ນັ້ນແມ່ນການແບ່ງປັນຂອງທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ການໂອ້ລົມສົນທະນາ “50 ປີແຫ່ງການພົວພັນ ຫວຽດນາມ-ເຢຍລະມັນ: ຂີດໝາຍ ແລະແງ່ຫວັງ” ໂດຍກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ຕາມຮູບການເຊິ່ງໜ້າ ແລະທາງອອນລາຍ.

ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ການຮ່ວມມືສອງຝ່າຍ ຫວຽດນາມ-ເຢຍລະມັນ ໃນຫຼາຍທົດສະວັດຜ່ານມາ ໄດ້ສ້າງຂີດໝາຍທີ່ພົ້ນເດັ່ນ, ສະແດງໃຫ້ເຫັນຄວາມມີຊີວິດຊີວາໃນຫຼາຍຂົງເຂດ. ທາງດ້ານການເມືອງ ແລະການທູດ, ສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນເປັນປະຈຳ, ພິເສດແມ່ນຂັ້ນສູງໃນທຸກຊ່ອງທາງພັກ, ລັດ ແລະການທູດປະຊາຊົນ, ຜ່ານນັ້ນຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນຢ່າງບໍ່ຢຸດຢັ້ງ. ໃນຂົງເຂດເສດຖະກິດ, ເຢຍລະມັນ ເປັນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ຢູ່ເອີລົບ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸກວ່າ 11,7 ຕື້ໂດລາສະຫະລັດ. ໃນ 10 ເດືອນຕົ້ນປີ 2025, ຈຳນວນນີ້ແມ່ນກວ່າ 11,1 ຕື້ໂດລາສະຫະລັດ. ເຢຍລະມັນ ແມ່ນປະຕູປ່ຽນຖ່າຍສິນຄ້າທີ່ສຳຄັນຂອງຫວຽດນາມ ໄປຍັງຕະຫຼາດອື່ນໆຢູ່ເອີລົບ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: qdnd.vn

ທີ່ຫວຽດນາມ, ປະຈຸບັນ ມີວິສາຫະກິດຂອງເຢຍລະມັນ ນັບຫຼາຍຮ້ອຍແຫ່ງກໍາລັງເຄື່ອນໄຫວຢ່າງມີປະສິດທິຜົນໃນຫຼາຍຂົງເຂດ. ກົງກັນຂ້າມ, ມີວິສາຫະກິດຫວຽດນາມ ນັບມື້ນັບເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ຕະຫຼາດເຢຍລະມັນ. ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ, ບົນພື້ນຖານສອງພື້ນຖານເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນ ແລະທ່າແຮງໜູນຊ່ວຍກັນ, ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ ແລະການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງ ຫວຽດນາມ-ອີຢູ (EVIPA) ໃນໄລຍະຈະມາເຖິງຈະເປີດກວ້າງການຮ່ວມມື, ຊຸກຍູ້ການຄ້າ-ການລົງທຶນລະຫວ່າງສອງປະເທດໃຫ້ມີຄວາມດຸ່ນດ່ຽງ ແລະຍືນຍົງ.

ການຮ່ວມມືດ້ານການສຶກສາ-ບຳລຸງສ້າງໃນຫຼາຍທົດສະວັດຜ່ານມາ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ - ດ້ວຍນັກສຶກສາ, ນັກຄົ້ນຄວ້າ, ແຮງງານເຕັກນິກ ແລະນັກຮຽນວິຊາຊີບຫຼາຍໝື່ນຄົນ ໄດ້ ແລະກໍາລັງຮໍ່າຮຽນ, ເຮັດວຽກຢູ່ເຢຍລະມັນ, ສ້າງຂົວຕໍ່ດ້ານວັດທະນະທຳທີ່ສຳຄັນລະຫວ່າງສອງປະເທດ-ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກໍາພວມກາຍເປັນເສົາຄໍ້າແຫ່ງການຮ່ວມມືຍຸດທະສາດໃນການພົວພັນສອງຝ່າຍ. ຕາມການຕີລາຄາຂອງທ່ານນາງ ເລທິທູຮັ່ງ ແລ້ວ, ເຢຍລະມັນ ແມ່ນໜຶ່ງໃນບັນດາປະເທດແຖວໜ້າໂລກໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີຫຼັກ, ອຸດສາຫະກໍາ 4.0 ແລະບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ໃນຂະນະນັ້ນ, ຫວຽດນາມ ພວມຍູ້ແຮງການຫັນເປັນດີຈີຕອນ, ພັດທະນາເສດຖະກິດພູມປັນຍາ ແລະສ້າງລະບົບນິເວດນະວັດຕະກຳແຫ່ງຊາດ.

ໃນສະພາບການນັ້ນ, ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ, ຄື: ເຕັກໂນໂລຢີສູງ, ປັນຍາປະດິດ, ຫັນເປັນອັດຕະໂນມັດ, ການຫັນເປັນດີຈີຕອນ, ເຕັກໂນໂລຢີສີຂຽວ, ພະລັງງານທົດແທນ, ເສດຖະກິດໝູນວຽນ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ບໍ່ພຽງແຕ່ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ທັງສອງຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການແກ້ໄຂສິ່ງທ້າທາຍໃນທົ່ວໂລກ. ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ: “ບັນດາໂຄງການຮ່ວມມືຄົ້ນຄວ້າ, ການຮ່ວມສຳພັນລະຫວ່າງສະຖາບັນ, ໂຮງຮຽນ ແລະວິສາຫະກິດ, ກໍ່ຄືການມີໜ້າທີ່ນັບມື້ນັບເພີ່ມຂຶ້ນຂອງສູນບໍາລຸງສ້າງ, ຄົ້ນຄວ້າ ແລະນະວັດຕະກຳຕາມຮູບແບບຂອງເຢຍລະມັນ ຢູ່ຫວຽດນາມ ພວມສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍໃນໄລຍະຈະມາເຖິງ”.

ການໂອ້ລົມສົນທະນາຄັ້ງນີ້ໄດ້ຈັດຂຶ້ນໃນສະພາບການທີ່ສອງປະເທດມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2025), ມຸ່ງໄປເຖິງການສະເຫຼີມສະຫຼອງ 15 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (2011-2026). ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນຫວນຄືນໄລຍະທາງ 50 ປີຜ່ານມາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນຕີລາຄາຜົນງານທີ່ບັນລຸໄດ້, ຖອດຖອນບົດຮຽນ ແລະສະເໜີການກໍານົດທິດ, ມາດຕະການລະອຽດເພື່ອນຳການພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່ໃນສະພາບການໂລກມີການຜັນແປຢ່າງວ່ອງໄວ ແລະສັບສົນ.

ທີ່ການໂອ້ລົມສົນທະນາ, ທ່ານນາງ Helga Margarete Barth ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ ໃນຊຸມທົດສະວັດຜ່ານມາ, ການພົວພັນສອງຝ່າຍໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ດ້ວຍຂີດໝາຍສຳຄັນແມ່ນຖະແຫຼງການຮ່ວມຮ່າໂນ້ຍ ປີ 2011, ຕາມນັ້ນແລ້ວ, ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ທ່ານນາງເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບົດບາດເປັນຂົວຕໍ່ຂອງຊາວຫວຽດນາມ ທີ່ອາໄສຢູ່ເຢຍລະມັນ ວ່າ: “ປະຈຸບັນ, ເຢຍລະມັນ ບໍ່ພຽງແຕ່ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເອີລົບ ເທົ່ານັ້ນ ຫາກຍັງໄດ້ຮັບຜົນປະໂຫຍດຈາກການພົວພັນສ່ວນບຸກຄົນລະຫວ່າງປະຊາຊົນເຢຍລະມັນ ແລະຫວຽດນາມ. ປະຊາຊົນຫວຽດນາມ ນັບໝື່ນຄົນ ມີສາຍພົວພັນກັບຍາດຕິພີ່ນ້ອງຢູ່ເຢຍລະມັນ... ແລະປະຈຸບັນ ຢູ່ເຢຍລະມັນ ມີຊາວຫວຽດນາມ ອາໄສຢູ່ປະມານ 200.000 ຄົນ, ມີນັກສຶກສາຫວຽດນາມ ປະມານ 7.000 ຄົນ ພວມຮຽນຢູ່ຕາມມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າ ຢູ່ເຢຍລະມັນ”. ກໍ່ຕາມທ່ານນາງເອກອັກຄະລັດຖະທູດ ແລ້ວ, ໃນການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ສະຖານທູດເຢຍລະມັນ ປະຈຳ ຫວຽດນາມ ແລະສະຖາບັນ Goethe ໄດ້ຈັດຕັ້ງງານວາງສະແດງຮູບພາບ “ຫວຽດນາມ-ເຢຍລະມັນ: 20 ຄົນ-20 ເລື່ອງລາວ” ເພື່ອເຊີດຊູຄົນເຊື້ອຊາດຫວຽດນາມ 20 ຄົນ ອາໄສຢູ່ ເຢຍລະມັນ ທີ່ມີການປະກອບສ່ວນດີເລີດໃນຂົງເຂດຕ່າງໆ.

ດ້ວຍຜົນງານທີ່ບັນລຸໄດ້ຜ່ານໂຄງການຮ່ວມມື, ການເຄື່ອນໄຫວພົບປະແລກປ່ຽນໃນຫຼາຍຂົງເຂດ, ທ່ານນາງ Helga Margarete Barth ໃຫ້ຂໍ້ສັງເກດວ່າ, ພາຍຫຼັງເຄິ່ງສະຕະວັດ, ການພົວພັນຫວຽດນາມ-ເຢຍລະມັນ ພວມສືບຕໍ່ພັດທະນາໄປສູ່ອະນາຄົດດ້ວຍຄວາມສາມາດບົ່ມຊ້ອນທີ່ເປີດກວ້າງ, ຜ່ານນັ້ນ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ