ເມື່ອແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ອາເມລິກາລາຕິນ, ທ່ານ Gabriel Becerra Yáñez ເລຂາທິການໃຫຍ່ UP ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍຕໍ່ຂະບວນການພັດທະນາຂອງຫວຽດນາມ ເທົ່ານັ້ນ, ຫາກຍັງມີລະດັບສາກົນ, ດຶງດູດຄວາມສົນໃຈຕິດຕາມ ແລະຕັ້ງຄວາມຫວັງຂອງກຳລັງກ້າວໜ້າ, ຝ່າຍຊ້າຍ ແລະຂະບວນການຕໍ່ສູ້ເພື່ອສັນຕິພາບ, ຄວາມຍຸຕິທຳທາງສັງຄົມໃນໂລກອີກດ້ວຍ.
ໃນສະພາບການສາກົນທີ່ມີການຜັນແປຫຼາຍຢ່າງ, ຫວຽດນາມ ສືບຕໍ່ໄດ້ຮັບການຮັບຮູ້ປຽບເໝືອນດັ່ງເປັນສັນຍາລັກກ່ຽວກັບການຢຶດໝັ້ນເອກະລາດແຫ່ງຊາດ, ເປັນເຈົ້ນຕົນເອງໃນການພັດທະນາ ແລະສ້າງສັງຄົມນິຍົມໃຫ້ເໝາະສົມກັບເງື່ອນໄຂພຶດຕິກໍາຕົວຈິງ.
ຈາກມູມມອງຂອງປະເທດໂກລົມບີ ແລະພາກພື້ນອາເມລິກາລາຕິນ, ການນຳ UP - ປະຈຸບັນມີການເຂົ້າຮ່ວມໂດຍກົງໃນຂະບວນການວາງແຜນ ແລະການປະຕິບັດນະໂຍບາຍຂອງລັດຖະບານ - ໄດ້ສະແດງຄວາມນິຍົມນັບຖືຢ່າງເລິກເຊິ່ງຕໍ່ໄລຍະທາງປະຫວັດສາດຂອງຫວຽດນາມ, ນັບແຕ່ການຕໍ່ສູ້ຍາດເອົາເອກະລາດ, ຕີເອົາຊະນະລັດທິລ່າເມືອງຂຶ້ນຈົນເຖິງຂະບວນການສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມ.
ຕາມທ່ານ Gabriel Becerra Yáñez ແລ້ວ, ຜົນງານການພັດທະນາຂອງຫວຽດນາມ ໃນຊຸມທົດສະວັດຜ່ານມາໄດ້ຢືນຢັນຄວາມສາມາດສົມທົບຢ່າງກົມກຽວລະຫວ່າງການເຕີບໂຕດ້ານເສດຖະກິດ, ຄວາມກ້າວໜ້າທາງສັງຄົມ ແລະການຮັບປະກັນອະທິປະໄຕແຫ່ງຊາດ.
    |
 |
|
ທ່ານ ເລືອງເກື່ອງ, ກໍາມະການກົມການເມືອງ, ປະທານປະເທດຫວຽດນາມ ກ່າວສູນທອນພົດໄຂກອງປະຊຸມໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ. |
ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XIV, ທ່ານເລຂາທິການໃຫຍ່ UP ຖືວ່າ ກອງປະຊຸມໃຫຍ່ໄດ້ຈັດຂຶ້ນໃນຊ່ວງເວລາທີ່ມີຄວາມໝາຍສຳຄັນ, ເມື່ອຫວຽດນາມ ສະຫຼຸບ 40 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ຕີລາຄາການຜັນຂະຫຍາຍເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ແລະການກຳນົດທິດຍຸດທະສາດໃຫ້ແກ່ໄລຍະການພັດທະນາຕໍ່ໄປ, ມຸ່ງໄປເຖິງຄາດໝາຍປີ 2030 ແລະ 2045. ທ່ານ Gabriel Becerra Yáñez ໄດ້ເນັ້ນໜັກເປັນພິເສດຕໍ່ວິວັດການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ດຳເນີນໄປຢ່າງກວ້າງຂວາງ, ມີປະຊາທິປະໄຕ, ດ້ວຍການເຂົ້າຮ່ວມຂອງພະນັກງານ, ສະມາຊິກພັກ, ປັນຍາຊົນ, ແລະປະຊາຊົນຈາກທຸກຊັ້ນຄົນເປັນຈຳນວນຫຼວງຫຼາຍ, ໂດຍຖືນີ້ເປັນປັດໄຈທີ່ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແລະເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການນຳພາຂອງພັກກອມມູນິດຫວຽດນາມ.
UP ກໍ່ໄດ້ສະແດງຄວາມສົນໃຈຕໍ່ເນື້ອໃນຈຸດສຸມທີ່ໄດ້ປຶກສາຫາລືທີ່ກອງປະຊຸມໃຫຍ່ຄັ້ງທີ XIV, ໃນນັ້ນມີການກຳນົດທິດການສ້າງຮູບແບບການພັດທະນາໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນ.
ຕາມການຕີລາຄາຂອງທ່ານ Gabriel Becerra Yáñez ແລ້ວ, ເລື່ອງຫວຽດນາມ ກໍານົດເອົາການປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງເປັນເສົາຄ້ຳໃນອະນາຄົດຂອງປະເທດຊາດນັ້ນ ແມ່ນມີຄວາມໝາຍຕັ້ງໜ້າໃນສະພາບການໂລກກຳລັງປະເຊີນກັບສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການພັດທະນາທີ່ບໍ່ຍືນຍົງ. ພ້ອມກັນນັ້ນ ຄວາມມານະພະຍາຍາມສືບຕໍ່ປັບປຸງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ, ໂດຍສົມທົບບົດບາດການດັດສົມຂອງລັດ ກັບເປົ້າໝາຍໃນການຮັບປະກັນຊີວິດສັງຄົມ, ໄດ້ຮັບຖືວ່າເປັນຈຸດພົ້ນເດັ່ນອັນໜຶ່ງໃນແນວທາງການພັດທະນາຂອງຫວຽດນາມ.
ຕໍ່ໜ້າສະພາບຄວາມເປັນຈິງທີ່ວ່າ ພາກພື້ນອາເມລິກາລາຕິນ ແລະກາຣີເບ ກຳລັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບອະທິປະໄຕ, ຄວາມໝັ້ນຄົງ ແລະການພັດທະນາ, ທ່ານເລຂາທິການໃຫຍ່ UP ຖືວ່າ ປະສົບການຂອງຫວຽດນາມ ມີຄຸນຄ່າຫຼາຍໃຫ້ການທາບທາມ.
ທ່ານ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາປະເທດໃນພາກພື້ນກຳລັງປະເຊີນກັບຄວາມກົດດັນທີ່ນັບມື້ເພີ່ມຂຶ້ນທີ່ກ່ຽວຂ້ອງເຖິງການຄວບຄຸມຊັບພະຍາກອນ, ການແຊກແຊງຈາກພາຍນອກ ແລະຄວາມບໍ່ສະຫງົບທາງດ້ານພູມສາດການເມືອງ, ເຊິ່ງຮຽກຮ້ອງຕ້ອງມີຮູບແບບການພັດທະນາເອກະລາດ, ເປັນເຈົ້າຕົນເອງ ແລະຍືນຍົງຫຼາຍຂຶ້ນ.
ກ່ຽວກັບສະຖານະການໃນປະເທດໂຄລົມເບຍ, ທ່ານ Gabriel Becerra Yáñez ໃຫ້ຮູ້ວ່າ ປະເທດນີ້ກຳລັງຜ່ານການຫັນປ່ຽນທີ່ສຳຄັນພາຍໃຕ້ການນຳພາຂອງລັດຖະບານ Pacto Historico - ລັດຖະບານປະສົມກຳອຳນາດໃນປະຈຸບັນ ໂດຍ ທ່ານ Gustavo Petro ປະທານາທິບໍດີ ນຳໜ້າ.
ໃນຖານະທີ່ເປັນອົງປະກອບໜຶ່ງຂອງພັນທະມິດນີ້, UP ກຳລັງເຂົ້າຮ່ວມຊຸກຍູ້ຄວາມພະຍາຍາມສ້າງສັນຕິພາບ, ເປີດກວ້າງປະຊາທິປະໄຕ ແລະຜັນຂະຫຍາຍການປະຕິຮູບເສດຖະກິດ-ສັງຄົມ ເພື່ອແນໃສ່ຫຼຸດຜ່ອນຄວາມບໍ່ສະເໝີພາບ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ຂະບວນການນີ້ກໍ່ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງຈາກກຳລັງຮັກສາເດີມ.
ໃນສະພາບການນີ້, UP ຍາມໃດກໍ່ໄດ້ຕິດຕາມຢ່າງໃກ້ຊິດ ແລະໃຫ້ຄວາມເຄົາລົບຕໍ່ບົດຮຽນຂອງຫວຽດນາມ, ໂດຍຖືວ່ານີ້ ເປັນພະຍານຫຼັກຖານໃຫ້ແກ່ຄວາມສາມາດສົມທົບທີ່ປະສົບຜົນສຳເລັດລະຫວ່າງເອກະລາດແຫ່ງຊາດ, ການພັດທະນາເສດຖະກິດ, ຄວາມຍຸຕິທຳໃນສັງຄົມ ແລະສະຖຽນລະພາບທາງການເມືອງ. ຜູ້ນຳ UP ໄດ້ເນັ້ນໜັກວ່າການເພີ່ມທະວີການແລກປ່ຽນປະສົບການ, ການເຈລະຈາການເມືອງ ແລະການຮ່ວມມືລະຫວ່າງກຳລັງກ້າວໜ້າ ແລະຝ່າຍຊ້າຍຂອງສອງປະເທດ, ກໍ່ຄືລະຫວ່າງຫວຽດນາມ ກັບພາກພື້ນອາເມລິກາລາຕິນ ມີຄວາມໝາຍສຳຄັນໃນການຮັບມືກັບສິ່ງທ້າທາຍລວມຂອງໂລກໃນປະຈຸບັນ.
ເຊີດຊູນ້ຳໃຈສາມັກຄີ ແລະມິດຕະພາບ, UP ໄດ້ຢືນຢັນຄືນໃໝ່ກ່ຽວກັບການພົວພັນທີ່ໃກ້ຊິດສະໜິດແໜ້ນກັບພັກກອມມູນິດຫວຽດນາມ, ລັດຖະບານ ແລະປະຊາຊົນຫວຽດນາມ ບົນພື້ນຖານຂອງລັດທິສາກົນ, ພາລະກິດຕໍ່ສູ້ເພື່ອສັນຕິພາບ, ການຕັດສິນດ້ວຍຕົນເອງ ແລະຄວາມຍຸຕິທຳໃນສັງຄົມ.
ທ່ານເລຂາທິການໃຫຍ່ Gabriel Becerra Yáñez ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ, ເອກະລາດ ແລະສັງຄົມນິຍົມ, ພ້ອມທັງເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງຊາດ ແລະກຳລັງກ້າວໜ້າໃນທົ່ວໂລກ.
ໂດຍ: ຈາງຫງວຽນ