ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນຂີີດໝາຍສຳຄັນພິເສດໃນການພັດທະນາປະເທດ. ຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ອິນໂດເນເຊຍ ຫວັງວ່າກອງປະຊຸມໃຫຍ່ ຈະເປີດອອກໄລຍະທາງໃໝ່ໃຫ້ປະເທດ.

leftcenterrightdel
ທ່ານ ທ໊າຍແທງລອງ ຫົວໜ້າຄະນະຕິດຕໍ່ສື່ສານວິສາຫະກິດຫວຽດນາມ ຢູ່ ອິນໂດເນເຊຍ ມີຄວາມໄວ້ວາງໃຈຕໍ່ໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: vov.vn

ທ່ານ ທ໊າຍແທງລອງ ຫົວໜ້າຄະນະຕິດຕໍ່ສື່ສານວິສາຫະກິດຫວຽດນາມ ໃຫ້ຮູ້ວ່າ "ຂ້າພະເຈົ້າຍາມໃດກໍ່ຕິດຕາມ ແລະມີຄວາມຫວັງຕໍ່ກອງປະຊຸມໃຫຍ່, ເພາະວ່າທຸກໆນະໂຍບາຍຊີ້ຂາດຂອງພັກລ້ວນແຕ່ກ່ຽວຂ້ອງກັບອະນາຄົດ ແລະທີ່ຕ້ັງຂອງປະເທດ, ກໍ່ຄືອະນາຄົດຂອງປະຊາຊົນຫວຽດນາມ. ຂ້າພະເຈົ້າເຊື່ອວ່າກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະຄັດເລືອກໄດ້ຖັນແຖວພະນັກງານການນໍາທີ່ສາມາດສ້າງຄວາມບຸກທະລຸໃຫ້ແກ່ປະເທດຊາດໃນໄລຍະຈະມາເຖິງ. ແມ່ນຄົນທ່ີເຮັດວຽກກັບບັນດາວິສາຫະກິດຫວຽດນາມ ຢູ່ອິນໂດເນເຊຍ, ຂ້າພະເຈົ້າຫວັງວ່າ ປະເທດພັດທະນາແບບຍືນຍົງ, ການຄຸ້ມຄອງມີປະສິດທິຜົນ, ລະບົບກົດໝາຍມີຄວາມສະຖຽນລະພາບ ແລະສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ; ຫວັງວ່າ ພັກ ແລະລັດສືບຕໍ່ສ້າງສະພາບແວດລ້ອມດ້ານນິຕິກໍາທີ່ສະດວກກວ່າເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອປະເທດເຮັດວຽກ, ລົງທຶນ ແລະຄົ້ນຄວ້າ."

ສ່ວນທ້າວ ໂຮ່ບາວງອັກ, ປະຈຸບັນແມ່ນຮັກສຶກສາຢູ່ມະຫາວິທະຍາໄລ President ຂອງອິນໂດເນເຊຍ ສະແດງຄວາມເຊື່ອຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະເປີດອອກໂອກາດໃໝ່ໃຫ້ແກ່ລຸ້ນໜຸ່ມ ເພື່ອໃຫ້ເຂົາເຈົ້າເສີມຂະຫຍາຍບົດບາດແມ່ນໜຶ່ງໃນບັນດາກໍາລັງຫຼັກແຫຼ່ງເພື່ອນໍາປະເທດບືນຕົວໄປໄກ.

ໂດຍ: ໄຊນີດາ