ນັກຂ່າວ: ໃນວັນທີ 17 ມັງກອນ 2026, ສົນທິສັນຍາວ່າດ້ວຍທະເລມີຜົນສັກສິດຢ່າງເປັນທາງການ. ຂໍທ່ານຮອງລັດຖະມົນຕີ ແບ່ງປັນຄວາມໝາຍຂອງສິ່ງນີ້ສໍາລັບຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການຄຸ້ມຄອງ ແລະປົກປັກຮັກສາມະຫາສະໝຸດໄດ້ບໍ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ສົນທິສັນຍາວ່າດ້ວຍທະເລແມ່ນກອບນິຕິກໍາຮອບດ້ານສະບັບທຳອິດ ເພື່ອແນໃສ່ປັບປຸງບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄວາມຫຼາຍຮູບຫຼາຍແບບຊີວະພາບທາງທະເລໃນເຂດທີ່ຢູ່ນອກອຳນາດສານແຫ່ງຊາດ - ເຂດທີ່ກວມເອົາປະມານ 61% ຂອງເນື້ອທີ່ມະຫາສະໝຸດຂອງໂລກ ແລະ 43% ຂອງໜ້າດິນໂລກ. ສັນຍາດັ່ງກ່າວມີຄວາມໝາຍເປັນພິເສດຍ້ອນວ່າເປັນຄັ້ງທໍາອິດທີ່ໄດ້ຢືນຢັນການນຳໃຊ້ຫຼັກການ "ມໍລະດົກລວມຂອງມວນມະນຸດ" ຕໍ່ຊັບພະຍາກອນຫຼາຍຮູບແບບຊີວະພາບໃນເຂດທີ່ຢູ່ນອກອຳນາດສານແຫ່ງຊາດ. ຜ່ານນັ້ນ, ສັນຍາສ້າງກົນໄກແບ່ງປັນຜົນປະໂຫຍດຢ່າງເທົ່າທຽມກັນລະຫວ່າງບັນດາປະເທດ; ພ້ອມທັງສ້າງເງື່ອນໄຂໃຫ້ແກ່ບັນດາປະເທດກຳລັງພັດທະນາໄດ້ເຂົ້າຮ່ວມການເຄື່ອນໄຫວຄົ້ນຄວ້າ, ການອະນຸລັກ ແລະການນຳໃຊ້ຄວາມຫຼາກຫຼາຍຮູບແບບຊີວະພາບທາງທະເລຢ່າງແທດຈິງ. ສິ່ງນີ້ກໍ່ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາປະເທດກຳລັງພັດທະນາໃນຄວາມມານະພະຍາຍາມປົກປັກຮັກສາມະຫາສະໝຸດທົ່ວໂລກໃນສະພາບການທີ່ຄວາມຫຼາກຫຼາຍຮູບແບບຊີວະພາບພວມຫຼຸດລົງຢ່າງຮ້າຍແຮງຍ້ອນຜົນກະທົບຂອງມະນຸດ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ

ການຮັບຮອງເອົາ ແລະການມີຜົນສັກສິດຂອງສັນຍາວ່າດ້ວຍທະເລບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຄາດຫວັງ ແລະຄວາມຕັດສິນໃຈລວມຂອງປະຊາຄົມສາກົນໃນການເພີ່ມທະວີການຄຸ້ມຄອງ ແລະການປົກປັກຮັກສາມະຫາສະໝຸດເທົ່ານັ້ນ, ແຕ່ຍັງຢືນຢັນບົດບາດສຳຄັນຂອງກົນໄກຫຼາຍຝ່າຍໃນການຊຸກຍູ້ການຮ່ວມມືເພື່ອແກ້ໄຂບັນຫາທົ່ວໂລກບົນພື້ນຖານກົດໝາຍສາກົນ, ປັບປຸງລະບຽບນິຕິກໍາໃນທະເລດ້ວຍພື້ນຖານແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ສັນຍາທີ່ມີຜົນສັກສິດຈະນຳເອົາກາລະໂອກາດທີ່ລະອຽດໃດແດ່ມາໃຫ້ຫວຽດນາມ ໃນການອະນຸລັກຄວາມຫຼາກຫຼາຍຮູບແບບຊີວະພາບທາງທະເລ, ການຄົ້ນຄວ້າວິທະຍາສາດ ແລະການເຂົ້າເຖິງແຫຼ່ງກໍາລັງ, ເຕັກໂນໂລຊີຈາກສາກົນ? ຫວຽດນາມ ຈະໃຫ້ບຸລິມະສິດຕໍ່ຂັ້ນຕອນໃດແດ່ ເພື່ອປະຕິບັດສັນຍາຢ່າງມີປະສິດທິຜົນ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ເລື່ອງສັນຍາມີຜົນສັກສິດໄດ້ເປີດກາລະໂອກາດ, ການຮ່ວມມືອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ ແບບບໍ່ເຄີຍມີມາກ່ອນໃນການອະນຸລັກຄວາມຫຼາກຫຼາຍຮູບແບບຊີວະພາບທາງທະເລ ແລະການພັດທະນາເສດຖະກິດທາງທະເລແບບຍືນຍົງ. ດ້ວຍການຊີ້ນຳຈາກກົມການເມືອງ, ຄະນະເລຂາທິການ ແລະລັດຖະບານໂດຍໄວ, ຫວຽດນາມ ໄດ້ລົງນາມໃນສັນຍາດັ່ງກ່າວໃນມື້ທຳອິດຂອງການເປີດລົງນາມ, ປັບປຸງຂັ້ນຕອນການອະນຸມັດ ແລະຍື່ນເອກະສານ ເຊິ່ງໄດ້ຮັບການອະນຸມັດໃນວັນທີ 9 ມິຖຸນາ 2025. ການໄດ້ເປັນປະເທດສະມາຊິກສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຂງແຮງ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນການປົກປັກຮັກສາທະເລ ແລະມະຫາສະໝຸດ, ການອະນຸລັກ ແລະນຳໃຊ້ຄວາມຫຼາກຫຼາຍຮູບແບບຂອງຊີວະພາບທາງທະເລຢ່າງຍືນຍົງ. ສຳລັບຫວຽດນາມ, ສັນຍາດັ່ງກ່າວໄດ້ສ້າງເງື່ອນໄຂສະດວກ ເພື່ອເພີ່ມທະວີການຮ່ວມມືສາກົນ, ການເຂົ້າເຖິງຄວາມຮູ້, ຂໍ້ມູນ ແລະເຕັກໂນໂລຊີທີ່ກ້າວໜ້າ, ຜ່ານນັ້ນຍົກສູງກໍາລັງຄວາມສາມາດໃນການຄົ້ນຄວ້າວິທະຍາສາດທາງທະເລ, ການຄຸ້ມຄອງ ແລະການປົກປັກຮັກສາສິ່ງແວດລ້ອມທາງທະເລ. ນີ້ຍັງເປັນໂອກາດສຳຄັນສຳລັບນັກວິທະຍາສາດຫວຽດນາມ ທີ່ຈະເຂົ້າຮ່ວມການເຄື່ອນໄຫວຄົ້ນຄວ້າຢ່າງແທດຈິງ, ການເຂົ້າເຖິງ ແລະແບ່ງປັນຜົນປະໂຫຍດຈາກຊັບພະຍາກອນພັນທຸກຳທາງທະເລຢູ່ທະເລສາກົນ ແລະພື້ນທະເລເລິກ, ປະກອບສ່ວນເຂົ້າໃນການຊຸກຍູ້ຮູບແບບເສດຖະກິດທາງທະເລທີ່ທັນສະໄໝ, ອີງໃສ່ວິທະຍາສາດ ແລະນະວັດຕະກຳ.

ໃນຖານະທີ່ເປັນປະເທດສະມາຊິກຂອງສັນຍາ, ຫວຽດນາມ ຈະເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຕໍ່ການຜັນຂະຫຍາຍສັນຍາຢ່າງມີປະສິດທິຜົນດ້ວຍການເຂົ້າຮ່ວມໃນກົນໄກທີ່ກ່ຽວຂ້ອງກັບທັງສີ່ເສົາຄ້ຳຢ່າງເລິກເຊິ່ງ, ລວມທັງການເຂົ້າເຖິງ ແລະການແບ່ງປັນຜົນປະໂຫຍດຈາກຊັບພະຍາກອນພັນທຸກຳທາງທະເລຢ່າງເທົ່າທຽມກັນ; ການສ້າງຕັ້ງ ແລະການຄຸ້ມຄອງບັນດາເຂດທີ່ອະນຸລັກທະເລ; ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມຂອງບັນດາການເຄື່ອນໄຫວຢູ່ເຂດທີ່ຢູ່ນອກອຳນາດສານແຫ່ງຊາດ; ແລະການສ້າງກໍາລັງຄວາມສາມາດ, ການຖ່າຍທອດເຕັກໂນໂລຊີທາງທະເລ. ພ້ອມດຽວກັນນັ້ນ, ຫວຽດນາມ ໃນຖານະທີ່ເປັນປະເທດກຳລັງພັດທະນາ, ກໍ່ຈະສ່ອງແສງທັດສະນະ, ສຽງເວົ້າ ແລະຜົນປະໂຫຍດທີ່ຖືກຕ້ອງຂອງບັນດາປະເທດທີ່ມີກໍາລັງຄວາມສາມາດຈຳກັດ ກໍ່ຄືບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນໃຫ້ສອດຄ່ອງກັບ UNCLOS 1982.

ຫວຽດນາມ ຈະສືບຕໍ່ກວດກາຄືນ, ປັບປຸງກອບກົດໝາຍ, ເພີ່ມທະວີການສົມທົບກັນລະຫວ່າງຂະແໜງການ, ປຸກລະດົມການເຂົ້າຮ່ວມ ຂອງນັກວິທະຍາສາດ, ວິສາຫະກິດ ແລະປະຊາຊົນ, ຮັບປະກັນການປະຕິບັດສັນຍາຢ່າງມີປະສິດທິຜົນ, ແທດຈິງ, ຮັບໃຊ້ການພັດທະນາແບບຍືນຍົງຂອງເສດຖະກິດທາງທະເລຂອງຫວຽດນາມ ແລະສາກົນ, ຕາມເນື້ອໃນຈິດໃຈຂອງມະຕິເລກທີ 36-NQ/TW (2018) ກ່ຽວກັບຍຸດທະສາດການພັດທະນາເສດຖະກິດທາງທະເລແບບຍືນຍົງຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ