ເວທີເສດຖະກິດສະວິດ-ຫວຽດນາມ ມີຄວາມເຊື່ອມໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
ກປ.ອອນໄລ - ທ່ານນາງ Rachel Nguyen Isenschmid ມີຄວາມຫວັງສູງສຸດຕໍ່ນະໂຍບາຍຊີ້ຂາດໃນການຊຸກຍູ້ການປ່ຽນແປງໃໝ່ຮູບແບບການເຕີບໂຕໂດຍອີງໃສ່ວິທະຍາສາດ ແລະເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ.
ໃນການໃຫ້ສໍາພາດຕໍ່ນັກຂ່າວ ຫວ່າງແລ້ວນີ້ທີ່ສະວິດ, ທ່ານນາງ Rachel Nguyen Isenschmid ເລຂາທິການໃຫຍ່ເວທີເສດຖະກິດສະວິດ-ຫວຽດນາມ (SVEF) ຢືນຢັນວ່າ SVEF ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຫວັງວ່າກອງປະຊຸມໃຫຍ່ຂອງພັກ ຈະຍົກອອກບັນດານະໂຍບາຍຊີ້ຂາດທີ່ມີລັກສະນະບຸກທະລຸ, ມີວິໄສທັດໄລຍະຍາວ ແລະຄວາມເປັນໄປໄດ້ສູງ, ເພື່ອຫັນຄວາມຄາດຫວັງຫວຽດນາມ ທີ່ເຂັ້ມແຂງແຮງກ້າໃນປີ 2045 ໃຫ້ປະກົດຜົນເປັນຈິງ.
ທ່ານນາງ ມີຄວາມຫວັງທີ່ສຸດເຂົ້າບັນດານະໂຍບາຍຊີ້ຂາດຊຸກຍູ້ການປ່ຽນແປງໃໝ່ຮູບແບບເຕີບໂຕໂດຍອີງໃສ່ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ. ສິ່ງເຫຼົ່ານີ້ຮຽກຮ້ອງການປະຕິຮູບກົນໄກ, ສ້າງການທົດລອງນະໂຍບາຍ, ສົ່ງເສີມພາກເອກະຊົນພັດທະນາ, ສ້າງຕັ້ງບັນດາວິສາຫະກິດຊັກນໍາທີ່ມີຄວາມສາມາດແກ່ງແຍ້ງໃນພາກພື້ນ ແລະທົ່ວໂລກຢ່າງແຂງແຮງ.
    |
 |
|
ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ XI. ພາບ: ສໍານັກຂ່າວສານຫວຽດນາມ |
ຄຽງຂ້າງກັນນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຄາດວ່າຈະກໍານົດຍຸດທະສາດການພັດທະນາແບບຍືນຍົງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ຢ່າງຈະແຈ້ງກວ່າ, ສະໜິດຕິດພັນການເຕີບໂຕເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ, ຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຮັບປະກັນສະຫວັດດີການສັງຄົມ.
SVEF ຫວັງວ່າບັນດານະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຈະສືບຕໍ່ເສີມຂະຫຍາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງຄຸນນະພາບການຮ່ວມມືສາກົນ, ໝູນໃຊ້ຢ່າງມີປະສິດທິຜົນບັນດາການພົວພັນຄູ່ຮ່ວມມືຍຸດທະສາດ, ຜ່ານນັ້ນ ນໍາຫວຽດນາມ ຈາກພື້ນຖານເສດຖະກິດພວມພັດທະນາ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ອິດທິພົນຊື່ສຽງ ແລະບົດບາດນັບມື້ນັບໃຫຍ່ຫຼວງບົນເວທີສາກົນໃນປີ 2045.
ໂດຍ: ໄຊນີດາ