ຍູ້ແຮງການຮ່ວມມື, ນໍາການພົວພັນຫວຽດນາມ-ນອກແວ ຂຶ້ນສູ່ລະດັບສູງໃໝ່
ກປ.ອອນໄລ - ສອງຝ່າຍຄວນຂຸດຄົ້ນທ່າແຮງຢ່າງສຸດຂີດ ແລະຄວາມຕ້ອງການຂອງກັນ, ເປີດກາລະໂອກາດຮ່ວມມືໃໝ່ໃນບັນດາຂົງເຂດຫັນເປັນສີຂຽວ, ເສດຖະກິດໝູນວຽນ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ວັນທີ 8 ມັງກອນ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານນາງ Hilde Solbakken ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກນອກແວ ປະຈໍາຫວຽດນາມ, ເພື່ອແລກປ່ຽນກ່ຽວກັບທິດທາງ, ມາດຕະການຊຸກຍູ້ການຮ່ວມມືສອງຝ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (25-11-1971 / 25-11-2026).
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ກວາງຮວ່າ |
ທີ່ການຕ້ອນຮັບ, ທ່່ານນາງ ເລທິທູຮ່ັງ ຖືວ່າສອງຝ່າຍຕ້ອງຂຸດຄົ້ນທ່າແຮງຢ່າງສຸດຂີດ ແລະຄວາມຕ້ອງການຂອງກັນ, ເປີດກາລະໂອກາດຮ່ວມມືໃໝ່ໃນບັນດາຂົງເຂດຫັນເປັນສີຂຽວ, ເສດຖະກິດໝູນວຽນ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ສົມທົບກັນຈັດຕ້ັງບັນດາເຫດການໂຄສະນາກ່ຽວກັບວັດທະນະທໍາ, ອາຫານການກິນ, ເວທີປາໄສວິສາຫະກິດ ແລະກອງປະຊຸມສໍາມະນາຫົວຂໍ້ສະເພາະ ຢູ່ບັນດານະຄອນໃຫຍ່ຂອງທັງສອງຝ່າຍ...
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາງ ເລທິທູຮ່ັງ ສະເໜີຝ່າຍນອກແວ ຊຸກຍູ້ປະຕິບັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ກັບສະຫະສະມາຄົມການຄ້າເສລີເອີລົບ (ກຸ່ມ EFTA) ໃຫ້ສໍາເລັດໂດຍໄວ. ພ້ອມທັງ, ສົ່ງເສີມບັນດາກອງທຶນລົງທຶນ ແລະວິສາຫະກິດນອກແວ ເພີ່ມທະວີການລົງທຶນເຂົ້າຫວຽດນາມ; ສືບຕໍ່ໜູນຊ່ວຍຫວຽດນາມ ໃນການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຫັນປ່ຽນພະລັງງານໃຫ້ມີຄວາມຍຸຕິທໍາ (JETP)...
ສ່ວນທ່ານນາງ Hilde Solbakken ໄດ້ຢືນຢັນວ່າ ນອກແວ ປາດຖະໜາຢາກຍູ້ແຮງການຮ່ວມມື, ນໍາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານນາງເອກອັກຄະລັດຖະທູດ ສະເໜີສອງຝ່າຍເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີຫຼາຍຝ່າຍ; ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ກໍາແໜ້ນ ແລະຍາດແຍ່ງກາລະໂອກາດຮ່ວມມືກ່ຽວກັບການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງ.
ໂດຍ: ໄຊນີດາ