leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນມ

ຕາມເວັບໄຊ Nikkei Asia ແລ້ວ, ລະດັບການເຕີບໂຕ 8,02% ໃນປີ 2025 ແມ່ນລະດັບໄວສຸດຂອງເສດຖະກິດຫວຽດນາມ ໃນ 3 ປີມານີ້, ພ້ອມທັງນອນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕສູງສຸດໃນຮອບເວລາ 15 ປີ. Nikkei Asia ໃຫ້ຂໍ້ສັງເກດວ່າ ໝາກຜົນນີ້ຊີ້ໃຫ້ເຫັນພື້ນຖານເສດຖະກິດ ຫວຽດນາມ ຍັງຮັກສາຄວາມສາມາດຕ້ານທານໄດ້ເປັນຢ່າງດີ, ໃນຂະນະທີ່ປີ 2025 ແມ່ນປີທີ່ມີການຜັນແປຫຼາຍຢ່າງສຳລັບການຄ້າທົ່ວໂລກ, ພິເສດແມ່ນໃນສະພາບການ ອາເມລິກາ ຈັດວາງອັດຕາພາສີເພີ່ມເຕີມສຳລັບສິນຄ້ານຳເຂົ້າຈາກ ຫວຽດນາມ.      

ໃນບົດຂຽນກ່ຽວກັບເສດຖະກິດຫວຽດນາມ ປີ 2025, ວາລະສານ The Diplomat ເນັ້ນໜັກວ່າ ການສົ່ງອອກຂອງຫວຽດນາມ ໄປຍັງອາເມລິກາ ຍັງເພີ່ມຂຶ້ນ ໂດຍບໍ່ຫົວຊາຕໍ່ບັນຫາກ່ຽວກັບພາສີອາກອນນັ້ນ ໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ສຳຄັນຂອງຫວຽດນາມ ໃນລະບົບສະໜອງທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn