ສື່ມວນຊົນລາວ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ
ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຖານີໂທລະພາບແຫ່ງຊາດລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ໃນໜ້າທຳອິດຂອງໜັງສືພິມປະຊາຊົນ, ສຽງຂອງພັກປະຊາຊົນປະຕິວັດລາວ ສະບັບອອກວັນທີ 20 ມັງກອນ ໄດ້ລົງບົດຂຽນ ດ້ວຍຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ດຳເນີນແຕ່ວັນທີ 19-25 ມັງກອນ”, ຍົກອອກຫົວຂໍ້ຂອງກອງປະຊຸມໃຫຍ່: “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ໄດ້ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງ”.
ໃນໜ້າທຳອິດຂອງໜັງສືພິມປະເທດລາວ ຂຶ້ນກັບສຳນັກຂ່າວສານລາວ (KPL) ຫຼື Vientiane Times ສະບັບອອກວັນທີ 19 ມັງກອນ ກໍ່ລົງຂ່າວກ່ຽວຂ້ອງເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ບັນດາບົດຂ່າວລ້ວນແຕ່ຢືນຢັນເຖິງບົດບາດ ແລະອິດທິພົນຂອງຫວຽດນາມ ໃນເວທີສາກົນ ແລະ ພາກພື້ນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
    |
 |
|
ລາຍການພິເສດຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ດ້ວຍຫົວຂໍ້: “ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ” ລົງໃນເວັບໄຊ. ພາບ: vov.vn |
ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ແລະຈັດລາຍການພິເສດ ດ້ວຍຫົວຂໍ້: “ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ”.
ບັນດາຂ່າວ, ບົດທີ່ລົງໃນບັນດາອົງການສື່ມວນຊົນໃຫຍ່ຂອງລາວ ນັ້ນ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະເທດຫວຽດນາມ ສືບຕໍ່ພັດທະນາ, ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກ.
ໂດຍ: ທູຈາງ