ວັນທີ 19 ມັງກອນ, ສໍານັກຂ່າວສານ AP ໄດ້ພັນລະນາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄ້ັງທີ XIV ຂອງພັກກອມມູນິດຫວຽດນາມ ວ່າແມ່ນເຫດການການເມືອງທີ່ມີຄວາມສໍາຄັນທີ່ສຸດຂອງປະເທດ, ມີຄວາມໝາຍຫຼັກແຫຼ່ງ, ເປັນບາດລ້ຽວໃນການກໍານົດທິດພັດທະນາປະເທດ ໃນໄລຍະ 5 ປີຈະມາເຖິງ, ການຕັດສິນບຸກຄະລາກອນການນໍາຂັ້ນສູງ ແລະວາງບຸລິມະສິດໃນການພັດທະນາເສດຖະກິດ.

ສໍານັກຂ່າວສານ AP ໃຫ້ຮູ້ວ່າ ຜູ້ແທນກວ່າ 1.500 ຄົນ ທີ່ມາຈາກທຸກເຂດພາກຂອງປະເທດ ໄດ້ມາເຕົ້າໂຮມຢູ່ນະຄອນຫຼວງຮ່າໂນ້ຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່. ຄຽງຂ້າງການຄັດເລືອກບຸກຄະລາກອນຂັ້ນສູງ, ກອງປະຊຸມໃຫຍ່ກໍ່ຈະກໍານົດວິໄສທັດຍຸດທະສາດພັດທະນາປະເທດ ເພື່ອແນໃສ່ຮັບມືກັບການຜັນແປທົ່ວໂລກຢ່າງມີໄຫວພິບ ແລະຫັນເປົ້າໝາຍນໍາຫວຽດນາມ ກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.

ໃນຊຸມວັນຜ່ານມາ, ສຳນັກຂ່າວສານຊິນຮວາ ກໍ່ລົງຫຼາຍບົດຂຽນຕີລາຄາສູງວຽກງານກະກຽມ ແລະເອກະສານສະບັບຕ່າງໆທີ່ຈະໄດ້ປຶກສາຫາລື, ຮອງຮັບເອົາທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ໃນບົດຂຽນທີ່ຫາກໍ່ເອົາລົງຫວ່າງແລ້ວນີ້, ສຳນັກຂ່າວສານຊິນຮວາ ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ຕະງອັກເຕີ໋ນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ທີ່ແບ່ງປັນວ່າ ຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ໃນຈິນຕະນາການກ່ຽວກັບສະພາບແວດລ້ອມ. ເປັນຄັ້ງທໍາອິດທີ່ການປົກປັກຮັກສາສິ່ງແວດລ້ອມໄດ້ຍົກລະດັບເປັນໜ້າທີ່ຈຸດສຸມ, ວາງຄຽງຄູ່ກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມ. ສຳນັກຂ່າວສານຊິນຮວາ ກໍ່ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ຕະງອັກເຕີ໋ນ ໂດຍໃຫ້ຮູ້ຕື່ມອີກວ່າ: “ເປົ້າໝາຍສັງລວມຂອງຫວຽດນາມ ແມ່ນກາຍເປັນປະເທດກຳລັງພັດທະນາ ມີອຸດສາຫະກໍາທັນສະໄໝ ແລະມີລາຍຮັບປານກາງສູງໃນປີ 2030 ແລະກາຍເປັນປະເທດພັດທະນາ ທີ່ມີລາຍຮັບສູງໃນປີ 2045, ກ້າວຂຶ້ນບົນເສັ້ນທາງສັງຄົມນິຍົມ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມວາລະກະກຽມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ວັນທີ 19 ມັງກອນ. ພາບ: qdnd.vn

ໃນຂະນະນັ້ນ, ໜັງສືພິມ Financial Times ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນໂລກ, ພ້ອມທັງ ຮັບຮູ້ວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນໄປໃນສະພາບທີ່ພື້ນຖານເສດຖະກິດຫວຽດນາມ ກຳລັງຮັບມືກັບຄວາມເຄັ່ງຕຶງດ້ານການຄ້າໃນທົ່ວໂລກ ແລະການປ່ຽນແປງຢ່າງເລິກເຊິ່ງຂອງສະພາບແວດລ້ອມເສດຖະກິດສາກົນ.

Financial Times ເນັ້ນໜັກວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຕ້ອງການຫັນປ່ຽນຮູບແບບພັດທະນາ ຈາກການອີງໃສ່ການສົ່ງອອກ ແລະການລົງທຶນຈາກຕ່າງປະເທດຫຼາຍ ໄປສູ່ການເປັນເພີ່ມກໍາລັງການທົນທານຢູ່ພາຍໃນຂອງພື້ນຖານເສດຖະກິດ. ຕາມໜັງສືພິມ Financial Times ແລ້ວ, ການປະຕິຮູບກົງຈັກບໍລິຫານລັດ, ເຊີດຊູບົດບາດຂອງພາກເສດຖະກິດເອກະຊົນ ແລະເປົ້າໝາຍການເຕີບໂຕເປັນສອງຕົວເລກ ໄດ້ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມຂອງຄະນະການນໍາ ໃນການຫັນຄວາມຄາດຫວັງກາຍເປັນປະເທດພັດທະນາໃນປີ 2045 ໃຫ້ປະກົດຜົນເປັນຈິງ.

ຕີລາຄາສູງຄວາມໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສໍານັກຂ່າວສານ BBC ຖືວ່າ ກອງປະຊຸມໃຫຍ່ ໄດ້ຈັດຕັ້ງ 5 ປີເທື່ອໜຶ່ງ, ແມ່ນບ່ອນທີ່ຍົກອອກການຕັດສິນໃຈຢູ່ຂັ້ນສູງສຸດ, ກໍານົດທິດນະໂຍບາຍເສດຖະກິດ ແລະການທູດຂອງຫວຽດນາມ ໃນໄລຍະຈະມາເຖິງ.

ເມື່ອເຕື້ອງເຖິງບັນດາຜົນງານພັດທະນາຂອງຫວຽດນາມ, ສໍານັກຂ່າວສານ BBC ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະແມ່ນໃຈກາງແຫ່ງການຜະລິດ, ສົ່ງອອກຂະໜາດໃຫຍ່ ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ຢູ່ໃນນັ້ນມີນະໂຍບາຍພາສີຂອງອາເມລິກາ. ປະຈຸບັນ, ລັດຖະບານອາເມລິກາ ໄດ້ຈັດວາງພາສີຕອບໂຕ້ 20% ສໍາລັບສິນຄ້າຂອງຫວຽດນາມ, ຫຼຸດຈາກລະດັບ 46% ທີ່ໄດ້ປະກາດຕອນທໍາອິດ. ເຖິງຢ່າງໃດກໍ່ຕາມຕົວເລກທາງການໄດ້ສະແດງໃຫ້ເຫັນວ່າ ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອາເມລິກາ ໃນປີກາຍນີ້ຍັງເພີ່ມຂຶ້ນກວ່າ 28%, ເຊິ່ງເປັນລະດັບສະຖິຕິ. ກໍ່ຕາມ BBC ແລ້ວ, ລະບົບການເມືອງ ແລະນະໂຍບາຍທີ່ມີສະຖຽນລະພາບ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດທີ່ດຶງດູດການລົງທຶນຈາກຕ່າງປະເທດ, ພິເສດແມ່ນໃນສະພາບການທີ່ບັນດາບໍລິສັດ ຫັນຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ.

ໂດຍ: ໄຊນີດາ