ຕາມໜັ້ງສືພິມ Laotian Times ເນັ້ນໜັກວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງສໍາຄັນຍິ່ງຂອງຫວຽດນາມ ໃນອາຍຸການ 5 ປີ, ສວມບົດບາດຕັດສິນໃຈໃນການກໍານົດທິດ, ນະໂຍບາຍ ແລະການນໍາຂອງພັກ. ໜັງສືພິມຂອງລາວ ກໍ່ໃຫ້ຂ່າວວ່າ ທີ່ກອງປະຊຸມຄັ້ງປະຖົມມະເລີກ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ທີ່ດໍາເນີນໃນວັນທີ 23 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝີ XIII ໄດ້ຮັບການສະໜັບສະໜູນຢ່າງຂາດຂັ້ນ ແລະໄດ້ເລືອກຕ້ັງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.
    |
 |
|
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສໍາເລັດຢ່າງຈົບງາມ. ພາບ: vov.vn |
ໃນບົດຂຽນດ້ວຍຫົວຂໍ້ “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ: ບາດລ້ຽວນໍາປະເທດກ້າວເຂົ້າສູ່ສັງກາດໃໝ່”, ໜັງສືພິມເອເລັກໂຕນິກ Thaipublica ຂອງໄທ ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງນີ້ແມ່ນບາດລ້ຽວຍຸດທະສາດໃນວິວັດການຫັນການວາງແຜນກຳນົດມີແບບມີແຜນເປັນທັນສະໄໝ, ດ້ວຍວິໄສທັດໄລຍະຍາວຂອງຫວຽດນາມ. ໜັງສືພິມຂອງໄທ ກໍ່ຖືວ່າກອງປະຊຸມໃຫຍ່່ ຄັ້ງທີ XIV ມີໂຄງການກະທໍາລະອຽດ ແລະກຳນົດໄລຍະເວລາຢ່າງຈະແຈ້ງ, ມີກົນໄກຄວາມຮັບຜິດຊອບອະທິບາຍຈະແຈ້ງໂປ່ງໃສ.
ສິ່ງທີ່ເປັນໜ້າໃສ່ໃຈແມ່ນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນຂີດໝາຍຫັນປ່ຽນໄປສູ່ຮູບແບບການເຕີບໂຕໃໝ່, ສຸມໃສ່ຍົກສູງສະມັດຕະພາບ, ຊຸກຍູ້ການຫັນເປັນດີຈີຕອນ ແລະພັດທະນາບັນດາຂະແໜງອຸດສາຫະກໍາສູງ.
ສໍານັກຂ່າວສານຊິນຮວາ, Bloomberg, AFP ພ້ອມດ້ວຍສໍານັກຂ່າວສານອື່ນຫຼາຍແຫ່ງກໍ່ໄດ້ໃຫ້ຂ່າວກ່ຽວກັບເລື່ອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ເຫັນດີເປັນເອກະພາບເລືອກຕັ້ງທ່ານໂຕເລິມ ສືບຕໍ່ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່, ສິ່ງດັ່ງກ່າວນີ້ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງຄວາມສາມັກຄີຢ່າງແຂງແຮງພາຍໃນພັກກອມມູນິດຫວຽດນາມ, ປະກອບສ່ວນຮັບປະກັນສະຖຽນລະພາບ ແລະຕໍ່ເນື່ອງໃນການນໍາພາ. ນອກຈາກນັ້ນ, ສື່ມວນຊົນສາກົນຕີລາຄາໂຄງຮ່າງຂອງກົມການເມືອງໃນອາຍຸການໃໝ່ວ່າ ແມ່ນການສົມທົບທີ່ມີຄວາມສົມດູນລະຫວ່າງລັກສະນະຕໍ່ເນື່ອງ ແລະປ່ຽນແປງໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການການນໍາເມື່ອຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ໜັງສືພິມ AFP ກໍ່ວິເຄາະວ່າເລື່ອງທ່ານ ໂຕເລິມ ສືບຕໍ່ໄດ້ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ສ່ອງແສງໃຫ້ເຫັນການສະໜັບສະໜູນຢ່າງແຂງແຮງຂອງພັກກອມມູນິດຫວຽດນາມ ຕໍ່ກັບແນວທາງປະຕິຮູບມຸ່ງໄປເຖິງການເຕີບໂຕເສດຖະກິດເຊິ່ງພັກໄດ້ພະຍາຍາມເຮັດມາໂດຍຕະຫຼອດ. AFP ໃສ່ໃຈວ່າໃນອາຍຸການຜ່ານມາ, ທ່ານ ໂຕເລິມ ໄດ້ຊຸກຍູ້ການປະຕິຮູບໂດຍໄດ້ຕີລາຄາວ່າແມ່ນຮອບດ້ານ ແລະເລິກເຊິ່ງກວ້າງຂວາງ ເພື່ອແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງ ແລະບໍລິຫານ.
ຄ້າຍຄືກັນ, ໜັງສືພິມ Bloomberg ກໍ່ຖືວ່າ ທ່ານ ໂຕເລິມ ໄດ້ນໍາພາການປະຕິຮູບຂະໜາດໃຫຍ່ກ່ຽວກັບໂຄງຮ່າງການຈັດຕັ້ງ ແລະຄຸ້ມຄອງ, ຖືວ່າມີຄວາມສໍາຄັນທີ່ສຸດໃນຫຼາຍທົດສະວັດ, ເພື່ອແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງລັດ ແລະສ້າງກໍາລັງແຮງໃຫ້ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ.
ຄຽງຂ້າງກັນນັ້ນ, ສື່ມວມຊົນສາກົນ ກໍ່ຕີລາຄາສູງຄວາມໝາຍຂອງກອງປະຊຸມໃຫຍ່, ໂດຍສຸມໃສ່ວິເຄາະການກໍານົດທິດ, ການໃຫ້ຄໍາໝັ້ນສັນຍາ ແລະສານພັດທະນາຢ່າງແຂງແຮງ ເຊິ່ງການນໍາ ຫວຽດນາມ ໄດ້ຍົກອອກທີ່ເຫດການນີ້.
ບົດຂຽນກ່ຽວກັບກອງປະຊຸມໃຫຍ່ ຄ້ັງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເອົາລົງຢູ່ໜັງສືພິມ L’Humanité (ມະນຸດສະທໍາ), ເຊິ່ງແມ່ນກະບອກສຽງຂອງພັກກອມມູນິດຝລັ່ງ ກໍ່ຖືວ່າ ພາຍຫຼັງຫຼາຍທົດສະວັດທີ່ເສດຖະກິດເຕີບໂຕປະທັບໃຈ, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງເປົ້າໝາຍຮັກສາລະດັບພັດທະນາຮອດປີ 2030, ພ້ອມກັນນັ້ນແມ່ນຊຸກຍູ້ນະວັດຕະກໍາໃນຂອບເຂດເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ. ຕາມໜັງສືພິມ L’Humanité, ບັນດາເອກະສານກອງປະຊຸມໃຫຍ່ ໄດ້ເນັ້ນໜັກເຖິງຮູບແບບກ້າວຂຶ້ນສູ່ລັດທິສັງຄົມຂອງຫວຽດນາມ ຢ່າງໝັ້ນຄົງ. ພັກກອມມູນິດຫວຽດນາມ ກໍ່ວາງເປົ້າໝາຍທີ່ທະເຍີທະຍານໃຫ້ 5 ປີຈະມາເຖິງ ດ້ວຍລະດັບການເຕີບໂຕເສດຖະກິດແຕ່ລະປີແມ່ນ 10%, ສູງກວ່າລະດັບສະເລ່ຍ 6,3% ໃນໄລຍະ 2021-2025.
ໂດຍ: ໄຊນີດາ