ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານຮອບດ້ານ, ມີຄວາມໝາຍປະຫວັດສາດ ແລະຍຸດທະສາດ, ສ່ອງແສງລັກສະນະທີ່ຖືກຕ້ອງຂອງແນວທາງປ່ຽນແປງໃໝ່ ໂດຍ ພັກກອມມູນິດຫວຽດນາມ ລິເລີ່ມ ແລະນໍາພາ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ Reda El Taify, ນັກການທູດ, ອະດີດເອກອັກຄະລັດຖະທູດອີຢິບ ປະຈຳຫວຽດນາມ (2010-2014), ໃນການແລກປ່ຽນກັບນັກຂ່າວເນື່ອງໃນໂອກາດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

leftcenterrightdel
ທ່ານ Reda Al Taify ອະດີດເອກອັກຄະລັດຖະທູດອີຢິບ ປະຈໍາ ຫວຽດນາມ. ພາບ: Vov.vn

ຕາມທ່ານ Reda El Taify ແລ້ວ, ບັນດາຜົນງານນີ້ສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ໃນ 3 ເສົາຄໍ້າໃຫຍ່: ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການທູດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ Reda El Taify ຢືນຢັນວ່າ: “ວິວັດການປ່ຽນແປງໃໝ່ຢູ່ຫວຽດນາມ ໄດ້ຂຽນເລື່ອງລາວ ຕໍ່ຜົນສໍາເລັດທີ່ມີຊີວິດຊີວາທີ່ສຸດ, ພິເສດແມ່ນກ່ຽວກັບເສດຖະກິດ-ສັງຄົມ, ເລື່ອງລາວທີ່ແນ່ນອນໃຫ້ຊາວອີຢິບ ພວກຂ້າພະເຈົ້າ ຕ້ອງສະຫຼຸບຖອດຖອນ ແລະຮໍ່າຮຽນ. ວິວັດການປ່ຽນແປງໃໝ່ສ້າງການຫັນປ່ຽນດ້ານຄຸນນະພາບທີ່ບໍ່ເຄີຍຮູ້ມາກ່ອນຢູ່ຫວຽດນາມ, ຊ່ວຍໃຫ້ທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ການເມືອງ ແລະເສດຖະກິດທ່ົວໂລກ. ແນ່ນອນວ່າ, ວິວັດການກໍ່ສ້າງການຫັນປ່ຽນດ້ານຄຸນນະພາບຕໍ່ກັບການດໍາລົງຊີວິດຂອງປະຊາຊົນຫວຽດນາມ, ນັ້ນແມ່ນ ຍົກສູງລາຍຮັບ ແລະຄຸນນະພາບການດໍາລົງຊີວິດຂອງປະຊາຊົນໃນທຸກດ້ານ”.

ທ່ານ Reda El Taify ຢືນຢັນວ່າ ການປ່ຽນແປງໃໝ່ປະກອບສ່ວນສໍາຄັນໃນວິວັດການພັດທະນາ, ເຕີບໂຕ ແລະສະຖຽນລະພາບຢູ່ ຫວຽດນາມ; ພ້ອມທັງ ເຊື່ອໝັ້ນວ່າ ວິວັດການປ່ຽນແປງໃໝ່ຈະສືບຕໍ່ໄດ້ຮັບການຊຸກຍູ້ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ. ບັນລຸໄດ້ຜົນງານຫຼາຍຢ່າງ, ນໍາເອົາສະຖຽນລະພາບ, ການເຕີບໂຕ ແລະຈະເລີ່ນຮຸ່ງເຮືອງມາໃຫ້ປະຊາຊົນຫວຽດນາມ.

ໂດຍ: ໄຊນີດາ