ຕີລາຄາຄວາມໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານ Eyal Buvilski ຖືວ່າ ນີ້ແມ່ນເຫດການທີ່ມີຄວາມສຳຄັນບໍ່ພຽງແຕ່ຕໍ່ປະຊາຊົນຫວຽດນາມ ເທົ່ານັ້ນ, ແຕ່ຍັງມີຄວາມສຳຄັນຕໍ່ເພື່ອນມິດສາກົນຂອງຫວຽດນາມ ອີກດ້ວຍ.
ຕາມທ່ານແລ້ວ, ກອງປະຊຸມໃຫຍ່ ທັງເປັນໂອກາດເພື່ອຫວນຄືນຜົນສຳເລັດທີ່ບັນລຸໄດ້, ທັງສະແດງໃຫ້ເຫັນວິໄສທັດຢ່າງຊັດເຈນຕໍ່ອະນາຄົດ, ກຳນົດເປົ້າໝາຍ ແລະໃຫ້ບຸລິມະສິດແກ່ການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ.
ໃນຖານະທີ່ເປັນປະທານສະມາຄົມມິດຕະພາບ ອິດສະຣາແອນ-ຫວຽດນາມ, ທ່ານ Eyal Buvilski ໄດ້ເນັ້ນໜັກວ່າ ຄວາມໝັ້ນຄົງທາງດ້ານການເມືອງພ້ອມກັບວິໄສທັດຍຸດທະສາດໄລຍະຍາວຂອງຫວຽດນາມ ແມ່ນພື້ນຖານທີ່ເຂັ້ມແຂງ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ການພົວພັນສອງຝ່າຍ.
    |
 |
|
ທ່ານ Eyal Buvilski, ປະທານສະມາຄົມມິດຕະພາບ ອິດສະຣາແອນ-ຫວຽດນາມ, ອະດີດຮອງເອກອັກຄະລັດຖະທູດອິດສະຣາແອນ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນສະພາບການໂລກທີ່ບໍ່ແນ່ນອນ ແລະມີການຜັນແປຢ່າງວ່ອງໄວ, ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມຕໍ່ເນື່ອງ, ນ້ຳໃຈຄວາມຮັບຜິດຊອບ ແລະຄວາມສາມາດໃນການວາງແຜນກຳນົດໄລຍະຍາວ - ຄຸນທາດທີ່ໄດ້ຮັບການຕີລາຄາສູງຢູ່ອິດສະຣາແອນ, ນັບແຕ່ມະຫາຊົນ, ວົງການວິສາຫະກິດຈົນເຖິງນັກວິທະຍາສາດ ແລະວົງການນັກຊ່ຽວຊານ.
ຕາມທ່ານ Eyal Buvilski ແລ້ວ, ວິໄສທັດທີ່ໄດ້ເນັ້ນໜັກໃນກອງປະຊຸມໃຫຍ່ ຄັ້ງທີ XIV, ເຊິ່ງກວມເອົາການພັດທະນາເສດຖະກິດ-ສັງຄົມ, ການຍົກສູງຄຸນນະພາບຊີວິດ ແລະການລົງທຶນໃຫ້ແກ່ລຸ້ນໜຸ່ມ, ໄດ້ສ້າງພື້ນຖານແບບທຳມະຊາດເພື່ອໃຫ້ອິດສະຣາແອນ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື.
ດ້ວຍຄວາມໝັ້ນຄົງ ແລະການກໍານົດທິດທີ່ຊັດເຈນ, ການພົວພັນຮ່ວມມືສາມາດໄດ້ຮັບການສ້າງຂຶ້ນບໍ່ພຽງແຕ່ອີງຕາມຜົນປະໂຫຍດໄລຍະສັ້ນເທົ່ານັ້ນ ແຕ່ຍັງເປັນຄໍາໝັ້ນສັນຍາໃນໄລຍະຍາວ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.
ກ່ຽວກັບແງ່ຫວັງ ແລະຄວາມສາມາດບົ່ມຊ້ອນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ອິດສະລາແອນ ໃນໄລຍະທີ່ຈະມາເຖິງ, ທ່ານປະທານສະມາຄົມມິດຕະພາບອິດສະລາແອນ-ຫວຽດນາມ ຖືວ່າ ອິດສະລາແອນ ບໍ່ພຽງແຕ່ມີທ່າແຮງດ້ານເຕັກໂນໂລຊີສູງເທົ່ານັ້ນ ແຕ່ຍັງມີປະສົບການໃນການສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ນະວັດຕະກຳ, ການເຊື່ອມຕໍ່ລະຫວ່າງລັດ, ສະຖາບັນການສຶກສາ ແລະວິສາຫະກິດຢ່າງມີປະສິດທິຜົນ, ສົ່ງເສີມຈິດໃຈການເລີ່ມຕົ້ນທຸລະກິດ, ກໍ່ຄືຫັນປ່ຽນສິ່ງທ້າທາຍແຫ່ງຊາດໃຫ້ເປັນມາດຕະການດ້ານເຕັກໂນໂລຊີທີ່ແທດຈິງ. ປະສົບການນີ້ສາມາດເສີມສ້າງວິໄສທັດຂອງຫວຽດນາມ ໃນການສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ອີງໃສ່ຄວາມຮູ້ຢ່າງມີປະສິດທິຜົນ.
ທ່ານ Eyal Buvilski ກໍ່ຖືວ່າ ໃນຊຸມປີມໍ່ໆມານີ້, ບັນດາເງື່ອນໄຂເພື່ອເພີ່ມທະວີການເຊື່ອມຕໍ່ໂດຍກົງລະຫວ່າງສັງຄົມ ແລະລະບົບນິເວດນະວັດຕະກຳຂອງສອງປະເທດໄດ້ຮັບການປັບປຸງຢ່າງຈະແຈ້ງ.
ຕາມທ່ານ Eyal Buvilski ແລ້ວ, ຄຸນຄ່າຫຼັກແຫຼ່ງຂອງການຮ່ວມມືແມ່ນຢູ່ໃນການພົວພັນຄູ່ຮ່ວມມືໄລຍະຍາວໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ ແລະການຮຽນຮູ້ເຊິ່ງກັນແລະກັນ, ບໍ່ພຽງແຕ່ໃນການຖ່າຍທອດເຕັກໂນໂລຊີເທົ່ານັ້ນແຕ່ຍັງພ້ອມກັນພັດທະນາ ແລະລົງທຶນໃຫ້ແຫຼ່ງຊັບພະຍາກອນມະນຸດ - ນັ້ນແມ່ນວິທີທີ່ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຫັນການຮ່ວມມືທີ່ແທດຈິງເປັນອັນລະອຽດ.
ໂດຍແບ່ງປັນບົດບາດຂອງການພົບປະແລກປ່ຽນປະຊາຊົນໃນການພົວພັນສອງຝ່າຍ, ທ່ານ Eyal Buvilski ຢືນຢັນວ່າ ສາຍພົວພັນທີ່ແໜ້ນແຟ້ນທີ່ສຸດລະຫວ່າງບັນດາປະເທດກ່ອນອື່ນໝົດແມ່ນສ້າງຂຶ້ນປະຊາຊົນ.
ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນັກສຶກສາ, ນັກຄົ້ນຄວ້າ, ນັກທຸລະກິດ, ນັກການສຶກສາ ແລະບຸກຄົນສຳຄັນທາງວັດທະນະທຳຈະສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ແລະການເຊື່ອມຕໍ່ທີ່ຍາວນານ.
ສຳລັບຕົວເພິ່ນເອງ, ສາຍພົວພັນກັບຫວຽດນາມມີຄວາມໝາຍອັນເລິກເຊິ່ງຍ້ອນວ່າເພິ່ນໄດ້ອາໄສ ແລະເຮັດວຽກຢູ່ຮ່າໂນ້ຍພ້ອມກັບຄອບຄົວໃນລະຫວ່າງການຮັບໃຊ້ວຽກງານທາງການທູດ, ດັ່ງນັ້ນຈຶ່ງໄດ້ເຂົ້າຮ່ວມຄົ້ນຫາສັງຄົມ ແລະວັດທະນະທຳຫວຽດນາມໂດຍກົງ, ກໍ່ຄືການຖືເປັນສຳຄັນການສຶກສາ, ນ້ຳໃຈທີ່ດຸໝັ່ນຂະຫຍັນພຽນ, ແລະວິໄສທັດໄລຍະຍາວຂອງຫວຽດນາມ.
ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານ Eyal Buvilski ໄດ້ສົ່ງສານທີ່ຈິງໃຈເຖິງປະຊາຊົນຫວຽດນາມ ວ່າຢູ່ອິດສະຣາແອນ, ຫວຽດນາມ ບໍ່ພຽງແຕ່ຖືກຖືວ່າເປັນຄູ່ຮ່ວມມືເທົ່ານັ້ນ ແຕ່ຍັງເປັນເພື່ອນທີ່ແທ້ຈິງອີກດ້ວຍ.
ທ່ານ Eyal Buvilski ຍັງສະແດງຄວາມເຊື່ອໝັ້ນວ່າມິດຕະພາບລະຫວ່າງສອງປະເທດຈະສືບຕໍ່ພັດທະນາ, ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບນັບຖືເຊິ່ງກັນແລະກັນ, ແລະວິໄສທັດຮ່ວມກັນເພື່ອມຸ່ງໄປຫາອະນາຄົດ.
ໂດຍ: ຈາງຫງວຽນ