ນີ້ບໍ່ພຽງແຕ່ແມ່ນການສັງເຂບການກຳນົດທິດພັດທະນາຂອງປະເທດໃນໄລຍະຈະມາເຖິງເທົ່ານັ້ນ, ຫາກຍັງແມ່ນການເຕົ້າໂຮມເອົາຄຸນຄ່າຫຼັກແຫຼ່ງຂອງຈິນຕະນາການທາງດ້ານຍຸດທະສາດຫວຽດນາມ ໃນສະພາບການໂລກພວມຜັນປ່ຽນໄປຢ່າງເລິກເຊິ່ງ, ວ່ອງໄວ, ຍາກທີ່ຈະຄາດຄະເນໄດ້.

“ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມເຊື່ອໝັ້ນຕົນເອງ, ກ້າວເດີນຢ່າງໜັກແໜ້ນໃນສັງກາດໃໝ່ຂອງຊາດ” ໄດ້ສ່ອງແສງໃຫ້ເຫັນເຖິງລະບົບຄຸນຄ່າຫຼັກແຫຼ່ງ ແລະ ທິດນໍາໃນການຈັດຕັ້ງປະຕິບັດທີ່ພັກກອມມູນິດຫວຽດນາມ ວາງອອກເພື່ອນຳພາປະເທດຊາດກ້າວເຂົ້າສູ່ສັງກາດແຫ່ງການພັດທະນາໃໝ່ຢ່າງເປັນເຈົ້າການ, ມີຄວາມເຊື່ອໝັ້ນຕົນເອງ ແລະຍືນຍົງ.

ມີຄວາມເຊື່ອໝັ້ນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ເມື່ອຫວນຄືນການຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ ໃນອາຍຸການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ໃນນັ້ນມີຜົນສະທ້ອນຈາກພະຍາດໂຄວິດ-19, ຮອງສາດສະດາຈານ, ປອ. ຫວູແທັງເຮືອງ, ຮອງຫົວໜ້າພະແນກເສດຖະກິດ ແລະທຸລະກິດສາກົນ, ມະຫາວິທະຍາໄລເສດຖະກິດ, ຂຶ້ນກັບມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຖືວ່າ ຍ້ອນມີທ່າແຮງດ້ານກະສິກຳເປັນເສົາຄໍ້າ, ຫວຽດນາມ ຈຶ່ງໄດ້ເປັນເຈົ້າຕົນເອງດ້ານສະບຽງອາຫານ. ໄປຄຽງຄູ່ກັບການເສີມຂະຫຍາຍກໍາລັງໜູນເຕີບໂຕດ້ານອຸດສາຫະກຳ - ດ້ວຍບັນດາເຂດ, ກຸ່ມ, ຮາກຖານຜະລິດສິນຄ້າທີ່ຈຳເປັນຢູ່ບັນດາທ້ອງຖິ່ນ, ການເປັນເຈົ້າການໃນການສົ່ງອອກ... ຫວຽດນາມ ຈຶ່ງບັນລຸ “ເປົ້າໝາຍຄວບຄູ່” ຄື: ທັງສຸມໃສ່ປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ, ທັງຟື້ນຟູ ແລະພັດທະນາເສດຖະກິດຢ່າງວ່ອງໄວພາຍຫຼັງໂລກລະບາດ. ໝາກຜົນດັ່ງກ່າວໄດ້ຮັບການເນັ້ນໜັກຢູ່ໃນຮ່າງບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

“ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແມ່ນສາຍແນນທີ່ໂລ່ງລ່ຽນໃນຕະຫຼອດປະຫວັດສາດອັນສະຫງ່າງາມຂອງຊາດຫວຽດນາມ.”  ຮສຈ. ປອ ຫວູແທັງເຮືອງ ກ່າວວ່າ: “ຊົນຊາດຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ເພື່ອຍືນຍົງຄົງຕົວ, ພັດທະນາ ແລະບືນຕົວຂຶ້ນດ້ວຍເຈດຈໍານົງທີ່ໝັ້ນແກ່ນ ແລະຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

leftcenterrightdel
ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ທີ່​ຈະສະເໜີຕໍ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ ​ແມ່ນ​ຖືກຕ້ອງ ​ເມື່ອວາງໜ້າທີ່ແຖວໜ້າແມ່ນ​ "ກໍ່ສ້າງ ​ແລະ ປັບປຸງ​ລະບອບລະບຽບ​ການ​ພັດທະນາ​ປະ​ເທດ​ຊາດ ວ່ອງ​ໄວ ​ແລະຍືນ​ຍົງໃຫ້ສົມບູນແບບ". ພາບປະກອບ: baochinhphu.vn

ຕາມ ຮສຈ. ປອ ຫວູແທັງເຮືອງ ແລ້ວ, ໃນຍຸກແຫ່ງການເຊື່ອມໂຍງ, ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ  ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຄວນມີປັດໄຈສາກົນໃສ່ຕື່ມອີກ, ສະແດງໃຫ້ເຫັນຄຸນທາດອັນໜັກແໜ້ນ, ບືນຕົວຂຶ້ນໃນໂລກທີ່ເຕັມໄປດ້ວຍການຜັນປ່ຽນຫຼາຍຢ່າງ. "ປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ, ຂະແໜງອາຊີບຕ້ອງມີຈິນຕະນາການທົ່ວໂລກ, ມີຄຸນທາດໃນການເຊື່ອມໂຍງ... ແລະຕ້ອງມີຄວາມເຊື່ອໝັ້ນຕົນເອງ ເພື່ອສາມາດຮັບເອົາຄວາມຍອດຍິ່ງຂອງວັດທະນະທໍາໂລກ, ເພື່ອເປັນເຈົ້າການໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ເພື່ອພັດທະນາພື້ນຖານເສດຖະກິດຂອງປະເທດ".

ເປັນເຈົ້າຕົນເອງທາງດ້ານຍຸດທະສາດ

ຕໍ່ໜ້າສິ່ງທ້າທາຍທົ່ວໂລກທີ່ສືບຕໍ່ສົ່ງຜົນກະທົບທາງລົບຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງທຸກປະເທດ, ໃນນັ້ນມີຫວຽດນາມ, ຮ່າງບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ເນັ້ນໜັກເຖິງ: “ການເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມເຊື່ອໝັ້ນຕົນເອງ, ກ້າວເດີນຢ່າງໜັກແໜ້ນໃນສັງກາດໃໝ່ຂອງຊາດ”.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຕາມ ຮສຈ. ປອ ຫວູແທັງເຮືອງ ແລ້ວ,  ຄວນວາງອອກ ແລະແກ້ໄຂ 3 ເນື້ອໃນໃນອາຍຸການຕໍ່ໜ້າ: ການພັດທະນາກຳລັງຄວາມສາມາດຜະລິດຢູ່ພາຍໃນປະເທດ, ເປັນເຈົ້າການດ້ານເຕັກໂນໂລຊີ, ຍົກລະດັບຕ່ອງໂສ້ຄຸນຄ່າແມ່ນມີຄວາມໝາຍສຳຄັນຍິ່ງ, ເພາະວ່ານີ້ແມ່ນເສັ້ນທາງເພື່ອໃຫ້ພວກເຮົາສາມາດເຊື່ອມໂຍງໂດຍບໍ່ຂຶ້ນກັບປະເທດໃດ. ທີສອງ, ແມ່ນບັນຫາເປັນເຈົ້າການດ້ານເຕັກໂນໂລຊີ, ເພາະວ່າເຕັກໂນໂລຊີແມ່ນພື້ນຖານຂອງການປ່ຽນແປງໃໝ່ປະດິດຄິດສ້າງ. ເມື່ອພວກເຮົານໍາເອົາເຕັກໂນໂລຊີ, ເອົາການປ່ຽນແປງໃໝ່ປະດິດຄິດສ້າງເຂົ້າໃນການຜະລິດຜະລິດຕະພັນ ນັ້ນ, ມູນຄ່າເພີ່ມຂອງຜະລິດຕະພັນທີ່ພວກເຮົານໍາອອກສູ່ຕະຫຼາດໂລກ ຈຶ່ງເພີ່ມຂຶ້ນ, ຈາກນັ້ນກໍາໄລຈຶ່ງເພີ່ມຂຶ້ນ, ຍົກສູງລາຍຮັບຂອງຜູ້ອອກແຮງງານທີ່ເຂົ້າຮ່ວມໃນຂົງເຂດສົ່ງອອກ. ທີສາມແມ່ນຍົກລະດັບລະບົບຕ່ອງໂສ້ມູນຄ່າ, ມັນບໍ່ພຽງແຕ່ແມ່ນການກ້າວໄປສູ່ຂັ້ນຕອນໃດໜຶ່ງຂອງລະບົບຕ່ອງໂສ້ມູນຄ່າເທົ່ານັັ້ນ; ຫາກມັນຍັງກ່ຽວຂ້ອງເຖິງການດັດແປງຮູບແບບການເຕີບໂຕຂອງພວກເຮົາ ອີກດ້ວຍ... "

ເພື່ອຍົກສູງກໍາລັງຄວາມສາມາດເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ ແລະປະສິດທິຜົນການເຊື່ອມໂຍງດ້ານເສດຖະກິດສາກົນ, ນັກຊ່ຽວຊານດ້ານເສດຖະກິດ, ປອ ເລຢຸຍບິ່ງ ໄດ້ເນັ້ນໜັກເຖິງຄວາມຈໍາເປັນຕ້ອງຍົກສູງກໍາລັງຄວາມສາມາດ “ເປັນເຈົ້າຕົນເອງ” ໃນທຸກຂະແໜງການ, ນັບແຕ່ອຸດສາຫະກຳ, ກະສິກຳ, ການບໍລິການຕະຫຼອດຮອດວິສາຫະກິດແຕ່ລະແຫ່ງ ແລະປະຊາຊົນແຕ່ລະຄົນ; ເພື່ອໃຫ້ປະຊາຊົນເປັນໃຈກາງ ແລະວິສາຫະກິດເອກະຊົນຕ້ອງກາຍເປັນກຳລັງໜູນສຳຄັນທີ່ສຸດຢ່າງແທ້ຈິງ… ໄປຄຽງຄູ່ກັນນັ້ນແມ່ນການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ມີພຽງແຕ່ແນວນັ້ນ, ປະເທດ ຈຶ່ງຈະເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕໍ່ທຸກການຜັນປ່ຽນຈາກພາຍນອກ.

ໃນເສດຖະກິດມະຫາພາກ, ຄວນເອົາໃຈໃສ່ເຖິງນະໂຍບາຍເງິນຕາ. ພວກເຮົາຕ້ອງເປັນເອກະລາດ ແລະເປັນເຈົ້າຕົນເອງໃນນະໂຍບາຍເງິນຕາ; ຕ້ອງຍົກສູງທີ່ຕັ້ງຂອງເງິນຕາຫວຽດນາມ ແລະຫັນເງິນຕາຫວຽດນາມ ເປັນສາກົນໃນລະດັບໃດໜຶ່ງ. ສິ່ງດັ່ງກ່າວຍັງເປັນການຍົກສູງທີ່ຕັ້ງຂອງພື້ນຖານເສດຖະກິດຫວຽດນາມ ອີກດ້ວຍ.

ໂດຍ: ທູຈາງ