ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ແລະສ່ວນຕົວ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນວັນຮ່ຽນ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດ ມາຍັງທ່ານພົນໂທ ຄຳລຽງ ອຸທະໄກສອນ ແລະໝູ່ຄະນະ ຄະນະພັກກະຊວງປ້ອງກັນປະເທດ, ພະນັກງານ, ນັກຮົບກອງທັບປະຊາຊົນລາວ ໃນໂອກາດຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ  ອາຍຸການ 2026-2030 ທີ່ອັດລົງດ້ວຍຜົນສໍາເລັດອັນຈົບງາມ ແລະສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 / 20 ມັງກອນ 2026).

leftcenterrightdel
ທ່ານພົນໂທ ຫງວຽນວັນຮ່ຽນ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ. ພາບ: qdnd.vn

ທ່ານພົນໂທ ຫງວຽນວັນຮ່ຽນ ເນັ້ນໜັກວ່າ ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ສະແດງຄວາມປິຕິຍິນດີຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກໍຄືບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນລາວອ້າຍນ້ອງ ຍາດມາໄດ້ໃນໄລຍະທາງແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ; ເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XII, ປະເທດລາວ ຈະນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ຮ່ວມມື ແລະພັດທະນາວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ.

ທ່ານພົນໂທ ຫງວຽນວັນຮ່ຽນ ສະແດງຄວາມຊົມເຊີຍຕໍ່ທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮັບເລືອກຕັ້ງເຂົ້າໃນກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII; ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງທີ່ສຳຄັນຂອງຕົນ, ທ່ານລັດຖະມົນຕີ ຈະສືບຕໍ່ນຳພາ, ຊີ້ນຳກໍ່ສ້າງກະຊວງປ້ອງກັນປະເທດລາວ ແລະກອງທັບປະຊາຊົນລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນການກໍ່ສ້າງປະເທດລາວ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະວັດທະນາຖາວອນ.

leftcenterrightdel
ທ່ານພົນໂທ ຫງວຽນວັນຮ່ຽນ ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ມອບຊໍ່ດອກໄມ້ອວຍພອນທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮັບເລືອກຕັ້ງເຂົ້າໃນກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII. ພາບ: qdnd.vn

ກໍທີ່ການພົບປະ, ທ່ານພົນໂທ ຫງວຽນວັນຮ່ຽນ ຕີລາຄາວ່າ ປີ 2025 ມີຫຼາຍເຫດການສຳຄັນຂອງສອງປະເທດ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ສືບຕໍ່ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະແທດຈິງ. ກອງທັບສອງປະເທດ ສືບຕໍ່ເປັນກຳລັງນໍາໜ້າໃນການຜັນຂະຫຍາຍປະຕິບັດທິດທາງ ເຊິ່ງການນໍາຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບນໍາກັນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ເພື່ອພັດທະນາ, ເປັນກຳລັງທີ່ຈົ່ງຮັກພັກດີຢ່າງເດັດຂາດຂອງພັກ, ປະເທດຊາດ ແລະປະຊາຊົນ.

ທ່ານພົນໂທ ຫງວຽນວັນຮ່ຽນ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍປະຕິບັດເນື້ອໃນຂອງອະນຸສັນຍາ ໄລຍະ 2025-2029, ແຜນການຮ່ວມມືປີ 2026 ຢ່າງມີປະສິດທິພາບ, ໂດຍສຸມໃສ່: ການແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ຮັກສາກົນໄກສົນທະນາ, ປຶກສາຫາລືປະຈຳປີ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ເພີ່ມທະວີການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສາມັກຄີ, ສະໜິດຕິດພັນລະຫວ່າງສອງກອງທັບ ຫວຽດນາມ ແລະ ລາວ...

ໂດຍ: ໄຊຊະນະ