ສ້າງເງື່ອນໄຂສະດວກໃຫ້ການຮ່ວມມືຫວຽດນາມ-ສະຫະພັນລັດເຊຍ
ກປ.ອອນໄລ - ຕອນເຊົ້າວັນທີ 15 ມັງກອນ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ ມາເຮັດວຽກ ແລະແລກປ່ຽນກ່ຽວກັບບາງເນື້ອໃນຮ່ວມມືສອງຝ່າຍ.
ທີ່ການເຮັດວຽກ, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ, ຖືລັດເຊຍ ເປັນຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ.
ທ່ານ Gennady Bezdetko ແບ່ງປັນກັບທ່ານນາງ ເລທິທູຮັ່ງ ກ່ຽວກັບການເອົາໃຈໃສ່ຕິດຕາມ ແລະເຂົ້າໃຈຢ່າງຈະແຈ້ງຄວາມໝາຍຂອງກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະມາເຖິງ, ເຊື່ອໝັ້ນວ່າກອງປະຊຸມໃຫຍ່ ຈະເອົາອອກບັນດານະໂຍບາຍຊີ້ຂາດ ແລະການກໍານົດທິດຍຸດທະສາດ ເພື່ອໃຫ້ຫວຽດນາມ ພັດທະນາຢ່າງແຂງແຮງກວ່າໃນສັງກາດໃໝ່ ແລະອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສໍາເລັດຢ່າງຈົບງາມ.
    |
 |
|
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ. ພາບ: ຫງວຽນຮົ່ງ |
ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ແລະພ້ອມກັນກວດກາຄືນສະພາບການຮ່ວມມືໃນປີ 2025, ຕີລາຄາໝາກຜົນບັນລຸໄດ້ໃນບັນດາຂົງເຂດການຮ່ວມມືສໍາຄັນ; ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ສ້າງເງື່ອນໄຂສະດວກໃຫ້ການຮ່ວມມືສືບຕໍ່ໄດ້ຊຸກຍູ້. ບົນພື້ນຖານນັ້ນ, ທ່ານນາງ ເລທິທູຮັ່ງ ແລະທ່ານ Gennady Bezdetko ໄດ້ແລກປ່ຽນກ່ຽວກັບບາງຈຸດສຸມ, ກໍານົດທິດຮ່ວມມືໃນປີ 2026, ພິເສດໃນບັນດາຂົງເຂດຮ່ວມມືເສົາຄ້ໍາ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະຜົນປະໂຫຍດ, ເງື່ອນໄຂຂອງແຕ່ລະຝ່າຍ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂ້ັນ, ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຄໍາໝັ້ນສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມສະບັບຕ່າງໆ, ຜ່ານນັ້ນ ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະລັດລັດເຊຍ ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ.
ໂດຍ: ໄຊນີດາ