ປະຊາຄົມສາກົນ ຮັບຮູ້ຜົນງານພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 8 ມັງກອນ, ທີ່ກອງປະຊຸມຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບຂໍ້ມູນທີ່ກົມສະຖິຕິ ຫາກໍ່ປະກາດຕົວເລກດ້ານເສດຖະກິດ-ສັງຄົມ ປີ 2025 ຂອງຫວຽດນາມ, ຕາມນັ້ນ GDP ປີ 2025 ຂອງຫວຽດນາມ ຄາດຄະເນເພີ່ມຂຶ້ນ 8,02% ເມື່ອທຽບໃສ່ປີ 2024; ຫາງສຽງສາກົນໃຫ້ຂໍ້ສັງເກດ ຄືແນວໃດກ່ຽວກັບການເຕີບໂຕທາງດ້ານເສດຖະກິດຂອງຫວຽດນາມ ໃນປີ 2025 ແລະຄາດຄະເນແງ່ຫວັງ ປີ 2026, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:
ຕໍ່ໜ້າສະພາບການສາກົນທີ່ສັບສົນ, ການເຕີບໂຕດ້ານເສດຖະກິດໂລກທີ່ຊ້າລົງ, ພາຍໃນປະເທດ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດທີ່ຮ້າຍແຮງທີ່ບໍ່ເຄີຍມີມາກ່ອນ, ແຕ່ພາຍໃຕ້ການນຳພາ, ຊີ້ນຳຢ່າງທັນການ, ຂ້ຽວຂາດ, ໃກ້ຊິດຕິດແທດຂອງພັກ, ລັດຖະບານ, ຫວຽດນາມ ໄດ້ກາຍເປັນ "ຈຸດພົ້ນເດັ່ນ" ຮັກສາສະພາບສະຖຽນລະພາບມະຫາພາກ ແລະການເຕີບໂຕດ້ານເສດຖະກິດ.
    |
 |
|
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຕອບຄຳຖາມຂອງບັນດາອົງການສື່ມວນຊົນພາຍໃນ ແລະຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ. |
ບັນດາຜົນງານທີ່ສຳຄັນເຫຼົ່ານີ້ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນ. ນັກຄົ້ນຄວ້າເສດຖະກິດ, ນັກລົງທຶນຕ່າງປະເທດ ແລະເພື່ອນມິດສາກົນຫຼາຍຄົນ ລ້ວນແຕ່ຖືວ່າ ຫວຽດນາມ ເປັນໜຶ່ງໃນບັນດາຈຸດພົ້ນເດັ່ນໃນສະພາບການເສດຖະກິດໂລກທີ່ມືດມົວໃນໄລຍະຜ່ານມາ. ອົງການເງິນຕາສາກົນ ຈັດອັນດັບໃຫ້ຫວຽດນາມ ຢູ່ໃນ top 10 ປະເທດທີ່ເຕີບໂຕສູງສຸດໃນໂລກ. ຫາງສຽງສາກົນ ຕີລາຄາສູງບັນດາກໍາລັງໜູນ ຄື: ການຄ້າ, ການລົງທຶນ, ການທ່ອງທ່ຽວ ສືບຕໍ່ເຕີບໂຕກະໂດດຂັ້ນ, ບັນດາກໍາລັງໜູນໃໝ່ ຄື ວິທະຍາສາດ, ການຫັນເປັນດີຈີຕອນ, ຮູບແບບການພັດທະນາໃໝ່ໄດ້ຮັບການກໍານົດ, ສວມບົດບາດພື້ນຖານໃຫ້ແກ່ວິວັດການພັດທະນາໃນໄລຍະຈະມາເຖິງ.
ໂດຍ: ຈາງຫງວຽນ