ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດຫວຽດນາມ (6 ມັງກອນ 1946 / 6 ມັງກອນ 2026), ນັກຂ່າວຫວຽດນາມ ຢູ່ນິວເດລີ ໄດ້ແລກປ່ຽນກັບທ່ານ SD Pradhan ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ, ເພື່ອແນໃສ່ຍົກອອກມູມມອງສາກົນກ່ຽວກັບຂະບວນວິວັດການພັດທະນາຂອງສະພາແຫ່ງຊາດຫວຽດນາມ, ບົດບາດໃນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ, ກໍ່ຄືການປະກອບສ່ວນນັບມື້ນັບມີຄວາມສໍາຄັນຂອງສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ ຕໍ່ສະຖຽນລະພາບດ້ານການເມືອງ, ການບໍລິຫານແຫ່ງຊາດ ແລະເປົ້າໝາຍພັດທະນາແບບຍືນຍົງໃນສະພາບແວດລ້ອມຂອງໂລກທີ່ມີການຜັນແປຫຼາຍຢ່າງ.

ຕາມທ່ານ Pradhan ແລ້ວ, ໄລຍະທາງ 80 ປີແຫ່ງການພັດທະນາຂອງສະພາແຫ່ງຊາດຫວຽດນາມ ມີຄວາມໝາຍທາງປະຫວັດສາດ ແລະລະບອບລະບຽບການຢ່າງເລິກເຊິ່ງ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຂະບວນວິວັດການເຕີບໃຫຍ່ຂອງຫວຽດນາມ ໃນການສ້າງລັດ, ການບໍລິຫານແຫ່ງຊາດ ແລະການປະຕິບັດອຳນາດອະທິປະໄຕຂອງປະຊາຊົນ.

leftcenterrightdel
ວາລະເປີດກອງປະຊຸມ ສະພາແຫ່ງຊາດ ຊຸດທີ XV. ພາບ: ສໍານັກຂ່າວສານຫວຽດນາມ

ສະພາແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1946 ຜ່ານການເລືອກຕັ້ງທົ່ວປະເທດ, ສະພາແຫ່ງຊາດໄດ້ສ້າງພື້ນຖານລັດຖະທຳມະນູນໃຫ້ລັດຫວຽດນາມ ໃນສະພາບແວດລ້ອມແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະໂຮມປະເທດເປັນເອກະພາບ.

ພິເສດແມ່ນຕັ້ງແຕ່ພາຍຫຼັງພາລະກິດການປ່ຽນແປງໃໝ່ (1986), ສະພາແຫ່ງຊາດ ໄດ້ຫັນປ່ຽນຈາກອົງກອນທີ່ມີລັກສະນະປະຕິວັດໄປສູ່ອົງການສູນກາງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ໂດຍມີບົດບາດນັບມື້ນັບເປີດກ້ວາງໃນການສ້າງກົດໝາຍ, ການຕິດຕາມກວດກາ, ແລະການຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ.

ລະດັບຄວາມເປັນມືອາຊີບໄດ້ຮັບການຍົກສູງຂຶ້ນ, ກໍາລັງຄວາມສາມາດໃນການສ້າງກົດໝາຍໄດ້ຮັບການປັບປຸງ ແລະປະສິດທິຜົນຂອງການຕິດຕາມກວດກາຕໍ່ກັບອົງການບໍລິຫານໄດ້ຮັບການເພີ່ມທະວີ, ສະແດງໃຫ້ເຫັນເຖິງການປັບຕົວຢ່າງມີໄຫວພິບ, ພຶດຕິກຳຕົວຈິງຂອງຫວຽດນາມ ໃນການປັບປຸງລະບຽບການບໍລິຫານຢ່າງສົມບູນ ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ.

ສະພາແຫ່ງຊາດ ຍັງສວມບົດບາດສຳຄັນໃນການຮັບປະກັນສິດເປັນເຈົ້າຂອງປະຊາຊົນຜ່ານການຊຸກຍູ້ການເຂົ້າຮ່ວມຂອງປະຊາຊົນ, ຍົກສູງລັກສະນະເປັນຕົວແທນ ແລະປົກປ້ອງສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງໃນຂອບເຂດຂອງສັງຄົມນິຍົມ.

ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ, ເລື່ອງສະພາແຫ່ງຊາດຕັ້ງໜ້າເຂົ້າຮ່ວມໃນການທູດລັດຖະສະພາ ແລະການໃຫ້ສັດຕະຍາບັນສົນທິສັນຍາສາກົນໄດ້ປະກອບສ່ວນເຂົ້າໃນການຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ.

ໂດຍລວມແລ້ວ, ການພັດທະນາຂອງສະພາແຫ່ງຊາດ ສະທ້ອນໃຫ້ເຫັນເຖິງຂະບວນການທີ່ເຕີບໃຫຍ່ຂອງອົງການນີ້, ພ້ອມທັງສະໜອງຮູບແບບການທາບທາມສາກົນກ່ຽວກັບລັດສັງຄົມນິຍົມທີ່ມີການປະສົມປະສານກັນຢ່າງກົມກຽວລະຫວ່າງສະຖຽນລະພາບທາງດ້ານການເມືອງ, ອຳນາດນິຕິບັນຍັດ ແລະການເປັນຕົວແທນຂອງປະຊາຊົນ.

ເມື່ອແລກປ່ຽນກ່ຽວກັບການເລືອກຕັ້ງທົ່ວປະເທດ ແລະການເລືອກຕັ້ງສະພາປະຊາຊົນ ທຸກຂັ້ນ ເຊິ່ງຄາດວ່າຈະດໍາເນີນໃນເດືອນມີນາ 2026 ນີ້, ທ່ານ Pradhan ໄດ້ຕີລາຄາວ່າ ສິ່ງນີ້ເປັນປັດໄຈສຳຄັນໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຍົກສູງປະສິດທິຜົນການບໍລິຫານ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ພິເສດແມ່ນໃນສະພາບແວດລ້ອມສາກົນມີການຜັນປ່ຽນ.

ເລື່ອງຈັດການເລືອກຕັ້ງປົກກະຕິ ແລະພ້ອມກັນທັງໃນລະດັບສູນກາງ ແລະທ້ອງຖິ່ນໄດ້ປະກອບສ່ວນເຂົ້າໃນການເປັນເອກະພາບຂອງອຳນາດການປົກຄອງ, ຍົກສູງການສົມທົບນະໂຍບາຍ ແລະກຳລັງຄວາມສາມາດໃນການບໍລິຫານ, ພ້ອມທັງຢືນຢັນຫຼັກການສິດເປັນເຈົ້າຂອງປະຊາຊົນຜ່ານການມີສ່ວນຮ່ວມຂອງຜູ້ມີສິດເລືອກຕັ້ງຢ່າງກວ້າງຂວາງ.

ຈາກແງ່ມູມປຽບທຽບສາກົນ, ທ່ານ Pradhan ຖືວ່າ ບົດບາດນັບມື້ນັບສໍາຄັນຂອງສະພາແຫ່ງຊາດ ແລະສະພາປະຊາຊົນ ໄດ້ສ່ອງແສງໃຫ້ເຫັນເຖິງທ່າອ່ຽງລວມຂອງບັນດາປະເທດທີ່ພັດທະນາຢ່າງມີປະສິດທິຜົນ, ບ່ອນທີ່ບັນດາອົງການຕົວແທນຍົກສູງຄຸນນະພາບການບໍລິຫານ ແຕ່ກໍຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງ.

ການເປີດກວ້າງບົດບາດຂອງນິຕິບັນຍັດຊ່ວຍຍົກສູງຄຸນນະພາບຂອງກົດໝາຍ, ເພີ່ມລັກສະນະຄາດຄະເນນະໂຍບາຍ ແລະສອດຄ່ອງກັບມາດຕະຖານສາກົນ, ຜ່ານນັ້ນ ສະໜັບສະໜູນການຫັນເປັນທັນສະໄໝທາງດ້ານເສດຖະກິດ ແລະການເຊື່ອມໂຍງເຂົ້າກັບສາກົນ.

ທ່ານ Pradhan ຊີ້ແຈ້ງໃຫ້ເຫັນວ່າ ການເຄື່ອນໄຫວຕິດຕາມກວດກາອໍານາດໄດ້ຮັບການເພີ່ມທະວີ,  ປະກອບສ່ວນເຂົ້າໃນການຍົກສູງຄວາມຮັບຜິດຊອບອະພິບາຍ ແລະລະບຽບວິໄນດ້ານການບໍລິຫານ, ເຊິ່ງເປັນປັດໄຈຫຼັກແຫຼ່ງເພື່ອຜັນຂະຫຍາຍບັນດາຍຸດທະສາດພັດທະນາຢ່າງມີປະສິດທິຜົນ.

ຢູ່ຂັ້ນທ້ອງຖິ່ນ, ສະພາປະຊາຊົນ ໄດ້ຍົກສູງການຕອບສະໜອງຂອງນະໂຍບາຍ, ເພີ່ມທະວີການສົມທົບກັນໃນການຈັດຕັ້ງປະຕິບັດ, ຫັນປ່ຽນເປົ້າໝາຍແຫ່ງຊາດໃຫ້ເປັນໝາກຜົນທີ່ລະອຽດ, ໃກ້ຊິດຕິດແທດກັບສະພາບການຕົວຈິງ.

ເມື່ອເບິ່ງລວມແລ້ວ, ການປັບປຸງບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນ ໄດ້ສ້າງພື້ນຖານທີ່ສຳຄັນຊ່ວຍໃຫ້ຫວຽດນາມ ປະຕິບັດສຳເລັດເປົ້າໝາຍເຖິງປີ 2030  ແລະຫັນວິໄສທັດ ປີ 2045 ໃຫ້ປະກົດຜົນເປັນຈິງ, ຜ່ານການບໍລິຫານອີງໃສ່ອຳນາດນິຕິບັນຍັດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະຮັບປະກັນລັກສະນະຕໍ່ເນື່ອງ, ສະຖຽນລະພາບຂອງນະໂຍບາຍໃນໄລຍະຍາວ.

ໂດຍ: ຈາງຫງວຽນ