ນີ້ແມ່ນການຕີລາຄາຂອງທ່ານ Mourad Lamoudi, ກໍາມະການສູນກາງພັກຮັບຜິດຊອບການພົວພັນຕ່າງປະເທດ ຂອງພັກແນວໂຮມປົດປ່ອຍຊາດ (FLN) ກໍາອຳນາດ ຢູ່ອານເຊຣີ, ໃນການໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາອານເຊຣີ.

ທ່ານ Lamoudi ໄດ້ຕີລາຄາສູງຕໍ່ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນດາບັນຫາໃນພາກພື້ນ ຫຼື ໃນໂລກ ແລະຖືວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມສະເໝີຕົ້ນສະເໝີປາຍ, ຄວາມຢຶດໝັ້ນໃນຫຼັກໝັ້ນຂອງຕົນ.

ຕາມທ່ານແລ້ວ, ຄວາມຢຶດໝັ້ນນີ້ແມ່ນມາຈາກເລື່ອງຫວຽດນາມ ຍາມໃດກໍ່ສ້າງຫຼັກໝັ້ນຂອງຕົນບົນພື້ນຖານບັນດາຫຼັກການ, ຄຸນຄ່າມະນຸດສະທຳ ແລະຄຸນຄ່າທົ່ວໄປ. ພິເສດແມ່ນ ທ່ານ ໄດ້ຊົມເຊີຍການສະໜັບສະໜູນຢ່າງຍຸດຕິທຳຂອງພັກ ແລະລັດຫວຽດນາມ.

leftcenterrightdel
ທ່ານ Mourad Lamoudi, ກຳມະການສູນກາງພັກ ຮັບຜິດຊອບການພົວພັນຕ່າງປະເທດຂອງພັກແນວໂຮມປົດປ່ອຍຊາດ (FLN) ຢູ່ອານເຊຣີ ຕອບສຳພາດຂອງນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ກ່າວວ່າ: "ພວກຂ້າພະເຈົ້າ ຊົມເຊີຍບັນດາທັດສະນະເຫຼົ່ານີ້ ແລະຍາມໃດກໍ່ຮັບຮູ້ໄດ້ເຖິງການເຕົ້າໂຮມ ຫຼື ການເຫັນດີເປັນເອກະພາບຕໍ່ທັດສະນະລະຫວ່າງອານເຊຣີ ແລະ ຫວຽດນາມ ກ່ຽວກັບບັນຫາສຳຄັນ, ຮີບດ່ວນໃນຍຸກສະໄໝ, ເປັນຕົ້ນແມ່ນໃນສະພາບການຂອງໂລກໃນປະຈຸບັນທີ່ພວມປະເຊີນໜ້າກັບໄພຂົ່ມຂູ່ຫຼາຍຢ່າງຕໍ່ສັນຕິພາບ."

ທ່ານ Lamoudi ເນັ້ນໜັກວ່າ: "ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນການສະໜັບສະໜູນການຢຶດໝັ້ນ ຕໍ່ຂະບວນການປົດປ່ອຍຊາດໃນໂລກ, ໃນນັ້ນມີອານເຊຣີ. ຫວຽດນາມ ໄດ້ປະບົດຮຽນປະຫວັດສາດທີ່ເປັນແບບຢ່າງ ໃນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ, ເປັນແບບຢ່າງສຳລັບປະເທດທີ່ຖືກກົດຂີ່, ຖືກປົກຄອງ ຫຼື ອົດທົນຕໍ່ການປົກຄອງທຸກຮູບການ".

ຕາມທ່ານແລ້ວ, ນະໂຍບາຍນີ້ແມ່ນຢຶດໝັ້ນຫຼັກການບໍ່ຮ່ວມກຸ່ມ, ຜ່ານນັ້ນຢັ້ງຢືນເຈດຈໍານົງເອກະລາດຂອງຫວຽດນາມ, ການເຄົາລົບອະທິປະໄຕ ແລະການຄັດເລືອກທາງການເມືອງ. ທ່ານ Lamoudi ໃຫ້ຮູ້ວ່າ ພັກ FLN ເຊື່ອໝັ້ນວ່າ ໃນກອງປະຊຸມໃຫຍ່ ຄັ້ງທີ XIV ທີ່ຈະມາເຖິງນີ້, ພັກກອມມູນິດຫວຽດນາມ ຈະສືບຕໍ່ຢືນຢັນ ແລະປັບປຸງນະໂຍບາຍນີ້ຕື່ມອີກ, ເຊິ່ງແມ່ນນະໂຍບາຍທີ່ໄດ້ ແລະກໍາລັງນໍາເອົາໝາກຜົນທີ່ເປັນໜ້າສົ່ງເສີມມາໃຫ້, ຍິ່ງໄປກວ່ານັ້ນແມ່ນມີຄວາມປະທັບໃຈທີ່ສຸດ.

ກ່ຽວກັບການພົວພັນສອງຝ່າຍ, ທ່ານ Lamoudi ໃຫ້ຮູ້ວ່າ ອານເຊຣີ ເຄົາລົບຫຼັກໝັ້ນຂອງຫວຽດນາມ ແລະເຊື່ອໝັ້ນວ່າ ການພົວພັນລະຫວ່າງອານເຊຣີ ກັບ ຫວຽດນາມ ຈະສືບຕໍ່ພັດທະນາ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ທັງສອງປະເທດ ແລະສອງຊາດ.

ທ່ານ ຕີລາຄາສູງເປັນພິເສດຕໍ່ການຢ້ຽມຢາມອານເຊຣີ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນເດືອນພະຈິກ 2025, ເຊິ່ງທ່ານ ຖືວ່າ ການຢ້ຽມຢາມມີຄວາມສຳຄັນຍິ່ງ, ຊ້ຳບໍ່ໜຳຍັງຖືວ່າ ມີລັກສະນະປະຫວັດສາດ. ການຢ້ຽມຢາມຄັ້ງນີ້ ໄດ້ນຳໄປສູ່ການລົງນາມສັນຍາຮ່ວມມືຫຼາຍສະບັບໃນເກືອບທຸກຂົງເຂດ, ເປີດແງ່ຫວັງໃຫ້ແກ່ການພັດທະນາ ແລະປັບປຸງການພົວພັນລະຫວ່າງສອງປະເທດໃນທຸກດ້ານ.

ພັກ FLN ຊົມເຊີຍການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກໍ່ຄືການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ. ເອກະສານສະບັບນີ້ ໄດ້ສ້າງຂີດໝາຍສຳຄັນທີ່ສຸດໃນການພົວພັນລະຫວ່າງສອງພັກ, ພ້ອມທັງກຳນົດແຜນການລະອຽດເພື່ອແນໃສ່ປັບປຸງ ແລະພັດທະນາການພົວພັນລະຫວ່າງສອງພັກຕື່ມອີກ, ຜ່ານນັ້ນປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງສອງຊາດ.

ທ່ານ Lamoudi ໃຫ້ຮູ້ວ່າ ພັກ FLN ໄດ້ຕັ້ງຄວາມຫວັງຫຼາຍຢ່າງຕໍ່ການຫັນຂໍ້ຕົກລົງການຮ່ວມມືເປັນລະອຽດ ແລະສົ່ງສານຂອງ ທ່ານ ສຈ AbdelKrim ben Mbarek ເລຂາທິການໃຫຍ່ພັກ FLN ເຖິງພັກກອມມູນິດຫວຽດນາມ, ໂດຍສະແດງຄວາມປາຖະໜາ ແລະຄວາມຕັດສິນໃຈທີ່ຈະຍູ້ແຮງການຮ່ວມມື, ຄວາມສາມັກຄີ ແລະຈິດໃຈອ້າຍນ້ອງລະຫວ່າງສອງພັກໃຫ້ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ຈາງຫງວຽນ