນໝົດທຸກຄົນ. ນັ້ນແມ່ນຄຳໝັ້ນສັນຍາພັດທະນາຍືນຍົງ, ຖືປະຊາຊົນເປັນໃຈກາງ, ຫຼຸດຜ່ອນຄວາມບໍ່ສະເໝີພາບ ແລະເພີ່ມທະວີລະບອບລະບຽບການ. ນັ້ນແມ່ນຄວາມກ້າຫານປະເຊີນໜ້າກັບສິ່ງທ້າທາຍຕ່າງໆຂອງການປ່ຽນແປງດິນຟ້າອາກາດ, ສູ້ຊົນເພື່ອອະນາຄົດສີຂຽວກວ່າ, ມີຄວາມສາມາດທົນທານໄດ້ດີກວ່າ.
ຫວຽດນາມ ວາງອອກບັນດາເປົ້າໝາຍໃຫຍ່ກວ່າໃນໄລຍະພັດທະນາຕໍ່ໄປ-ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045 ແລະການປ່ອຍອາຍພິດບັນລຸລະດັບ “0” ໃນປີ 2050. ນີ້ບໍ່ພຽງແຕ່ແມ່ນບັນຫານະໂຍບາຍເທົ່ານັ້ນ ຫາກຍັງແມ່ນວິໄສທັດທີ່ຮັບປະກັນວ່າ ການພັດທະນາຂອງຫວຽດນາມ ມີລັກສະນະກວມລວມ, ຍືນຍົງ. ສະຫະປະຊາຊາດ ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍຫວຽດນາມ ໃນວິວັດທະນາການນີ້ຜ່ານຂອບເຂດການຮ່ວມມືທີ່ຈະມາເຖິງ ໄລຍະ 2027-2031, ສອດຄ່ອງກັບ ເປົ້າໝາຍພັດທະນາຍືນຍົງ (SDGs), ຄວາມຄາດຫວັງຢາກມີລາຍຮັບສູງ ແລະບັນດາເປົ້າໝາຍດິນຟ້າອາກາດຂອງຫວຽດນາມ. ພ້ອມກັນນັ້ນ, ພວກເຮົາ ກໍ່ສາມາດຮັບປະກັນວ່າ ເລື່ອງລາວຂອງຫວຽດນາມ ສືບຕໍ່ແມ່ນແຫຼ່ງບັນດານໃຈໃຫ້ໂລກ, ບໍ່ພຽງແຕ່ດ້ວຍຖານະທີ່ແມ່ນປະເທດບືນຕົວຂຶ້ນເທົ່ານັ້ນ ຫາກຍັງແມ່ນປະເທດ ນຳພາດ້ວຍວິໄສທັດ, ມີການພັດທະນາແບບກວມລວມ ແລະຍືນຍົງ.
ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລດສະຕີນ ປະຈໍາ ຫວຽດນາມ, ຫົວໜ້າຄະນະການທູດ ປະຈຳ ຫວຽດນາມ:
ແຜນນະໂຍບາຍ ຂອງຫວຽດນາມ ມີລັກສະນະຍຸດທະສາດທີ່ສຸດ
ນັບແຕ່ກ່ອນຈົນມາຮອດປະຈຸບັນ, ຂ້າພະເຈົ້າ ສົນໃຈຫວຽດນາມ ທີ່ສຸດ. ຂ້າພະເຈົ້າ ແມ່ນກໍລະນີພິເສດ ຄົນຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງພັກກອມມູນິດຫຼາຍຄັ້ງ. ນັບແຕ່ພາຍຫຼັງຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ ໃນປີ 1975, ພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ມາຫຼາຍຄັ້ງແລ້ວ, ໃນນັ້ນ 3 ຄັ້ງແມ່ນມີຄວາມໝາຍພິເສດໃນວິວັດທະນາການພັດທະນາຂອງປະເທດ.
    |
 |
|
ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລດສະຕີນ ປະຈໍາ ຫວຽດນາມ. ພາບ: ແທັ່ງລອງ. |
ນັ້ນແມ່ນກອງປະຊຸມໃຫຍ່ ຄັ້ງທີ VI ດ້ວຍສະພາບການທີ່ຫວຽດນາມ ປະເຊີນໜ້າກັບວິກິດການເສດຖະກິດ-ສັງຄົມ ຢ່າງຮ້າຍແຮງ, ຖືກປິດລ້ອມ, ຂວໍ້າບາດ; ກອງປະຊຸມໃຫຍ່ ຄັ້ງທີ VII ດ້ວຍສະພາບການແມ່ນຝາກຳແພງ Berlin ພັງທະລາຍ; ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍສະພາບການໂລກມີສິ່ງທ້າທາຍຫຼາຍຢ່າງ, ນັບແຕ່ບັນຫາເຄົາລົບກົດໝາຍສາກົນ ຈົນຮອດການແກ່ງແຍ້ງເສດຖະກິດ... ກອງປະຊຸມໃຫຍ່ ຄັ້ງຕ່າງໆເຫຼົ່ານັ້ນໄດ້ວາງອອກເສັ້ນທາງເດີນທີ່ເໝາະສົມ ເພື່ອໃຫ້ຫວຽດນາມ ປົກປັກຮັກສາ ແລະພັດທະນາປະເທດຊາດ.
ໂດຍ: ແສງເດືອນ