ສະຫາຍ ຫງວຽນກວາງຕວນ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງວິ້ງລອງ:

ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ

ພວກຂ້າພະເຈົ້າ ເຊື່ອໝັ້ນ ແລະຕັ້ງຄວາມຫວັງໄວ້ວ່າ, ກ້າວເຂົ້າສູ່ອາຍຸການໃໝ່, ພັກ ແລະລັດຈະສືບຕໍ່ສືບທອດ, ເສີມຂະຫຍາຍຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້, ນຳພາປະເທດພັດທະນາໄວ ແລະຍືນຍົງກວ່າເກົ່າ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ, ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນໃຈ. ໃນນັ້ນ, ຕ້ອງໄດ້ເອົາໃຈໃສ່ເປັນພິເສດໃນການປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ, ເປັນຕົ້ນແມ່ນຢູ່ເຂດທະເລ, ໝູ່ເກາະ, ເຂດຊາຍແດນທີ່ເປັນຍຸດທະສາດຂອງປະເທດຊາດ. ນີ້ແມ່ນພື້ນຖານທີ່ສຳຄັນເພື່ອຮັບປະກັນສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາປະເທດຊາດໃນໄລຍະໃໝ່... ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກແມ່ນໂອກາດສ້າງຄວາມໄວ້ເນື້ອເຊື່ອໃຈເຂົ້າໃນການນຳພາຂອງພັກໃຫ້ສືບຕໍ່ໄດ້ຮັບການປັບປຸງ ແລະແຜ່ຂະຫຍາຍຢ່າງແຂງແຮງ, ສ້າງພື້ນຖານເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ຮ່ວມແຮງຮ່ວມໃຈກັນສ້າງສາປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ ໄວ້ໃຫ້ໝັ້ນຄົງ.

ສະຫາຍ ຈູງເລີ້ຍຮືງ, ປະທານຄະນະກຳມະການປະຊາຊົນຕາແສງຕຽນຫາຍ, ແຂວງອານຢາງ:

ຄວາມຄາດຫວັງກ່ຽວກັບນະໂຍບາຍໃໝ່ໃຫ້ແກ່ຕາແສງເກາະທີ່ຢູ່ໄກຝັ່ງ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກບໍ່ພຽງແຕ່ເປັນເຫດການການເມືອງທີ່ສຳຄັນຂອງປະເທດເທົ່ານັ້ນ ແຕ່ຍັງເປີດໂອກາດພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນ ມີບັນດາຕາແສງເກາະແນວໜ້າ. ໃນຊຸມປີຜ່ານມາ, ຍ້ອນມີຄວາມເອົາໃຈໃສ່ຂອງພັກ, ລັດ ແລະທຸກຂັ້ນ, ທຸກຂະແໜງການ, ຕາແສງຕຽນຫາຍ ຈຶ່ງມີບາດກ້າວພັດທະນາຢ່າງຕັ້ງໜ້າ. ພື້ນຖານໂຄງລ່າງ ເຊັ່ນ: ການຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍໄດ້ຮັບການລົງທຶນໃສ່ເທື່ອລະກ້າວ; ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້. ເຖິງຢ່າງໃດກໍ່ຕາມ, ຍ້ອນເງື່ອນໄຂທາງດ້ານພູມສາດຂວາງຂັ້ນ, ຄ່າໃຊ້ຈ່າຍໃນການດໍາລົງຊີວິດສູງ, ໂອກາດພັດທະນາເສດຖະກິດຈຳກັດ, ບັນດາຕາແສງເກາະຍັງຕ້ອງການນະໂຍບາຍທີ່ພິເສດສະເພາະ, ເຂັ້ມແຂງພໍສົມຄວນ ແລະໄລຍະຍາວເພື່ອສ້າງກໍາລັງໜູນບຸກທະລຸ.

leftcenterrightdel
ມູມໜຶ່ງຂອງເກາະນາມຢູ (ເຂດພິເສດ ກຽນຫາຍ, ແຂວງອານຢາງ) - ເຂດທະເລທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ. ພາບ: ຮົ່ງແອງ

ປະຊາຊົນຕາແສງຕຽນຫາຍ ຕັ້ງຄວາມຫວັງໄວ້ວ່າ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV, ພັກ ແລະລັດຈະສືບຕໍ່ມີບັນດາກົນໄກບຸລິມະສິດສຳລັບເຂດທະເລ, ໝູ່ເກາະ, ເປັນຕົ້ນແມ່ນການລົງທຶນຢ່າງຄົບຊຸດເຂົ້າໃນພື້ນຖານໂຄງລ່າງການຄົມມະມາຄົມ, ເຄືອຂ່າຍໄຟຟ້າແຫ່ງຊາດ, ໂທລະຄົມມະນາຄົມ, ນ້ຳສະອາດ ແລະ logistics. ນີ້ແມ່ນປັດໄຈຫຼັກແຫຼ່ງເພື່ອຊ່ວຍໃຫ້ປະຊາຊົນມີສະຖຽນລະພາບໃນການດຳລົງຊີວິດ, ມີຄວາມອຸ່ນອ່ຽນໃຈໃນການດຳລົງຊີວິດຢູ່ເທິງເກາະ, ພ້ອມທັງສ້າງພື້ນຖານ ເພື່ອພັດທະນາເສດຖະກິດທາງທະເລ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າ ກໍ່ຫວັງວ່ານະໂຍບາຍກ່ຽວກັບການສຶກສາ, ສາທາລະນະສຸກ, ການຮັບປະກັນຊີວິດສັງຄົມຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຫຼາຍຂຶ້ນກວ່າເກົ່າ, ເພື່ອໃຫ້ປະຊາຊົນໃນຕາແສງເກາະດອນ ໄດ້ຊົມໃຊ້ຜົນປະໂຫຍດຢ່າງຄົບຖ້ວນຄືກັນກັບຜູ້ທີ່ດຳລົງຊີວິດຢູ່ໃນເຂດດິນຕໍ່ແຜ່ນ. ພິເສດ, ການເບິ່ງແຍງດູແລຮຸ່ນໜຸ່ມ, ນັບແຕ່ເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດຈົນເຖິງໂອກາດສ້າງວຽກເຮັດງານທຳຕ້ອງໄດ້ຮັບຄວາມເອົາໃຈໃສ່; ນັ້ນແມ່ນວິທີເຮັດທີ່ມີພື້ນຖານໝັ້ນຄົງເພື່ອປົກປັກຮັກສາ ແລະສ້າງສາເຂດໝູ່ເກາະ.

ຮ້ອຍເອກພິເສດ ເຈິ່ນວັນຕວ໊ານ, ຫົວໜ້າການເມືອງ ສະຖານີ Radar 600, ກອງພັນໃຫຍ່ 551, ທະຫານເຮືອເຂດ 5:

ບ່ອນອີງທາງດ້ານຈິດໃຈຢູ່ບ່ອນເກີດພະຍຸລົມແລງ

ສຳລັບທະຫານຂອງສະຖານີ Radar 600, ກອງພັນໃຫຍ່ 551, ທະຫານເຮືອເຂດ 5, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ບໍ່ພຽງແຕ່ເປັນເຫດການການເມືອງທີ່ສຳຄັນຍິ່ງເທົ່ານັ້ນ ແຕ່ຍັງເປັນບ່ອນອີງທາງດ້ານຈິດໃຈອັນຍິ່ງໃຫຍ່ເພີ່ມເຈດຈຳນົງ ແລະຄວາມໄວ້ເນື່ອເຊື່ອໃຈເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກຢ່າງໝັ້ນຄົງ. ໃນທ່າມກາງມະຫາສະໝຸດອັນກວ້າງໃຫຍ່ໄພສານ, ທັງເວັນ ແລະຄືນພະນັກງານ, ນັກຮົບຍັງອົງອາດກ້າຫານເວນຍາມ, ປົກປ້ອງເຂດທະເລ, ເຂດນ່ານຟ້າຂອງປະເທດຊາດ. ຢູ່ຈຸດສູງທີ່ມີລົມພັດແຮງ, ຢູ່ທ່າມກາງພາຍຸ, ຝົນຕົກ ຫຼື ແສງແດດທີ່ຮ້ອນແຮງ, ພະນັກງານ, ນັກຮົບຍັງອົດທົນ, ຍຶດໝັ້ນຕໍ່ການສັງເກດ, ກວດພົບ, ແກ້ໄຂທຸກກໍລະນີ ຢ່າງຖືກຕ້ອງ, ຊັດເຈນຕັດສິນໃຈບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ. ຍ້ອນມີຄວາມໄວ້ເນື່ອເຊື່ອໃຈຕໍ່ພັກ, ຕໍ່ເສັ້ນທາງແຫ່ງການພັດທະນາຂອງປະເທດຈຶ່ງໄດ້ກາຍເປັນແຫຼ່ງກຳລັງທາງດ້ານຈິດໃຈ, ເປັນກໍາລັງໜູນຊ່ວຍໃຫ້ພວກຂ້າພະເຈົ້າປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ໃນໄລຍະຜ່ານມາ, ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ບັນດາຂະບວນການແຂ່ງຂັນໃນກົມກອງໄດ້ຮັບການຍູ້ແຮງຂຶ້ນດ້ວຍຈິດໃຈມີຄວາມຮັບຜິດຊອບສູງສຸດ. ນັບແຕ່ການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ການສ້າງແບບແຜນ ແລະມີລະບຽບວິໄນຈົນເຖິງການເພີ່ມພູນຜະລິດຜົນ, ການປົກປັກຮັກສາສິ່ງແວດລ້ອມ... ທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ຫັນເປັນລະອຽດດ້ວຍວຽກເຮັດງານທຳທີ່ແທດເໝາະກັບຕົວຈິງ. ຜົນສຳເລັດທີ່ບັນລຸໄດ້ແຕ່ລະຢ່າງນັ້ນບໍ່ພຽງແຕ່ເປັນຜົນສຳເລັດຂອງກົມກອງເທົ່ານັ້ນ ແຕ່ຍັງເປັນຄຳສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຈາກທະຫານຢູ່ເກາະດອນທີ່ຫ່າງໄກຕໍ່ພັກ, ລັດ ແລະ ປະຊາຊົນ. ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກແມ່ນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ, ພ້ອມທັງ, ສຳລັບພະນັກງານ, ນັກຮົບຂອງສະຖານີ Radar 600, ນັ້ນແມ່ນຄຳຕັກເຕືອນຢ່າງເລິກເຊິ່ງກ່ຽວກັບໜ້າທີ່ໃນການປົກປັກຮັກສາອະທິປະໄຕຂອງທະເລ, ໝູ່ເກາະອັນສັກສິດຂອງປະເທດຊາດ.

ໂດຍ: ຈາງຫງວຽນ