ນັກຊ່ຽວຊານຈີນ:
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ບັນລຸປະສິດທິຜົນສູງ, ແທດຈິງ
“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນກອງປະຊຸມໃຫຍ່ແຫ່ງການກະທຳດ້ວຍຫຼາຍເນື້ອໃນແທດຈິງ ແລະມີປະສິດທິຜົນສູງ”.
    |
 |
|
ທ່ານ ສຈ. ສຸຍລິຜິງ, ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ຂຶ້ນກັບສະຖາບັນຄົ້ນຄວ້າຍຸດທະສາດທົ່ວໂລກ ແລະອາຊີ - ປາຊີຟິກ. ພາບ: vov.vn |
ນີ້ແມ່ນຂໍ້ສັງເກດຂອງທ່ານ ສຈ. ສຸຍລິຜິງ, ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ຂຶ້ນກັບສະຖາບັນຄົ້ນຄວ້າຍຸດທະສາດທົ່ວໂລກ ແລະອາຊີ - ປາຊີຟິກ (CASS), ສະຖານບັນວິທະຍາສາດສັງຄົມຈີນ, ໃນການແລກປ່ຽນກັບນັກຂ່າວ VOV ປະຈຳ ຈີນ ກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ຫາກໍ່ດຳເນີນແຕ່ວັນທີ 19 – 23 ມັງກອນ ຢູ່ຮ່າໂນ້ຍ. ເມື່ອຕີລາຄາກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມນູດ ຫວຽດນາມ, ສຈ. ສຸຍລິຜິງ ຖືວ່າ ໝາກຜົນທີ່ກອງປະຊຸມໃຫຍ່ບັນລຸໄດ້ແມ່ນອຸດົມສົມບູນທີ່ສຸດ, ກ່ອນອື່ນໝົດໄດ້ສະແດງຜ່ານການຮັບຮອງເອົາເອກະສານສະບັບຕ່າງໆທີ່ມີລັກສະນະປ່ຽນແປງໃໝ່, ນຳໜ້າ ແລະສືບທອດ. ນອກຈາກນັ້ນແລ້ວ, ເລື່ອງກອງປະຊຸມໃຫຍ່ສິ້ນສຸດລົງໄວກວ່າຄາດຄະເນ ໜຶ່ງມື້ເຄິ່ງ ກໍສະແດງໃຫ້ເຫັນລັກສະນະແທດຈິງ ແລະມີປະສິດທິຜົນ, ພ້ອມທັງສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມສູງຂອງບັນດາຜູ້ແທນຕໍ່ຈິດໃຈຂອງກອງປະຊຸມໃຫຍ່. ກ່ຽວກັບແນວທາງການຕ່າງປະເທດຂອງຫວຽດນາມ ໂດຍກອງປະຊຸມໃຫຍ່ຄັ້ງທີ XIV ວາງອອກ, ສຈ. ສຸຍລິຜິງ ໃຫ້ຂໍ້ສັງເກດວ່າ:
“ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການປະສານສົມທົບລະຫວ່າງການຕ່າງປະເທດ, ການພັດທະນາເສດຖະກິດ - ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທັງປະຕິບັດຫຼັກການແຕ່ຍັງສະແດງລັກສະນະຂະຫຍັນຂັນເຄື່ອນ. ຂ້າພະເຈົ້າຖືວ່າ ສິ່ງນີ້ເໝາະສົມກັບຍຸດທະສາດປັດຈຸບັນຂອງຫວຽດນາມ ທີ່ສຸດ, ແນໃສ່ຮັບໃຊ້ສອງເປົ້າໝາຍ 100 ປີ. ສິ່ງນີ້ກໍຊີ້ໃຫ້ເຫັນການປ່ຽນແປງໃໝ່ ແລະ ລັກສະນະຕົວຈິງ, ເພື່ອແນໃສ່ຊ່ວຍຫວຽດນາມ ບັນລຸໄດ້ການພັດທະນາອັນຍາວນານ ແລະສະຖຽນລະພາບກວ່າໃນອະນາຄົດ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ