ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ຈີນ ທີ່ປິ່ນອ້ອມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV (ກອງປະຊຸມໃຫຍ່ຄັ້ງທີ XIV) ຂອງພັກກອມມູນິດຫວຽດນາມ ແລະແງ່ຫວັງການພົວພັນ ຈີນ-ຫວຽດນາມ, ທ່ານສາດສະດາຈານ Cui shou jun ສັງກັດສະຖາບັນການພົວພັນສາກົນ-ມະຫາວິທະຍາໄລປະຊາຊົນຈີນ ຖືວ່າ ການພົວພັນສອງປະເທດໄດ້ເປັນຮູບເປັນຮ່າງແມ່ນຍ້ອນອີງໃສ່ຄຸນຄ່າຫຼັກແຫຼ່ງທີ່ໝັ້ນຄົງ, ມີພື້ນຖານການເມືອງຍຸດທະສາດທີ່ໜັກແໜ້ນ ແລະຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງໃນໄລຍະຈະມາເຖິງ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານສາດສະດາຈານ Cui shou jun ແລ້ວ, ເມື່ອການນໍາຂັ້ນສູງ ກໍ່ຄືບັນດາອົງການສື່ມວນຊົນຂັ້ນສູນກາງຂອງຈີນ ເຕື້ອງເຖິງການພົວພັນສອງປະເທດ, ມັກຈະໃຊ້ 4 ຄໍາທີ່ມີລັກສະນະເປັນສັນຍາລັກຢ່າງຈະແຈ້ງ, ລວມມີ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ”. ນີ້ແມ່ນຄໍານິຍາມທີ່ມີຄວາມໝາຍສໍາຄັນ, ໄດ້ສ່ອງແສງໃຫ້ເຫັນທາດແທ້ທີ່ມີລັກສະນະສະເພາະ ແລະການກໍານົດທິດອັນຍາວນານຂອງການພົວພັນສອງຝ່າຍ.
ທ່ານສາດສະດາຈານ Cui shou jun ເນັ້ນໜັກວ່າ ໃນຫຼາຍບັນຫາສາກົນ ແລະພາກພື້ນ, ຈີນ ແລະຫວຽດນາມ ມີຄວາມຮັບຮູ້ທີ່ຄ້າຍຄືກັນ ຫຼື ຫຼັກໝັ້ນຄ້າຍຄືກັນ.
ນີ້ແມ່ນພື້ນຖານທີ່ສໍາຄັນເພື່ອໃຫ້ການພົວພັນສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ, ຊຸກຍູ້ ແລະພັດທະນາຕາມລວງເລິກໃນສະພາບການສາກົນທີ່ມີການຜັນແປສັບສົນຫຼາຍຢ່າງ.
ສິ່ງທີ່ເປັນໜ້າໃສ່ໃຈ, ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງສອງພັກ ໄດ້ຮັບຖືວ່າແມ່ນຈຸດເນັ້ນທີ່ສໍາຄັນ, ເພີ່ມເຕີມໃຫ້ການທູດຂອງລັດ ທີ່ເປັນມູນເຊື້ອ. ຕາມການວິເຄາະຂອງທ່ານສາດສະດາຈານ Cui shou jun ແລ້ວ ພາຍໃຕ້ມູມມອງທີ່ເປັນນັກຮຽນຮູ້ຜູ້ໜຶ່ງ, ການທູດຂອງພັກ ໄດ້ກາຍເປັນຊ່ອງທາງເຈລະຈາໜຶ່ງທີ່ມີປະສິດທິຜົນ, ຊ່ວຍໃຫ້ສອງຝ່າຍແລກປ່ຽນບົດຮຽນໃນການຄຸ້ມຄອງບໍລິຫານ, ກໍານົດທິດພັດທະນາ ແລະແກ້ໄຂບັນຫາຍຸດທະສາດໄລຍະຍາວ.
ທ່ານ ໃຫ້ຂໍ້ສັງເກດວ່າ ໃນສະພາບການທີ່ຫຼາຍປະເທດໄດ້ສຸມໃສ່ແຕ່ການທູດຂອງລັດ, ເລື່ອງຈີນ ແລະຫວຽດນາມ ຮັກສາກົນໄກພົບປະແລກປ່ຽນຊ່ອງທາງພັກ ໄດ້ປະກອບສ່ວນປັບປຸງພື້ນຖານການເມືອງໃຫ້ແກ່ການພົວພັນສອງຝ່າຍ.
ກ່ຽວກັບດ້ານເສດຖະກິດ, ທ່ານສາດສະດາຈານ Cui shou jun ຖືວ່າ ຈີນ ແລະຫວຽດນາມ ມີລັກສະນະຊ່ວຍເຫຼືອກັນຫຼາຍກວ່າ. ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ມີລະບົບອຸດສາຫະກໍາທີ່ສົມບູນແບບ, ໃນຂະນະທີ່ ຫວຽດນາມ ແມ່ນພື້ນຖານເສດຖະກິດພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີທີ່ຕັ້ງສໍາຄັນໃນຕ່ອງໂສ້ສະໜອງຢູ່ພາກພື້ນ.
ທ່ານ ໃຫ້ຂໍ້ສັງເກດວ່າ ເລື່ອງບັນດາວິສາຫະກິດຈີນ ເພີ່ມທະວີການລົງທຶນຢູ່ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນສ້າງວຽກເຮັດງານທໍາ, ຊຸກຍູ້ການເຕີບໂຕເສດຖະກິດ ແລະປົວແປງຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໃຫ້ດີຂຶ້ນຕື່ມອີກເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ວິສາຫະກິດຈີນ ເປີດກວ້າງຂະໜາດການລົງທຶນ, ເພີ່ມຊັບສິນ ແລະເພີ່ມການມີໜ້າຢູ່ຕ່າງປະເທດອີກດ້ວຍ.
ເມື່ອເຕື້ອງເຖິງແງ່ຫວັງການພົວພັນລະຫວ່າງ ຈີນ-ຫວຽດນາມ, ທ່ານສາດສະດາຈານ Cui shou jun ໃຫ້ຂໍ້ສັງເກດວ່າ ການພົວພັນສອງຝ່າຍຈະສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະພັດທະນາຢ່າງແຂງແຮງ. ໃນສະພາບການຕ່ອງໂສ້ການຜະລິດຈໍານວນໜຶ່ງ ແລະຂະແໜງອຸດສາຫະກໍາ ພວມມີທ່າອ່ຽງດັດປັບ ແລະຫັນປ່ຽນ, ຕາມທ່ານ ແລ້ວ, ການປ່ຽນແປງເຫຼົ່ານີ້ກໍ່ເປີດແງ່ຫວັງ, ຄວາມສາມາດບົ່ມຊ້ອນ ແລະກາລະໂອກາດໃໝ່ໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຕື່ມອີກ.
ທ່ານສາດສະດາຈານ Cui shou jun ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງຈີນ-ຫວຽດນາມ ຈະສືບຕໍ່ຮັກສາທ່າພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະຍືນຍົງ. ໃນສະພາບການທີ່ພາກພື້ນ ແລະໂລກມີການຜັນແປຢ່າງວ່ອງໄວ, ເລື່ອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນຍິ່ງນັບມື້ນັບມີຄວາມໝາຍສໍາຄັນຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມ. ການພົວພັນສອງຝ່າຍບໍ່ພຽງແຕ່ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮ່ວມມືໃນພາກພື້ນ ອີກດ້ວຍ.
ໂດຍ: ໄຊນີດາ