ທ່ານ ປອ ຫງວຽນຮົ່ງເຊີນ ປະທານສະຫະພັນສະມາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ວ່າ ບໍ່ພຽງແຕ່ຢຸດຢູ່ວິໄສທັດເທົ່ານັ້ນແຕ່ຍັງກວມເອົາທັງ "ການກະທໍາ" ທີ່ແຂງແຮງອີກດ້ວຍ.
ນີ້ແມ່ນຂໍ້ສັງເກດຂອງທ່ານ ປອ ຫງວຽນຮົ່ງເຊີນ ໄດ້ຍົກອອກໃນການຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ໂຕກຽວ. ທ່ານໄດ້ເນັ້ນໜັກວ່າ ໂຄງການກະທໍາເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຮັບການກໍານົດວ່າ ມີລັກສະນະ "ບຸກທະລຸ". ແຕ່ລະເປົ້າໝາຍ, ແຕ່ລະມາດຕະການໄດ້ອອກແບບຕິດພັນກັບພຶດຕິກໍາຕົວຈິງ, ມີໄລຍະທາງ, ມີຈຸດສຸມ, ຈຸດໃຈກາງ. ສິ່ງນີ້ຕອບສະໜອງຄວາມຫວັງຂອງປະຊາຊົນ, ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ: ເອກະສານດັ່ງກ່າວບໍ່ພຽງແຕ່ເປັນ "ເຂັມທິດ" ກ່ຽວກັບແນວຄິດເທົ່ານັ້ນ, ແຕ່ຍັງເປັນແບບແຜນໃຫ້ແກ່ການກະທຳອີກດ້ວຍ.
ຕາມທ່ານ ປອ ຫງວຽນຮົ່ງເຊີນ ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ໄດ້ຮັບການກໍານົດວ່າເປັນ "ກອງປະຊຸມໃຫຍ່ຂອງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຄາດຫວັງ, ຂອງການບຸກທະລຸ ແລະການກະທຳ, ຂອງລະບຽບວິໄນ ແລະຫົວຄິດປະດິດສ້າງ, ຂອງຄວາມສາມັກຄີ ແລະການພັດທະນາ". ທິດນໍານີ້ບໍ່ພຽງແຕ່ເປັນລັກສະນະເປັນຄຳຂວັນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈຢ່າງຈະແຈ້ງ: ຢຶດໝັ້ນເປົ້າໝາຍ, ແຕ່ປ່ຽນແປງໃໝ່ຈິນຕະນາການພັດທະນາຢ່າງແຂງແຮງ, ຍົກສູງລະບຽບວິໄນໄປຄຽງຄູ່ກັບຫົວຄິດປະດິດສ້າງ, ສ້າງຄວາມສາມັກຄີແຫ່ງຊາດເປັນພື້ນຖານໃຫ້ແກ່ການພັດທະນາ.
    |
 |
|
ຜູ້ແທນລົງຄະແນນສຽງຮັບຮອງເອົາມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ສໍາລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີຍີ່ປຸ່ນ, ນີ້ແມ່ນສານທີ່ມີຄວາມສຳຄັນທີ່ສຸດ: ປະເທດກຳລັງກ້າວເຂົ້າສູ່ "ສັງກາດບືນຕົວ" ແລະຊາວຫວຽດນາມ ແຕ່ລະຄົນ, ບໍ່ວ່າພວກເຂົາຈະຢູ່ໃສກໍຕາມ, ກໍ່ລ້ວນແຕ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນຄວາມຄາດຫວັງນັ້ນ.
ນອກຈາກນັ້ນ, ເອກະສານທີ່ຕີລາຄາ ກອງປະຊຸມໃຫຍ່ ຄັ້ງທີ XIII ກັບບັນດາຄຳທີ່ເປັນຂໍກຸນແຈ: ກໍາລັງຄວາມສາມາດ, ຄຸນທາດ, ຢຶດໝັ້ນ, ໜັກແໜ້ນ. ໃນສະພາບການໂລກທີ່ມີການຜັນແປຢ່າງໄວວາ, ສັບສົນຍາກທີ່ຈະຄາດເດົາໄດ້, ເລື່ອງຫວຽດນາມ ຍັງຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັກສາການເຕີບໂຕ, ເປີດກວ້າງການພົວພັນຕ່າງປະເທດ, ຍົກສູງຖານະບົດບາດສາກົນ... ໄດ້ສະແດງໃຫ້ເຫັນເຖິງກໍາລັງຄວາມສາມາດໃນການນຳພາ, ຄຸນທາດໃນການແກ້ໄຂວິກິດການ ແລະການຢຶດໝັ້ນຕໍ່ເສັ້ນທາງທີ່ໄດ້ເລືອກ. ສິ່ງນີ້ໄດ້ສ້າງພື້ນຖານທາງຈິດວິທະຍາທີ່ສຳຄັນ: ພວກເຮົາກ້າວເຂົ້າສູ່ອາຍຸການໃໝ່ບໍ່ແມ່ນຈາກຈຸດເລີ່ມຕົ້ນ, ແຕ່ຈາກພື້ນຖານທີ່ໄດ້ຮັບການທົດສອບຜ່ານການຜັນແປຫຼາຍຢ່າງ.
ຄຽງຂ້າງນັ້ນ, ສຳລັບເປົ້າໝາຍພັດທະນາໃນໄລຍະ 2026-2030 ແລະວິໄສທັດຮອດປີ 2045 ກໍ່ໄດ້ສະແດງອອກໃຫ້ເຫັນຢ່າງຊັດເຈນເຖິງ "ຄວາມຄາດຫວັງອັນຍິ່ງໃຫຍ່, ບາດກ້າວເດີນທີ່ແນ່ນອນ", ເຊັ່ນ: ການສູ້ຊົນຮອດປີ 2030 ໃຫ້ກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045 ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ສິ່ງສຳຄັນແມ່ນວິໄສທັດນີ້ໄດ້ຕິດພັນກັບການບຸກທະລຸທາງຍຸດທະສາດ, ດ້ວຍຮູບແບບການເຕີບໂຕໃໝ່, ດ້ວຍຄວາມຮຽກຮ້ອງຕ້ອງການຍົກສູງຄຸນນະພາບຂອງລະບອບລະບຽບການ, ພື້ນຖານໂຄງລ່າງ ແລະແຫຼ່ງຊັບພະຍາກອນມະນຸດ. ດັ່ງນັ້ນຄວາມຄາດຫວັງສຳລັບວິໄສທັດໄລຍະຍາວ, ມີພື້ນຖານທີ່ດີ ແລະແຜນງານເຄື່ອນໄຫວໄດ້ສະແດງອອກໃຫ້ເຫັນຂ້ອນຂ້າງຈະແຈ້ງ.
ສະຫຼຸບແລ້ວ, ກ່ອນການຈັດກອງປະຊຸມໃຫຍ່ແມ່ນ "ຄວາມຫວັງ", ຫຼັງຈາກສຳເລັດກອງປະຊຸມໃຫຍ່, ຜ່ານເອກະສານ ແລະຜົນໄດ້ຮັບດ້ານບຸກຄະລາກອນ, ສາມາດເວົ້າໄດ້ວ່າ ຄວາມຫວັງສ່ວນໃຫຍ່ເຫຼົ່ານັ້ນໄດ້ "ສ້າງ" ເປັນການກຳນົດທິດ, ເປົ້າໝາຍ ແລະວິທີແກ້ໄຂລະອຽດ. ບັນຫາທີ່ຍັງເຫຼືອ - ແລະຍັງເປັນສິ່ງທ້າທາຍໃຫຍ່ທີ່ສຸດ - ແມ່ນການຈັດຕັ້ງປະຕິບັດ: "ເວົ້າໜ້ອຍລົງ, ເຮັດຫຼາຍກວ່າເກົ່າ ແລະເຮັດໃຫ້ເຖິງທີ່ສຸດ", ຄືດັ່ງເນື້ອໃນຈິດໃຈທີ່ກອງປະຊຸມໃຫຍ່ໄດ້ເນັ້ນໜັກ.
ເມື່ອພິຈາລະນາຢ່າງມີຍຸດທະສາດ, ທ່ານ ປອ ຫງວຽນຮົ່ງເຊີນ ໄດ້ໃຫ້ຂໍ້ສັງເກດວ່າ ມີບາງຈຸດໃໝ່ ແລະຈຸດສຸມໃຫຍ່ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຈະມີຄວາມໝາຍພິເສດຕໍ່ການພັດທະນາປະເທດໃນໄລຍະທີ່ຈະມາເຖິງ. ໃນນັ້ນ, ເອກະສານບໍ່ພຽງແຕ່ "ເວົ້າຫຍັງ" ເທົ່ານັ້ນ, ແຕ່ຍັງ "ເຮັດແນວໃດ" ດ້ວຍໂຄງການກະທຳ, ຄາດໝາຍການກຳນົດປະລິມານ ແລະໄລຍະເວລາທີ່ຊັດເຈນ, ມີຄວາມສຳຄັນສູງສຸດຕໍ່ການພັດທະນາປະເທດໃນໄລຍະໃໝ່. ລັກສະນະການກະທຳແບບນີ້ແມ່ນຈຸດໃໝ່ທີ່ມີຄວາມສຳຄັນທີ່ສຸດ, ຍ້ອນວ່າມັນໄດ້ປ່ຽນວິໄສທັດໃຫ້ກາຍມາເປັນຄຳໝັ້ນສັນຍາທີ່ລະອຽດ.
ຂັ້ນຕອນການກະກຽມເອກະສານແມ່ນໄດ້ດຳເນີນໄປຢ່າງລະອຽດ, ມີວິທະຍາສາດ, ທັນສະໄໝ, ສືບທອດແຕ່ພ້ອມດຽວກັນນັ້ນ ກໍ່ມີການປ່ຽນແປງຈິນຕະນາການພັດທະນາຢ່າງແຂງແຮງ, ຕິດແທດກັບພຶດຕິກຳຕົວຈິງ, ເຄົາລົບກົດເກນພາວະວິໄສ. ພິເສດ, ເອກະສານຂອງກອງປະຊຸມໃຫຍ່ໄດ້ກຳນົດຢ່າງຈະແຈ້ງວ່າ "ປະຊາຊົນເປັນໃຈກາງ, ເປັນເຈົ້າກຳ" ຂອງທຸກນະໂຍບາຍຊີ້ຂາດ; "ປະຊາຊົນເປັນກົກ", ຜ່ານນັ້ນຈຶ່ງຢືນຢັນວ່າເປົ້າໝາຍການພັດທະນາບໍ່ພຽງແຕ່ເປັນການເຕີບໂຕເທົ່ານັ້ນ, ແຕ່ຍັງເປັນການຍົກສູງຄຸນນະພາບຊີວິດ ແລະຄວາມສຸກຂອງປະຊາຊົນອີກດ້ວຍ.
ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ, ເລື່ອງພັກ ແລະລັດຫວຽດນາມ ສະແດງໃຫ້ເຫັນການຕັດສິນໃຈສ້າງລັດແຫ່ງອຳນາດກົດໝາຍ, ລະບົບການປົກຄອງທີ່ທັນສະໄໝ, ຊື່ສັດ, ມີການກະທຳຍິ່ງມີຄວາມໝາຍພິເສດ, ຊ່ວຍໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີພື້ນຖານທີ່ໜັກແໜ້ນ ເພື່ອອະທິບາຍເສັ້ນທາງພັດທະນາຂອງຫວຽດນາມ ໃຫ້ກັບເພື່ອນມິດສາກົນ ແລະກັບຄູ່ຮ່ວມມືຍີ່ປຸ່ນ ແລະປັບປຸງຄວາມເຊື່ອໝັ້ນ ວ່າປະເທດກຳລັງກ້າວເດີນໄປຖືກທິດ.
ຈາກທັດສະນະຂອງອົງການຈັດຕັ້ງທີ່ເປັນຕົວແທນຂອງປະຊາຄົມຊາວຫວຽດນາມ ທັງໝົດ, ທ່ານ ປອ ຫງວຽນຮົ່ງເຊີນ ຖືວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ໄດ້ເປີດຂົງເຂດໃໝ່ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ເວົ້າສະເພາະ, ເສີມຂະຫຍາຍບົດບາດຂອງຕົນຢ່າງເລິກເຊິ່ງ ແລະແທດຈິງຂຶ້ນຕື່ມ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ໄດ້ກຳນົດວິໄສທັດທີ່ຊັດເຈນຫຼາຍ: ຮອດປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ນີ້ບໍ່ພຽງແຕ່ເປັນ "ເປົ້າໝາຍຂອງພັກ", ແຕ່ຍັງເປັນຄວາມກັງວົນຂອງທົ່ວທັງຊາດ. ສິ່ງດັ່ງກ່າວນີ້ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ຕ້ອງຫັນປ່ຽນຈາກແນວຄິດ "ມຸ່ງໄປຫາບ້ານເກີດເມືອງນອນ" ໄປສູ່ແນວຄິດ "ຮ່ວມເດີນທາງພ້ອມກັບບ້ານເກີດເມືອງນອນ": ເປັນເຈົ້າການຫຼາຍກວ່າ, ເປັນມືອາຊີບຫຼາຍຂຶ້ນ, ສະໜິດຕິດພັນຫຼາຍຂຶ້ນ ແລະມີລະບຽບວິໄນ, ໂປ່ງໃສຫຼາຍຂຶ້ນໃນທຸກການເຄື່ອນໄຫວ.
ທ່ານ ປອ ຫງວຽນຮົ່ງເຊີນ ເຊື່ອໝັ້ນວ່າ ຖ້າຮູ້ຈັກນຳໃຊ້ກາລະໂອກາດຕ່າງໆທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປີດອອກມານັ້ນ - ດ້ວຍວິໄສທັດຍຸດທະສາດທີ່ຊັດເຈນ, ດ້ວຍການບຸກທະລຸທີ່ລະອຽດ, ດ້ວຍຈິດໃຈການກະທຳທີ່ເດັດຂາດປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ຈະບໍ່ພຽງແຕ່ເປັນ "ຂົວເຊື່ອມຕໍ່" ເທົ່ານັ້ນ, ແຕ່ຍັງຈະກາຍເປັນ "ເສົາຄ້ຳນີ້ມນວນ" ໃນກຳລັງແຮງສັງລວມຂອງປະເທດຊາດໃນເສັ້ນທາງແຫ່ງການພັດທະນາໃໝ່ຢ່າງແທ້ຈິງ.
ໂດຍ: ຈາງຫງວຽນ