ນີ້ແມ່ນຂໍ້ສັງເກດຂອງສາດສາດາຈານ, ປອ ວັນນະຄະດີ Park Yeon Gwan ພະແນກພາສາຫວຽດ,  ມະຫາວິທະຍາໄລພາສາຕ່າງປະເທດ Hankuk (HUFS) ກັບນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ ເຊີອູນ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Park Yeon Gwan ແລ້ວ, ການກໍານົດທິດຍຸດທະສາດທີ່ສຳຄັນທີ່ສຸດທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຕ້ອງສ້າງຕັ້ງແມ່ນການຫັນປ່ຽນກ່ຽວກັບທາດຂອງຮູບແບບການເຕີບໂຕ. ຫວຽດນາມ ຕ້ອງຜ່ານຮູບແບບພັດທະນາໂດຍອີງໃສ່ດຶງດູດການລົງທຶນຈາກຕ່າງປະເທດ (FDI) ແລະສົ່ງອອກ, ມາເປັນຮູບແບບປະສິດທິພາບ, ເຕັກໂນໂລຢີ ແລະຄວາມອາດສາມາດພາຍໃນຂອງວິສາຫະກິດພາຍໃນປະເທດເປັນໃຈກາງ, ຜ່ານນັ້ນຍົກສູງທີ່ຕັ້ງໃນຕ່ອງໂສ້ມຸນຄ່າພາກພື້ນ ແລະທົ່ວໂລກ.

ກ່ຽວກັບການທູດ, ທ່ານ Park Yeon Gwan ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກສາມາດຈະເປັນຂີດໝາຍກະທັດຮັດ ແລະດັດປັບສໍາຄັນຕາມທິດເປັນເຈົ້າການ ແລະຍຸດທະສາດ. ແທນທີ່ຢູດຢູ່ການຮັກສາທ່າດຸ່ນດ່ຽງລະຫວ່າງປະເທດໃຫຍ່, ຫວຽດນາມ ໄດ້ຮັບຄວາມຄາດຫວັງຈະນໍາໃຊ້ເຂົ້າເຖິງການແບ່ງຂັ້ນຕາມແຕ່ລະຂົງເຂດ ແລະເປັນຫົວຂໍ້ຮ່ວມມື.

ໃນຮູບພາບນັ້ນ, ສ. ເກົາຫຼີ ປາກົດຕົວຂຶ້ນເປັນຄູ່ຮ່ວມມືຍຸດທະສາດຫຼັກແຫຼ່ງ, ຕິດພັນໂດຍກົງກັບເປົ້າໝາຍຍົກລະດັບອຸດສາຫະກໍາຂອງຫວຽດນາມ. ຕາມທ່ານ Park Yeon Gwan ແລ້ວ, ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການຮ່ວມມືຫວຽດນາມ-ສ.ເກົາຫຼີ ຫວັງວ່າຈະລື່ນກາຍຂອບເຂດການລົງທຶນ-ການຄ້າທີ່ເປັນມູນເຊື້ອ, ມຸ່ງເຖິງການພົວພັນຄູ່ຮ່ວມມືທີ່ມີລັກສະນະຮ່າງປະກອບໃນບັນດາຂົງເຂດ, ຄື: ຕ່ອງໂສ້ການສະໜອງມີຄວາມໝັ້ນຄົງ, ຖ່າຍທອດເຕັກໂນໂລຢີ ແລະບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ໂດຍ: ໄຊນີດາ