ປັດໄຈທີ່ຊ່ວຍໃຫ້ຫວຽດນາມ ຮັກສາການເຕີບໂຕທີ່ໝັ້ນຄົງ
ກປ.ອອນໄລ - ຫວຽດນາມຮັກສາສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ ແລະບັນລຸໄດ້ໝາກຜົນການພັດທະນາຢ່າງຕັ້ງໜ້າ, ສະແດງໃຫ້ເຫັນເຖິງຄວາມສາມາດໃນການບໍລິຫານທີ່ມີປະສິດທິຜົນ ແລະຄວາມສາມາດໃນການຮັບມືຂອງລະບົບການເມືອງຂອງປະເທດ.
ນັ້ນແມ່ນການຕີລາຄາຂອງທ່ານ Marcelo Rodriguez, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດອາກຊັງຕິນ, ຫົວໜ້າສູນຄົ້ນຄວ້າລັດທິ Marx (CEFMA) ຂຶ້ນກັບພັກກອມມູນິດອາກຊັງຕິນ.
    |
 |
|
ທ່ານ Marcelo Rodriguez, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດອາກຊັງຕິນ, ຕອບຄຳຖາມຂອງນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ Rodriguez, ໜຶ່ງໃນບັນດາຈຸດເດັ່ນຂອງຫວຽດນາມ ແມ່ນການສົ່ງເສີມຢ່າງແຂງແຮງຂອງກຳລັງແຮງພາຍໃນ, ຊຸກຍູ້ວິວັດການປ່ຽນແປງໃໝ່ ແລະການຫັນປ່ຽນຢ່າງເລິກເຊິ່ງໃນການຈັດຕັ້ງກົງຈັກຂອງລະບົບການເມືອງ.
ທ່ານ Rodriguez ໄດ້ຕີລາຄາສູງຕໍ່ນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນຂອງ ຫວຽດນາມ ເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ເຊິ່ງຊ່ວຍໃຫ້ ຫວຽດນາມ ທັງປັບປຸງການພັດທະນາພາຍໃນໂດຍອີງໃສ່ເສົາຄໍ້າເສດຖະກິດ-ສັງຄົມ ແລະອຸດສາຫະກໍາ, ທັງຮັບມືເຂົ້າກັບການປ່ຽນແປງຂອງສະພາບການສາກົນຢ່າງໄຫວພິບເທົ່ານັ້ນ, ແຕ່ຍັງຮັກສາຫຼັກການ, ເອກະລັກສະເພາະ ແລະບຸລິມະສິດຍຸດທະສາດຂອງຕົນຢ່າງໝັ້ນຄົງ. ສະຖຽນລະພາບທາງດ້ານການເມືອງ ແລະສັງຄົມແມ່ນປັດໄຈຫຼັກທີ່ຊ່ວຍໃຫ້ຫວຽດນາມ ຮັກສາລະດັບສະເໝີຕົ້ນສະເໝີປາຍໃນການພັດທະນາທີ່ບໍ່ມີຫຼາຍປະເທດບັນລຸໄດ້.
ທ່ານຍັງຢືນຢັນວ່າ ດ້ວຍຄວາມເຄົາລົບນັບຖືຕໍ່ວິລະຊົນຂອງຊາດຫວຽດນາມ ແລະບົດບາດທາງປະຫວັດສາດຂອງພັກກອມມູນິດຫວຽດນາມ, CEFMA ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳ ອາກຊັງຕິນ ເພື່ອຈັດກອງປະຊຸມສໍາມະນາຫົວເລື່ອງ, ພ້ອມທັງ ພິມຈໍາໜ່າຍສື່ສິ່ງພິມພິເສດກ່ຽວກັບສາຍພົວພັນອາກຊັງຕິນ-ຫວຽດນາມ ແລະບົດປະກອບຄໍາເຫັນໃນການເຄື່ອນໄຫວລະນຶກເຖິງປະທານໂຮ່ຈີມິນ ໂດຍພັກກອມມູນິດອາກຊັງຕິນ ຈັດຕັ້ງ.
ຕາມທ່ານ Rodriguez, ພັກກອມມູນິດທັງສອງກຳລັງພັດທະນາແຜນການທີ່ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວແລກປ່ຽນ, ການພົບປະແລກປ່ຽນ ແລະຄົ້ນຄວ້າລວມໃນປີ 2026.
ໂດຍ: ໄຊນີດາ