ຫວຽດນາມ ແລະກູບາ ໄດ້ກຳນົດເອົາປີ 2025 ແມ່ນ “ປີມິດຕະພາບຫວຽດນາມ-ກູບາ”, ແມ່ນວັນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-12-1960 / 2-12-2025) - ເປັນຂີດໝາຍປະຫວັດສາດທີ່ມີຄວາມໝາຍພິເສດ, ຢືນຢັນສາຍພົວພັນສາມັກຄີທີ່ສັດຊື່ບໍລິສຸດ ແລະຫາຍາກໃນການພົວພັນສາກົນ. ໂດຍປະຕິບັດຕາມການຊີ້ນໍາຂອງພັກ, ລັດ ແລະຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສູນກາງສະພາກາແດງຫວຽດນາມ ໄດ້ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະອົງການທີ່ກ່ຽວຂ້ອງຜັນຂະຫຍາຍລາຍການປຸກລະດົມຂົນຂວາຍການສະໜັບສະໜູນປະຊາຊົນກູບາ ດ້ວຍຫົວຂໍ້ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ”.
ລາຍການດັ່ງກ່າວໄດ້ຈັດຕັ້ງເປັນເວລາ 65 ວັນ (ແຕ່ວັນທີ 13 ສິງຫາ ຫາວັນທີ 16 ຕຸລາ 2025), ດ້ວຍເປົ້າໝາຍປຸກລະດົມເງິນຊ່ວຍເຫຼືອໃຫ້ໄດ້ຢ່າງໜ້ອຍສຸດແມ່ນ 65 ຕື້ດົ່ງ ແນໃສ່ໜູນຊ່ວຍປະຊາຊົນກູບາ ແກ້ໄຂຄວາມຫຍຸ້ງຍາກຍ້ອນຜົນກະທົບແກ່ຍາວຂອງພະຍາດໂຄວິດ-19, ໄພທໍາມະຊາດ, ໂລກລະບາດ ແລະນະໂຍບາຍປິດລ້ອມ, ຂວ້ຳບາດ, ຜ່ານນັ້ນຢືນຢັນນ້ຳໃຈສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ.
    |
 |
|
ທ່ານ ໂຮ່ກວ໊ກຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ມອບສັນຍາລັກຈຳນວນເງິນຮອບທີ 2 ລາຍການປຸກລະດົມຂົນຂວາຍການສະໜັບສະໜູນປະຊາຊົນກູບາ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ” ໃຫ້ແກ່ທ່ານ Sal-vador Valdes Mesa ຮອງປະທານປະເທດ ກູບາ ໂດຍສະພາກາແດງຫວຽດນາມ ຈັດຕັ້ງຂຶ້ນ ພາບ: ສໍານັກຂ່າວສານຫວຽດນາມ |
ການປຸກລະດົມບັນລຸສະຖິຕິໃນເວລາສັ້ນໆ
ຜົນການປະຕິບັດສະແດງໃຫ້ເຫັນວ່າ, ລາຍການໄດ້ສ້າງການແຜ່ຂະຫຍາຍພິເສດໃນທົ່ວສັງຄົມ. ພາຍຫຼັງເກືອບ 3 ວັນ, ລາຍການໄດ້ຮັບການໂອນເງິນສະໜັບສະໜູນເກືອບ 1 ລ້ານເທື່ອດ້ວຍມູນຄ່າກວ່າ 195 ຕື້ດົ່ງ, ພາຍຫຼັງກວ່າ 3 ອາທິດ, ຈຳນວນໂອນເງິນສະໜັບສະໜູນ ໄດ້ລື່ນກາຍ 2 ລ້ານເທື່ອ, ດ້ວຍມູນຄ່າກວ່າ 400 ຕື້ດົ່ງ.
ໄລ່ຮອດມື້ສຸດທ້າຍຂອງການປຸກລະດົມ (ວັນທີ 25 ຕຸລາ 2025), ໄດ້ຮັບເງິນສະໜັບສະໜູນທັງໝົດກວ່າ 657 ຕື້ດົ່ງ, ພ້ອມດ້ວຍເງິນຕາຕ່າງປະເທດ 500 ໂດລາສະຫະລັດ, ດ້ວຍການໂອນເງິນສະໜັບສະໜູນກວ່າ 2,1 ລ້ານເທື່ອ, ລື່ນກາຍເປົ້າໝາຍ 10 ເທົ່າ. ນີ້ແມ່ນຄັ້ງທຳອິດທີ່ລາຍການປຸກລະດົມຂົນຂວາຍມະນຸດສະທຳຕ່າງປະເທດຂອງສະພາກາແດງຫວຽດນາມ ໄດ້ຮັບການໂອນເງິນສະໜັບສະໜູນນັບລ້ານເທື່ອ ແລະໄດ້ຮັບເງິນຫຼາຍຮ້ອຍຕື້ດົ່ງໃນໄລຍະເວລາອັນສັ້ນ.
ລາຍການໄດ້ຮັບການຕອບສະໜອງຢ່າງເລິກເຊິ່ງກວ້າງຂວາງຈາກບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ, ວິສາຫະກິດ ແລະປະຊາຊົນທຸກຊັ້ນຄົນເປັນຈຳນວນຫຼວງຫຼາຍ. ຫຼາຍອົງການສູນກາງ, ຄື: ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ຫ້ອງວ່າການນາຍົກລັດຖະມົນຕີ, ສຳນັກຂ່າວສານຫວຽດນາມ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ພ້ອມກັບຫຼາຍແຂວງ, ນະຄອນ, ຫົວໜ່ວຍໄດ້ເປັນເຈົ້າການປະກາດໃຊ້ເອກະສານຊີ້ນໍາ, ຈັດຕັ້ງການປຸກລະດົມຂົນຂວາຍຢູ່ໃນລະບົບ.
ມີຫຼາຍຮູບການປະດິດສ້າງໄດ້ຮັບການຜັນຂະຫຍາຍ, ຄື: ຈັດຕັ້ງລາຍການສະແດງສິລະປະ, ການຂົນຂວາຍປະດິດແຕ່ງບົດເພງ, ການເປີດຮັບບໍລິຈາກຢູ່ສະໜາມກິລາ, ເຂດອຸດສາຫະກໍາ, ໂຮງຮຽນ… ເປັນໜ້າເອົາໃຈໃສ່, ການປຸກລະດົມຂົນຂວາຍປະດິດແຕ່ງບົດເພງດ້ວຍຫົວຂໍ້ “ຫວຽດນາມ-ກູບາ, ບົດເພງສາມັກຄີ, ມິດຕະພາບຕະຫຼອດໄປ” ມີຜົນງານເພງສົ່ງມາທັງໝົດ 140 ເພງ, ປະກອບສ່ວນແຜ່ຂະຫຍາຍສານມະນຸດສະທຳຂອງລາຍການຢ່າງແຂງແຮງ.
ວຽກງານສື່ມວນຊົນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນຫຼາຍລະບົບ. ລະບົບດີຈີຕອນຂອງສະພາກາແດງຫວຽດນາມ ມີຄົນເຂົ້າເຖິງ ກວ່າ 6,1 ລ້ານເທື່ອ, ເຂົ້າເບິ່ງ 30 ລ້ານເທື່ອ ແລະມີການພົວພັນຕອບກັບ 800.000 ເທື່ອ, ໄດ້ສ້າງການແຜ່ຂະຫຍາຍຢ່າງແຂງແຮງໃນສັງຄົມ.
ສື່ມວນຊົນກູບາ ແລະສາກົນ ໄດ້ອອກຂ່າວຢ່າງໜາແໜ້ນກ່ຽວກັບລາຍການ. ບັນດາອົງການສື່ມວນຊົນໃຫຍ່ຂອງກູບາ, ຄື: Granma, Prensa Latina, ໂທລະພາບກູບາ ແລະອົງການສື່ມວນຊົນສາກົນຈຳນວນໜຶ່ງ, ໃນນັ້ນມີ The New York Times, ກໍ່ໄດ້ສ່ອງແສງຢ່າງກວ້າງຂວາງເຖິງຄວາມໝາຍ ແລະໝາກຜົນຂອງການປຸກລະດົມຂົນຂວາຍໃນຄັ້ງນີ້.
ມອບແຫຼ່ງກໍາລັງທັນເວລາ ແລະສະຫງ່າຜ່າເຜີຍ
ໂດຍປະຕິບັດຕາມການຊີ້ນໍາຂອງການນຳພັກ, ລັດ, ສະພາກາແດງສູນກາງຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອມອບແຫຼ່ງກຳລັງໜູນຊ່ວຍດັ່ງກ່າວໃຫ້ປະຊາຊົນກູບາ ຢ່າງທັນການ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Miguel Diaz-Canel Bermudez ເລຂາຜູ້ທີໜຶ່ງ, ປະທານປະເທດ ກູບາ ເປັນສັກຂີພິຍານພິທີມອບ-ຮັບຂອງຂວັນຮອບທີ 1 ຈຳນວນ 385 ຕື້ດົ່ງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ແກ່ປະຊາຊົນກູບາ. ພາບ: ສໍານັກຂ່າວສານຫວຽດນາມ |
ວັນທີ 1 ກັນຍາ 2025, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Miguel Diaz-Canel Bermudez ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ກູບາ, ທ່ານ ໂດ໋ວັນຈ໊ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດຫວຽດນາມ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນມອບເງິນໜູນຊ່ວຍຮອບທຳອິດທີ່ມີມູນຄ່າເກືອບ 384,2 ຕື້ດົ່ງໃຫ້ກູບາ.
ວັນທີ 2 ທັນວາ 2025, ໃນຂອບເຂດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກູບາ ຢູ່ກູບາ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສືບຕໍ່ມອບເງິນໜູນຊ່ວຍຮອບສຸດທ້າຍດ້ວຍມູນຄ່າ 272,5 ຕື້ດົ່ງ ແລະ 500 ໂດລາສະຫະລັດໃຫ້ກູບາ. ຂອງຂວັນທີ່ມີຄວາມໝາຍໄດ້ຮັບການມອບໃຫ້ຢ່າງຈິງໃຈ, ສະແດງໃຫ້ເຫັນນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ.
ລາຍການປຸກລະດົມຂົນຂວາຍການສະໜັບສະໜູນປະຊາຊົນກູບາ ກໍ່ໄດ້ເອົາເຂົ້າໃນຖະແຫຼງການຮ່ວມຂອງການນຳຂັ້ນສູງສອງປະເທດ, ເປັນການຮັບຮູ້ອາລົມຈິດ, ການແບ່ງປັນຂອງປະຊາຊົນຫວຽດນາມ ທີ່ມີຕໍ່ ກູບາ ໃນໄລຍະປະສົບກັບຄວາມຫຍຸ້ງຍາກ.
ເມື່ອຕີລາຄາລວມໄດ້ໃຫ້ເຫັນວ່າ, ລາຍການ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ” ບໍ່ພຽງແຕ່ແມ່ນການຂົນຂວາຍມະນຸດສະທຳຂະໜາດໃຫຍ່ເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວດ້ານການເມືອງ-ສັງຄົມທີ່ມີການແຜ່ຂະຫຍາຍພິເສດ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງນະໂຍບາຍການພົວພັນຕ່າງປະເທດມະນຸດສະທໍາ, ສັດຊື່ບໍລິສຸດຂອງຫວຽດນາມ ຕໍ່ກູບາ.
ຜົນສຳເລັດຂອງລາຍການສືບຕໍ່ຢືນຢັນບົດບາດຫຼັກແຫຼ່ງ, ອິດທິພົນຊື່ສຽງ ແລະກໍາລັງຄວາມສາມາດໃນການປຸກລະດົມ, ປະສານງານຢ່າງໂປ່ງໃສຂອງສະພາກາແດງຫວຽດນາມ ໃນວຽກງານມະນຸດສະທຳຕ່າງປະເທດ; ພ້ອມທັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີແຫ່ງຊາດ, ສາຍຈິດມິດໃຈ ແລະຄວາມຮັບຜິດຊອບສາກົນຂອງປະຊາຊົນຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງ ແລະເຮັດໃຫ້ການພົວພັນມິດຕະພາບແບບພິເສດ ຫວຽດນາມ-ກູບາ ເລິກເຊິ່ງຂຶ້ນກວ່າອີກໃນໄລຍະໃໝ່.
ໂດຍ: ເຈິ່ນຮວ່ຽນ