leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ລາຍງານທີ່ກອງປະຊຸມ, ທ່ານ ຫວູຈຽນທັງ, ຮອງລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ, ປີ 2025, ທາງກະຊວງໄດ້ຜັນຂະຫຍາຍຫຼາຍໜ້າທີ່ສຳຄັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ.

ກ່ຽວກັບສິດອອກແຮງງານ ແລະ ວຽກເຮັດງານທຳ, ທ່ານ ຫວູຈຽນທັງ, ເນັ້ນໜັກວ່າ: “ສິດວຽກເຮັດງານທຳ, ສິດອອກແຮງງານ, ພວກເຮົາພວມຕັ້ງໜ້າເພື່ອໃຫ້ປະຊາຊົນມີວຽກເຮັດງານທຳ. ສະນັ້ນ, ກົດໝາຍວ່າດ້ວຍວຽກເຮັດງານທຳ ສະບັບປັບປຸງໄດ້ປະກາດໃຊ້. ໃນຂອບເຂດແຮງງານຕ່າງປະເທດ, ທາງກະຊວງກໍ່ໄດ້ເຊັນຂໍ້ຕົກລົງຮ່ວມມືກັບບັນດາອົງການຢູ່ພາຍໃນ, ອົງການຈັດຕັ້ງບັນດາປະເທດເພື່ອຮັບປະກັນແຫຼ່ງກຳລັງຕ່າງປະເທດຂອງຫວຽດນາມ”.

ແຫຼ່ງຄັດຈາກ: vovworld.vn