ທ່ານ ມາຍຟານຢຸ້ງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ພັກ ແລະລັດ ໄດ້ປະກາດໃຊ້ແຜນນະໂຍບາຍສຳຄັນຫຼາຍສະບັບເພື່ອແນໃສ່ຍົກລະດັບບົດບາດຂອງການທູດຫຼາຍຝ່າຍ, ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງໃນມະຕິເລກທີ 59-NQ/TW ຂອງກົມການເມືອງ ກ່ຽວກັບການຍົກສູງປະສິດທິຜົນຂອງການເຊື່ອມໂຍງເຂົ້າກັບສາກົນຮອດປີ 2030. ມະຕິສະບັບດັ່ງກ່າວ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃຫ້ຫວຽດນາມ ຕ້ອງເປັນເຈົ້າການ, ຕັ້ງໜ້າ ແລະຍົກສູງຄຸນນະພາບການເຂົ້າຮ່ວມກົນໄກຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນເຂົ້າໃນສັນຕິພາບ ແລະການພັດທະນາລວມຢ່າງແທດຈິງ, ພ້ອມທັງຮັບໃຊ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໂດຍກົງ. ນີ້ກໍ່ແມ່ນການຫັນວິໄສທັດຍຸດທະສາດຂອງພັກກ່ຽວກັບບົດບາດຂອງການພົວພັນຕ່າງປະເທດໃນໄລຍະພັດທະນາໃໝ່ເປັນລະອຽດ, ເລິກເຊິ່ງ.
ທ່ານ ມາຍຟານຢຸ້ງ ກໍ່ຢ້ຳຄືນຂໍ້ສັງເກດທີ່ສໍາຄັນ ເຊິ່ງທ່ານ ຫງວຽນຟູຈ້ອງ ອະດີດເລຂາທິການໃຫຍ່ ເປັນຜູ້ທໍາອິດ ໄດ້ວາງອອກ ແລະກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ເອົາເຂົ້າໃສ່ເນື້ອໃນເອກະສານຢ່າງເປັນທາງການ: “ດ້ວຍຄວາມສະຫງຽມຄ່ຽມຄົມ, ພວກເຮົາຍັງສາມາດເວົ້າໄດ້ວ່າ ປະເທດຂອງພວກເຮົາ ບໍ່ເຄີຍມີພາລະກິດອັນໃຫຍ່ຫຼວງ, ມີຄວາມສາມາດບົ່ມຊ້ອນ, ຖານະທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຄືໃນປະຈຸບັນມາກ່ອນ”. ສອງປັດໄຈທີ່ເປັນພື້ນຖານແມ່ນ “ພາລະກິດອັນໃຫຍ່ຫຼວງ ແລະຄວາມສາມາດບົ່ມຊ້ອນ” ໄດ້ ແລະກຳລັງໄດ້ຮັບການເພີ່ມທະວີຢ່າງເຂັ້ມແຂງ; ຈາກນັ້ນສ້າງ ແລະປັບປຸງ “ຖານະທີ່ຕັ້ງ ແລະອິດທິພົນຊື່ສຽງ” ຂອງຫວຽດນາມ ໃນເວທີສາກົນ. ນີ້ແມ່ນຜົນງານລວມຂອງຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ໃນນັ້ນການພົວພັນຕ່າງປະເທດ - ລວມທັງການທູດຫຼາຍຝ່າຍ - ສວມບົດບາດສໍາຄັນຍິ່ງ.
    |
 |
|
ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ. ພາບ: ສໍານັກຂ່າວສານຫວຽດນາມ. |
ການທູດຫຼາຍຝ່າຍໃນປະຈຸບັນກວມເອົາເກືອບທຸກຂົງເຂດຂອງຊີວິດສາກົນ, ນັບແຕ່ດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ ຕະຫຼອດຮອດວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ແຮງງານ, ວິທະຍາສາດ-ເຕັກໂນໂລຊີ ແລະສິ່ງແວດລ້ອມ. ລະບົບຂອງສຳນັກງານ, ອົງການຈັດຕັ້ງຫຼາຍຝ່າຍ ໄດ້ຮັບການປັບປຸງໂດຍພື້ນຖານ, ໂດຍມີສະຫະປະຊາຊາດ (ສປຊ) ເປັນໃຈກາງ. ສຳລັບການທູດຫຼາຍຝ່າຍ, ປະຊາຄົມສາກົນ ໄດ້ປະກອບກົດໝາຍ, ລະບຽບການ, ຫຼັກການ, ການກໍານົດທິດ... ເປັນພື້ນຖານເພື່ອໃຫ້ບັນດາປະເທດ ແລະເຈົ້າກຳອື່ນເຂົ້າຮ່ວມໃນຊີວິດສາກົນ, ປົກປ້ອງ ແລະຊຸກຍູ້ຜົນປະໂຫຍດຂອງຕົນ, ພ້ອມທັງມຸ່ງໄປເຖິງເປົ້າໝາຍອັນສູງສົ່ງ ນັ້ນແມ່ນການຮັກສາສັນຕິພາບ ແລະຄວາມໝັ້ນຄົງ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືສາກົນເພື່ອການພັດທະນາ, ເຄົາລົບສິດທິມະນຸດ ແລະສ້າງໂລກທີ່ຍຸຕິທຳ, ວັດທະນາຖາວອນຕາມທີ່ໄດ້ຢືນຢັນໃນກົດບັດສະຫະປະຊາຊາດ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ການທູດຫຼາຍຝ່າຍຮຽກຮ້ອງໃຫ້ມີການເຂົ້າຮ່ວມ ແລະສົມທົບຈາກຫຼາຍເຈົ້າກຳ, ຈາກບັນດາອົງການພັກ, ສະພາແຫ່ງຊາດ, ລັດຖະບານ, ກະຊວງ, ຄະນະ, ຂະແໜງການ ແລະທ້ອງຖິ່ນ, ຈົນເຖິງປະຊາຄົມວິສາຫະກິດ, ນັກຮຽນຮູ້, ອົງການຈັດຕັ້ງທາງສັງຄົມ. ໄປຄຽງຄູ່ກັບລະບົບອົງການພາຍໃນປະເທດແລ້ວ, ຫວຽດນາມ ຍັງຜັນຂະຫຍາຍການທູດຫຼາຍຝ່າຍ ຜ່ານເຄືອຂ່າຍຂອງອົງການຕາງໜ້າຢູ່ສູນຫຼາຍຝ່າຍໃຫຍ່ຂອງໂລກ, ລວມທັງນິວຢອກ (ອາເມລິກາ), ເຊີແນວ (ສະວິດ), ປາຣີ (UNESCO, ຝຣັ່ງ), ວຽນ (ໂອຕຣິດ), ຈາກາກຕາ (ອາຊຽນ, ອິນໂດເນເຊຍ), ບຣຸກແຊນ (ອີຢູ, ແບນຊິກ), ແລະບາງອົງການຕາງໜ້າສອງຝ່າຍ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍຢູ່ກັບທີ່. ການສົມທົບຄົບຊຸດລະຫວ່າງພາຍໃນປະເທດ ແລະອົງການຕາງໜ້າປະຈຳຢູ່ຕ່າງປະເທດ, ລະຫວ່າງຊ່ອງທາງຫຼາຍຝ່າຍ ແລະສອງຝ່າຍ, ເປັນປັດໄຈຫຼັກແຫຼ່ງແກ່ນສານເພື່ອສ້າງທ່ວງທ່າ ແລະກໍາລັງແຮງ, ຍົກສູງເວົ້າສຽງຂອງຫວຽດນາມ ໃນລະບົບສາກົນ.
ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການທູດຫຼາຍຝ່າຍຂອງຫວຽດນາມ ເວົ້າລວມ, ແລະຢູ່ ເຊີແນວ ເວົ້າສະເພາະ, ສາມາດບັນລຸຜົນງານທີ່ສຳຄັນຫຼາຍຢ່າງ, ທັງປະກອບສ່ວນເຂົ້າໃນການແກ້ໄຂບັນຫາສາກົນ ແລະທົ່ວໂລກ ພ້ອມທັງປົກປ້ອງ ແລະຊຸກຍູ້ຜົນປະໂຫຍດຂອງຫວຽດນາມ, ຜ່ານສິ່ງດັ່ງກ່າວນັ້ນແມ່ນຍົກສູງບົດບາດ, ຖານະທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເວທີຫຼາຍຝ່າຍ.
ກ່ຽວກັບຄວາມໝັ້ນຄົງ-ການເມືອງ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຄົມສາກົນ ຢູ່ເວທີປາໄສຄວາມໝັ້ນຄົງຂອງສະຫະປະຊາຊາດຫຼາຍຄັ້ງແລ້ວ; ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດສອງຄັ້ງ, ໂດຍໄດ້ປະກອບສ່ວນຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບຕໍ່ການແກ້ໄຂບັນຫາຄວາມໝັ້ນຄົງໃນພາກພື້ນ ແລະທົ່ວໂລກ. ຫວຽດນາມ ກໍ່ສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ໂດຍມີພະນັກງານ, ນັກຮົບຫຼາຍຮ້ອຍເທື່ອຄົນ ແລະໂຮງໝໍສະໜາມຖືກສົ່ງໄປປະຈຳຢູ່ຄະນະປະຕິບັດງານ ເຊັ່ນ: ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ຊູດັງໃຕ້ (UNMISS), ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ສາທາລະນະລັດອາຟຣິກາກາງ (MINUSCA) ແລະກອງກຳລັງຮັກສາຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດ ຢູ່ Abyei (UNISFA).
ກ່ຽວກັບປະຊາທິປະໄຕ ແລະສິດທິມະນຸດ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດຂອງສະຫະປະຊາຊາດສາມຄັ້ງ, ລວມທັງອາຍຸການ 2026-2028 ທີ່ຈະມາເຖິງນີ້. ດ້ວຍທິດນໍາຂອງການສົນທະນາ, ການຮ່ວມມື, ແລະການແລກປ່ຽນປະສົບການໃນພຶດຕິກຳຕົວຈິງ, ຫວຽດນາມ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງມະຕິ ແລະຂໍ້ລິເລີ່ມຕ່າງໆ ຢູ່ສະພາສິດທິມະນຸດ, ໂດຍໃຫ້ຄຳໝັ້ນສັນຍາຢ່າງຈະແຈ້ງເພື່ອແນໃສ່ຊຸກຍູ້ສິດທິໃນການພັດທະນາ, ຄວາມສະເໝີພາບລະຫວ່າງຍິງຊາຍ, ການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງ ແລະສິດເຂົ້າເຖິງການດູແລສຸຂະພາບ, ການສຶກສາ, ວຽກເຮັດງານທໍາ - ຄຸນຄ່າທີ່ຕິດກັບມະນຸດ ແລະຄວາມກ້າວໜ້າໃນສັງຄົມ.
ຈິດໃຈນີ້ໄດ້ຊ່ວຍໃຫ້ຫວຽດນາມ ຖືກຍອມຮັບວ່າ ເປັນຂົວເຊື່ອມຕໍ່ທີ່ໜ້າເຊື່ອຖືລະຫວ່າງກຸ່ມປະເທດຕ່າງໆ, ປະກອບສ່ວນສ້າງບັນຍາກາດການຮ່ວມມື, ຮັດແຄບຄວາມແຕກຕ່າງ ແລະເພີ່ມທະວີຄວາມເຫັນດີເຫັນພ້ອມຂອງສາກົນກ່ຽວກັບສິດທິມະນຸດ.
ໃນດ້ານເສດຖະກິດ, ການຄ້າ ແລະການພັດທະນາ, ຫວຽດນາມ ໄດ້ຫັນປ່ຽນຢ່າງແຂງແຮງຈາກປະເທດທີ່ເຄີຍຖືກປິດລ້ອມຂວ້ຳບາດ ກາຍເປັນປະເທດທີ່ໂດດເດັ່ນຂອງການເຊື່ອມໂຍງເສດຖະກິດທົ່ວໂລກ: ການເຂົ້າຮ່ວມ ແລະການຈັດຕັ້ງປະຕິບັດສັນຍາການຄ້າເສລີລຸ້ນໃໝ່ ເຊັ່ນສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີຣົບ (EVFTA), ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ໄດ້ຊ່ວຍໃຫ້ວິສາຫະກິດຫວຽດນາມ ສາມາດເຂົ້າເຖິງຕະຫຼາດໂລກ ແລະລະບົບມູນຄ່າທົ່ວໂລກ; ພ້ອມທັງເພີ່ມທະວີຖານະບົດບາດຂອງປະເທດໃນການດຶງດູດການລົງທຶນຈາກຕ່າງປະເທດ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແຖວໜ້າຢູ່ພາກພື້ນ ແລະໃນໂລກ. ຫວຽດນາມ ກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະມີການກະທໍາດ້ານດິນຟ້າອາກາດຢ່າງເຂັ້ມແຂງ ແລະໄດ້ຖະແຫຼງເປົ້າໝາຍຂອງຕົນໃນການບັນລຸການປ່ອຍອາຍພິດເປັນລົງເປັນສູນພາຍໃນປີ 2050; ຕັ້ງໜ້າຮ່ວມມືກັບສາກົນໃນການຫັນປ່ຽນພະລັງງານ, ຊຸກຍູ້ເສດຖະກິດສີຂຽວ ແລະອະນຸລັກຊີວະພາບນາໆພັນ.
ໃນຂົງເຂດສາທາລະນະສຸກທົ່ວໂລກ, ຫວຽດນາມ ໄດ້ເປັນເຈົ້າການຕິດຕາມ ແລະສົມທົບທັດສະນະຢູ່ທີ່ອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການຮັບຮອງເອົາຂໍ້ຕົກລົງສາກົນກ່ຽວກັບພະຍາດເພື່ອມຸ່ງໄປເຖິງຄວາມຍຸຕິທໍາໃນການເຂົ້າເຖິງວັກຊີນ, ຢາ ແລະເຄື່ອງມືການແພດໃຫ້ບັນດາປະເທດກຳລັງພັດທະນາ.
ນະໂຍບາຍ, ຄຳໝັ້ນສັນຍາ ແລະການກະທຳທີ່ລະອຽດເຫຼົ່ານີ້ ລ້ວນແຕ່ສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາຢ່າງເລິກເຊິ່ງຂອງຫວຽດນາມ ຕໍ່ກັບການເຊື່ອມໂຍງ ແລະການຮ່ວມມືສາກົນທີ່ຮອບດ້ານ. ເບິ່ງລວມແລ້ວ, ແຕ່ລະໝາກຜົນຢູ່ເສົາຄໍ້າຄວາມໝັ້ນຄົງ-ການເມືອງ, ສິດທິມະນຸດ, ເສດຖະກິດ-ການພັດທະນາ ລ້ວນແຕ່ໄດ້ປະກອບສ່ວນເຮັດໃຫ້ພາບພົດຂອງຫວຽດນາມ ທີ່ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຈະແຈ້ງ ແລະຢຶດໝັ້ນປົກປ້ອງຜົນປະໂຫຍດຂອງປະເທດ-ຂອງຊາດ, ພ້ອມທັງພະຍາຍາມປະກອບສ່ວນເຂົ້າໃນຜົນປະໂຫຍດລວມຂອງປະຊາຄົມສາກົນ.
ໂດຍ: ຈາງຫງວຽນ