ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.

ນັກຂ່າວ: ຂໍທ່ານລັດຖະມົນຕີ ໃຫ້ຮູ້ຄວາມໝາຍອັນສໍາຄັນຂອງກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ?

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ພ້ອມທັງເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ທ່ານ ຟ້າມມິງຈິ໊ງ ໄດ້ມີການເຄື່ອນໄຫວສຳຄັນຫຼາຍຢ່າງ, ເຊິ່ງສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງພັກ, ສອງລັດໃນການປະຕິບັດຂໍ້ຕົກລົງຂອງກອງປະຊຸມພົບປະຂັ້ນສູງລະຫວ່າງສອງພັກຢ່າງທັນທີ. ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງພັກ, ສອງລັດ ທີ່ຈະນຳເອົາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ດ້ວຍການຫຸ້ນສ່ວນຍຸດທະສາດ. ຄຽງຂ້າງການພົວພັນທີ່ເປັນມູນເຊື້ອ "ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ", ປະຈຸບັນສອງປະເທດໄດ້ຍົກລະດັບການພົວພັນຂຶ້ນສູ່ລະດັບສູງກວ່າ ນັ້ນແມ່ນ "ຫຸ້ນສ່ວນຍຸດທະສາດ".

leftcenterrightdel
ທ່ານ ເລຮ່ວາຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.  ພາບ: ຈາ່ຫງວຽນ

ບໍ່ພຽງແຕ່ຜັນຂະຫຍາຍການນຳເອົາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບຫຸ້ນສ່ວນຍຸດທະສາດຢ່າງທັນທີເທົ່ານັ້ນ, ຫາກຍັງຫັນຂໍ້ຕົກລົງຂອງສອງພັກເປັນລະອຽດ ແລະການຍົກລະດັບຍຸດທະສາດດັ່ງກ່າວນັ້ນອີກດ້ວຍ. ສິ່ງນີ້ໄດ້ປະຕິບັດຜ່ານບັນດາການກໍານົດທິດ ແລະມາດຕະການທີ່ລະອຽດ, ເຊິ່ງສະແດງໃຫ້ເຫັນໃນການພົບປະສອງຝ່າຍລະຫວ່າງນາຍົກລັດຖະມົນຕີສອງປະເທດ, ການພົບປະລະຫວ່າງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມກັບເອກະສານສຳຄັນທີ່ໄດ້ລົງນາມໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ. ໃນນັ້ນລວມມີສັນຍາການຮ່ວມມືຫວຽດນາມ-ລາວ ໄລຍະ 2026-2030, ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມືປີ 2026 ແລະບົດບັນທຶກລະບຸບັນດາເນື້ອໃນ, ຈຸດຕ່າງໆທີ່ໄດ້ເຫັນດີເປັນເອກະພາບຂອງກອງປະຊຸມຄັ້ງນີ້.

ກອງປະຊຸມຄັ້ງນີ້ ໄດ້ສ້າງເງື່ອນໄຂໃໝ່ຕື່ມອີກ ແລະມີຄວາມສຳຄັນທີ່ສຸດໃຫ້ສອງປະເທດປະຕິບັດແນວທາງການພັດທະນາ, ແນວທາງກ່ຽວກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະແນວທາງການພົວພັນຕ່າງປະເທດທີ່ສອງພັກໄດ້ວາງອອກໃນອາຍຸການຂອງກອງປະຊຸມໃຫຍ່ຄັ້ງຕໍ່ໄປ, ເຊິ່ງຈະຈັດຂຶ້ນໃນຕົ້ນປີ 2026.

ນັກຂ່າວ: ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ໄດ້ດໍາເນີນປະສົບຜົນສໍາເລັດ. ສະນັ້ນມາດຕະການໃດທີ່ຈະໄດ້ຮັບການຜັນຂະຫຍາຍເພື່ອຫັນໝາກຜົນຂອງກອງປະຊຸມໃຫ້ປະກົດຜົນເປັນຈິງ, ຂໍຮຽນທ່ານລັດຖະມົນຕີ?

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ເພື່ອຜັນຂະຫຍາຍບັນດາໝາກຜົນຂອງກອງປະຊຸມ, ກ່ອນອື່ນໝົດພວກເຮົາ ຕ້ອງຊາບຊຶມບັນດາຂໍ້ຕົກລົງທີ່ສອງພັກ ແລະຄຳເຫັນຊີ້ນໍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ; ພ້ອມທັງຊາບຊຶມບັນດາເອກະສານທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມຄັ້ງທີ 48, ລວມມີ: ສັນຍາວ່າດ້ວຍການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານລາວ ໄລຍະ 2026-2030; ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມືປີ 2026 ລະຫວ່າງສອງລັດຖະບານ; ພ້ອມກັບຂໍ້ຕົກລົງອື່ນໆທີ່ສອງຝ່າຍ ບັນລຸໄດ້, ກໍ່ຄືເນື້ອໃນທີ່ ສອງນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບ. ການຊາບຊຶມນີ້ຕ້ອງເຮັດໃຫ້ຂໍ້ຕົກລົງທັງໝົດຈະແຈ້ງຊັດເຈນ, ພິເສດແມ່ນແນວຄິດໃໝ່ທີ່ສອງພັກ ແລະ ທ່ານ  ໂຕເລິມ ພ້ອມກັບທ່ານ ທອງລຸນ ສີສຸລິດ ໄດ້ວາງອອກ, ກໍ່ຄືເນື້ອໃນທີ່ສອງນາຍົກລັດຖະມົນຕີ ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບ.

ລະອຽດແມ່ນການຍົກສູງປະສິດທິຜົນຂອງການພົວພັນທາງດ້ານການເມືອງ, ຮັບປະກັນການພົວພັນທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງຢ່າງແທ້ຈິງ ແລະສວມບົດບາດກໍານົດທິດໃຫ້ແກ່ການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜ່ານນັ້ນສ້າງບາດກ້າວພັດທະນາໃໝ່ ແລະຕ້ອງປັບປຸງໃຫ້ໝັ້ນຄົງເຂັ້ມແຂງຂຶ້ນກວ່າເກົ່າ, ຮັບປະກັນສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງປະເທດ; ພ້ອມດຽວກັນນັ້ນ ກໍ່ຕ້ອງສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ; ເປີດກວ້າງ ແລະຍົກສູງປະສິດທິຜົນຂອງການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະກໍ່ສ້າງ.

ກ່ອນອື່ນໝົດ, ແນວຄິດແມ່ນສຳຄັນທີ່ສຸດຕ້ອງໃຫ້ມີບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານເສດຖະກິດ, ການລົງທຶນ, ດ້ວຍວິທີເຮັດແນວໃດເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ. ໃນການເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ, ຍົກລະດັບຍຸດທະສາດ, ສ້າງການຫຸ້ນສ່ວນຍຸດທະສາດ, ກ່ຽວກັບເປົ້າໝາຍພັດທະນາ, ວິໄສທັດໃນວິວັດການກໍ່ສ້າງ; ສ້າງການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ພະລັງງານ, ການຄົມມະນາຄົມ... ທ່ານ ຟ້າມມິງຈິ໊ງ ໄດ້ເນັ້ນໜັກໃນກອງປະຊຸມວ່າ ການປ່ຽນແປງຈິນຕະນາການ ກໍ່ເປັນແຫຼ່ງກໍາລັງທີ່ສຳຄັນທີ່ສຸດ.

ທີສອງ, ປັບປຸງເນື້ອໃນການຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງເປີດກວ້າງໄປສູ່ຂົງເຂດໃໝ່, ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງການ "ຫຸ້ນສ່ວນຍຸດທະສາດ"; ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະປະເທດ, ພິເສດແມ່ນເພີ່ມທະວີການເຂົ້າຮ່ວມບໍ່ພຽງແຕ່ຂອງລັດ ເທົ່ານັ້ນ ແຕ່ຍັງລວມທັງຂອງປະຊາຄົມວິສາຫະກິດໃນທຸກຂົງເຂດອີກດ້ວຍ.

ທີສາມ, ຍົກສູງປະສິດທິຜົນຂອງກົນໄກປະສານສົມທົບ. ຄືດັ່ງທີ່ທ່ານນາຍົກລັດຖະມົນຕີ  ໄດ້ຍົກອອກ ແລະທ່ານນາຍົກລັດຖະມົນຕີລາວ ກໍ່ເຫັນດີເປັນເອກະພາບ, ສອງຝ່າຍສາມາດຈັດກອງປະຊຸມປະຈຳໄລຍະໃນທຸກໆ 3 ເດືອນ. ສອງລັດຖະມົນຕີ ເປັນປະທານຮ່ວມຄະນະກຳມະການຮ່ວມມືສອງຝ່າຍກໍ່ຈະຈັດຕັ້ງກອງປະຊຸມ 3 ເດືອນ ຕໍ່ຄັ້ງ ເພື່ອທົບທວນຄືນ ແລະຕີລາຄາສະພາບການ.

ທີສີ່, ສອງຝ່າຍພ້ອມກັນແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບໂຄງການທີ່ເປັນຈຸດສຸມ. ໃນ 5 ປີຈະມາເຖິງ, ພັກ ແລະລັດຫວຽດນາມ ໄດ້ຕົກລົງເພີ່ມລະດັບການຊ່ວຍເຫຼືອລ້າໃຫ້ແກ່ລາວ ທົບ 2,5 ເທົ່າ ດ້ວຍຈິດໃຈລວມແມ່ນສຸມໃສ່ໂຄງການທີ່ເປັນຈຸດສຸມ, ບໍ່ກະແຈກກະຈາຍ, ຮັບປະກັນປະສິດທິຜົນຢ່າງແທດຈິງ.

ເພື່ອປະຕິບັດສິ່ງດັ່ງກ່າວນີ້ໃຫ້ໄດ້, ສອງຝ່າຍຕ້ອງມີແຜນການຜັນຂະຫຍາຍຢ່າງລະອຽດທີ່ສຸດ. ດ້ວຍຈິດໃຈດັ່ງກ່າວນັ້ນ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ຈະສ້າງກໍາລັງໜູນໃໝ່ໃຫ້ແກ່ການພັດທະນາ, ພ້ອມທັງຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ຈາງຫງວຽນ