ສຳນັກຂ່າວສານຊິນຮວາ ໄດ້ອອກຂ່າວວ່າ, ມີຜູ້ແທນຈໍານວນ 1.586 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດກວ່າ 5,6 ລ້ານສະຫາຍ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນວັນທີ 20 ມັງກອນ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ນໍາສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ກ່ຽວກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນວັນທີ 20 ມັງກອນ. ພາບ: ສຳນັກຂ່າວສານຊິນຮວາ

ສຳນັກຂ່າວສານ Sputnik ໄດ້ເນັ້ນໜັກວ່າ “ບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ກ່ຽວກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນເອກະສານທີ່ມີຄວາມໝາຍສຳຄັນພິເສດໃນຊີວິດການເມືອງຂອງປະເທດ, ກໍານົດວິໄສທັດຍຸດທະສາດ, ເປົ້າໝາຍພັດທະນາ ແລະລັດຖະນະໂຍບາຍທີ່ມີລັກສະນະພື້ນຖານໃຫ້ແກ່ໄລຍະທາງໃໝ່ຂອງຊາດຫວຽດນາມ”.

ສໍານັກຂ່າວສານ Reuters ໄດ້ຄັດຄຳເວົ້າຂອງທ່ານເລຂາທິການໃຫຍ່ ໂຕເລິມ ໂດຍໃຫ້ຮູ້ວ່າ ຫວຽດນາມ ສູ້ຊົນບັນລຸລະດັບເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍໃນໄລຍະ 2026-2030 ແມ່ນແຕ່ 10%/ປີ ຂຶ້ນໄປ. ກ່ອນໜ້ານັ້ນສໍານັກຂ່າວສານ Reuters ໄດ້ລົງບົດຂຽນທີ່ອະທິບາຍກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໂດຍຢືນຢັນວ່າ ນັບແຕ່ດໍາເນີນກິດຈະການປ່ຽນແປງໃໝ່ໃນທ້າຍທົດສະວັດ ປີ 1980, ຫວຽດນາມ ໄດ້ຫັນປ່ຽນຈາກປະເທດຖືກສົງຄາມທຳລາຍມ້າງເພ, ອຶດຫິວທຸກຍາກ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ອາຊີ.

ຕາມ AFP ແລ້ວ, ເພື່ອປະຕິບັດເປົ້າໝາຍພັດທະນາປະເທດໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງ ທັດສະນະຊີ້ນຳ, ການກໍານົດທິດໃຫຍ່, ໜ້າທີ່ຈຸດສຸມ, ໃນນັ້ນຕ້ອງເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້; ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນຕ້ອງກາຍເປັນກໍາລັງໜູນຫຼັກແຫຼ່ງຂອງການເຕີບໂຕຢ່າງແທ້ຈິງ.

ສຳນັກຂ່າວສານ Sputnik ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງພິເສດ, ບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງປະຊາຊົນພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ຮັບການຕິດຕາມຢ່າງໃກ້ຊິດຈາກສື່ມວນຊົນສາກົນ. Sputnik ຢືນຢັນວ່າ: "ວັນທີ 20 ມັງກອນ, ສູນຂ່າວສານປະຈຳກອງປະຊຸມໃຫຍ່ ຄັ້ງທີ XIV ສືບຕໍ່ມີຄວາມຟົດຟື້ນດ້ວຍການເຮັດວຽກຢ່າງຮີບດ່ວນ, ເປັນມືອາຊີບ. ນັກຂ່າວພາຍໃນ ແລະຕ່າງປະເທດ ໄດ້ຕິດຕາມວາລະເຮັດວຽກ, ອັບເດດວາລະກອງປະຊຸມຢ່າງຕໍ່ເນື່ອງ, ແລກປ່ຽນຂໍ້ມູນຂ່າວສານຢ່າງວ່ອງໄວ ແລະຖືກຕ້ອງຊັດເຈນ. ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມຕັ້ງໃຈ, ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງສື່ມວນຊົນຕໍ່ກັບເນື້ອໃນ ແລະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV”.

ນັກຂ່າວ Kostrikov Mikhail ຂອງໜັງສືພິມ Pravda (ລັດເຊຍ) ໃຫ້ຮູ້ວ່າ: ເຖິງວ່ານີ້ແມ່ນຄັ້ງທຳອິດທີ່ເຂົ້າຮ່ວມການລາຍງານຂ່າວ ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ກໍ່ຕາມ, ແຕ່ ທ່ານ ກໍ່ໄດ້ຊອກຮູ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບຫວຽດນາມ. ນັກຂ່າວ Kostrikov Mikhail ເຫັນວ່າ, ຫວຽດນາມ ໄດ້ຜ່ານໄລຍະທາງແຫ່ງການພັດທະນາຍາວນານທີ່ສຸດ. ລາວ ໄດ້ແບ່ງປັນກັບສຳນັກຂ່າວສານ Sputnik ວ່າ “ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງໃນຊີວິດການເມືອງ, ສະແດງໃຫ້ເຫັນຄວາມສົນໃຈ, ການຕອບສະໜອງຂອງປະຊາຊົນຫວຽດນາມ ຢ່າງຈະແຈ້ງ ຜ່ານຮູບພາບຂອງຫຼາຍຄອບຄົວທີ່ປະດັບປະດາ, ແຂວນທຸງຊາດຢູ່ຕໍ່ໜ້າເຮືອນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່. ຂ້າພະເຈົ້າ ຮູ້ສຶກໄດ້ເຖິງບັນຍາກາດທີ່ໜ້າປະເອີບໃຈກ່ຽວກັບກອງປະຊຸມໃຫຍ່. ຂ້າພະເຈົ້າ ຖືວ່າ ໄລຍະທາງທີ່ຫວຽດນາມ ໄດ້ໄປຜ່ານມານັ້ນນັບແຕ່ດໍາເນີນກິດຈະການປ່ຽນແປງໃໝ່ ແມ່ນພື້ນຖານໃຫ້ແກ່ການພັດທະນາສຳເລັດຜົນໃນອະນາຄົດ. ຂ້າພະເຈົ້າ ກໍ່ຄືຊາວລັດເຊຍຫຼາຍຄົນ ລ້ວນແຕ່ຕັ້ງຄວາມຫວັງຕໍ່ສິ່ງດັ່ງກ່າວນັ້ນ. ຂ້າພະເຈົ້າ ຂໍອວຍພອນໃຫ້ຫວຽດນາມ ບັນລຸໄດ້ຜົນສໍາເລັດຫຼາຍຢ່າງ”, ນັກຂ່າວ Kostrikov Mikhail.

ຕາມເວັບໄຊ Daily News ຂອງ ຮຸງກາຣີ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນຂີດໝາຍ “ບາດລ້ຽວປະຫວັດສາດ”, ເປັນ “ຂີດໝາຍທີ່ມີຄວາມສໍາຄັນເປັນພິເສດ” ໃນວິວັດການພັດທະນາຂອງຫວຽດນາມ. ຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນປະຕິບັດເປົ້າໝາຍພັດທະນາປະເທດຊາດ ຮອດປີ 2030 ໄດ້ຢ່າງມີໄຊ; ເປັນເຈົ້າຕົນເອງທາງຍຸດທະສາດ, ເຊື່ອໝັ້ນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວຂຶ້ນຢ່າງແຂງແຮງໃນສັງກາດບືນຕົວຂຶ້ນຂອງຊາດເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ” ສະແດງໃຫ້ເຫັນຄວາມເປັນເອກະພາບໃນດ້ານແນວຄິດ ແລະການກະທຳ, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ, ພ້ອມທັງຢືນຢັນສະຕິປັນຍາ, ຄຸນທາດຂອງພັກ ແລະກໍາລັງແຮງຂອງຊົນຊາດຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ