ປີ 2025 ແມ່ນປີປະສົບຜົນສຳເລັດທີ່ສຸດຂອງການທູດນັບແຕ່ຕົ້ນທົດສະວັດ 2020, ເມື່ອທັງເປີດກວ້າງການພົວພັນສາກົນ, ທັງລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນປັບປຸງຖານະທີ່ຕັ້ງຂອງປະເທດຊາດ.

ບັນດາຈຸດພົ້ນເດັ່ນ

ປີ 2025, ຈໍານວນການເຄື່ອນໄຫວຂັ້ນສູງ, ການຢ້ຽມຢາມ, ການເຈລະຈາ ແລະການພົບປະລະຫວ່າງການນຳຫວຽດນາມ ກັບຄູ່ຮ່ວມມືສາກົນ ໄດ້ເພີ່ມຂຶ້ນຢ່າງແຂງແຮງ, ລື່ນກາຍບັນດາຕົວເລກຂອງປີກ່ອນ, ສ້າງການເຊື່ອມຕໍ່ຍຸດທະສາດຍືນຍົງກວ່າ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບຫຼາຍຄູ່ຮ່ວມມືໃຫຍ່, ໄດ້ຍົກຈຳນວນການຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດຂຶ້ນເປັນ 42. ພິເສດ, ໃນຂອບເຂດການເຂົ້າເຖິງການທູດຂອງຫວຽດນາມ ປີ 2025 ໄດ້ປົກຄຸມ, ຂະຫຍາຍໄປທົ່ວບັນດາພາກພື້ນໃນໂລກ.

ຈຸດພົ້ນເດັ່ນທີ່ສຸດແມ່ນເປັນຄັ້ງທຳອິດ, ທີ່ຫວຽດນາມ ໄດ້ເປັນປະທານ ແລະຈັດຕັ້ງພິທີເຊັນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (Hanoi Convention), ເຊິ່ງເປັນເຫດການທີ່ມີລັກສະນະທົ່ວໂລກ, ຢືນຢັນຄວາມເຊື່ອໝັ້ນຂອງປະຊາຄົມສາກົນທີ່ມີຕໍ່ບົດບາດປະສານງານຂອງຫວຽດນາມ ໃນບັນຫາຄວາມໝັ້ນຄົງທາງໄຊເບີ. ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: “ເລື່ອງເປັນປະທານພິທີເຊັນ ແລະປະຕິບັດສົນທິສັນຍາແມ່ນໂອກາດເພື່ອໃຫ້ພວກເຮົາເປີດທິດທາງຮ່ວມມືໃໝ່, ບໍ່ພຽງແຕ່ໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເທົ່ານັ້ນ ຫາກຍັງໃນການຮ່ວມມືຫຼາຍຝ່າຍໃນຫຼາຍຂົງເຂດອື່ນອີກດ້ວຍ. ຖານະທີ່ຕັ້ງ ແລະບົດບາດສາກົນຂອງຫວຽດນາມ ບໍ່ພຽງແຕ່ໄດ້ຮັບການຕີລາຄາຜ່ານເຫດການນີ້ເທົ່ານັ້ນ ຫາກຍັງແມ່ນວິວັດທະນາການໜຶ່ງ. ພວກເຮົາຕ້ອງປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການດ້ວຍທິດນຳການຕ່າງປະເທດທີ່ວ່າເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າໃນບັນດາບັນຫາທົ່ວໂລກ”.

leftcenterrightdel
ພາບປະກອບຄັດຈາກ: baochinhphu.vn

ວິວັດທະນາການໃນການເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບນັ້ນກໍ່ໄດ້ນຳຫວຽດນາມ ສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກໍາມະການສິດທິມະນຸດສະຫະປະຊາຊາດ ອາຍຸການ 2026-2028 ດ້ວຍຈຳນວນບັດສະໜັບສະໜູນສູງສຸດໃນພາກພື້ນ ອາຊີ-ປາຊີຟິກ. ນີ້ກໍ່ແມ່ນຄັ້ງທີ 3 ທີ່ຫວຽດນາມ ດຳລົງຕຳແໜ່ງບົດບາດດັ່ງກ່າວ, ເປັນການຢືນຢັນບົດບາດການນຳພາຂອງຫວຽດນາມ ໃນວິວັດທະນາການຊຸກຍູ້ສິດທິມະນຸດ.

ໃນສະພາບການແກ້ງແຍ້ງທົ່ວໂລກ ແລະທ່າອ່ຽງປົກປ້ອງການຄ້າເພີ່ມຂຶ້ນ, ການທູດເສດຖະກິດໄດ້ປະກອບສ່ວນໂດຍກົງເຂົ້າໃນການເຕີບໂຕ GDP ຂອງປະເທດ. ຂໍ້ຕົກລົງຮ່ວມມືສຳຄັນນັບຮ້ອຍສະບັບໃນຫຼາຍຂົງເຂດໄດ້ຮັບການລົງນາມ. ວົງເງິນສົ່ງອອກບັນລຸກວ່າ 920 ຕື້ໂດລາສະຫະລັດ, ນຳຫວຽດນາມ ກາຍເປັນໜຶ່ງໃນຈຳນວນ 15 ປະເທດມະຫາອຳນາດດ້ານການຄ້າໃນໂລກ. ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນເກືອບ 22% ກ່ຽວກັບຈໍານວນໂຄງການເມື່ອທຽບໃສ່ປີກ່ອນ, ໂດຍສຸມໃສ່ບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກໍາ, ປັນຍາປະດິດ, ພະລັງງານ… ເຊິ່ງແມ່ນບັນດາຂົງເຂດທີ່ຫວຽດນາມ ໄດ້ກຳນົດວ່າມີການບຸກທະລຸຍຸດທະສາດໃນສັງກາດພັດທະນາໃໝ່.

ໃນຂົງເຂດການທູດວັດທະນະທຳ, ງານບຸນວັດທະນະທຳໂລກຄັ້ງທຳອິດໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ແມ່ນເຫດການຈຸດສຸມ, ຊ່ວຍຫວຽດນາມ ຢືນຢັນຖານະທີ່ຕັ້ງ ແລະສາມາດເສີມຂະຫຍາຍໄດ້ກຳລັງແຮງທີ່ນີ້ມນວນຂອງຕົນ. ເຫດການດັ່ງກ່າວໄດ້ຂ້າມຜ່ານຂອບເຂດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະທີ່ປົກກະຕິ, ກາຍເປັນວັນບຸນແຫ່ງນ້ຳໃຈສາມັກຄີ, ເຊີດຊູວັດທະນະທຳເພື່ອສັນຕິພາບ. ບັນດາເຫດການ, ການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນສຳຄັນຂອງປະເທດໃນປີ 2025 ກໍ່ໄດ້ສົ່ງສານກ່ຽວກັບພາບພົດຂອງຫວຽດນາມ ພວມເຊື່ອມໂຍງ, ທີ່ເຕັມໄປດ້ວຍສີສັນ ແລະກຽມພ້ອມຮ່ວມມື, ຮ່ວມແຮງຮ່ວມໃຈພ້ອມກັບໂລກ ຮ່ວມມື, ພັດທະນາແບບຍືນຍົງ.

ເປີດຖານະທີ່ຕັ້ງຍຸດທະສາດໃໝ່

ບັນດາໝາກຜົນທີ່ບັນລຸໄດ້ຂອງວຽກງານການຕ່າງປະເທດປີ 2025 ໄດ້ສ້າງພື້ນຖານຍຸດທະສາດອັນໝັ້ນແກ່ນເພື່ອໃຫ້ຫວຽດນາມ ກ້າວເຂົ້າສູ່ປີ 2026 ດ້ວຍຈິດໃຈໃໝ່ ແລະຖານະທີ່ຕັ້ງສູງກວ່າໃນເວທີສາກົນ. ທ່ານ ຟ້າມກວາງວີງ ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຖືວ່າ: “ການຕ່າງປະເທດແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ພວກເຮົາກ້າວເຂົ້າສູ່ສັງກາດໃໝ່ດ້ວຍຈິດໃຈ ແລະຖານະທີ່ຕັ້ງໃໝ່, ພວກເຮົາມີກຳລັງຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າການສ້າງສາ. ກ່ອນອື່ນໝົດ, ແມ່ນສ້າງປະເທດໃຫ້ມີຈຸດຢືນເສຍກ່ອນ. ທີສອງແມ່ນສ້າງສະພາບແວດລ້ອມທີ່ສະດວກ. ທີສາມແມ່ນເປັນເຈົ້າການຊອກກາລະໂອກາດໃໝ່ເພື່ອເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທີ່ມີຄຸນນະພາບສູງກວ່າ. ແລະທີສີ່ແມ່ນພວກເຮົາຕ້ອງເປັນເຈົ້າການເຂົ້າຮ່ວມການສ້າງລະບຽບຂອງສາກົນ, ສອດຄ່ອງກັບກົດໝາຍຫວຽດນາມ ແລະຜົນປະໂຫຍດລວມ”.

ການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາຄູ່ຮ່ວມມືໃຫຍ່, ການເປີດກວ້າງຂອບເຂດຮ່ວມມືດ້ານເສດຖະກິດ-ການຄ້າ, ພ້ອມດ້ວຍບົດບາດນັບມື້ນັບພົ້ນເດັ່ນໃນກົນໄກຫຼາຍຝ່າຍໄດ້ຊ່ວຍໃຫ້ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ເພື່ອເປັນເຈົ້າການຮັບມືກັບການຫັນປ່ຽນ, ຍາດແຍ່ງກາລະໂອກາດພັດທະນາໃນໄລຍະເພີ່ມຄວາມໄວ, ບຸກທະລຸຂອງປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃໝ່ໃຫ້ແກ່ວຽກງານພົວພັນຕ່າງປະເທດວ່າ: “ຕ້ອງປະຕິບັດບົດບາດເຊື່ອມຕໍ່ໃຫ້ເປັນຢ່າງດີກວ່າ: ເພີ່ມທະວີການພົວພັນຕ່າງປະເທດສອງຝ່າຍເພື່ອເຊື່ອມຕໍ່ພາຍໃນ ແລະສາກົນ; ເຊື່ອມຕໍ່ເສດຖະກິດ; ເຊື່ອມຕໍ່ວັດທະນະທຳ; ເຊື່ອມຕໍ່ດີຈີຕອນ, ເຕັກໂນໂລຢີ; ເຊື່ອມຕໍ່ມະນຸດ. ປະຕິບັດພາລະກຳສາກົນໃຫ້ເປັນຢ່າງດີກວ່າ, ເສີມຂະຫຍາຍບົດບາດ, ຖານະທີ່ຕັ້ງຂອງປະເທດໃນການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການສ້າງ ແລະປະຕິຮູບການບໍລິຫານທົ່ວໂລກໃຫ້ດີກວ່າເກົ່າ, ເປັນຕົ້ນແມ່ນໃນເວທີປາໄສ, ກົນໄກຫຼາຍຝ່າຍໃນພາກພື້ນ ແລະສາກົນ”.

ປີ 2026 ຈະແມ່ນໄລຍະຫັນບັນດາຜົນງານການຕ່າງປະເທດປີ 2025 ໃຫ້ກາຍເປັນກຳລັງໜູນຢ່າງແທ້ຈິງ, ປະກອບສ່ວນຊຸກຍູ້ປະຕິບັດສໍາເລັດເປົ້າໝາຍພັດທະນາແຫ່ງຊາດ, ພ້ອມທັງເປີດໄລຍະພັດທະນາໃໝ່, ດ້ວຍກຳລັງພາຍໃນທີ່ໝັ້ນແກ່ນ ແລະຈິດໃຈແຫ່ງຄວາມໝັ້ນໃຈໃນການເຊື່ອມໂຍງໃນໂລກຫຼາຍຂົ້ວ.

ໂດຍ: ເຈິ່ນຮວ່ຽນ