ນັ້ນແມ່ນຂໍ້ສັງເກດຂອງສະພາການພົວພັນຕ່າງປະເທດ (CFR), ເຊິ່ງແມ່ນອົງການຈັດຕັ້ງໃຫ້ຄໍາປຶກສາ ແລະພິມຈໍາໜ່າຍເອກະລາດ, ໄຮ້ພັກຝ່າຍ ເຊິ່ງມີເປົ້າໝາຍຊຸກຍູ້ຄວາມເຂົ້າໃຈກ່ຽວກັບການພົວພັນສາກົນ ແລະນະໂຍບາຍການພົວພັນຕ່າງປະເທດ. ຕາມ CFR ແລ້ວ, ໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ບັນດາການນຳຫວຽດນາມ ຕ້ອງຕັດສິນລະດັບ ແລະຄວາມໄວຂອງການເປີດປະຕູພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ຍົກອອກບັນດາມາດຕະການເພື່ອໃຫ້ນໍາທັນປະເທດທີ່ມີລາຍຮັບສູງກວ່າໃນພາກພື້ນ, ພ້ອມທັງອອກຄໍາຕັດສິນຊ່ວຍໃຫ້ການພົວພັນກັບບັນດາປະເທດມະຫາອຳນາດໃນໂລກ ມີຄວາມດຸ່ນດ່ຽງ.
ຕາມ CFR ແລ້ວ, ຕ້ອນທ້າຍອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຫວຽດນາມ ໄດ້ປະຕິບັດການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ຫຼຸດຜ່ອນການບັນຈຸພະນັກງານ, ໂຮມແຂວງ, ນະຄອນເຂົ້າກັນ, ຜັນຂະຫຍາຍອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ, ຫຼຸດຈໍານວນແຂວງ, ນະຄອນລົງໃນລະດັບເກືອບເຄິ່ງຫນຶ່ງ, ຈາກ 63 ລົງມາເປັນ 34, ຫຼຸດຈໍານວນອົງການລະດັບກະຊວງ "ໂດຍຜ່ານການໂຮມເຂົ້າກັນ ແລະຍຸບເລີກ".
CFR ຄັດສະເໜີບົດລາຍງານຂອງສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (ISEAS) ຂອງສິງກະໂປ ໂດຍຕີລາຄາວ່າ ສ່ວນຫຼາຍຂະບວນການສ້າງໂຄງປະກອບຄືນໃໝ່ນີ້ໄດ້ຮັບການຜັນຂະຫຍາຍ ດ້ວຍຈຸດປະສົງ “ແກ້ໄຂລັດທິຫຼາຍຝ່າຍ ແລະເພີ່ມທະວີຄວາມສາມັກຄີແຫ່ງຊາດໂດຍຜ່ານສຸມໃສ່ການຕັດສິນ ແລະປະຕິບັດນະໂຍບາຍຢ່າງເປັນເອກະພາບ". ຄຽງຂ້າງນັ້ນ, ຫວຽດນາມ ໄດ້ອອກມະຕິເລກທີ 68-NQ/TW ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນ, ນີ້ແມ່ນຄວາມມານະພະຍາຍາມຊຸກຍູ້ພາກເອກະຊົນຜ່ານການໃຫ້ບຸລິມະສິດດ້ານພາສີ, ອາກອນ, ຫຼຸດຜ່ອນລະບຽບການບໍລິຫານ. CFR ໃຫ້ຂໍ້ສັງເກດວ່າ: “ບັນດາອົງການຄຸ້ມຄອງ ໄດ້ຮັບການຮຽກຮ້ອງໃຫ້ຍອມຮັບຄວາມສ່ຽງຫຼາຍກວ່າເມື່ອອະນຸມັດຜ່ານບັນດາໂຄງການ”, ພ້ອມທັງໃສ່ໃຈວ່າ ປະຈຸບັນ ຫວຽດນາມ ກໍາລັງແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້, ເຖິງວ່າຍັງປະສົບກັບສິ່ງທ້າທາຍຈາກອັດຕາພາສີ ແລະລະບົບຕ່ອງໂສ້ການສະໜອງທີ່ຊຸດໂຊມຢູ່ອາຊີ, ກໍຄືການຂາດສະຖຽນລະພາບດ້ານເສດຖະກິດທົ່ວໂລກເວົ້າລວມ.
    |
 |
|
ການນໍາກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບນັກຂ່າວຕ່າງປະເທດ ມາລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
"ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສຸມໃສ່ເຂົ້າໃນປະສິດທິຜົນດ້ານເສດຖະກິດ, ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມອບສິດໃຫ້ພາກເອກະຊົນ ແລະນໍາຫວຽດນາມ ອອກຈາກຮູບແບບການເຕີບໂຕທີ່ອີງໃສ່ແຮງງານລາຄາຖືກ, ການສົ່ງອອກ ແລະການລົງທຶນຈາກຕ່າງປະເທດ. ຮູບແບບນັ້ນໄດ້ເຮັດໃຫ້ຫວຽດນາມກາຍເປັນສູນກາງແຫ່ງການຜະລິດ, ຊ່ວຍໃຫ້ປະຊາຊົນນັບລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຊຸກຍູ້ການພັດທະນາຂອງຄົນຊັ້ນກາງ". ນັ້ນແມ່ນຂໍ້ສັງເກດຂອງວິທະຍຸກະຈາຍສຽງສາທາລະນະແຫ່ງຊາດ (NPR) - ອົງການກະຈາຍສຽງສາທາລະນະຂອງອາເມລິກາ ທີ່ມີສຳນັກງານຕັ້ງຢູ່ວໍຊິງຕັນ ດີຊີ. ເຖິງຢ່າງໃດກໍຕາມ, NPR ໃຫ້ຮູ້ວ່າ: ໃນຊຸມປີຈະມາເຖິງ, ຫວຽດນາມ ຍັງຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລວມມີຄວາມຕ້ອງການປະຕິຮູບຢ່າງເລິກເຊິ່ງກວ້າງຂວາງກວ່າ, ຜູ້ອາຍຸສູງນັບມື້ນັບຫຼາຍຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມກົດດັນຈາກການເກີນດຸນດ້ານການຄ້າຂອງອາເມລິກາ...
ຕາມອົງການຈັດຕັ້ງນີ້, ຫວຽດນາມ ໄດ້ວາງເປົ້າໝາຍທີ່ມີຄວາມທະເຍີທະຍານຫຼາຍ ນັ້ນແມ່ນໃຫ້ບັນລຸການເຕີບໂຕເສດຖະກິດປີລະ 10% ຂຶ້ນໄປໃນ 5 ປີຕໍ່ໜ້າ, ນໍາພາກເອກະຊົນກາຍເປັນຈຸດສຸມຂອງຍຸດທະສາດພັດທະນາ. ນີ້ແມ່ນການປ່ຽນແປງທີ່ເປັນໜ້າໃສ່ໃຈ ສາມາດສົ່ງຜົນກະທົບທາງບວກໃນການພັດທະນາເສດຖະກິດຂອງປະເທດ. ບັນດານັກວາງນະໂຍບາຍຂອງຫວຽດນາມ ພວມດັດປັບຮູບແບບການເຕີບໂຕຄືນເພື່ອໃຫ້ບຸລິມະສິດບົດບາດນຳໜ້າຂອງວິສາຫະກິດເອກະຊົນ ແລະສຸມໃສ່ບັນດາຂະແໜງອຸດສາຫະກໍາທີ່ມີມູນຄ່າສູງກວ່າ, ຫັນການຜະລິດເປັນທັນສະໄໝ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ຫັນເປັນດີຈີຕອນຢ່າງກວ້າງຂວາງກວ່າ.
ຕາມ NPR ແລ້ວ, ບັນດາເອກະສານນະໂຍບາຍທີ່ໄດ້ຮັບຮອງເອົາ ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ພັນລະນາພາກເອກະຊົນວ່າແມ່ນໜຶ່ງໃນບັນດາ “ກໍາລັງໜູນສຳຄັນທີ່ສຸດ” ຂອງພື້ນຖານເສດຖະກິດ; ເຊີດຊູບົດບາດຂອງການຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນໃຫ້ເທົ່າທຽບກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເນັ້ນໜັກເຖິງການເພິ່ງພາອາໄສດ້ານການຄ້າທົ່ວໂລກ, ການລົງທຶນ ແລະພູມສາດການເມືອງ. ໂຄງການດໍາເນີນງານຂອງພັກ ຍັງຍົກລະດັບການປົກປັກຮັກສາສິ່ງແວດລ້ອມ ຂຶ້ນເປັນໜ້າທີ່ຈຸດສຸມໄປຄຽງຄູ່ກັບການພັດທະນາເສດຖະກິດ ແລະ ສັງຄົມ.
ເວັບໄຊ ABC ຂອງອົດສະຕາລີ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Craig Martin, ປະທານບໍລິສັດຄຸ້ມຄອງການລົງທຶນ Dynam Capital, ຫົວໜ່ວຍຄຸ້ມຄອງກອງທຶນ Vietnam Holding ໄດ້ເອີ້ນເປົ້າໝາຍການເຕີບໂຕສອງຕົວເລກໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ວ່າແມ່ນເປົ້າໝາຍ “ທີ່ເຕັມໄປດ້ວຍຄວາມທະເຍີທະຍານ”, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຮ່ວມກັນຈາກທຸກຝ່າຍ. ທ່ານປະທານ Dynam Capital ໄດ້ຕີລາຄາສູງ “ວິທີການເຂົ້າເຖິງທີ່ເປັນມິດກັບວິສາຫະກິດ” ຂອງການນຳພັກກອມມູນິດຫວຽດນາມ.
ສື່ມວນຊົນສາກົນ ໄດ້ໃຫ້ຂໍ້ສັງເກດລວມທີ່ວ່າ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຕໍ່ໜ້າກໍ່ຕາມ, ແຕ່ສັນຍານທີ່ປະເອີບໃຈຈາກແຜນນະໂຍບາຍ, ນະໂຍບາຍບໍລິຫານເສດຖະກິດ ກໍຄືລັກສະນະສະຖຽນລະພາບອັນໜັກແໜ້ນຂອງພື້ນຖານການເມືອງຫວຽດນາມ ຈະເປັນພື້ນຖານໃຫ້ແກ່ການພັດທະນາ ແລະຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ.
ໂດຍ: ທູຈາງ